ສປປ ລາວ ຊຸກຍູ້ການຄ້າແບບຍືນຍົງ, ສ້າງຄວາມຫຼາກຫຼາຍ ທາງດ້ານຕ່ອງໂສ້ມູນຄ່າ

Published by NIU on

(ນະຄອນຫຼວງວຽງຈັນ, 07 ກໍ​ລະ​ກົດ – ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ຮ່ວມກັບ ສູນການຄ້າສາກົນ (ITC) ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກ່ຽວກັບການສ້າງການຄ້າແບບຍືນຍົງ ແລະ ການສ້າງລະບົບຕ່ອງໂສ້ມູນຄ່າ ເພື່ອເພີ່ມຄວາມສາມາດທາງດ້ານການແຂ່ງຂັນລະຫວ່າງທຸລະກິດຂະໜາດນ້ອຍ. ໃນກອງປະຊຸບທົບທວນ ການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອວຽກງານດ້ານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ເພື່ອການເຊື່ອມໂຍງຂອງພາກພື້ນອາຊຽນ (ARISE Plus Lao PDR) ຄັ້ງທີ 6.

ຜູ້ເຂົ້າຮ່ວມໄດ້ຮູ້ເຖິງປະສິດທິຜົນຂອງໂຄງການ ແລະ ທ່າອ່ຽງໃນການສົ່ງເສີມນະໂຍບາຍ ແລະ ຄວາມຍືນຍົງທາງການເງິນ. ຍ້ອນແນວນັ້ນ, ໂຄງການດັ່ງກ່າວຈຶ່ງໄດ້ມີການຂະຫຍາຍເວລາ ແລະ ສືບຕໍ່ຮອດເດືອນທັນວາ 2023.

ໂຄງການ Arise Plus ປະຈຳ ສປປ ລາວ ມີຈຸດປະສົງເພື່ອປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດຂອງລາວ ຜ່ານການສ້າງຄວາມອາດສາມາດໃຫ້ແກ່ພະນັກງານຈາກພາກສ່ວນຕ່າງໆຂອງລັດຖະບານ, ສົ່ງເສີມໃຫ້ພາກລັດສາມາດພັດທະນາ ແລະ ຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍທີ່ສຳຄັນ, ພ້ອມດຽວກັນນັ້ນ ຍັງສ້າງໃຫ້ພາກເອກະຊົນມີທັກສະໃນການຜະລິດ ບັນດາ ຜະລິດຕະພັນທີ່ມີມູນຄ່າເພີ່ມ ແລະ ແນໃສ່ການສົ່ງອອກ.

ກອງປະຊຸມດັ່ງກ່າວໄດ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ຄົນຈາກ ພາກສ່ວນທີ່ກ່ຽວຂ້ອງ, ຄູ່ຮ່ວມງານ ແລະ ຜູ້ໃຫ້ທຶນເຂົ້າຮ່ວມ ເພື່ອສົນທະນາ, ຕິດຕາມຄວາມຄືບໜ້າຂອງໂຄງການໃນໄລຍະ 6 ເດືອນຕົ້ນປີ 2022 ແລະ ປຶກສາຫາລືກິດຈະກຳບຸລິມະສິດໃນໄລຍະທ້າຍປີ 2022.

ໃນລະຫວ່າງ ເດືອນມັງກອນ ຫາ ເດືອນມິຖຸນາທີ່ຜ່ານມາ, ໂຄງການໄດ້ໃຫ້ການຊ່ວຍເຫຼືອຈຸດສອບຖາມ ແລະ ໜ່ວຍງານແຈ້ງຂໍ້ມູນແຫ່ງຊາດ ທາງດ້ານສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ (TBT) ແລະ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ເພື່ອພັດທະນາລະບົບຂັ້ນຕອນການດຳເນີນງານ. ໃຫ້ການຝຶກອົບຮົມຜູ້ກວດກາຂອງກົມອາຫານ ແລະ ຢາ ເພື່ອປັບປຸງມາດຕະຖານດ້ານສູຂາອານາໄມ, ແລະ ການວິເຄາະອັນຕະລາຍ ແລະ ຈຸດຄວບຄຸມທີ່ສໍາຄັນ (HACCP). ຄຸຝຶກທາງດ້ານຄຸນນະພາບ 16 ທ່ານໄດ້ສຳເລັດການເຝີກອົບຮົມ 12 ຫຼັກສູດພາຍໃຕ້ໂຄງການ “ຜູ້ເປັນແບບຢ່າງດ້ານຄຸນນະພາບ” ແລະ ໄດ້ເລີ່ມລົງຝຶກງານຢູ່ 8 ບໍລິສັດ ແລະ ທຸລະກິດຂະໜາດນ້ອຍ ກ່ຽວກັບມາດຕະຖານຄຸນນະພາບ. ບໍລິສັດປຸງແຕ່ງໄມ້ໄດ້ຮັບການຝຶກອົບຮົມ ແລະ ການຝຶກສອນ. ຜູ້ປະກອບການທາງດ້ານກາເຟ ໄດ້ຮັບການຝຶກຈາກຫຼັກສູດຂອງສະມາຄົມກາເຟພິເສດໃນການປູກກາເຟປອດສານພິດ, ແລະ ທັກສະດ້ານການວິໄຈລົດຊາດພື້ນຖານຂອງກາເຟ.

ໃຫ້ກຽດເປັນປະທານໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮ່ວມກັບ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ທ່ານນາງ ອີນາ ມາຈູລີໂອນີແຕ ແລະ ທ່ານ ເຊີຈຸນ ຈຽງ, ຫົວໜ້າຫ້ອງການຂົງເຂດປະຈຳອາຊີ ແລະ ປາຊີຟິກ, ສູນການຄ້າສາກົນ.

ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: “ພວກເຮົາເຊື່ອໝັ້ນວ່າການຊ່ວຍເຫຼືອດ້ານວິຊາການຢ່າງເຕັມທີ່ ແລະ ມີປະສິດທິຜົນຂອງ ໂຄງການ ARISE Plus ສາມາດປະກອບສ່ວນໃນການຟື້ນຕົວທາງດ້ານເສດຖະກິດ ໂດຍການແກ້ໄຂປະກົດການຫຍໍ້ທໍ້ທາງການຄ້າ, ປັບປຸງສະພາບແວດລ້ອມທາງການຄ້າ ແລະ ການລົງທຶນ, ພ້ອມທັງສ້າງຄວາມເຂັ້ມແຂງດ້ານຕ່ອງໂສ້ການສະໜອງຂອງຂະແຫນງການເປົ້າຫມາຍເພື່ອເຮັດໃຫ້ພວກເຂົາມີຄວາມທົນທານຕໍ່ກັບໄພຕ່າງໆໃນອະນາຄົດ.”

ທ່ານນາງ Ina Marčiulionytė, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ສະຫະພາບເອີຣົບ ມີຄວາມພໍໃຈເປັນຢ່າງຍິ່ງກັບ ຜົນງານທີ່ເຫັນໄດ້ຊັດເຈນຂອງ ARISE Plus ສໍາລັບຂະແຫນງກາເຟ ແລະ ໄມ້ປຸງແຕ່ງ ເຊິ່ງຕອບສະໜອງໃຫ້ແກ່ຈຸດປະສົງໃນຍຸດທະສາດ ຂອງສະຫະພາບເອີຣົບ ປີ 2021-2025 ແລະ ວິໄສທັດຂອງພວກເຮົາໃນການຮ່ວມມືແບບໄດ້ຜົນປະໂຫຍດທັງສອງຝ່າຍກັບ ສປປ ລາວ. ໂຄງການດັ່ງກ່າວແມ່ນມີບົດບາດສຳຄັນທີ່ຈະຊ່ວຍໃຫ້ ສປປ ລາວ ໃຫ້ໄດ້ຮັບຜົນປະໂຫຍດທີ່ດີຂຶ້ນຈາກການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສັນຍາການຄ້າເຊັ່ນ ASEAN, RCEP, ແລະ EBA.”

ຂໍ້ມູນກ່ຽວກັບ ITC: ສູນການຄ້າສາກົນ (ຫຼື ITC) ແມ່ນອົງການຮ່ວມມືລະຫວ່າງ ອົງການການຄ້າໂລກ ແລະ ອົງການສະຫະປະຊາຊາດ (ສປຊ). ITC ໃຫ້ການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນການພັດທະນາ ແລະ ຫັນປ່ຽນເສດຖະກິດເຂົ້າໃນການແຂ່ງຂັນໃນຕະຫຼາດໂລກ, ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ພາຍໃນຂອບຂອງວາລະການຊ່ວຍເຫຼືອເພື່ອການຄ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ.

ເຂົ້າຊົມເວັບໄຊ ຂອງພວກເຮົາທີ່ www.intracen.org.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games