ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ປະກາດການເພີ່ມການຊ່ວຍເຫຼືອໃຫ້ແກ່ບັນດາ SME ໃນກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດຂອງໂຄງການ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 7

Published by NIU on

ແຂວງສະຫວັນນະເຂດ, ວັນທີ 27 ພະຈິກ 2023, ໃນມື້ນີ້ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ໄດ້ປະກາດການເພີ່ມທຶນຈຳນວນ 2 ລ້ານໂດລາສະຫະລັດ ເພື່ອຂະຫຍາຍໄລຍະການຈັດຕັ້ງປະຕິບັດໂຄງການ LBE ລວມທັງ ຂະຫຍາຍກິດຈະກຳຂອງໂຄງການໄປຍັງແຂວງສະຫວັນນະເຂດ ເພື່ອຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດ ແລະ SME ລວມທັງ ສົ່ງເສີມການລົງທຶນຂອງພາກເອກະຊົນ ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ. ການປະກາດດັ່ງກ່າວ ໄດ້ເກີດຂຶ້ນໃນກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ 7 ຊຶ່ງຈັດໂດຍກະຊວງອຸດສາຫະກຳ ແລະ ການຄ້າ.
ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Michael Ronning, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະປີ 2023 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບປີ 2024.

ໃນໄລຍະປີ 2023, ໂຄງການ LBE ໄດ້ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ ແລະ ການພັດທະນາ ຢູ່ ສປປ ລາວ ໂດຍໄດ້ບັນລຸຜົນສຳເລັດອັນສໍາຄັນຢ່າງຫຼວງຫຼາຍ. ໃນນັ້ນ, ໂຄງການ ໄດ້ສຳເລັດການສ້າງກາໝາຍຫັດຖະກຳແຫ່ງຊາດລາວ ລວມທັງ ຄຳແນະນຳ ຊຶ່ງຖືກຮັບຮອງໂດຍຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ຄຳແນະນຳດັ່ງກ່າວ ຈະກາຍເປັນບ່ອນອີງພື້ນຖານໃນການສົ່ງເສີມ ຫັດຖະກຳລາວ. ນອກນັ້ນ, ໂຄງການ ຍັງໄດ້ທົດລອງ ແລະ ເລີ່ມການຈັດຝຶກອົບຮົມ ASEAN Mentorship for Entrepreneurs Network (AMEN) Program ຊຶ່ງໄດ້ໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອບັນດາ SME ຈຳນວນ 27 ຫົວໜ່ວຍທີ່ມີທ່າແຮງ. ໂຄງການ ຍັງໄດ້ສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ທຸລະກິດທ້ອງຖິ່ນ ໂດຍຜ່ານການເຜີຍແພ່ປຶ້ມຄູ່ມື ກ່ຽວກັບ ກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດຂັ້ນທ້ອງຖິ່ນ ແລະ ໃນທົ່ວປະເທດ. ນອກນີ້, ໂຄງການ ຍັງໄດ້ມີບົດບາດສຳຄັນໃນການປັບປຸງກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ ຊຶ່ງໄດ້ຍົກລະດັບນິຕິກຳປົກປ້ອງສິດທາງດ້ານຊັບສິນທາງປັນຍາ.

ໃນພິທີເປີດກອງປະຊຸມ, ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ “ໂຄງການ ສາມາດບັນລຸຄວາມຄືບໜ້າຢ່າງຫຼວງຫຼາຍ ໂດຍໄດ້ປະກອບສ່ວນສຳຄັນ ເຂົ້າໃນການຜັນຂະຫຍາຍແຜນບູລິມະສິດຂອງການພັດທະນາພາກເອກະຊົນ ລວມທັງ ສົ່ງເສີມຄວາມສາມາດໃນການແຂ່ງກັນຂອງ SME. ພ້ອມນັ້ນ, ກໍ່ສະແດງຄວາມຂອບໃຈມາຍັງ ລັດຖະບານສະຫະລັດອາເມລິກາ ແລະ USAID ຕໍ່ກັບຄວາມໝາຍໝັ້ນໃນການຊ່ວຍເຫຼືອ ແລະ ພັດທະນາດ້ານການຄ້າ ຢູ່ ສປປ ລາວ, ໂດຍສະເພາະ ການເພີ່ມທຶນຊ່ວຍເຫຼືອໂດຍຜ່ານໂຄງການ USAID LBE”.

ທ່ານ Michael Ronning ໄດ້ເນັ້ນໜັກເຖິງສາຍພົວພັນການຮ່ວມມືດ້ານເສດຖະກິດທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໂດຍໄດ້ກ່າວວ່າ “ໂຄງການ LBE ໄດ້ບັນລຸຜົນສຳເລັດຢ່າງຫຼວງຫຼາຍ ຊຶ່ງເປັນຜົນມາຈາກການສະໜັບສະໜູນ ຂອງກະຊວງ ອຄ ແລະ ບັນດາຄູ່ຮ່ວມມືທັງພາກລັດ ແລະ ເອກະຊົນ”. “ປີ 2024 ຈະເປັນປີທີ່ສຳຄັນຂອງໂຄງການ LBE ໃນການຈັດຕັ້ງປະຕິບັດກິດຈະກຳເພື່ອໃຫ້ບັນລຸໝາກຜົນທີ່ເປັນຮູບປະທຳ ແລະ ສຳຄັນ ໂດຍຜັນຂະຫຍາຍຈາກຜົນສຳເລັດໃນໄລຍະທີ່ຜ່ານມາ ລວມທັງ ບັນດາບູລິມະສິດຂອງພາກລັດ ແລະ ເອກະຊົນ.”

ບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນວຽກ ໃນໄລຍະປີ 2023 ຂອງໂຄງການ USAID LBE ໄດ້ຖືກນຳສະເໜີໂດຍ ບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງໂຄງການຄື: ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ແລະ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ. ນອກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີ ແຜນວຽກບູລິມະສິດຂອງໂຄງການ USAID LBE ສຳລັບປີ 2024.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 6 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດ ໃນການແຂ່ງຂັນໃຫ້ແກ່ພາກເອກະຊົນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games