ພາກລັດ ແລະ ເອກະຊົນ ຮ່ວມປຶກສາຫາລື ເພື່ອສົ່ງເສີມການລົງທຶນ ໃນ ສປປ ລາວ

Published by NIU on

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນວັນທີ 21 ພະຈິກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21 ເຊິ່ງເປັນເວທີ ປຶກສາຫາລື ລະຫວ່າງ ພາກລັດ, ພາກທຸລະກີດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ.

ກອງປະຊຸມ ຄັ້ງທີ 21 ນີິ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ປະທານຮ່ວມຂອງ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັກຖະທູດ ສະຫະພາບ ເອີຣົບ ປະຈຳ ລາວ ແລະ ທ່ານນາງ ມິແຊວ ເອົ້າລໍ, ອຸປະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ໂດຍມີຜູ້ເຂົ້າຮ່ວມຫລາຍກວ່າ 80 ທ່ານ ຈາກກະຊວງ, ກົມກອງ ແລະ ພະແນກການຕ່າງໆ, ສະຖານທູດ, ອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມພັດທະນາ, ຜູ້ຕາງໜ້າຈາກພາກເອກະຊົນ ແລະ ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ.

ໃນພິທີກ່າວເປີດກອງປະຊຸມ, ທ່ານ ບຸນເຖິງ ດວງສະຫວັນ, ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນໃນການປັບປຸງສະພາບ ແວດລ້ອມການດຳເນີນທຸລະກິດ ທີ່ເອື້ອອຳນວຍ ໃຫ້ແກ່ການແກ້ໄຂຂໍ້ຫຍຸ້ງຍາກ ແບະ ສິ່ງທ້າທ້າຍ ດ້ານເສດຖະກິດມະຫາພາກ ຂອງ ສປປ ລາວ ໃນປະຈຸບັນ. ທ່ານ ບຸນເຖິງ ກ່າວວ່າ: ໃນຊຸມປີຜ່ານມາ, ພວກເຮົາໄດ້ຈັດຕັ້ງປະຕິບັດ

ການປັບປຸງໃນຫຼາຍດ້ານ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ທຸລະກິດ. ແຕ່ເຖິງຢ່າງໃດກໍ່ຕາມ ຍັງມີອີກຫຼາຍກິດຈະກຳ ທີ່ຕ້ອງໄດ້ຈັດຕັ້ງປະຕິບັດ ເພື່ອສົ່ງເສີມຄວາມຫລາກຫລາຍທາງເສດຖະກິດ ແລະ ຫຼຸດຜ່ອນການເອື່ອຍອີງໃສ່ ຂະແໜງຊັບພະຍາກອນທຳມະຊາດ ໃນການຂັບເຄື່ອນ ການເຕີບໂຕທາງດ້ານເສດຖະກິດ.
ທ່ານນາງ ເອົ້າລໍ ໄດ້ເນັ້ນໃຫ້ເຫັນການເພີ່ມທະວີການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ. ທ່ານນາງ ເອົ້າລໍ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນແນໃສ່ສົ່ງເສີມການຄ້າ ແລະ ການລົງທຶນຂອງເອກະຊົນ. ກອງປະຊຸມໃນມື້ນີ້ ແມ່ນມີຄວາມສຳຄັນຫຼາຍ ໃນການສະໜັບສະໜູນລັດຖະບານ ໃນການຂ້າມຜ່ານບັນດາສິ່ງທ້າທາຍ ທາງເສດຖະກິດ ແລະ ຫາຜົນປະໂຫຍດ ໃນໂອກາດໃໝ່ ເພື່ອກຽມພ້ອມໃນການເປັນປະທານອາຊຽນ ໃນປີ 2024. ສ. ອາເມລິກາ ແລະ ຄູ່ຮ່ວມພັດທະນາມີຄວາມມຸ່ງໝັ້ນ ທີ່ຈະສືບຕໍ່ ຮ່ວມມືຢ່າງໃກ້ຊິດກັບລັດຖະບານລາວ ເພື່ອຊ່ວຍເຫຼືອບັນດາທຸລະກິດພາຍໃນ ແລະ ຕ່າງປະເທດ ໃຫ້ປະສົບຜົນສຳເລັດ, ສ້າງວຽກເຮັດງານທຳ ແລະ ສືບຕໍ່ເສີມຂະຫຍາຍເສດຖະກິດລາວໃນອານາຄົດ.

ກອງປະຊຸມແບ່ງເປັນ 2 ພາກ ແລະ ປຶກສາຫາລື ທັງໝົດ 2 ຫົວຂໍ້ ຄື: 1) ການຂາດແຮງງານ ທີ່ມີວິຊາການສະເພາະດ້ານໃນຕະຫຼາດ ແຮງງານລາວ ໂດຍ ນັກເສດຖະສາດ, ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ, 2) ຜົນການສຶກສາ ແລະ ຂໍ້ສະເໜີແນະໂດຍລວມ ຈາກເອກະສານສະເໜີຄໍາເຫັນ ໂດຍຄະນະບໍລິຫານ ຈາກ ສະພາການການຄ້າເອີຣົບ ແລະ ຜົນການສຳຫລວດຮ່ວມ ຂອງສະພາການຄ້າຕ່າງປະເທດ ກ່ຽວກັບການລົງທຶນຕ່າງປະເທດ ໃນ ສປປ ລາວ ນຳສະເໜີໂດຍ ປະທານສະພາການຄ້າອົດສະຕາລີ. ພາກທີ 2 ເນັ້ນໃສ່ ການນຳສະເໜີກ່ຽວກັບ ຄວາມຄືບໜ້າໃນການປັບປຸງ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ບັນຊີຄວບຄຸມ ນຳສະເໜີໂດຍ ຮອງຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ແລະ ຄວາມຄືບໜ້າ ການປັບປຸງຂັ້ນຕອນການອອກອະນຸຍາດ ດຳເນີນທຸລະກິດ ນຳສະເໜີໂດຍ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຸດສາຫະກຳ ແລະ ການຄ້າ.

ກ່ອນປິດກອງປະຊຸມ, ທ່ານນາງ ອີນາ ມາຈູລໍນີແຕ ໄດ້ສະແດງຊົມເຊີຍຕໍ່ການສົນທະນາ ການປັບປຸງດ້ານນະໂຍບາຍຕ່າງໆ ທີ່ລັດຖະບານຈັດຕັ້ງປະຕິບັດຜ່ານມາ ເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບຽບ ແລະ ກົດໝາຍ ທີ່ມີຄວາມໂປ່ງໃສ ແລະ ສັກສິດ. ທ່ານນາງ ມາຈູລໍນີແຕ ຍັງກ່າວວ່າ ‘ໜ່ວຍງານຂະແໜງການຄ້າ ແລະ ພາກທຸລະກິດ ໄດ້ສ້າງໂອກາດໃຫ້ພວກເຮົາ ໄດ້ເຮັດວຽກຮ່ວມກັນ ຢ່າງມີປະສິດທິຜົນ ເພື່ອຊ່ວຍພວກເຮົາກຳນົດນະໂຍບາຍ ແລະ ຍຸດທະສາດ ການຊ່ວຍເຫລືອ ເພື່ອແກ້ໄຂອຸປະສັກທີ່ທຸລະກິດພົບພໍ້ ໂດຍຄຳນຶງເຖິງ ຄຳຄິດເຫັນຂອງທຸກພາກສ່ວນ ທີ່ກ່ຽວຂ້ອງ’.

ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ, ໄດ້ກ່າວປິດກອງປະຊຸມ ໂດຍການ ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງຜູ້ເຂົ້າຮ່ວມ ແລະ ໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງການຄ້າ ແລະ ພາກເອກະຊົນ. ທ່ານ ບຸນເຖິງ ຍັງກ່າວຕື່ມອີກວ່າ: ໂດຍລວມແລ້ວປະເທດຂອງພວກເຮົາ ໄດ້ປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດ ໃນຫລາຍດ້ານ ລວມທັງ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍວິສາຫະກິດ ສະບັບປັບປຸງ 2022, ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ລາວເຮົາໄດ້ຮັບຜົນປະໂຫຍດສູງສຸດຈາກການເຊື່ອມໂຍງກັບສາກົນ, ໂດຍສະເພາະໃນກອບປະຊາຄົມ ເສດຖະກິດອາຊຽນ, ພວກເຮົາຈຳເປັນທີ່ຕ້ອງໄດ້ຍົກສູງຂີດຄວາມສາມາດໃນການແຂ່ງຂັນລະດັບຊາດ ໂດຍການສຶບຕໍ່ເຊື່ອມໂຍງ ກັບເສດຖະກິດໃນລວງເລິກ, ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ ການຄ້າ ແລະ ການລົງທຶນ, ແລະ ການເພີ່ມຜະລິດຕະພາບຂອງທຸລະກິດລາວ.

ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານຂະແໜງການ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ. ບັນດາຜູ້ທີ່ເຂົ້າຮ່ວມໃນກອງປະຊຸມແມ່ນມາຈາກພາກລັດ, ຄູ່ຮ່ວມພັດທະນາ, ພາກທຸລະກິດ ແລະ ອົງການຈັດຕັ້ງສັງຄົມ. ສ່ວນໜ່ວຍງານຂະ ແໜງການອື່ນອີກ 9 ໜ່ວຍງານມີ: ສາທາລະນະສຸກ, ສຶກສາ, ການປົກຄອງ, ເສດຖະກິດມະຫາພາກ, ໂຄງລ່າງພື້ນ ຖານ, ການຄວບຄຸບບັນຫາຢາເສບຕິດ, ລະເບີດບໍ່ທັນແຕກ, ກະສິກໍາ ແລະ ພັດທະນາຊົນນະບົດ; ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games