ກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິບັດແຜນດຳເນີນງານ ຫົກເດືອນຕົ້ນປີ 2022 ແລະ ແຜນວຽກບູລິມະສິດ ຫົກເດືອນທ້າຍປີ 2022 ທີ່ຕິດພັນກັບຂະແໜງການ ຕາມຄໍາສັ່ງເລກທີ 02/ນຍ, 03/ນຍ

Published by NIU on

ວັນທີ 28 ກໍລະກົດ 2022, ກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດ ກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິບັດແຜນດຳເນີນງານປີ 2022 ຫົກເດືອນຕົ້ນປີ ແລະ ແຜນວຽກບູລິມະສິດ ຫົກເດືອນທ້າຍປີ 2022 ທີ່ຕິດພັນກັບຂະແໜງການ ຕາມຄໍາສັ່ງເລກທີ 02/ນຍ, 03/ນຍ, ວຽກງານບໍລິການການລົງທຶນປະຕູດຽວ ແລະ ບັນຊີກິດຈະການຄວບຄຸມ ທີ່ຕິດພັນກັບຂະແໜງການ ຕາມຄໍາສັ່ງເລກທີ 02/ນຍ ແລະ 03/ນຍ. ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມ ຕ່າງໜ້າຈາກຄະນະຮັບຜິດຊອບປັບປຸງຕົວຊີ້ວັດການດຳເນີນທຸລະກິດໃນ ສປປ ລາວ ຈາກ 7 ກະຊວງ, ສານປະຊາຊົນສູງສຸດ, ລັດວິສາຫະກິດ ໄຟຟ້າ ລາວ, ບໍລິສັດ ຂໍ້ມູນຂ່າວສານ ສິນເຊື່ອ ແຫ່ງ ສປປ ລາວ ແລະ ສຳນັກງານ ຄະນະກຳມະການຄຸ້ມຄອງຫລັກຊັບ, ຂະແໜງການທີ່ກ່ຽວຂ້ອງຈາກນະຄອນຫລວງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

ໃຫ້ກຽດເປັນປະທານໂດຍ ທ່ານ ຄໍາສາຍ ນັນທະວົງ, ຮອງຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງ ແຜນການ ແລະ ການລົງທຶນ ກ່າວຈຸດປະສົງ ຂອງກອງປະຊຸມ ແລະ ຮັບຟັງການລາຍງານ ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ແລະ 03/ນຍ ໃນໄລຍະ 6 ເດືອນຕົ້ນປີ 2022. ຜ່ານການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ແລະ 03/ນຍ ໃນໄລຍະຜ່ານມາ ເຫັນວ່າຫຼາຍຂະ ແໜງການໄດ້ເຮັດສໍາເລັດການປັບປຸງກົນໄກ, ບັນດາລະບຽບການ ແລະ ນິຕິກໍາຫຼາຍສະບັບ ຕາມຂອບເຂດສິດ ແລະ ໜ້າທີ່ໃນຄວາມຮັບຜິດຊອບ ຂອງຕົນເພື່ອຫຼຸດຂອດຂັ້ນ, ເວລາ ແລະ ຄ່າໃຊ້ຈ່າຍຕ່າງໆ ໃນການດໍາເນີນທຸລະກິດ ໃຫ້ມີຄວາມສະດວກງ່າຍດາຍຂຶ້ນກວ່າເກົ່າ. ຄ່ຽງຄູ່ກັນນັ້ນ, ວຽກງານການຫັນເປັນທັນສະໄໝ ເພື່ອປັບປຸງການເຊື່ອມຕໍ່ ການບໍລິການຜ່ານລະບົບເອເລັກໂຕຣນິກ ກໍ່ໄດ້ຮັບການເອົາໃຈໃສ່ ແລະ ມີຄວາມຄືບໜ້າສົມຄວນ.

ຄຽງຄູ່ກັບຜົນສໍາເລັດ, ກໍຍັງມີສິ່ງທ້າທ້າຍຫຼາຍຢ່າງ ທີ່ຕ້ອງໄດ້ຮ່ວມມືກັນເລັ່ງແກ້ໄຂ ແລະ ປັບປຸງ ໃຫ້ໄດ້ຕາມເປົ້າໝາຍ ແລະ ທິດຊີ້ນໍາ ຂອງລັດຖະບານ ໂດຍສະເພາະແຈ້ງການ ສະບັບເລກທີ 24/ຫສນຍ, ລົງວັນທີ 7 ມັງກອນ 2022 ກ່ຽວກັບການຈັດຕັ້ງຜັນຂະຫຍາຍຜົນ ຂອງກອງປະຊຸມພົບປະລະຫວ່າງພາກລັດຖະບານກັບພາກທຸລະກິດ ຄັ້ງວັນທີ 16-17 ທັນວາ ປີ 2021 ກ່ຽວກັບການປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດ ໂດຍມີທິດຊີ້ນໍາໃຫ້ປັບປຸງຄືນ ຄໍາສັ່ງ ເລກທີ 02/ນຍ ແລະ 03/ນຍ, ບັນດານິຕິກໍາ ແລະ ກົນໄກການປະສານງານ ລະຫວ່າງຂະແໜງການກ່ຽວຂ້ອງ ຂອງລັດໃຫ້ມີຄວາມສະດວກ, ວ່ອງໄວ, ມີປະສິດທິພາບ ແລະ ໃຫ້ມີລັກສະນະບຸກທະລຸແຮງກວ່າເກົ່າ. ເອົາໃຈໃສ່ ກວດກາຄືນ ຂັ້ນຕອນ, ເງື່ອນໄຂການປະກອບເອກະສານ ການຂໍອະນຸຍາດລົງທຶນໃດທີ່ເຫັນວ່າບໍ່ຈໍາເປັນໃຫ້ຕັດອອກ, ໃຫ້ມີການກໍານົດເວລາ ໃນການພິຈາລະນາ ໃຫ້ຊັດເຈນ ແລະ ມີການ ແບ່ງຄວາມຮັບຜິດຊອບແຕ່ລະພາກສ່ວນຢ່າງລະອຽດ.

ສຳລັບແຜນວຽກ 6 ເດືອນທ້າຍປີ 2022, ຕິດພັນກັບ ຄໍາສັ່ງເລກທີ 02/ນຍ ແມ່ນສືບຕໍ່ປະສານສົມທົບກັບຂະແໜງຈັດຕັ້ງປະຕິບັດ ບັນດາການປະຕິຮູບພາຍໃຕ້ຄໍາສັ່ງດັ່ງກ່າວໃຫ້ສໍາເລັດ, ນຳໃຊ້ຕົວຊີ້ວັດຜົນສຳເລັດ (KPI) ເຂົ້າໃນແຜນດຳເນີນງານ ຂອງແຕ່ລະຂະແໜງການ ລວມທັງສົ່ງເສີມວຽກງານເຜີຍແຜ່ຜົນການປະຕິຮູບ. ສຳລັບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 03/ນຍ, ສຸມໃສ່ ການປັບປຸງກົນໄກປະສານງານ, ການລາຍງານ, ແກ້ໄຂບັນຫາ ຂອງພາກທຸລະກິດໄດ້ຢ່າງທັນການ, ປັບປຸງແຜນດຳເນີນງານໃຫ້ມີຄວາມລະອຽດ, ປັບປຸງກົນໄກການບໍລິການ ການລົງທຶນປະຕູດຽວ ໃຫ້ມີຄວາມສອດຄ່ອງຕາມກົດໝາຍ ແລະ ນະໂຍບາຍ, ຄວາມວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ.

ໃນຕອນທ້າຍ ຂອງການປິດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບ ແຕ່ລະຂະແໜງການ ເອົາໃຈໃສ່ ແລະ ສືບຕໍ່ ຈັດຕັ້ງປະຕິບັດ ຕາມຄຳສັ່ງເລກທີ 02/ນຍ ແລະ 03/ນຍ. ເນື່ອງຈາກວ່າການປະຕິຮູບ ຫຼື ປັບປຸງວຽກງານໃດໜຶ່ງ ແມ່ນຕິດພັນກັບຫຼາຍຂະແໜງການ, ສິ່ງສໍາຄັນ ຕ້ອງໄດ້ມີ ການສືບຕໍ່ຮັດແໜ້ນກົນໄກການປະສານ, ການປຶກສາຫາລື ແລະ ລາຍງານສະພາບ/ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຢ່າງເປັນລະບົບ ແລະ ເປັນປະຈໍາ ເພື່ອໃຫ້ບັນຫາຄົງຄ້າງ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ ແລະ ທັນການ. ຮ່ວມກັນປັບປຸງ ແລະ ສ້າງແຜນກິດຈະກໍາໃຫ້ສອດຄ່ອງ ກັບສະພາບຄວາມການປ່ຽນແປງຕົວຈິງປັດຈຸບັນ, ແນ່ໃສ່ແກ້ໄຂສິ່ງກີດຂວາງທີ່ເປັນອຸປະສັກແກ່ການອະນຸ ຍາດການລົງທຶນ ແລະ ດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ສຳເລັດຕາມເປົ້າໝາຍ ແລະ ເປັນຮູບປະທໍາຂຶ້ນກວ່າເກົ່າ.

ປະທານກອງປະຊຸມກໍ່ໄດ້ກ່າວສະແດງຄວາມຂອບໃຈມາຍັງຄູ່ຮ່ວມພັດທະນາອົງການສາກົນ ທີ່ໃຫ້ການສະໜັບສະໜູນໂດຍໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ເປັນໂຄງການທີ່ຈັດຕັ້ງປະຕິບັດພາຍໃຕ້ ກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໂດຍໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games