ກອງປະຊຸມຕິດຕາມຄວາມຄືບໜ້າໂຄງການ ພາຍໃຕ້ EIF ຂອງຜູ້ໃຫ້ທຶນ, ທີ່ແຂວງອຸດົມໄຊ

Published by NIU on

ແຂວງອຸດົມໄຊ, ວັນທີ 6 ຕຸລາ 2022, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ທັງ 3 ແຂວງພາກເໜືອ ຄື: ຫຼວງນຳ້ທາ, ອຸດົມໄຊ ແລະ ຜົ້ງສາລີ ໄດ້ຕ້ອນຮັບການລົງພື້້ນທີ່ຕິດຕາມຄວາມຄືບໜ້າ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ ທີ່ ແຂວງອຸດົມໄຊ.

ກອງປະຊຸມປຶກສາຫາລືລະຫວ່າງຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ ໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານນາງ ແອນເນັດ ຊິມມູເວມບາ, ຮອງອຳນວຍການຂອງ EIF. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 37 ທ່ານ ຈາກຄະນະຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ, ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ພາກເອກະຊົນ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານສະພາບການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອທາງດ້ານການຄ້າຢູ່ ສປປ ລາວ ໃຫ້ກັບຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ, ແລກປ່ຽນບົດຮຽນ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ.

ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວຕ້ອນຮັບຄະນະຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ແລະ ເນັ້ນໜັກການນຳໃຊ້ການຊ່ວຍເຫຼືອຂອງ EIF ເຂົ້າໃນການສົ່ງເສີມການພັດທະນາທາງດ້ານການຄ້າ ແລະ ພາກທຸລະກິດ, ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ບຸລິມະສິດໃນພາຍພາກໜ້າ. ໂດຍສະເພາະແມ່ນ DTISs ທີ່ມີສ່ວນຊ່ວຍໃຫ້ບັນລຸ ການນຳໃຊ້ກົນໄກຄຸ້ມຄອງ ໂຄງການຊ່ວຍເຫຼືອ ທາງດ້ານການຄ້າ (NIFGS) ເທື່ອລະກ້າວ. ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນການນຳໃຊ້ແຜນງານ ຄຸ້ມຄອງໂຄງການຊ່ວຍເຫຼືອທາງດ້ານການຄ້າ ເຂົ້າໃນການລະດົມທຶນຊ່ວຍເຫຼືອ ຈາກບັນດາຄູ່ຮ່ວມພັດທະນາ ໃນໄລຍະການແຜ່ລະບາດ ໂຄວິດ – 19.

ທ່ານນາງ ແອນເນັດ ຊິມມູເວມບາ, ຮອງອຳນວຍການຂອງ EIF ໄດ້ເນັ້ນວ່າ ລາວເປັນປະເທດໜຶ່ງທີ່ມີຄວາມຄືບໜ້າໃນການພັດທະນາ ທາງດ້ານການຄ້າ ແລະ ເປັນແບບຢ່າງໃຫ້ກັບບັນດາປະເທດດ້ອຍພັດທະນາທັງ 26 ປະເທດທີ່ໄດ້ຮັບການຊ່ວຍເຫຼືອ. ໂຄງຮ່າງການຈັດຕັ້ງ ແລະ ລະບົບຄຸ້ມຄອງທີ່ມີປະສິດທິພາບ ໄດ້ສ້າງຜົນງານອັນດີເດັ່ນຫຼາຍຢ່າງໃນຊຸມປີຜ່ານມາ ເຊິ່ງໜຶ່ງໃນນັ້ນ ທີ່ສາມາດເຫັນໄດ້ຊັດເຈນກໍຄື ກົນໄກການຄຸ້ມຄອງ ແລະ ບໍລິຫານທຶນຊ່ວຍເຫຼືອໜຶ່ງດຽວ ທີ່ຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2008. ລາວ ເປັນໜຶ່ງໃນປະເທດຕົວແບບ ໃນການປະຕິບັດ ໂຄງການຕັ້ງແຕ່ປີ 2010, ໂດຍການສ້າງຕັັ້ງໜ່ວຍງານຄຸ້ມຄອງ ແລະ ການສ້າງຂີດຄວາມສາມາດ. ການຈັດຕັ້ງປະຕິບັດໂຄງການຂອງ EIF ຕະຫຼອດໄລຍະທີ 1 ແລະ ໄລຍະ 2 ໄດ້ສ້າງຜົນງານອັນດີເດັ່ນໃນການເພີ່ມທະວີການຫັນເປັນການຄ້າ ແລະ ຂີດຄວາມສາມາດທີ່ຕິດພັນກັບວຽກງານການຄ້າ. ສປປ ລາວ ໄດ້ສະແດງຜົນງານ ໃນການຄຸ້ມຄອງ ແລະ ປະສານງານວຽກງານການຊ່ວຍເຫຼືອ ທາງດ້ານການຄ້າຜ່ານໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU) ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ, ທີ່ສ້າງຕັ້ງຂຶ້ນໂດຍການຊ່ວຍເຫຼືອຂອງ EIF. ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນເພື່ອເພີ່ມທະວີຄວາມເຂົ້າໃຈຂອງບັນດາຜູ້ໃຫ້ທຶນຂອງ EIF ກ່ຽວກັບວຽກງານຂອງໂຄງການຢູ່ບັນດາປະເທດທີ່ໄດ້ຮັບທຶນຊ່ວຍເຫຼືອ.

ກອງປະຊຸມຍັງໄດ້ສຸມໃສ່ປຶກສາຫາລືກ່ຽວກັບ ຍຸດທະສາດຄວາມຍືນຍົງຂອງໂຄງການ ແລະ ການມີສ່ວນຮ່ວມຂອງແມ່ຍິງ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ.

ຍຸດທະສາດຄວາມຍືນຍົງໄດ້ກຳນົດໄວ້ຕັ້ງແຕ່ໄລຍະການອອກແບບໂຄງການເພື່ອຮັບປະກັນຄວາມຕໍ່ເນື່ອງຂອງກິດຈະກໍາ ພາຍຫຼັງປິດໂຄງການ. ການນຳໃຊ້ອົງກອນທ້ອງຖິ່ນທີ່ມີຄວາມເຂັ້ມແຂງ ແລະ ການສ້າງສາຍພົວພັນຄູ່ຮ່ວມມືລະຫວ່າງທຸລະກິດ ແລະ ຜູ້ຜະລິດທີ່ດີ ຈະເປັນເຄື່ອງມືທີ່ສຳຄັນເພື່ອຮັບປະກັນການຮ່ວມມືໃນໄລຍະຍາວ. ການມີສ່ວນຮ່ວມຂອງແມ່ຍິງຈາກເຂດຫ່າງໄກຊອກຫຼີກ ຈະຊ່ວຍສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຫຼຸດຜ່ອນຄວາມທຸກຍາກ.

ຮູບແບບການຈັດຕງປະຕິບັດໂຄງການດັ່ງກ່າວໄດ້ມີການເຜີຍແຜ່ໄປຍັງຫຼາຍໆບໍລິສັດ ແລະ ພາກສ່ວນເອກະຊົນໃນຂົງເຂດອື່ນໆ ສັງເກດເຫັນຈາກຈໍານວນຜູ້ທີ່ຕ້ອງເຂົ້າຮ່ວມໂຄງການເພີ່ມຂຶ້ນ ແລະ ຄາດວ່າຈະຂະຫຍາຍໃນວົງກວ້າງ.

ຜ່ານການແລກປ່ຽນປະສົບການຢ່າງຕັ້ງໜ້າຂອງບັນດາຜູ້ເຂົ້າຮ່ວມ, ບັນດາຂໍ້ສະເໜີແນະ, ບົດຮຽນ ແລະ ບຸລິມະສິດໄດ້ຮັບການຍົກອອກມາເພື່ອປຶກສາຫາລືເປັນຂໍ້ມູນໃນການປະຕິບັດໂຄງການຊ່ວຍເຫຼືອທາງດ້ານການຄ້າ ໃນຕໍ່ໜ້າ.

ກ່ອນປິດກອງປະຊຸມ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈມາຍັງບັນດາຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ທຸກພາກສ່ວນ ຊ່ວຍກັນຊອກຫາແຫຼ່ງທຶນ ເພື່ອມາສືບຕໍ່ຊ່ວຍເຫຼືອທັງ 3 ແຂວງ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ໂຄງການ ເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games