ໂຄງການ LCT ລາຍງານຜົນສໍາເລັດ ຈາກການຈັດຕັ້ງປະຕິບັດໂຄງການ ໃນກອງປະຊຸມຄະນະຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ຄັ້ງທີ 6

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 07 ທັນວາ 2021, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (Lao Competitiveness and Trade Project – LCT) ຂຶ້ນ, ເພື່ອທົບທວນການຈັດຕັ້ງປະຕິບັດໂຄງການພາຍໃນ 6 ເດືອນທີ່ຜ່ານມາ ແລະ ຮັບຮອງແຜນບູລິມະສິດໃນການຈັດຕັ້ງປະຕິບັດໂຄງການໃນປີ 2022. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍບັນດາຜູ້ຕາງໜ້າຈາກກະຊວງ ແລະ ກົມກອງທີ່ກ່ຽວຂ້ອງ, ກໍຄື ພາກສ່ວນຈັດຕັ້ງປະຕິບັດໂຄງການ, ບັນດາຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ຫຼາຍກວ່າ 90 ທ່ານ, ເຊິ່ງຜູ້ເຂົ້າຮ່ວມບາງສ່ວນແມ່ນເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ.
ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ກ່າວເປີດກອງປະຊຸມວ່າ:“ກອງປະຊຸມໃນມື້ນີ້ ແມ່ນໄດ້ຈັດຂຶ້ນໃນລະຫວ່າງການລະບາດຂອງ ໂຄວິດ-19 ໃນ ສປປ ລາວ, ເຊິ່ງສົ່ງຜົນກະທົບຕໍ່ສະພາບເສດຖະກິດຂອງ ສປປ ລາວ ແລະ ຈໍາເປັນຕ້ອງປະຢັດງົບປະມານປະຈໍາປີ – ເຊິ່ງສົ່ງຜົນເຮັດໃຫ້ຄວາມຕ້ອງການທົ່ວໂລກຫຼຸດລົງຢ່າງກະທັນຫັນ, ຈົນສົ່ງຜົນກະທົບຕໍ່ຕ່ອງໂສ້ດ້ານຜູ້ສະໜອງ ແລະ ເຮັດໃຫ້ລາຍຮັບຈາກການທ່ອງທ່ຽວ ແລະ ເງິນສົ່ງກັບບ້ານຂອງແຮງງານຈາກຂະແໜງການຕ່າງໆຫຼຸດລົງຢ່າງຫຼວງຫຼາຍ. ໃນຂະນະດຽວກັນ, ວິກິດການດັ່ງກ່າວເຮັດໃຫ້ບັນດາໂຄງການຕ່າງໆຕ້ອງແນໃສ່ປັບປຸງວຽກງານທີ່ຈໍາເປັນໃນການຟື້ນຟູເສດຖະກິດຈາກຜົນກະທົບດັ່ງກ່າວ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຂໍຖືໂອກາດນີ້ສະແດງຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາເຊັ່ນ: ລັດຖະບານ ອົດສະຕຣາລີ, ລັດຖະບານ ໄອແລນ, ລັດຖະບານ ອາເມລິກາ ແລະ ທະນາຄານໂລກ ທີ່ສະໜັບສະໜູນໂຄງການ LCT ທີ່ໄດ້ປະກອບທຶນຮ່ວມເຂົ້າກອງທຶນສົມທົບຫຼາຍຝ່າຍ ຫຼື Multi-Donor Trust Fund. ນອກຈາກນີ້, ຂ້າພະເຈົ້າຂໍສະແດງຄວາມຍິນດີຕໍ່ໂຄງການ LCT ທີ່ໄດ້ຮັບການເພິີ່ມທຶນເຂົ້າໂຄງການ (Additional Financing), ເຊິ່ງຫາກໍ່ໄດ້ເຊັນຮັບຮອງໃນເດືອນ ຕຸລາ ທີ່ຜ່ານມານີ້.”

ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ສັງລວມຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດໂຄງການ LCT ແລະ ແຜນບູລິມະສິດໃນການຈັດຕັ້ງປະຕິບັດໂຄງການໃນປີ 2022 ໂດຍຫຍໍ້. ການລາຍງານດັ່ງກ່າວໄດ້ສັງລວມເອົາວຽກງານທັງສີ່ເສົາຄໍ້າ, ເຊິ່ງປະກອບມີ, ເສົາຄໍ້າ ກ – ປັບປຸງຂະບວນການຈົດທະບຽນກໍ່ຕັ້ງວິສາຫະກິດໃຫ້ງ່າຍດາຍຂຶ້ນ, ປັບປຸງ ແລະ ເຜີຍແຜ່ຂອດການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ສະໜັບສະໜູນການປັບປຸງທຸລະກິດທີ່ກ້ວາງຂວາງກວ່າເກົ່າ, ເສົາຄໍ້າ ຂ – ສະໜັບສະໜູນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ, ທຶນສະໜັບສະໜູນໂຄງການຍ່ອຍເພື່ອອໍານວຍຄວາມສະດວກດ້ານການຄ້າ, ເສົາຄໍ້າ ຄ – ປັບປຸງຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດໂດຍຜ່ານ ທຶນສົມທົບເພື່ອສົ່ງເສີມທຸລະກິດ ແລະ ເສົາຄໍ້າ ງ – ຄຸ້ມຄອງ ແລະ ປະສານງານໂຄງການ, ປັບປຸງການສ້າງນະໂຍບາຍ ແລະ ຄວາມໂປ່ງໄສ ແລະ ສະໜັບສະໜູນການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ. ໃນລະຫວ່າງກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ມີໂອກາດປະກອບສ່ວນຖາມຕອບ ແລະ ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ.
ກອງປະຊຸມໄດ້ລາຍງານຜົນສໍາເລັດຈາກການຈັດຕັ້ງປະຕິບັດໂຄງການ LCT ທີ່ຜ່ານມາ, ເຊິ່ງປະກອບມີດັ່ງນີ້:
• ມາດຕະການຫຼຸດຜ່ອນຂັ້ນຕອນການເລີ່ມຕົ້ນທຸລະກິດທີ່ສັ້ນ ແລະ ງ່າຍດາຍກ່ວາເກົ່າ, ເຊິ່ງປະກອບມີ ການຮັບຮອງແຜນຈັດຕັ້ງປະຕິບັດເພື່ອປັບປຸງຂັ້ນຕອນດັ່ງກ່າວ ແລະ ການລຶບລ້າງຂອດຂັ້ນການຈົດທະບຽນ ແລະ ການປະຖົມນິເທດຂອງອາກອນມູນຄ່າເພີ່ມ (VAT), ເຊິ່ງເປັນເງື່ອນໄຂສໍາຄັນໃນການຈົດທະບຽນວິສາຫະກິດຜ່ານລະບົບ Online;
• ສໍາເລັດການກະກຽມຄໍາແນະນໍາ ແລະ ສ້າງເປັນລະບົບຖານຂໍ້ມູນກ່ຽວກັບການຂໍອະນຸຍາດການດໍາເນີນທຸລະກິດ ຫຼື Inventory of Businerss Licenses (IBL), ແລະ ສ້າງກົນໄກການປະສານງານພາຍໃນກະຊວງ ແລະ ບັນດາກະຊວງອ້ອມຂ້າງເພື່ອດຳເນີນຂະບວນການປັບປຸງການຂໍອະນຸຍາດການດໍາເນີນທຸລະກິດຂອງຂະແໜງການ;
• ການປັບປຸງກົນໄກຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດ ຕາມ ຄຳສັ່ງ ເລກທີ 02/ນຍ ແລະ 03/ນຍ;
• ຄະນະກໍາມະການອໍານວຍຄວາມສະດວກດ້ານການຄ້າແຫ່ງຊາດ (NTFC) ໄດ້ອອກແຈ້ງການກ່ຽວກັບການປັບປຸງວຽກງານການບໍລິຫານຄວາມສ່ຽງຢູ່ດ່ານຮ່ວມກັບບັນດາກົມອ້ອມຂ້າງທີ່ກ່ຽວຂ້ອງ;
• ສໍາເລັດການສຶກສາເວລາກວດປ່ອຍສິນຄ້າ ຢູ່ ສປປ ລາວ ແລະ ການສໍາຫຼວດຄວາມຄິດເຫັນຂອງພາກເອກະຊົນ ກ່ຽວກັບການຈັດຕັ້ງປະຕິບັດ ສັນຍາອໍານວຍຄວາມສະດວກດ້ານການຄ້າຂອງອົງການການຄ້າໂລກ ຢູ່ ສປປ ລາວ ຄັ້ງທໍາອິດ;
• ການບໍລິການໃຫ້ຄໍາປຶກສາ ແລະ ການສະໜັບສະໜູນວິສາຫະກິດ ພາຍໃຕ້ ທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະ ສອງ (BAF II) ແມ່ນໄດ້ຈັດຕັ້ງປະຕິບັດຕາມແຜນທີ່ໄດ້ວາງໄວ້. ຕັ້ງແຕ່ເລີ່ມຈັດຕັ້ງປະຕິບັດ BAF II ຈົນຮອດທ້າຍເດືອນ ພະຈິກ 2021, ທຶນສົມທົບ ຈໍານວນ 222 ທຶນໄດ້ຮັບການອະນຸມັດ, ເຊິ່ງມີມູນຄ່າປະມານ 1,283,000 ໂດລາ ສະຫະລັດ, ເຊິ່ງໃນນັ້ນມີ 138 ທຶນ (63,7%) ແມ່ນທຶນສົມທົບທີ່ອະນຸມັດໃຫ້ທຸລະກິດທີ່ນັກທຸລະກິດຍິງເປັນເຈົ້າຂອງ, 21% ແມ່ນທຸລະກິດທີ່ດໍາເນີນຢູ່ຕ່າງແຂວງ ແລະ ຫລາຍກ່ວາ 90% ແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ;
• ກົນໄກການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກອງປະຊຸມທຸລະກິດລາວ (LBF) ໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຈາກຫຼາຍພາກສ່ວນ, ລວມທັງພາກລັດ ແລະ ທຸລະກິດໂດຍສະເພາະແມ່ນນັກລົງທຶນຕ່າງປະເທດ ແລະ ທຸລະກິດຈາກແຂວງຕ່າງໆ;
• ວຽກງານການຈັດຕັ້ງປະຕິບັດໂຄງການໂດຍລວມ ແມ່ນຖືກຕີລາຄາວ່າ ເປັນທີ່ໜ້າພໍໃຈ ໂດຍການປະເມີນຜົນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໂດຍຄະນະຊ່ຽວຊານຈາກອົງການຜູ້ໃຫ້ທຶນໃນເດືອນ ພະຈິກ 2021 ທີ່ຜ່ານມາ.
ໃນລະຫວ່າງກອງປະຊຸມ, ຜູ້ຕາງໜ້າຈາກພາກສ່ວນຈັດຕັ້ງປະຕິບັດໂຄງການໄດ້ນໍາສະເໜີກ່ຽວກັບແຜນບູລິມະສິດໃນປີ 2022 ທີ່ຕິດພັນກັບການຈັດຕັ້ງປະຕິບັດໂຄງການ. ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ໃຫ້ກຽດກ່າວປິດກອງປະຊຸມໂດຍສະແດງຄວາມຂອບໃຈມາຍັງຫຼາຍຝ່າຍທີ່ປະກອບສ່ວນເຂົ້າໃນໂຄງການ ແລະ ໃຫ້ທຸກຝ່າຍເອົາໃຈໃສ່ຕໍ່ແຜນວຽກໃນປີ 2022 ເພື່ອຮັບປະກັນວ່າວຽກງານການອໍານວຍຄວາມສະດວກທາງການຄ້າ ແລະ ການລົງທຶນ ໄດ້ຖືກຈັດຕັ້ງປະຕິບັດໃຫ້ມີປະສິດທິພາບຍິ່ງຂຶ້ນ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games