ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ (LBE) ຄັ້ງທີ 4

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 19 ກໍລະກົດ 2022, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 4 ຂຶ້ນ ທີ່ ໂຮງແຮມແລນມາກ.
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄມເຄິລ ຣອນນິ່ງ, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວ ຈັດຂຶ້ນແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະເດືອນມັງກອນ ເຖິງ ເດືອນມິຖຸນາ 2022 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກຂອງໂຄງການ ສຳລັບໄລຍະເດືອນກໍລະກົດ ເຖິງ ເດືອນທັນວາ 2022.

ໃນພິທີເປີດກອງປະຊຸມ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ “ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານສະຫະລັດອາເມລິກາ ແລະ ອົງການ USAID ສຳລັບຄໍາໝາຍໝັ້ນໃນການພັດທະນາຂະແໜງການຄ້າ ແລະ ເອກະຊົນ ຢູ່ ສປປ ລາວ, ໂດຍສະເພາະແມ່ນການຊ່ວຍເຫຼືອໂດຍຜ່ານໂຄງການ LBE”. ນອກຈາກນີ້, ທ່ານຍັງກ່າວຕື່ມອີກວ່າ: ເຖິງແມ່ນວ່າການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນຢ່າງຮ້າຍແຮງທົ່ວໂລກກໍຕາມ, ແຕ່ການຟື້ນຟູເສດຖະກິດ ກໍ່ໄດ້ກາຍເປັນໂອກາດໃນການທົບທວນຄືນວິທີການທີ່ຜ່ານມາ ໃນການສົ່ງເສີມບັນດາທຸລະກິດ ແລະ ຂະແໜງການຕ່າງໆ ທີ່ປະກອບສ່ວນຊ່ວຍໃນການຮັບມືກັບສິ່ງທ້າທ້າຍຕໍ່ການພັດທະນາ. ການຈັດຕັ້ງປະຕິບັດໂຄງການ LBE ມີຄວາມຄືບໜ້າເປັນຢ່າງດີ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນຂົງເຂດບູລິມະສິດຕໍ່ໄປນີ້:

  • ການປະກອບສ່ວນຂອງໂຄງການ LBE ໃນການສົ່ງເສີມການທ່ອງທ່ຽວແບບອະນຸລັກ ແລະ ການສ້າງຕັ້ງຄະນະກໍາມະການສົ່ງເສີມການທ່ອງທ່ຽວ ແມ່ນສອດຄ່ອງກັບຍຸດທະສາດການຂະຫຍາຍຕົວເຂດທ່ອງທ່ຽວສີຂຽວແຫ່ງຊາດ;
  • ການສະໜັບສະໜູນຂອງໂຄງການໃນຂະແໜງ ICT ທີ່ມີໃນປະຈຸບັນ ແລະ ແຜນງານໃນອະນາຄົດ ມີທ່າແຮງສຳຄັນໃນການສົ່ງເສີມທັກສະທີ່ຈຳເປັນ ແລະ ຊຸກຍູ້ບັນດາຫົວໜ່ວຍທຸລະກິດ ໂດຍສະເພາະໄວໜຸ່ມ;
  • ການສະໜັບສະໜູນໃນຂະແໜງຫັດຖະກໍາ ໄດ້ສົ່ງຜົນທີ່ເປັນຮູບປະທຳໃນການສົ່ງເສີມການສ້າງຄວາມເຂັ້ມແຂງທາງດ້ານທຸລະກິດໃຫ້ແກ່ແມ່ຍິງ ລວມທັງເປັນການສົ່ງເສີມການຟື້ນຕົວແບບຍືນຍົງ; ແລະ
  • ການສະໜັບສະໜູນ ການຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ, ການຊ່ວຍເຫຼືອທາງດ້ານເຕັກນິກ ແນໃສ່ປັບປຸງການແກ້ໄຂຂໍ້ຂັດແຍ່ງ ເພື່ອສະໜັບສະໜູນການດຳເນີນງານຂອງເສດຖະກິດຕະຫຼາດຢ່າງມີປະສິດທິພາບ ໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ຢູ່ ສປປ ລາວ ໂດຍລວມ.

ບົດລາຍງານຄວາມຄືບໜ້າ 6 ເດືອນຕົ້ນປີ 2022 ໃນການຈັດຕັ້ງປະຕິບັດແຜນວຽກປີທີ 3 ຂອງໂຄງການ LBE ແມ່ນໄດ້ຖືກນຳສະເໜີໂດຍ ບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງໂຄງການຄື: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສຳລັບອົງປະກອບ 1; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສຳລັບອົງປະກອບ 2; ແລະ ກົມນະໂຍບາຍການຄ້າຕ່າງປະເທດ ສໍາລັບອົງປະກອບທີ 3.

ທ່ານ ໄມເຄິລ ຣອນນິ່ງ, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍໍ່ບັນດາຈຸດປະສານງານ ຈາກລັດຖະບານ ແລະ ພາກທຸລະກິດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງຕໍ່ເນື່ອງ. ທ່ານກ່າວວ່າ: ລັດຖະບານສະຫະລັດອາເມລິກາ ໄດ້ສະໜັບສະໜູນຢ່າງຈິງຈັງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ຂອງ ສປປ ລາວ ແລະ ເປົ້າໝາຍຂອງໂຄງການ LBE ແມ່ນສອດຄ່ອງກັບບູລິມະສິດຂອງລັດຖະບານ ສປປ ລາວ.

ຜົນສຳເລັດອັນພົ້ນເດັ່ນຂອງໂຄງການ LBE ມາຮອດປັດຈຸບັນປະກອບມີ:

  • ການຈັດກອງປະຊຸມທຸລະກິດປະຈຳປີ ຄັ້ງທຳອິດ ຂອງແຂວງຈຳປາສັກ ໂດຍພະແນກອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຂວງຈໍາປາສັກ;
  • ໂຄງການ ໄດ້ສືບຕໍ່ປັບປຸງຄວາມສາມາດຂອງ SMEs ໃນຂະແໜງທ່ອງທ່ຽວ ແລະ ຫັດຖະກຳ ໂດຍການເສີມທັກສະດ້ານດິຈິຕອລ ເຊັ່ນ: ການຕະຫຼາດແບບເອເລັກໂທນິກ ແລະ ສົ່ງເສີມຄວາມຮັບຮູ້ ກ່ຽວກັບ ເຄື່ອງມື ແລະ ມາດຕະຖານທີ່ຈຳເປັນ ດ້ານຊັບສິນທາງປັນຍາ ແລະ ມາດຕະຖານເຮືອນພັກແຮມ ແລະ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ;
  • ການສະໜັບສະໜູນ ກະຊວງຍຸຕິທຳ ໃນການປັບປຸງດຳລັດ ວ່າດ້ວຍ ຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ ດຳລັດ ວ່າດ້ວຍ ຄ່າແຮງງານຂອງຜູ້ໄກ່ເກ່ຍ ແລະ ຜູ້ຕັດສິນ ຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກອງປະຊຸມລັດຖະບານ ເດືອນມີນາ 2022 ທີ່ຜ່ານມາ;
  • ການຮັບຮອງປຶ້ມຄູ່ມື ກ່ຽວກັບ ຈົດໝາຍເຫດທາງລັດຖະການ ເຊິ່ງຈະເປັນເຄື່ອງມືໃນການສົ່ງເສີມໃຫ້ເຈົ້າໜ້າທີ່ພາກລັດມີຄວາມເຂົ້າໃຈ ກ່ຽວກັບ ລະບົບຈົດໝາຍເຫດທາງລັດຖະການ; ຊຸກຍູ້ໃຫ້ອົງການທີ່ກ່ຽວຂ້ອງໃນການເຜີຍແຜ່ກົດໝາຍ; ແລະ ຊ່ວຍເພີ່ມຄວາມຮັບຮູ້ໃຫ້ SMEs ກ່ຽວກັບ ກົດໝາຍທີ່ກ່ຽວຂ້ອງຕໍ່ທຸລະກິດຂອງເຂົາເຈົ້າ.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ໄດ້ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການຍົກລະດັບຄວາມສາມາດ ດ້ານແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດຂອງປະເທດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games