USAID ໃຫ້ການສະໜັບສະໜຸນ ການຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວຽກງານການພັດທະນາ ການທ່ອງທ່ຽວແບບອະນຸລັກຂອງ ສປປ ລາວ ແລະ ເຜີຍແຜ່ ວຽກງານມາດຕະຖານເຮືອນພັກແຮມ (ASEAN Homestay Standard) ແລະ ການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມອາຊຽນ (ASEAN CBT Standard) ໃຫ້ແກ່ພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ

Published by NIU on

ນະຄອນປາກເຊ, ລະຫວ່າງວັນທີ 27-28 ເມສາ 2022. ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ຜ່ານໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE), ຈັດກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນວຽກງານການພັດທະນາ ການທ່ອງທ່ຽວແບບອະນຸລັກຂອງ ສປປ ລາວ ແລະ ເຜີຍແຜ່ວຽກງານມາດຕະຖານເຮືອນພັກແຮມ ແລະ ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ ໃຫ້ແກ່ພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ.

ໃນກອງປະຊຸມໄດ້ເນັ້ນໜັກຊຸກຍູ້ການປັບປຸງນະໂຍບາຍເພື່ອສະໜັບສະໜູນການພັດທະນາການທ່ອງທ່ຽວແບບອະນຸລັກ, ພ້ອມທັງຮຽນຮູ້ເຖິງບັນຫາ ແລະ ສິ່ງທ້າທາຍທີ່ພາກທຸລະກິດກໍາລັງພົບພໍ້ໃນການສົ່ງເສີມຜະລິດຕະພັນທ້ອງຖິ່ນແບບອະນຸລັກ ແລະ ກິດຈະກຳຕ່າງໆໃນການພັດທະນາເສດຖະກິດໃຫ້ເຂົ້າກັບລະບົບເສດຖະກິດປົກກະຕິແບບໃໝ່ ທີ່ເປັນຜົນມາຈາກການແຜ່ລະບາດຂອງ COVID-19.

ກອງປະຊຸມຍັງໄດ້ຍົກໃຫ້ເຫັນບັນຫາຕົ້ນຕໍທີ່ພາກທຸລະກິດທ່ອງທ່ຽວພາຍໃນທ້ອງຖິ່ນທີ່ພົບພໍ້ເພື່ອປະຕິບັດຕາມມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ມາດຕະຖານເຮືອນພັກແຮມ, ພ້ອມທັງມາດຕະການແກ້ໄຂ.

ຜົນຮັບຂອງກອງປະຊຸມໃນຄັ້ງນີ້ຈະຖືກນຳໃຊ້ໃນການກຳນົດມາດຕະການທີ່ຊ່ວຍໃຫ້ບັນດາທຸລະກິດໃນຂະແໜງການທ່ອງທ່ຽວໃຫ້ສາມາດເຊື່ອມຕໍ່ກັບການທ່ອງທ່ຽວໃນລະດັບພາກພື້ນ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນໃຫ້ກັບຫົວໜ່ວຍທຸລະກິດດັ່ງກ່າວ.

ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ໂສມ ບຸດຕາກຸນ, ຮອງເຈົ້າແຂວງໆຈຳປາສັກ. ກອງປະຊຸມດັ່ງກ່າວຍັງໄດ້ຮັບກຽດເຂົ້າຮ່ວມໂດຍຫຼາຍພາກສ່ວນ ຫຼາຍກວ່າ 50 ທ່ານ, ເຊິ່ງຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳແຂວງຈຳປາສັກ, ສະມາຄົມທຸລະກິດທ່ອງທ່ຽວຂັ້ນທ້ອງຖິ່ນ ແລະ ບັນດານັກທຸລະກິດໃນຂະແໜງການທ່ອງທ່ຽວ.

ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເນັ້ນໜັກໃນບົດກ່າວເປີດກອງປະຊຸມໂດຍການສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງຕໍ່ເນື່ອງຂອງ ອົງການ USAID ທີ່ໃຫ້ການຊ່ວຍເຫຼືອລາວໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດ. ທ່ານໄດ້ກ່າວວ່າ: “ການທ່ອງທ່ຽວແບບອະນຸລັກ ມີບົດບາດສຳຄັນໃນການຊ່ວຍໃຫ້ຂະແໜງການທ່ອງທ່ຽວຟື້ນຕົວຈາກຜົນກະທົບທີ່ເກີດຈາກການລະບາດຂອງCOVID-19. ສະນັ້ນ,ຈຶ່ງມີຄວາມສໍາຄັນຢ່າງຍິ່ງທີ່ຈະປັບປຸງຄຸນນະພາບໃຫ້ສູງຂຶ້ນທຽບເທົ່າລະດັບພາກພື້ນ ແລະ ສາກົນຕາມທີ່ໄດ້ກໍານົດ ໃນແຜນພັດທະນາການທ່ອງທ່ຽວ 2021-2025 ແລະ ວິໄສທັດຮອດປີ 2030 ເພື່ອເຮັດໃຫ້ປະເທດລາວເປັນສະຖານທີ່ດຶງດູດນັກທ່ອງທ່ຽວ. ທ່ານກ່າວຕື່ມອີກວ່າ: “ກອງປະຊຸມໃນມື້ນີ້ເປັນການເປີດໂອກາດໃຫ້ພາກລັດ ແລະ ພາກທຸລະກິດໄດ້ປຶກສາຫາລື ກ່ຽວກັບບັນຫາໃນການຊຸກຍູ້ການປັບປຸງ ນະໂຍບາຍເພື່ອບັນລຸແຜນການພັດທະນາການທ່ອງທ່ຽວແບບອະນຸລັກ ແລະ ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ມາດຕະຖານເຮືອນພັກແຮມຂອງບັນດາພາກສ່ວນກ່ຽວຂ້ອງຂອງແຂວງຈຳປາສັກ”.

ທ່ານ ໂສມ ບຸດຕາກຸນ, ຮອງເຈົ້າແຂວງໆຈຳປາສັກ, ໃຫ້ຮູ້ວ່າ: “ການທ່ອງທ່ຽວ ຖືເປັນຂະແໜງການໜຶ່ງທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຈຳປາສັກ, ເຊິ່ງແຂວງຈໍາປາສັກນີ້ ມີທ່າໄດ້ປຽບໃນການພັດທະນາ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ”. ທ່ານຍັງກ່າວຕື່ມອີກວ່າ: ກອງປະຊຸມດັ່ງກ່າວຖືເປັນຂີດໝາຍສຳຄັນ ໃນການເພີ່ມທະວີການພັດທະນາການທ່ອງທ່ຽວແບບອະນຸລັກໃນ ສປປ ລາວ, ໂດຍສະເພາະແມ່ນຈະເພີ່ມຄວາມຮັບຮູ້ ໃຫ້ປະຊາຊົນທ້ອງຖິ່ນກ່ຽວກັບເງື່ອນໄຂ ແລະ ລະບຽບການທີ່ຈຳເປັນເພື່ອບັນລຸມາດຕະຖານການທ່ອງທ່ຽວແບບອະນຸລັກຂອງພາກພື້ນ. ດັ່ງນັ້ນ, ການປັບປຸງຄຸນນະພາບ ແລະ ການບໍລິການຂອງທຸລະກິດທ່ອງທ່ຽວພາຍໃນທ້ອງຖິ່ນໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດ, ປະກອບສ່ວນເພີ່ມລາຍຮັບ ແລະ ຍົກສູງຄຸນນະພາບຊີວິດໃຫ້ແກ່ວິສາຫະກິດ SMEs ຂອງ ແຂວງຈໍາປາສັກ ຈຶ່ງເປັນສິ່ງທີ່ສໍາຄັນ.

ທ່ານ ເມວວິນ ສະເປນສ, ຫົວໜ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID LBE), ໄດ້ກ່າວວ່າ: “ຂະແໜງການທ່ອງທ່ຽວມີບົດບາດສໍາຄັນຕໍ່ເສດຖະກິດຂອງລາວ. ການຂະຫຍາຍການທ່ອງທ່ຽວແບບອະນຸລັກ ແລະ ການປົກປັກຮັກສາມໍລະດົກວັດທະນະທໍາອັນດີງາມ, ລວມໄປເຖິງການປົກປັກຮັກສາ ສິ່ງແວດລ້ອມ, ເຊິ່ງຕ້ອງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນປະກອບສ່ວນຢ່າງຕັ້ງໜ້າ. ທ່ານຍັງກ່າວຕື່ມອີກວ່າ: “ການສ້າງຄວາມເຂົ້າໃຈ ແລະ ການບັນລຸມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ມາດຕະຖານເຮືອນພັກແຮມ ໄດ້ປະກອບສ່ວນເຂົ້າໃນການພັດທະນາ ການທ່ອງທ່ຽວແບບອະນຸລັກ ແລະ ເປີດໂອກາດໃຫ້ປະຊາຊົນທ້ອງຖິ່ນສາມາດເຂົ້າຮ່ວມໄດ້ໂດຍກົງ, ເຊິ່ງຈະສາມາດນຳລາຍໄດ້ລົງສູ່ຮາກຖານ ແລະ ຮັບປະກັນລາຍຮັບຈາກການທ່ອງທ່ຽວໃຫ້ກວ້າງຂວາງທົ່ວຊຸມຊົນກໍຄືທົ່ວປະເທດລາວ.

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID Laos) ຊ່ວຍເຫຼືອລັດຖະບານລາວ ປັບປຸງສະພາບການລົງທຶນ ແລະ ການຄ້າ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games