ລິເລີ່ມດໍາເນີນການສຶກສາເວລາ ໃນການກວດປ່ອຍສິນຄ້າ (TRS) ປະຈຳປີ 2022 ຢູ່ ສປປ ລາວ

Published by NIU on

ໃນວັນທີ 10 ສິງຫາ 2022 ທີ່ ຫ້ອງປະຊຸມ ຊັ້ນ 03, ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ). ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ໃນນາມເປັນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດ “ກອງປະຊຸມລິເລີ່ມການດຳເນີນ ການສຶກສາເວລາໃນການກວດປ່ອຍສິນຄ້າ (Time Release Study: TRS) ຂອງ ສປປ ລາວ ປະຈຳປີ 2022” ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກບັນດາຂະແໜງການທີ່ກ່ຽວຂ້ອງ ຈໍານວນ 77 ທ່ານ (ລວມທັງເຊິ່ງໜ້າ ແລະ ທາງໄກ). ກອງປະຊຸມໃນຄັ້ງນີ້ໄດ້ຮັບທຶນສະໜັບສະໜູນຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

ວຽກງານການສຶກສາເວລາໃນການກວດປ່ອຍສິນຄ້າ ຫຼື Time Release Study (TRS) ແມ່ນວຽກບູລິມະສິດໜຶ່ງ ໃນການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ປີ 2017-2022 ແລະ ເປັນພັນທະທີ່ ສປປ ລາວ ມີຕໍ່ສັນຍາ ວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ (WTO-TFA). ພ້ອມນັ້ນ, ວຽກງານ TRS ຍັງນອນໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ປີ 2021-2023 ໂດຍສະເພາະວຽກງານຈຸດສຸມທີ 1 ຂໍ້ 1, ການປັບປຸງສະພາບແວດລ້ອມ ແລະ ການແກ້ໄຂຄວາມຫຍຸ້ງຍາກ ຂອງການດໍາເນີນທຸລະກິດ, ແລະ ອີງໃສ່ຄຳສັ່ງ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ ແມ່ນມອບໃຫ້ຂະແໜງການລັດທີ່ກ່ຽວຂ້ອງທົບທວນ ແລະ ປັບປຸງລະບຽບການ ແລະ ຂັ້ນຕອນໃນການອອກອະນຸຍາດ, ຢັ້ງຢືນສຳລັບການນຳເຂົ້າ ແລະ ສົ່ງອອກສິນຄ້າພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ກະທັດຮັດ ແລະ ວ່ອງໄວຂຶ້ນ ແນໃສ່ຫຼຸດເວລາໃຫ້ໄດ້ຢ່າງໜ້ອຍ 50% ພາຍໃນປີ 2022 ແລະ ກໍານົດໃຫ້ມີການດຳເນີນການສຶກສາເວລາ ໃນການກວດປ່ອຍສິນຄ້າ ເປັນແຕ່ລະໄລຍະ ແລະ ເຜີຍແຜ່ໃຫ້ສັງຄົມຮັບຊາບ ຢ່າງທົ່ວເຖິງ.

ຜ່ານມາ ກົມ ຂອ ໄດ້ສົມທົບກັບ ກົມພາສີ ແລະ ຂະແໜງການທີ່ກ່ຽວຂ້ອງ ສໍາເລັດ ແລະ ເຜີຍແຜ່ບົດສຶກສາ TRS ປະຈໍາປີ 2020 ຊຶ່ງຄັ້ງທໍາອິດທີ່ໄດ້ສຶກສາ 02 ຂອບເຂດວຽກ ຄື: (1) ເວລາໃນການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງຂະແໜງການທີ່ກ່ຽວຂ້ອງ ແລະ (2) ເວລາໃນການກວດປ່ອຍສິນຄ້ານໍາເຂົ້າ-ສົ່ງອອກ ຢູ່ດ່ານ. ເນື່ອງຈາກກ່ອນປີ 2020 ແມ່ນສຶກສາສະເພາະເວລາໃນການກວດປ່ອຍສິນຄ້າສິນຄ້ານໍາເຂົ້າ-ສົ່ງອອກ ຢູ່ດ່ານເທົ່ານັ້ນ. ການສຶກສາເວລາໃນການອອກອະນຸຍາດ, ຢັ້ງຢືນ ການນໍາເຂົ້າ-ສົ່ງອອກ ສິນຄ້າ ໃນປີ 2020 ແມ່ນສຶກສາສະເພາະແຕ່ຢູ່ຂັ້ນສູນກາງ ຊຶ່ງມີ 06 ກົມ ແລະ 12 ການອອກໃບອະນຸຍາດ ແລະ ຢັ້ງຢືນ.

ສ່ວນເວລາໃນການກວດປ່ອຍຢູ່ດ່ານ ແມ່ນ 10 ດ່ານ. ໃນປີນີ້, ແມ່ນຈະດໍາເນີນການສຶກສາ TRS ສໍາລັບປີ 2022 ຊຶ່ງຄາດວ່າຈະເລີ່ມໃນເດືອນ ສິງຫາ 2022 ເປັນຕົ້ນໄປ ແລະ ການສຶກສາຄັ້ງນີ້ພວກເຮົາຈະຂະຫຍາຍຂອບເຂດການສຶກສາເວລາໃນການອອກອະນຸຍາດນໍາເຂົ້າສິນຄ້າ ປະເພດ ຝຸ່ນ, ຢາປາບສັດຕູພືດ ແລະ ການອອກໃບຢັ້ງຢືນສຸຂານາໄມພືດສົ່ງອອກ ຂອງຂະແໜງປູກຝັງ ໂດຍສະເພາະຢູ່ 03 ແຂວງເປົ້າໝາຍ (ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ ແລະ ຈໍາປາສັກ) ລວມທັງເພີ່ມດ່ານເປົ້າໝາຍຕື່ມ ຈໍານວນ 04 ດ່ານ ຄື: ດ່ານສາກົນນໍ້າເງິນ, ດ່ານສາກົນປາງຫົກ, ດ່ານສາກົນສະໜາມບິນວັດໄຕ ແລະ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ.

ບັນດາດ່ານທີ່ຈະໄດ້ເຂົ້າຮ່ວມການສຶກສາ TRS ໃນຄັ້ງນີ້ ປະກອບມີ 14 ດ່ານສາກົນໃນຂອບເຂດທົ່ວປະເທດ ຄື: (1) ດ່ານພາສີສາກົນບໍ່ເຕັນ; (2) ດ່ານພາສີສາກົນຂົວມິດຕະພາບ 1; (3) ດ່ານພາສີສາກົນຂົວມິດຕະພາບ 2; (4) ດ່ານພາສີສາກົນຂົວມິດຕະພາບ 3; (5) ດ່ານພາສີສາກົນຂົວມິດຕະພາບ 4; (6) ດ່ານພາສີສາກົນນໍ້າເຫືອງ; (7) ດ່ານພາສີສາກົນນໍ້າເງິນ; (8) ດ່ານພາສີສາກົນປາງຫົກ; (9) ດ່ານພາສີສາກົນນໍ້າພາວ; (10) ດ່ານພາສີສາກົນນາເພົ້າ; (11) ດ່ານພາສີສາກົນແດນສະຫວັນ; (12) ດ່ານພາສີສາກົນວັງເຕົ່າ; (13) ດ່ານພາສີສາກົນສະໜາມບິນວັດໄຕ; ແລະ (14) ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ.

ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ສາມາດບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້. ໂດຍລວມແລ້ວທີ່ກອງປະຊຸມເຫັນດີເປັນເອກະພາບຕໍ່ກັບ ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສຶກສາເວລາໃນການກວດປ່ອຍສິນຄ້າ TRS ປະຈຳປີ 2022 ແລະ ເຫັນດີເປັນເອກະພາບ ຕໍ່ບົດນຳສະເໜີວິທີການດຳເນີນການສຶກສາເວລາໃນການກວດປ່ອຍສິນຄ້າ (TRS) ຂອງ ສປປ ລາວ ປະຈຳປີ 2022 ລວມທັງແຜນການຈັດຕັ້ງປະຕິບັດຂອງວຽກງານດັ່ງກ່າວໃນຕໍ່ໜ້າ. ພາຍຫຼັງກອງປະຊຸມສິ້ນສຸດ ກອງເລຂາຮັບຜິດຊອບກອງປະຊຸມຈະເຮັດບົດບັນທຶກກອງປະຊຸມ ແລະ ສົ່ງໃຫ້ຂະແໜງການກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການພິຈາລະນາຈັດຕັ້ງປະຕິບັດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games