ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE) ຄັ້ງທີ 8

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 6 ມິຖຸນາ 2024, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 8 ຂຶ້ນ ທີ່ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Cullen Hughes, ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະຕົ້ນປີ 2024 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບທ້າຍປີ 2024.

ນັບແຕ່ເລີ່ມຕົ້ນ, ໂຄງການ LBE ໄດ້ບັນລຸຜົນສຳເລັດອັນສໍາຄັນຢ່າງຫຼວງຫຼາຍ ຊຶ່ງໄດ້ປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດ ແລະ ການພັດທະນາຂອງ ສປປ ລາວ. ໃນນັ້ນ, ໂຄງການ ໄດ້ເປີດໂຕກາໝາຍຫັດຖະກຳແຫ່ງຊາດລາວ ລວມທັງ ຄຳແນະນຳ ຊຶ່ງກາໝາຍ ແລະ ຄຳແນະນຳດັ່ງກ່າວ ຈະກາຍເປັນບ່ອນອີງພື້ນຖານໃນການສົ່ງເສີມຫັດຖະກຳລາວ. ນອກນັ້ນ, ໂຄງການ ໄດ້ສຳເລັດການປັບປຸງເວັບໄຊຂອງສູນບໍລິການວິສະຫະກິດຂະໜາດນ້ອຍ ແລະ ກາງ (ສບວ) ເພື່ອໃຫ້ກາຍເປັນສູນຂໍ້ມູນທີ່ສຳຄັນ ສຳລັບ SME ເປັນຕົ້ນແມ່ນ ຂໍ້ມູນໃນການດຳເນີນທຸລະກິດ ແລະ ການເຂົ້າເຖິງແຫຼ່ງທຶນ. ໂຄງການ ຍັງໄດ້ສຳເລັດການຈັດກອງປະຊຸມທຸລະກິດປະຈຳປີ ຄັ້ງທີ 2 ຂອງແຂວງຈຳປາສັກ ຊຶ່ງໄດ້ສະແດງເຖິງຜົນສຳເລັດອັນສຳຄັນຂອງກົນໄກປຶກສາຫາລື ລະຫວ່າງ ພາກລັດ-ທຸລະກິດ ລວມທັງ ຍັງໄດ້ກຳນົດແຜນວຽກໃນການແກ້ໄຂບັນຫາຂອງພາກທຸລະກິດຂອງແຂວງ. ພ້ອມນັ້ນ, ໂຄງການ ຍັງໄດ້ສຳເລັດການຮ່າງແຜນຍຸດທະສາດ ສຳລັບ ການຫຼຸດພົ້ນອອກຈາກສະຖານະການເປັນປະເທດດ້ອຍພັດທະນາ: ແຜນວຽກດ້ານການຄ້າ ແລະ ຂົງເຂດທີ່ທີ່ຕິດພັດ 2024-2030.

ໃນພິທີເປີດກອງປະຊຸມ, ທ່ານ ປອ. ບົວວັນ ວິລະວົງ ໄດ້ກ່າວວ່າ “ໂຄງການ ສາມາດບັນລຸຄວາມຄືບໜ້າຢ່າງຫຼວງຫຼາຍ ໂດຍໄດ້ປະກອບສ່ວນສຳຄັນເຂົ້າໃນການຜັນຂະຫຍາຍແຜນບູລິມະສິດຂອງການພັດທະນາພາກເອກະຊົນ ລວມທັງ ສົ່ງເສີມຄວາມສາມາດໃນການແຂ່ງກັນຂອງ SME. ພ້ອມນັ້ນ, ກໍ່ສະແດງຄວາມຂອບໃຈມາຍັງ ລັດຖະບານສະຫະລັດອາເມລິກາ ແລະ USAID ຕໍ່ກັບຄວາມໝາຍໝັ້ນໃນການຊ່ວຍເຫຼືອ ແລະ ພັດທະນາດ້ານການຄ້າ ຢູ່ ສປປ ລາວ, ໂດຍສະເພາະ ການເພີ່ມທຶນຊ່ວຍເຫຼືອໂດຍຜ່ານໂຄງການ USAID LBE”.

ທ່ານ Cullen Hughes ໄດ້ຍົກໃຫ້ເຫັນຜົນສຳເລັດອັນສຳຄັນຂອງໂຄງການ ແລະ ມີຄວາມຍິນດີຕໍ່ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ກະຊວງ ອຄ ແລະ USAID ໂດຍໄດ້ກ່າວວ່າ “ໂຄງການ ໄດ້ບັນລຸໝາກຜົນຢ່າງຫຼວງຫຼາຍ ຊຶ່ງເປັນຜົນມາຈາກການຮ່ວມມື ແລະ ສະໜັບສະໜູນຢ່າງໃກ້ຊິດ ຈາກະຊວງ ອຄ ແລະ ບັນດາຄູ່ຮ່ວມຈັດຕັ້ງປະຕິບັດໂຄງການ ທັງພາກລັດ ແລະ ເອກະຊົນ”. ນອກນັ້ນ, ຍັງກ່າວວ່າ “ປີ 2024 ຍັງເປັນປີທີ່ສຳຄັນສຳລັບໂຄງການ ໃນການບັນລຸຜົນສຳເລັດທີ່ເປັນຮູບປະທຳ ເພື່ອຮັບປະກັນຄວາມຍືນຍົງຂອງບັນດາຜົນສຳເລັດເຫຼົ່ານັ້ນ”.

ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າໃນການຈັດຕັ້ງປະຕິບັດແຜນວຽກ​ ໃນໄລຍະຕົ້ນປີ 2024 ຂອງໂຄງການ USAID LBE ​ໄດ້ຖືກ​ນຳ​ສະ​ເໜີ​ໂດຍ ບັນດາກົມວິຊາການທີ່​ກ່ຽວຂ້ອງ ຂອງໂຄງການຄື: ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ແລະ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ. ນອກນັ້ນ, ກອງປະຊຸມ ກໍໄດ້ຮັບຟັງການນໍາສະເໜີແຜນວຽກບູລິມະສິດຂອງໂຄງການ USAID LBE ສຳລັບທ້າຍປີ 2024.

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ແມ່ນໂຄງການ 6 ປີ ທີ່ສະໜັບສະໜູນລັດຖະບານຂອງ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຄ້າ ແລະ ການລົງທຶນ ແລະ ການສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ແກ່ພາກເອກະຊົນ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games