ສປປ ລາວໄດ້ເປີດໂຕນຳໃຊ້ ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກເພື່ອສົ່ງເສີມການຄ້າ ໂດຍການຊ່ວຍເຫຼືອຈາກອົງການ USAID

Published by NIU on

ນະຄອນຫຼວງວຽງຈັນ, 31 ກໍລະກົດ 2024 – ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າຂ້າມແດນ ສຳລັບພາກທຸລະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID), ໄດ້ເປີດນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ທີ່ໄດ້ປັບປຸງໃໝ່.

ພິທີເປີດໂຕດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນາງ Heather Variava ເອກອັກຄະລັດທະທູດປະເທດສະຫະລັດອາເມລິກາປະຈໍາ ສປປ ລາວ. ພ້ອມດ້ວຍຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ຈາກພາກລັດ ແລະ ບໍລິສັດເອກະຊົນ ກໍໄດ້ເຂົ້າຮ່ວມໃນງານແບບເຊິ່ງໜ້າ ແລະ ທາງອອນລາຍ.

ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ທີ່ໄດ້ຮັບການປັບປຸງໃໝ່ນີ້ ເປັນວິທີ ທີ່ສະດວກຂຶ້ນສຳລັບພາກທຸລະກິດ ໃນການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ຈະຊ່ວຍໃຫ້ໄດ້ຮັບສິດທິພິເສດທາງດ້ານການຄ້າ ໂດຍປະຢັດເວລາ ແລະ ຄ່າໃຊ້ຈ່າຍ ອີງຕາມ ກົດລະບຽບ ຂອງ ສປປ ລາວ ແລະ ສາກົນ. ທ່ານສາມາດເຂົ້າສູ່ລະບົບໄດ້ທີ່ https://www.ecolao.gov.la

ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO) ຄຸ້ມຄອງໂດຍກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນການສະໜອງບໍລິການ ໃຫ້ແກ່ບັນດາທຸລະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາມາດຍື່ນຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຢ່າງເປັນທາງການໄດ້ທາງອອນລາຍ. ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ມີບົດບາດສຳຄັນ ສຳລັບການຄ້າລະຫວ່າງປະເທດ ເພາະວ່າ ສາມາດສະແດງຫຼັກຖານແຫຼ່ງກຳເນີດຂອງສິນຄ້າ ເຮັດໃຫ້ສິນຄ້າ ມີສິດທິ ໄດ້ຮັບການປະຕິບັດແບບພິເສດ ໃນການສົ່ງອອກສິນຄ້າຂ້າມແດນລະຫວ່າງປະເທດ.

ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ໄດ້ເນັ້ນໜັກເຖິງການສະໜັບສະໜູນ ຂອງ ອົງການ USAID ໃນການຮ່ວມພັດທະນາຍຸດທະສາດແຫ່ງຊາດ ເພື່ອປັບປຸງ ສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າຂ້າມແດນ. ທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ “ການເປີດນຳໃຊ້ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ ຖືເປັນບາດກ້າວສຳຄັນໃຫ້ແກ່ພາກທຸລະກິດຂອງລາວ. ການປັບປຸງຂັ້ນຕອນໃຫ້ມີຄວາມງ່າຍດາຍຂຶ້ນ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ເຂົ້າເຖິງຕະຫຼາດໃໝ່ໆ ແລະ ປະກອບສ່ວນເຂົ້າໃນການເຕີບໃຫຍ່ຂອງຂະແໜງການສົ່ງອອກຂອງພວກເຮົາ.”

ທ່ານນາງ Variava ເອກອັກຄະລັດທະທູດ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ສປປ ລາວ ໂດຍສະເພາະ ແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ສຳລັບຄວາມເປັນຜູ້ນຳ ໃນການສ້າງຄວາມສາມາດໃຫ້ແກ່ການແຂ່ງຂັນຂອງພາກທຸລະກິດ ຜ່ານການປັບປຸງ ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ (e-CO). “ລະບົບອອກໃບຍັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນຜົນຂອງຮ່ວມມືກັນ ຂອງປະເທດ ສະຫະລັດອາເມລິກາ ແລະ ສປປ ລາວ ໃນການສົ່ງເສີມສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງພາກທຸລະກິດຫຼາຍຂຶ້ນ,” ກ່າວໂດຍ ທ່ານ ເອກອັກຄະລັດທະທູດ Variava. ທ່ານຍັງໄດ້ກ່າວຕື່ມອີກວ່າ “ງານໃນມື້ນີ້ ແມ່ນການສະເຫຼີມສະຫຼອງຜົນສຳເລັດຂອງ ຄວາມພະຍາຍາມຮ່ວມກັນຂອງພວກເຮົາ ທັງເປັນການ ຮຽກຮ້ອງໃຫ້ທຸກພາກສ່ວນ ທັງພາກລັດ ແລະ ພາກເອກະຊົນ ນຳໃຊ້ລະບົບດັ່ງກ່າວນີ້ ເພື່ອເພີ້ມການເຊື່ອມໂຍງກັບຕະຫຼາດໃນພາກພື້ນ ແລະ ສາກົນ.”

ລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທາງເອເລັກໂຕຣນິກ ທີ່ໄດ້ຮັບການປັບປຸງໃໝ່ນີ້ ມີປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ ບັນດາທຸລະກິດຂອງລາວ ເຊິ່ງສາມາດຊ່ວຍໃຫ້ພາກທຸລະກິດ ສົ່ງອອກສິນຄ້າທີ່ເປັນໄປຕາມເງື່ອນໄຂນັ້ນ ສາມາດຈ່າຍພາສີໃນອັດຕາ ທີ່ໜ້ອຍລົງ ຫຼື ປອດພາສີ, ລະບົບນີ້ ຍັງຊ່ວຍເພີ່ມຂີດຄວາມສາມາດໃນການແຂ່ງຂັນໃນຕະຫຼາດໂລກ. ພ້ອມກັນນັ້ນ, ລະບົບດັ່ງກ່າວນີ້ ຍັງຊ່ວຍປັບປຸງຂັ້ນຕອນການຈ່າຍອາກອນໃຫ້ກະທັດຮັດຂຶ້ນ, ຫຼຸດຜ່ອນຄວາມຊັກຊ້າ ແລະ ຄ່າໃຊ້ຈ່າຍ ໃນການປະກອບເອກະສານຕ່າງໆ ເຊິ່ງຈະຊ່ວຍອຳນວຍຄວາມສະດວກໃນການເຄື່ອນຍ້າຍສິນຄ້າໃຫ້ໄວຂຶ້ນ ແລະ ສົ່ງເສີມໃຫ້ການຄ້າມີຄວາມສະດວກຂຶ້ນ. ໃນທີ່ສຸດ, ລະບົບດັ່ງກ່າວ ຈະຊ່ວຍເປີດໂອກາດໃໝ່ໆ ໃຫ້ແກ່ພາກທຸລະກິດ ສົ່ງຜົນໃຫ້ ມີການລົງທຶນເພີ່ມຂຶ້ນ, ສ້າງວຽກເຮັດງານທຳ ແລະ ມີຄວາມຈະເລີນກ້າວໜ້າທາງດ້ານເສດຖະກິດຂອງ ສປປ ລາວໂດຍລວມ.

ໃນຊຸມປີທີ່ຜ່ານມານີ້, ອົງການ USAID ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ຕໍ່ທຸລະກິດລາວ ໄດ້ຮ່ວມມືກັນຢ່າງໃກ້ສິດກັບ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການອຳນວຍຄວາມສະດວກດ້ານການຄ້າ ແລະ ສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃນການລົງທຶນ, ການຄ້າ ແລະ ຄວາມສາມາດດ້ານການແຂ່ງຂັນ ໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງ. ການຮ່ວມມືນີ້ ໄດ້ນຳໄປສູ່ ການພັດທະນາ ແລະ ແກ້ໄຂຂໍ້ຫຍຸ້ງຍາກດ້ານກົດລະບຽບ ແລະ ຂັ້ນຕອນ ຮວມທັງການປັບປຸງລະບົບອອນລາຍ ແລະ ເວັບໄຊຕ່າງໆ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games