ພາກລັດ ແລະ ພາກທຸລະກິດ ໄດ້ປະເມີນຜົນການປັບປຸງ ສະພາບແວດລ້ອມ ການດໍາເນີນທຸລະກິດ ໃນປີ 2022 ແລະ ກໍານົດທິດທາງປັບປຸງ ສຳລັບປີ 2023 ຫາ 2024

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 27 ເດືອນມີນາ, 2023, ກອງປະຊຸມທຸລະກິດລາວ ຄັ້ງທີ 14 ໄດ້ຖືກຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ, ເພື່ອທົບທວນຄືນຜົນຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ແນໃສ່ປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນ ສປປ ລາວ.

ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການພັດທະນາພາກທຸລະກິດ ຕໍ່ການບັນລຸເປົ້າໝາຍການສົ່ງເສີມຄວາມຫຼາກຫຼາຍທາງເສດຖະກິດ, ການຟື້ນຕົວຂອງເສດຖະກິດ ຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19 ແລະ ການສ້າງເງື່ອນໄຂຫຼຸດພົ້ນ ຈາກສະຖານະພາບ ຂອງປະເທດດ້ອຍພັດທະນາກ່ອນ ປີ 2026. ທ່ານ ນາຍົກ ລັດຖະມົນຕີ ຍັງໄດ້ ກ່າວເຖິງຄຸນລັກສະນະພື້ນຖານ ຂອງບັນດາເສດຖະກິດ ທີ່ມີອັດຕາການເຕີບໂຕຂອງເສດຖະກິດທີ່ສູງ ແລະ ມີຄວາມຍືນຍົງ ເປັນຕົ້ນແມ່ນ ການມີນະໂຍບາຍເປີດກວ້າງຕໍ່ພາຍນອກ, ການມີສະຖຽນລະພາບດ້ານເສດຖະກິດມະຫາພາກ, ການມີແຜນພັດທະນາໄລຍະຍາວ ແລະ ອັດຕາການອອມທີ່ສູງ, ການຈັດສັນຊັບພະຍາກອນຕາມກົນໄກຂອງຕະຫຼາດ ແລະ ການມີພາກລັດທີ່ມີປະສິດທິພາບສູງ.

ຈຸດປະສົງຂອງກອງປະຊຸມທຸລະກິດລາວໃນຄັ້ງນີ້ ແມ່ນເພື່ອລາຍງານໝາກຜົນ ແລະ ຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຈາກກອງປະຊຸມທຸລະກິດລາວ ຄັ້ງທີ 13 ເປັນຕົ້ນມາ. ຜູ້ຕາງໜ້າຈາກພາກທຸລະກິດ ຍັງໄດ້ກ່າວຊົມເຊີຍຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງລັດຖະບານ ທີ່ມີຕໍ່ການປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດໃນປະເທດ.

ບັນດາຜົນສຳເລັດຕົ້ນຕໍໃນໄລຍະໜຶ່ງປີຜ່ານມາປະກອບມີ ການຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການເລີ້ມຕົ້ນການດຳເນີນທຸລະກິດ ສໍາລັບກິດຈະກໍາ ທີ່ບໍ່ນອນຢູ່ໃນບັນຊີຄວບຄຸມ, ການນຳໃຊ້ວິທີຄວບຄຸມຄວາມສ່ຽງ ໃນການອອກໃບອະນຸຍາດດຳເນີນທຸລະກິດ ໃນບາງຂະແໜງການ, ປັບປຸງການ ເຂົ້າເຖິງກົດໝາຍ ແລະ ລະບຽບການທີ່ພົວພັນກັບການຄ້າ ແລະ ການລົງທຶນ, ຄວາມພະຍາຍາມໃນການຈັດຕັ້ງປະຕິບັດ ບັນດາຂໍ້ຂໍ້ຜູກພັນ ທີ່ຕົກລົງໃນສົນທິສັນຍາການຄ້າ ສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ: ລະດັບພາກພື້ນ ແລະ ລະດັບສາກົນ ແລະ ການເພີ່ມທະວີຂີດຄວາມສາມາດໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນອຍ ແລະ ກາງ ຫຼື MSMEs.

ນັບແຕ່ ກອງປະຊຸມທຸລະກິດລາວ ຄັ້ງທີ 13 ເປັນຕົ້ນມາ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງຂອງພາກລັດ ໄດ້ກໍານົດຂໍ້ສະເໜີການແກ້ໄຂບັນຫາບູລິມະສິດ ທັງໝົດ 49 ຂໍ້ສະເໜີ, ເຊິ່ງຕິດພັນກັບຂົງເຂດຕ່າງໆເຊັ່ນ: ຂັ້ນຕອນການກໍ່ຕັ້ງທຸລະກິດ, ການອໍານວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງແຫຼ່ງທຶນ, ການບັງຄັບໃຊ້ກົດໝາຍ ແລະ ລະບຽບການ, ການສົ່ງເສີມການທ່ອງທ່ຽວ ທີ່ຍືນຍົງ ແລະ ການຜະລິດກະສິກໍາ, ເຊິ່ງ ມີ 21 ຂໍ້ສະເໜີ ທີ່ແກ້ໄຂໄດ້ແລ້ວ, 20 ຂໍ້ສະເໜີ ແມ່ນມີຄວາມຄືບໜ້າໃນການແກ້ໄຂ ແຕ່ຕ້ອງການເວລາເພີ່ມເຕີມ, ສ່ວນອີກ 08 ຂໍ້ສະເໜີ ແມ່ນບໍ່ສາມາດແກ້ໄຂໄດ້ ເນື່ອງຈາກມີຂໍ້ຈຳກັດ ທີ່ສົມເຫດສົມຜົນ.

ກອງປະຊຸມຍັງໄດ້ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ 20 ຂໍ້ສະເໜີບູລິມະສິດທີ່ຍັງຄົງຄ້າງ ພາຍໃນ 12 ເດືອນຕໍ່ໜ້າ.

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວໂອ້ລົມໃນຕອນທ້າຍຂອງກອງປະຊຸມ ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ທີ່ມີຕໍ່ການປັບປຸງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ມີປະສິດທິພາບຫຼາຍຂຶ້ນ ໂດຍຜ່ານມາດຕະການເພີ່ມທະວີ ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາ ທີ່ຕິດພັນກັບຕົ້ນທຶນ, ຄວາມສ່ຽງ ແລະ ອຸປະສັກ ທີ່ມີຕໍ່ການແຂ່ງຂັນຢ່າງຍຸຕິທຳລະຫວ່າງທຸລະກິດ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games