ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຄ ຈັດກອງປະຊຸມຄະນະປະສານງານກ່ຽວກັບການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດພາຍໃຕ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 03/ນຍ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 29 ມີນາ 2022, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ່ II ຂອງຄະນະປະສານງານກ່ຽວກັບການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດພາຍໃຕ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 03, ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຕຶກກະຊວງ ອຄ, ພາຍໃຕ້ການສະໜັບສະໜູນໂດຍໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (Lao Competitiveness and Trade Project – LCT). ກອງປະຊຸມນີ້ໄດ້ຮັບກຽດການເປັນປະທານຂອງ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ແລະ ມີຜູ້ເຂົ້າຮ່ວມປະມານ 80 ທ່ານ ທັງໃນແບບເຂົ້າຮ່ວມຕົວຈິງ ແລະ ທາງໄກ.

ຈຸດປະສົງແມ່ນເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າ; ແລະ ບັນຊີກິດຈະການທຸລະກິດຈາກບັນດາຂະແໜງການ ທີ່ຕ້ອງໄດ້ອອກໃບອະນຸຍາດ ດຳເນີນທຸລະກິດ; ນຳສະເໜີຂໍ້ມູນເວັບໄຊ້ລະບົບຖານຂໍ້ມູນກ່ຽວກັບການຂໍອະນຸຍາດດຳເນີນທຸລະກິດ (IBL) ຂອງ ສປປ ລາວ ແລະ ຮັບຟັງຂໍ້ມູນຈາກຜູ້ເຂົ້າຮ່ວມ; ນໍາສະເໜີຮ່າງຂໍ້ຕົກລົງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະປັບປຸງເວັບໄຊ້ລະບົບຖານຂໍ້ມູນກ່ຽວກັບການຂໍອະນຸຍາດດຳເນີນທຸລະກິດ ເຊິ່ງປະກອບມີຜູ້ຕາງໜ້າຈາກເຈົ້າໜ້າທີ່ອອກໃບອະນຸຍາດຂອງຂະແໜງການກ່ຽວຂ້ອງ; ແລະ ໄດ້ສົນທະນາສິ່ງທ້າທາຍ ແລະ ໜ້າວຽກໃນຕໍ່ໜ້າ.

ໃນພິທີເປີດກອງປະຊຸມ, ທ່ານ ອະພິສິດ ໄດ້ເນັ້ນໜັກເຖິງບົດບາດຄວາມສຳຄັນຂອງຄະນະຮັບຜິດຊອບການປັບປຸງໃບອະນຸຍາດທຸລະກິດເພື່ອໃຫ້ບັນລຸເປົ້າໝາຍ ແລະຜົນສຳເລັດຂອງການຈັດຕັ້ງປະຕິບັດຂອງ ຄຳສັ່ງເລກທີ່ 03/ນຍ, ສຳລັບການປັບປຸງແວດລ້ອມການດຳເນີນທຸລະກິດ, ເຊິ່ງເປັນໜຶ່ງໃນແຜນວຽກ ບຸລິມະສິດຂອງວາລະແຫ່ງຊາດ. ຈາກນັ້ນ, ປະທານກອງປະຊຸມໄດ້ຂອບໃຈບັນດາຂະແໜງການກ່ຽວຂ້ອງ ທີ່ໄດ້ສະໜອງລາຍການຂອງກິດຈະການພາຍໃຕ້ ຄວາມຮັບຜິດຊອບຂອງຕົນ ແລະ ໄດ້ຮຽກຮ້ອງໃຫ້ຂະແໜງການທີ່ຍັງບໍ່ທັນໄດ້ສະໜອງ ໃຫ້ນຳສົ່ງຂໍ້ມູນໂດຍໄວ. ມາຮອດປັດຈຸບັນ, ກົມທະບຽນ ໄດ້ເກັບກຳຫຼາຍກວ່າ 400 ກິດຈະການຈາກ 10 ກະຊວງ ແລະ ບັນດາອົງການທຽບເທົ່າ. ທ່ານ ອະພິສິດ ໄດ້ເວົ້າຕື່ມວ່າ ຂໍ້ມູນຂອງລາຍກາຍຂອງກິດ ຈະການທີ່ຕ້ອງໄດ້ຂໍອະນຸຍາດຈະຖືກສະໜອງໃຫ້ແກ່ພາກສ່ວນເອກະຊົນ ເຊິ່ງຈະເປັນບັນຊີກິດຈະການ ທີ່ຄຽງຄູ່ກັບບັນຊີສໍາປະທານ ແລະ ກິດຈະການທີ່ນອນໃນບັນຊີຄວບຄຸມ, ແລະ ຈະເປັນການແກ້ໄຂອຸປະສັກໃນການເຂົ້າເຖິງຂໍ້ມູນ ແລະ ສ້າງແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ ໃຫ້ດີຂຶ້ນ.

ໃນທີ່ປະຊຸມ, ຕາງໜ້າໃຫ້ແກ່ບັນດາຂະແໜງການອອກໃບອະນຸຍາດໄດ້ແລກປ່ຽນສົນທະນາສະພາບຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງ ແລະ ສິ່ງທ້າທາຍທີ່ກະທົບຕໍ່ກັບຄວາມຄືບໜ້າຂອງການປັບປຸງ ຍ້ອນການລະບາດຂອງພະຍາດ COVID-19, ແລະ ການຊັບຊ້ອນພະນັກງານພາຍໃນອົງກອນ ເຊິ່ງເປັນບັນຫາຫຼັກທີ່ກະທົບຕໍ່ກັບການແລກປ່ຽນຂໍ້ມູນຂອງຂໍ້ມູນ. ຜູ້ເຂົ້າຮ່ວມກອງປະຊຸມເຫັນດີໃຫ້ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຕິດຕາມຄວາມຄືບໜ້າໃນການເກັບກຳຂໍ້ມູນເພື່ອຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະປັບປຸງເວັບໄຊ້ລະບົບຖານຂໍ້ມູນກ່ຽວກັບການຂໍອະນຸຍາດດຳເນີນທຸລະກິດ, ແລະ ປັບປຸງຄືນລາຍຊື່ຂອງຄະນະຮັບຜິດຊອບໃໝ່. ເວັບໄຊ້ລະບົບຖານຂໍ້ມູນກ່ຽວກັບການຂໍອະນຸຍາດດຳເນີນທຸລະກິດ ຈະໄດ້ມີການເປີດໂຕຢ່າງເປັນທາງການພາຍຫຼັງມີການອັບເດດຂໍ້ມູນທັງໝົດໃນໝໍ່ໆນີ້.

ໃນພິທີປິດກອງປະຊຸມ, ທ່ານ ອະພິສິດ ໄດ້ໃຫ້ເນັ້ນໜັກວ່າ ກົມທະບຽນຈະສືບຕໍ່ເຮັດວຽກຢ່າງໃກ້ຊິດຮ່ວມບັນດາຂະແໜງການ ທີ່ອອກໃບອະນຸຍາດ ດໍາເນີນທຸລະກິດເພື່ອເກັບກໍາບັນຊີກິດຈະການໃຫ້ສໍາເລັດ, ນໍາພາຈັດຝຶກອົບຮົມກ່ຽວກັບຄູ່ມືການອອກໃບອະນຸຍາດ ແລະ ວິທີການອອກໃບອະນຸຍາດ ດຳເນີນທຸລະກິດໂດຍອີງໃສ່ຄວາມສ່ຽງ, ແລະ ປະສານງານຢ່າງກົງໄປກົງມາກັບແຕ່ລະຂະແໜງການ ເພື່ອກຳນົດບຸລິມະສິດໃນການປັງປຸງ ໃບອະນຸຍາດຂອງແຕ່ລະຂະແໜງການ, ແລະ ສ້າງແຜນວຽກທີ່ມີຄວາມຊັດເຈນທີ່ຕ້ອງການການສະໜັບສະໜູນໃນຂັ້ນຕໍ່ໄປ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍ ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ, ລັດຖະບານ ອາເມຣິກາ ແລະ ທະນາຄານໂລກ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການ ປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games