ກອງປະຊຸມຄະນະຊີ້ນຳລວມ ຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍວິສາຫະກິດ (ສະບັບປັບປຸງ – 2013)

Published by NIU on

ໃນວັນທີ 22 ມີນາ 2022, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໄດ້ຈັດກອງປະຊຸມຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ – 2013), ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 1 ຕຶກ ກະຊວງອຄ. ວຽກງານດັ່ງກ່າວເປັນໜຶ່ງໃນວຽກງານຫຼັກພາຍໃຕ້ເສົາຄໍ້າ ກ ຂອງ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (Lao Competitiveness and Trade Project – LCT).

ກອງປະຊຸມນີ້ໄດ້ຮັບກຽດການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າຄະນະຊີ້ນຳລວມປັບປຸງກົດໝາຍ. ກອງປະຊຸມດັ່ງກ່າວໄດ້ມີບັນດາທ່ານທີ່ຢູ່ໃນຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ກອງເລຂາຊ່ວຍວຽກເຂົ້າຮ່ວມ.

ໃນພິທີເປີດກອງປະຊຸມ, ທ່ານ ປອ. ມະໂນທອງ ໄດ້ກ່າວວ່າ ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ, ປະກອບຄຳເຫັນໃສ່ຮ່າງກົດໝາຍທີ່ມີການປັບປຸງ ກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26 ທັນວາ 2013 ແລະ ຜ່ານແຜນທີ່ຈະລົງທາບທາມ ເພື່ອລະດົມຄວາມຄິດເຫັນຢູ່ 3 ພາກ (ພາກເໜືອ, ພາກກາງ ແລະ ພາກໃຕ້) ໃນຂອບເຂດທົ່ວປະເທດ. ເຫດຜົນເບື້ອງຕົ້ນຂອງ ການປັບປຸງກົດໝາຍສະບັບນີ້ ແມ່ນປະຕິບັດຕາມຄຳສັ່ງ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການປັບປຸງບັນດາກົນໄກລະບຽບການ ແລະ ກົນໄກປະສານງານການດໍາເນີນທຸລະກິດ. ໃນນັ້ນ, ມີ 2 ຕົວຊີ້ວັດ ທີ່ກ່ຽວຂ້ອງກັບການດຳເນີນທຸລະກິດ ຄື: ຕົວຊີ້ວັດທີ 1 ການເລີ່ມຕົ້ນທຸລະກິດ ແລະ ຕົວຊີ້ວັດທີ 6 ການປົກປ້ອງຜູ້ລົງທຶນລາຍຍ່ອຍ. ສະນັ້ນ, ເພື່ອປັບປຸງ 2 ຕົວຊີ້ວັດ ຈຶ່ງຈໍາເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍວິສາຫະກິດ ໂດຍສະເພາະ 2 ຂົງເຂດຕົ້ນຕໍ ຄື: ປັບປຸງໃນພາກທີ II ໝວດທີ 2 – ການຂຶ້ນທະບຽນວິສາຫະກິດ ແລະ ພາກທີ V ໝວດທີ 2 – ບໍລິສັດຈຳກັດ. ຕາມແຜນການປັບປຸງກົດໝາຍວິສາຫະກິດ ຄາດວ່າຈະນໍາເອົາເຂົ້າຜ່ານກອງປະຊຸມລັດຖະບານ ໃນເດືອນ ກໍລະກົດ 2022 ແລະ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນທ້າຍປີ 2022.

ຈາກນັ້ນ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ໃນນາມ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍ, ໄດ້ລາຍງານຄວາມຄືບໜ້າຜົນການຄົ້ນຄວ້າ ປັບປຸງກົດໝາຍວິສາຫະກິດ (ສະບັບປັບປຸງ – 2013) ແລະ ໄດ້ນຳເອົາຮ່າງກົດໝາຍສະບັບປັບປຸງເບື້ອງ ຕົ້ນຜ່ານຄະນະຮັບຜິດຊອບ ເພື່ອຄວາມເປັນເອກະພາບກ່ອນທີ່ຈະນຳເອົາຮ່າງດັ່ງກ່າວລົງໄປທາບທາມ, ນອກນັ້ນ, ຍັງໄດ້ລາຍງານແຜນທີ່ຈະລົງທາບທາມຢູ່ 3 ພາກ ໃນຂອບເຂດທົ່ວປະເທດໃຫ້ທີ່ປະຊຸມຊາບ.

ໃນກອງປະຊຸມດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນໃສ່ເນື້ອໃນຂອງຮ່າງກົດໝາຍ, ແຜນການປັງປຸງ ແລະ ການລົງທາບທາມ ຢ່າງຕົງໄປຕົງມາ. ທີ່ປະຊຸມສະເໜີໃຫ້ຄະນະຮັບຜິດຊອບປັບປຸງ ກົດໝາຍນຳເອົາຮ່າງກົດໝາຍດັ່ງກ່າວໄປຜ່ານບັນດາຂະແໜງການກ່ຽວຂ້ອງ ແລະ ພາກທຸລະກິດເພື່ອໃຫ້ມີສ່ວນຮ່ວມ ໃນການປັບປຸງກົດໝາຍວິສາຫະກິດໃນຄັ້ງນີ້ ຮັບປະກັນການເຂົ້າເຖິງ, ເນື້ອໃນ, ຮູບການ ແລະ ຄວາມທັນສະໄໝຂອງກົດໝາຍໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ ພາຍຫຼັງການປັບປຸງ.

ກອງປະຊຸມນີ້ໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ຈັດຕັ້ງປະຕິບັດພາຍໃຕ້ ກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໂດຍໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍ ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ, ລັດຖະບານ ອາເມຣິກາ ແລະ ທະນາຄານໂລກ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games