ກອງປະຊຸມຮັບຮອງບົດສຶກສາດ້ານບົດບາດຍິງ-ຊາຍ ເພື່ອຈໍາແນກຂໍ້ຈໍາກັດຕົ້ນຕໍທີ່ກະທົບຕໍ່ວິສາຫະກິດ ທີ່ນັກທຸລະກິດຍິງເປັນເຈົ້າຂອງ ແລະ ບໍລິຫານ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 12 ກໍລະກົດ 2022. ພາກ​ລັດ, ພາກ​ທຸ​ລະ​ກິດ ແລະ ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື ຜົນການຄົ້ນຄວ້າ ແລະ ຂໍ້ສະເໜີແນະ ຈາກບົດ​ສຶກ​ສາ​ດ້ານ​ບົດ​ບາດ​ຍິງ-ຊາຍ ເພື່ອຈໍາແນກຂໍ້ຈໍາກັດຕົ້ນຕໍທີ່ກະທົບຕໍ່ວິສາຫະກິດ ທີ່ນັກທຸລະກິດຍິງເປັນເຈົ້າຂອງ ແລະ ບໍລິຫານ ໃນ ສ​ປ​ປ ລາວ.

ກອງ​ປະ​ຊຸມ​ດັ່ງ​ກ່າວຈັດ​ຂື້ນ​ເປັນ​ເວ​ລາ​ເຄິ່ງມື້ ​ໂດຍກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ມີ​ຜູ້​ເຂົ້າຮ່ວມຫລາຍກວ່າ 80 ​ທ່ານ ​ຈາກ​ພາກ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ພາກ​ທຸ​ລະ​ກິດ ແລະ ບັນ​ດາ​ຄູ່​ຮວມ​ພັດ​ທະ​ນາ.

ໃນ​ກອງປະ​ຊຸມ, ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ​ປະ​ທານກອງ​ປະ​ຊຸມ, ໄດ້​ກ່າວ​ເຖິງ​ຄວາມ​ຈຳ​ເປັນ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ ເພື່ອສົ່ງ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ເສດ​ຖະ​ກິດ​ຂອງ​​ແມ່​ຍິງ ເນື່ອງ​ຈາກການ​ມີ​ສິດ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-​ຊາຍ​ ຈະ​ຊ່ວຍ​ສົ່ງ​ເສີມ​ໃຫ້​ມີ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ ແລະ ນຳ​ໄປ​ສູ່​​ຜົນ​ຂອງ​ການ​ພັດ​ທະ​ນາ​ທີ່​ດີ​ກ່​ວາ. ທ່ານ ລັດ​ຖະ​ມົນ​ຕີ, ໄດ້​ກ່າວ​ຕໍ່ວ່າ “ໃນ​ຕົວຈິງ, ອີງຕາມການສຶກສາຂອງ​ສາ​ກົນ ທີ່ກ່ຽວຂ້ອງກັບແມ່ຍິງ ແລະ ການພັດທະນາ ສະແດງໃຫ້ເຫັນວ່າ ການລົງທຶນໃສ່ ເພດຍິງ ແມ່ນໄດ້ຮັບຜົນຕອບແທນ ທີ່ສູງກວ່າ ການລົງທຶນໃສ່ເພດຊາຍ. ໂດຍລວມແລ້ວ, ເພດຍິງ ມີຄວາມສົນໃຈໃນການແບ່ງໝາກຜົນ ທາງດ້ານການສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆ ໃຫ້ບຸກຄົນອ້ອມຂ້າງ ບໍ່ວ່າຈະແມ່ນສະມາຊິກຄອບຄົວ ກໍ່ຄື ຊຸມຊົນໂດຍລວມ, ແລະ ປະສົບການຖອດຖອນ ຈາກຂະແໜງການເງິນຈຸລະພາກ ໄດ້ຢັ້ງຢືນໃຫ້ເຫັນວ່າ ເພດຍິງຈະເປັນຜູ້ແບ່ງປັນ ຜົນໄດ້ຮັບທາງດ້ານເສດຖະກິດໃຫ້ຜູ້ຄົນອ້ອມຂ້າງຫຼາຍກວ່າ”.

ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ, ຍັງໄດ້ເນັ້ນຕື່ມອີກວ່າ “ພວກເຮົາຄວນສຸມຄວາມພະຍາຍາມໃສ່ ບັນດາຂະແໜງການ ທີ່ເພດຍິງມີຄວາມສົນໃຈເປັນພິເສດ. ຕົວຢ່າງ: ຄັດເລຶອກເອົາບັນດາຂະແໜງທຸລະກິດເຊັ່ນ: ກະສິກຳ, ການຄ້າ ແລະ ຫັດຖະກຳ ທີ່ເພດຍິງມີສ່ວນຮ່ວມຫຼາຍໃນຖານະເປັນ ແຮງງານ ຫຼື ຜູ້ເປັນເຈົ້າຂອງ ແລະ ບໍລິຫານ ມາເປັນເປົ້າໝາຍຂອງການສົ່ງເສີມ. ສຳລັບຂະແໜງອຸດສາຫະກຳເຄື່ອງນຸ່ງຮົ່ມ ທີ່ມີແຮງງານເພດຍິງເປັນສ່ວນໃຫຍ່, ການຊ່ວຍເຫຼືອຂອງພວກເຮົາຄວນຈະສຸມໃສ່ການປັບປຸງປະສິດທິພາບຂອງແຮງງານ ແລະ ໃນຂະແໜງທຸລະກິດ ທີ່ມີເພດຍິງເປັນເຈົ້າຂອງ ອາດຈະເນັ້ນໜັກໃສ່ ການສົ່ງເສີມນາວະຕະກຳໃໝ່ ແລະ ການລົງທຶນ ເປັນຕົ້ນ”.

ໃນນາມປະທານຮ່ວມ, ທ່ານ ນາງ ຈັນ​ທະ​ຈອນ ວົງ​ໄຊ, ປະ​ທານ​ສະ​ມາ​ຄົມ ນັກ​ທຸ​ລະ​ກິດ​ຍິງລາວ ໄດ້ກ່າວ​ສະແດງຄວາມຊົມ​ເຊີຍ​ຕໍ່​​ລັດ​ຖະ​ບານ ໂດຍສະເພາະ​ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ  ທີ່ໄດ້ໃຫ້ການສະໜັບສະໜູນຂະບວນການສຶກສາວິໄຈດັ່ງກ່າວ ເພື່ອກຳນົດຂໍ້ຈຳກັດຕົ້ນຕໍ ທີ່ກະທົບຕໍ່ ວິສາຫະກິດ ເຊິ່ງຜູ້ຍິງເປັນເຈົ້າຂອງ ແລະ ບໍລິຫານ ຢູ່ ສປປ ລາວ.  ພ້ອມດຽວກັນ, ທ່ານ ນາງ ຈັນທະຈອນ, ຍັງໄດ້ແລກປ່ຽນ ບາງຂໍ້ຄິດເຫັນ ກ່ຽວກັບວິທີການເພື່ອສົ່ງເສີມໃຫ້ເພດຍິງສາມາດນຳໃຊ້ທ່າແຮງ ທັງໝົດທີ່ບົ່ມຊ້ອນໄວ້ເຂົ້າໃນການປະກອບທຸລະກິດ ໂດຍໄດ້ກ່າວວ່າ “ພວກເຮົາຈຳເປັນຕ້ອງມີການປ່ຽນແປງໃນສາມຂົງເຂດຕົ້ນຕໍຄື: 1) ປັບປຸງນະໂຍບາຍເສດຖະກິດ, 2) ປັບປຸງລະບຽບກົດໝາຍ ແລະ ອົງການຈັດຕັ້ງຕ່າງໆ, ແລະ 3) ປ່ຽນທັດສະນະຄະຕິ ແລະ ວັດທະນະທຳ.

ປະເດັນສຳຄັນ ແລະ ຂໍ້ສະຫລຸບ ຈາກບົດ​ສຶກ​ສາດ້ານບົດ​ບາດ​ຍິງ-ຊາຍເພື່ອກຳນົດຂໍ້ຈຳກັດຕົ້ນຕໍ ທີ່ກະທົບຕໍ່ ວິສາຫະກິດ ເຊິ່ງຜູ້ຍິງເປັນເຈົ້າຂອງ ແລະ ບໍລິຫານ ຢູ່ ສປປ ລາວ​ ທີ່ຮັບຮອງໃນຄັ້ງນີ້ ​ແມ່ນການ​ຮັບຮູ້ເຖິງຄວາມເປັນຈິງກ່ຽວກັບຄວາມສຳຄັນຂອງບົດບາດ ຍິງ-ຊາຍ ເຊິ່ງຖ້າ​ບໍ່ມີຄວາມ​ສະ​ເໝີ​ພາບ ແລະຂາດ​ເພດ​ຍິງ​ໃນ​ການ​ມີ​ສ່ວນ​ຮ່ວມ​ທາງເສດ​ຖະ​ກິດ ​ສາ​ມາດ​ສົ່ງ​ຜົນ​ໃນ​ທາງ​ລົບ​ຕໍ່​​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ແລະ ​ຮຽກຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຊ່ວຍແກ້ໄຂ​ບັນ​ດາ​ສິ່​ງ​ທ້າ​ທາຍ ແລະ ຂໍ້ຈຳກັດຕົ້ນຕໍ່ ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ວິ​ສາ​ຫະ​ກິດ​ທີ່​ນັກ​ທຸ​ລະ​ກິດ​ຍິງ​ເປັນ​ເຈົ້າ​ຂອງ ແລະ ບໍ​ລິ​ຫານ ໂດຍ​ການ​ສະ​ໜັບ​ສະ​ໜູນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດານ​ະ​ໂຍ​ບາຍ ທີ່ກ່ຽວຂ້ອງ​ ເພື່ອລົບລ້າງຂໍ້ຈຳກັດດັ່ງກ່າວ ແລະ ຫລຸດຜ່ອນຜົນ​ກະ​ທົບທາງລົບທີ່ອາດຈະເພີ່ມຂຶ້ນຈາກ​ ບັນດາກິດຈະກຳທາງ​ເສດ​ຖະ​ກິດ ຕໍ່ບົດບາດ​ຍິງ-ຊາຍ​.

ໃນຕອນທ້າຍຂອງກອງປະຊູມ, ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ໄດ້ໃຫ້ກຽດກ່າວປິດກອງປະຊຸມ ໂດຍເນັ້ນເຖິງຄວາມຕັ້ງໃຈ ແລະຄຳໝັ້ນສັນຍາ ຂອງລັດຖະບານ ໃນການເຊື່ອມສານວຽກງານບົດບາດ ຍິງ-ຊາຍ ເຂົ້າໃນທຸກໂຄງການຊ່ວຍເຫລືອດ້ານວິຊາການເພື່ອພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ລວມເຖິງບັນດາໂຄງການລົງທຶນຂອງລັດຖະບານ ແລະ ການຊຸກຍູ້ການຄຸ້ມຄອງຕິດຕາມບັນດາຕົວຊີ້ວັດທີ່ຕິດພັນກັບວຽກງານບົດບາດ ຍິງ-ຊາຍ ໃນທຸກໆໂຄງການເພື່ອການພັດທະນຳ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games