ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໃຫ້ການສະໜັບສະໜຸນການຈັດກອງປະຊຸມ ຝຶກອົບຮົມຂັ້ນພື້ນຖານກ່ຽວກັບ ຊັບສິນທາງປັນຍາ ສຳລັບພາກລັດ ແລະ ທຸລະກິດ ໃນຂະແໜງການຫັດຖະກຳ.

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 19 ເມສາ 2022. ກົມຊັບສິນທາງປັນຍາ ແລະ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ໂດຍໄດ້ຮັບການສະໜັບສະໜູນ ຈາກໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ຈັດກອງປະຊຸມຝຶກອົບຮົມຂັ້ນພື້ນຖານກ່ຽວກັບ ຊັບສິນທາງປັນຍາ ສຳລັບພາກລັດ ແລະ ທຸລະກິດ ໃນຂະແໜງການຫັດຖະກຳ.

ການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ ເນັ້ນໜັກໃຫ້ຂໍ້ມູນແກ່ບັນດາທຸລະກິດຂະໜາດນ້ອຍ ແລະ ກາງໄດ້ມີຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບປະເພດຕ່າງໆ ຂອງສິດທິຊັບສິນທາງປັນຍາ ແລະ ການພິຈາລະນານໍາໃຊ້ຊັບສິນທາງປັນຍາເຂົ້າໃນຍຸດທະຍາດການດຳເນີນທຸລະກິດຂອງຕົນ.
ການຈັດກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄມເຄີ້ນ ລອນນິ່ງ, ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ. ນອກນັ້ນ, ຍັງມີບັນດາຜູ້ເຂົ້າຮ່ວມຫຼາຍກ່ວາ 40 ທ່ານ ຈາກຕາງໜ້າຂະແໜງການທີ່ກ່ຽວຂ້ອງຈາກພາກລັດ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ສູນວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ສະມາຄົມຫັດຖະກຳລາວ.

ຕໍ່ການຝຶກອົບຮົມດັ່ງກ່າວ, ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງ ອົງການ USAID ທີ່ໃຫ້ການຊ່ວຍເຫຼືອລາວໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ. ທ່ານໄດ້ກ່າວວ່າ: ການພັດທະນາອຸດສາຫະກຳ ແລະ ຫັດຖະກຳ ຢູ່ ສປປ ລາວ ເຮົາ ແມ່ນມີທ່າຂະຫຍາຍຕົວເທື່ອລະກ້າວ, ໂດຍສະເພາະ ການສ້າງຕັ້ງ ຫລື ເລີ່ມຕົ້ນເຮັດທຸລະກິດ ຂອງທຸລະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງອຸດສາຫະກຳ ແລະ ຫັດຖະກຳ. ການຄຳນຶງເຖິງຊັບສິນທາງປັນຍາຂອງຕົນ, ການສ້າງມູນຄ່າເພີ່ມ, ລວມທັງການສ້າງເຄື່ອງໝາຍການຄ້າຂອງຕົນນັ້ນ, ປະຈຸບັນຖືວ່າຍັງຢູ່ໃນລະດັບທີ່ໜ້ອຍຫຼາຍເພາະສະນັ້ນການນຳໃຊ້ຊັບສິນທາງປັນຍາຄື ກຸນແຈສຳຄັນຂອງການຂັບເຄື່ອນດັ່ງກ່າວ, ຍິ່່ງກວ່ານັ້ນ, ຍັງຈະເປັນຕົວສຳຄັນຂອງການເຮັດໃຫ້ເກີດການລົງທຶນ ແລະ ກິດຈະກຳທາງການຄ້າ ຈາກຕ່າງປະເທດອີກດ້ວຍ.

ໃນລະຫວ່າງການຝຶກອົບຮົມ, ບັນດາຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບສິດທິຊັບສິນທາງປັນຍາ ແລະ ຄວາມສໍາຄັນຂອງຊັບສິນທາງປັນຍາ. ນອກຈາກນັ້ນ, ໃນເວທີການສົນທະນາກັບ SMEs ຂະແໜງຫັດຖະກໍາກໍໄດ້ກ່າວເຖິງຜົນປະໂຫຍດຂອງ ຊັບສິນທາງປັນຍາ ແລະ ມູນຄ່າການລົງທະບຽນຂອງຊັບສິນທາງປັນຍາອີກດ້ວຍ.

ທ່ານ ໄມເຄີ້ນ ລອນນິ່ງ, ຜູ້ຕາງໜ້າ USAID ປະຈໍາລາວ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງລັດຖະບານສະຫະລັດອາເມລິກາທີ່ຈະໃຫ້ການສະໜັບສະໜູນ ສປປ ລາວ ໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ແກ້ໄຂຜົນກະທົບດ້ານເສດຖະກິດທີ່ເກີດຈາກການແຜ່ລະບາດຂອງພະຍາດ COVID-19. ທ່ານໄດ້ກ່າວວ່າ “ການເພີ່ມຄວາມຮັບຮູ້ດ້ານຊັບສິນທາງປັນຍາ ໃຫ້ແກ່ບັນດາວິສາຫະກິດ ຂະໜາດນ້ອຍ ແລະ ກາງໃນຂະແໜງຫັດຖະກຳ ຈະຊ່ວຍໃຫ້ເຂົາເຈົ້າມີທ່າແຮງໃນການແຂ່ງຂັນດ້ານການຕະຫຼາດ, ສົ່ງເສີມການປະດິດສ້າງ ແລະ ເສີມຂະຫຍາຍວຽກງານການຄ້າ”. ທ່ານຍັງກ່າວຕື່ມອີກວ່າ: “ຜະລິດຕະພັນຫັດຖະກຳລາວແມ່ນເປັນແຫຼ່ງລາຍຮັບອັນສຳຄັນຂອງແມ່ຍິງ ແລະ ຄອບຄົວ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ ແລະ ໄດ້ສະແດງໃຫ້ເຫັນເຖິງວັດທະນະທຳທີ່ເປັນເອກະລັກ ແລະ ຮີດຄອງປະເພນີອັນດີງາມຂອງຊາວລາວ.”

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID-LBE) ຊ່ວຍເຫຼືອລັດຖະບານລາວ ປັບປຸງສະພາບການລົງທຶນ ແລະ ການຄ້າ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ. ທີ່ຜ່ານມາ, ອົງການ USAID ໄດ້ສະໜັບສະໜູນລັດຖະບານລາວໃນການປັບປຸງກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ພັດທະນາເວັບໄຊຂອງຊັບສິນທາງປັນຍາ, ໃຫ້ບໍລິການ ແລະ ປົກປ້ອງທຸລະກິດລາວໃນທົ່ວປະເທດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games