ກອງປະຊຸມເຜີຍແພ່ ກາໝາຍຫັດຖະກຳແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ຜູ້ຜະລິດຫັດຖະກຳ ແລະ ສົ່ງເສີມການສົ່ງອອກ

Published by NIU on

ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການສະໜັບສະໜູນຈາກອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ໄດ້ຈັດຝຶກອົບຮົມກ່ຽວກັບກາໝາຍຫັດຖະກຳແຫ່ງຊາດ ແລະ ການສົ່ງອອກສິນຄ້າຫັດຖະກຳ ຢູ່ແຂວງສະຫວັນນະເຂດ ໃນວັນທີ 14 ແລະ ຈຳປາສັກ ໃນວັນທີ 16 ສິງຫາ 2024.

ກອງປະຊຸມຝືກອົບຮົມຢູ່ແຂວງ ສະຫວັນນະເຂດ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຈັນສະໝອນ ສີສະອາດ, ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ແລະ ທ່ານ ສີໂທ ໂທລະທາ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ສະຫວັນນະເຂດ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ທ່ານ ຈາກກຸ່ມຜະລິດ, ທຸລະກິດຫັດຖະກໍາ ແລະ ພາກລັດທີ່ກ່ຽວຂ້ອງຈາກຂັ້ນແຂວງ ແລະ ເມືອງ .

ພ້ອມດຽວກັນນັ້ນ, ກໍ່ໄດ້ສືບຕໍ່ຈັດກອງປະຊຸມຝືກອົບຮົມດັ່ງກ່າວທີ່ແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ຈັນສະໝອນ ສີສະອາດ ແລະ ປອ. ເພັດສາຄອນ ຄໍສີສະຫວັດ, ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ.

ກອງປະຊຸມໃນຄັ້ງນີ້ແມ່ນສືບຕໍ່ຈາກການເປີດການນຳໃຊ້ກາໝາຍຫັດຖະກຳແຫ່ງຊາດໃນເດືອນ ມີນາ 2024 ທີ່ຜ່ານມາ. ການຝຶກອົບຮົມຄັ້ງນີ້ແນໃສ່ເຜີຍແພ່ຂໍ້ມູນກ່ຽວກັບ ຄວາມໝາຍຄວາມສຳຄັນ ຂອງກາໝາຍຫັດຖະກຳແຫ່ງຊາດ, ຂັ້ນຕອນການຂໍອະນຸຍາດນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ ແລະ ການນໍາໃຊ້ກາໝາຍໃນການສື່ສານໂຄສະນາ ລວມທັງການເຂົ້າເຖິງຕະຫຼາດສາກົນເຊິ່ງ ຄວາມຮູ້ເຫຼົ່ານີ້ຈະຊ່ວຍສ້າງຄວາມສາມາດໃຫ້ພາກທຸລະກິດໃນຂະແໜງຫັດຖະກໍາ ສາມາດນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດເປັນເຄື່ອງມືທາງດ້ານການຕະຫຼາດ ໄດ້ຢ່າງມີປະສິດທິພາບ. ພ້ອມທັງ, ຍົກສູງຄວາມເຂົ້າໃຈຂອງວິຊາການຂັ້ນທ້ອງຖິ່ນ ກ່ຽວກັບຂັ້ນຕອນການຂໍອະນຸຍາດນຳໃຊ້ກາໝາຍຫັດຖະກຳແຫ່ງຊາດ.
ທ່ານ ຈັນສະໝອນ ສີສະອາດ, ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການຝຶກອົບຮົມນີ້ໂດຍກ່າວວ່າ: “ການຝຶກອົບຮົມຄັ້ງນີ້ເປັນເຄື່ອງມືຊ່ວຍໃຫ້ບັນດາຫົວໜ່ວຍທຸລະກິດໃນຂະແໜງ ຫັດຖະກຳຮັບຮູ້ ແລະ ເຂົ້າໃຈວ່າ ການນໍາໃຊ້ກາໝາຍຫັດຖະກຳແຫ່ງຊາດ ສາມາດເພີ່ມມູນຄ່າໃຫ້ແກ່ສິນຄ້າຫັດຖະກຳຂອງລາວ ເພື່ອສົ່ງເສີມການສົ່ງອອກສິນຄ້າຫັດຖະກຳລາວ ສູ່ຕະຫຼາດສາກົນ.”
ທ່ານ ປອ. ເພັດສາຄອນ ຄໍສີສະຫວັດ ກ່າວວ່າ: “ກາໝາຍຫັດຖະກຳແຫ່ງຊາດ ບໍ່ໄດ້ເປັນພຽງສັນຍາລັກໃດໜຶ່ງເທົ່ານັ້ນ, ແຕ່ຍັງເປັນໂຕຊ່ວຍຂັບເຄື່ອນການເຕີບໂຕດ້ານເສດຖະກິດອີກດ້ວຍ. ຍົກສູງຄຸນຄ່າສີມືຫັດຖະກຳ ແລະ ຄວາມເປັນເອກະລັກຂອງລາວ ສູ່ເວທີສາກົນນັ້ນ ຈະຊ່ວຍສ້າງໂອກາດໃນການສົ່ງອອກທີ່ເພີ່ມຂຶ້ນ, ສ້າງລາຍໄດ້ທີ່ຍືນຍົງ ແລະ ພັດທະນາຂະແໜງຫັດຖະກຳໃຫ້ມີຄວາມເຂັ້ມແຂງ.”
ກາໝາຍຫັດຖະກຳແຫ່ງຊາດ ຄາດວ່າຈະມີບົດບາດສໍາຄັນໃນການນຳສະເໜີມໍລະດົກວັດທະນະທໍາອັນໂດດເດັ່ນຂອງລາວຜ່ານເຄື່ອງຫັດຖະກໍາຂອງລາວ. ການສົ່ງເສີມສິນຄ້າຫັດຖະກໍາເຫຼົ່ານີ້ໃຫ້ທົ່ວໂລກໄດ້ຮັບຮູ້ ໂດຍການນຳໃຊ້ກາໝາຍຫັດຖະກຳແຫ່ງຊາດຈະສ້າງຄວາມຮັບຮູ້ກ່ຽວກັບວັດທະນະທໍາ ແລະ ສົ່ງເສີມການທ່ອງທ່ຽວ ຂອງ ສປປ ລາວ ເຊິ່ງຈະ ສົ່ງຜົນໄດ້ຮັບທາງບວກໃຫ້ແກ່ເສດຖະກິດໃນທ້ອງຖິ່ນອີີກດ້ວຍ.

ອົງການພັດທະນາສາກົນສະຫະລັດອາເມລິກາ, ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ອຳນວຍຕໍ່ທຸລະກິດລາວ (USAID LBE), ແມ່ນໃຫ້ການຊ່ວຍເຫຼືອລັດຖະບານແຫ່ງ ສປປ ລາວ ໃນການປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການຄ້າ ແລະ ເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ.

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games