ຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຮ່ວມກັນທົບທວນ ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດທຶນສົບທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ແລະ ຄົ້ນຄ້ວາແຜນງານຢ່າງເປັນຮູບປະທຳ ເພື່ອເພີ່ມທະວີການເຜີຍແຜ່ກ່ຽວກັບ ທຶນດັ່ງກ່າວໃຫ້ຂັ້ນແຂວງຊາບໂດຍທົ່ວເຖິງ

Published by NIU on

ໃນວັນທີ 31 ມີນາ 2022, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍຜ່ານ ກົມແຜນການ ແລະ ການຮ່ວມມື ໄດ້ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການ ທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAFII) ຄັ້ງທີ 7, ທີ່ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ.

ກອງປະຊຸມໄດ້ຖືກຈັດຂຶ້ນໂດຍການເປັນປະທານຂອງ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີຜູ້ເຂົ້າຮ່ວມຈາກຕາງໜ້າ ບັນດາກົມ ທີ່ເປັນສະມາຊິກຄະນະຊີ້ນໍາຂັ້ນວິຊາການທຶນສົມທົບເພື່ອສົ່ງເສີມທຸລະກິດ ໂດຍລວມມີ ຕາງໜ້າຈາກກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກົມສົ່ງເສີມການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ທີມງານທີ່ຈັດຕັ້ງປະຕິບັດທຶນດັ່ງກ່າວ.

ຈຸດປະສົງຂອງກອງປະຊຸມແມ່ນເພືື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ2 (BAF II), ພ້ອມທັງປຶກສາຫາລືກ່ຽວກັບສິ່ງທ້າທາຍທີ່ພົບພໍ້, ວິທີແກ້ໄຂ ແລະ ແຜນບູລິມະສິດສໍາລັບປີ 2022 ແລະ ໃນຕໍ່ໜ້າ.

ທ່ານ ແສງພະນົມຈອນ ອິນທະສານ ໄດ້ກ່າວເປີດກອງປະຊຸມ ໂດຍການກ່າວຕ້ອນຮັບສະມາຊິກໃໝ່ຂອງຄະນະຊີ້ນໍາຂັ້ນວິຊາການ, ຊຶ່ງຕາງໜ້າຈາກ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ກົມອຸດສາຫະກໍາ ແລະ ຫັດຖະກໍາ. ນອກຈາກແຈ້ງໃຫ້ທີ່ປະຊຸມຮັບຊາບ ກ່ຽວກັບຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແລ້ວ, ປະທານກອງປະຊຸມຍັງໄດ້ອະ ທິບາຍກ່ຽວກັບຄວາມເປັນມາຂອງທຶນສົບທົບດັ່ງກ່າວ.

ມາເຖິງປັດຈຸບັນທີມງານທີ່ຈັດຕັ້ງປະຕິບັດທຶນສົບທົບ BAF II ໄດ້ຊ່ວຍໃຫ້ຄໍາປຶກສາແກ່ທຸລະກິດຂະໜາດນ້ອຍ ແລະ ກາງໃນທົ່ວປະເທດ ຫຼາຍກວ່າ 1,400 ຄັ້ງ. ໃນນັ້ນມີຫຼາຍກ່ວາ 250 ບໍລິສັດ ແມ່ນໄດ້ເຊັນສັນຍາຮັບທຶນສົມທົບ, ປະມານ 160 ບໍລິສັດໄດ້ປະຕິບັດກິດຈະກໍາສໍາເລັດຕາມສັນຍາ, ຊຶ່ງບັນດາກິດຈະກຳແມ່ນລ້ວນແລ້ວແຕ່ ສົ່ງເສີມກົນລະ ຍຸດການເຕີບໂຕໃຫ້ແກ່ທຸລະກິດຂອງເຂົາເຈົ້າ ແລະ ທຸລະກິດເຫຼົ່ານີ້ ກໍໄດ້ຮັບທຶນທົດແທນຈາກທຶນສົມທົບເປັນທີ່ຮຽບຮ້ອຍ ໂດຍໄດ້ຮັບການເບີກຈ່າຍ ຈາກພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ ທຶນຊ່ວຍເຫຼືອຂອງຕ່າງປະເທດ (NIU) ຂອງກົມແຜນການ ແລະ ການຮ່ວມມື, ຊຶ່ງເປັນເປັນໜ່ວຍງານທີ່ຄຸ້ມຄອງການຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ.

ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປຶກສາຫາລືເຖິງວິທີທາງ ເພື່ອເພີ່ມກິດຈະກຳການເຜີຍແຜ່ຂໍ້ມູນຂ່າວສານ ຂອງທຶນສົມທົບໃຫ້ແກ່ທຸລະກິດທີ່ຢູ່ຕ່າງແຂວງ ໃຫ້ຫຼາຍຂຶ້ນ, ພ້ອມນີ້ ກໍໄດ້ເຫັນດີຮ່ວມກັນ ໃນການປະສານສົມທົບກັບພະແນກອຸດສາ ຫະກໍາ ແລະ ການຄ້າແຂວງ ແລະ ຫ້ອງການສະພາການຄ້າ ແລະ ອຸດສາຫະກໍາຂັ້ນແຂວງ ເພື່ອຊ່ວຍໃຫ້ຄຳແນະນຳແກ່ພາກທຸລະກິດ ຢູ່ໃນທ້ອງຖິ່ນໃຫ້ຮັບຊາບ ແລະ ຊຸກຍູ້ໃຫ້ເຂົາເຈົ້າສະເໜີຂໍທຶນສົມທົບດັ່ງກ່າວ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ແສງພະນົມຈອນ ອິນທະສານ, ໄດ້ສະຫຼຸບຜົນຂອງການປຶກສາຫາລື ໂດຍໄດ້ເນັ້ນ ໜັກໃຫ້ສ້າງຄວາມເຂັ້ມແຂງໃນການປະສານງານ ແລະ ການຮ່ວມມື ລະຫວ່າງສະມາຊິກຄະນະຊີ້ນໍາຂັ້ນວິຊາການທຶນສົມ ທົບ (BAF II Task Force), ທີມງານທີ່ຈັດຕັ້ງປະຕິບັດທຶນສົມທົບ (BAF II Team) ແລະ ພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການທຶນຊ່ວຍເຫຼືອຂອງຕ່າງປະເທດ (NIU) ພາຍໃຕ້ກົມແຜນການ ແລະ ການຮ່ວມມື ທັງນີ້ກໍເພື່ອປັບປຸງການສະໜອງທຶນ BAF II ໃຫ້ມີປະສິດທິຜົນຂຶ້ນຕື່ມເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາ ມາດຮັບມືກັບຜົນກະທົບຈາກການລະບາດຂອງ COVID-19, ປັງປຸງການປັບຕົວ ແລະ ກຽມພ້ອມຮັບມືເພື່ອຟື້ນຟູທຸລະກິດຂອງເຂົາເຈົ້າ ໃຫ້ໄດ້ໄວທີ່ສຸດ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ຊຶ່ງເປັນໂຄງການທີ່ໄດ້ຮັບການປະກອບທຶນເຂົ້າໃນທຶນຊ່ວຍເຫຼືອຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານ ອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ຊຶ່ງເປົ້າໝາຍຫຼັກ ແມ່ນເພື່ອຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນ ຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games