ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ຕໍ່ທຸລະກິດລາວ (LBE) ຄັ້ງທີ 4

ນະຄອນຫຼວງວຽງຈັນ, ວັນທີ 19 ກໍລະກົດ 2022, ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຄັ້ງທີ 4 ຂຶ້ນ ທີ່ ໂຮງແຮມແລນມາກ.ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄມເຄິລ ຣອນນິ່ງ, ຜູ້ຕາງໜ້າອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວ ຈັດຂຶ້ນແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະເດືອນມັງກອນ ເຖິງ ເດືອນມິຖຸນາ 2022 ແລະ ປຶກສາຫາລື Read more…

USAID ໃຫ້ການສະໜັບສະໜຸນ ການຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນວຽກງານການພັດທະນາ ການທ່ອງທ່ຽວແບບອະນຸລັກຂອງ ສປປ ລາວ ແລະ ເຜີຍແຜ່ ວຽກງານມາດຕະຖານເຮືອນພັກແຮມ (ASEAN Homestay Standard) ແລະ ການທ່ອງທ່ຽວແບບປະຊາຊົນ ມີສ່ວນຮ່ວມອາຊຽນ (ASEAN CBT Standard) ໃຫ້ແກ່ພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ

ນະຄອນປາກເຊ, ລະຫວ່າງວັນທີ 27-28 ເມສາ 2022. ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ຜ່ານໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE), ຈັດກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນວຽກງານການພັດທະນາ ການທ່ອງທ່ຽວແບບອະນຸລັກຂອງ ສປປ ລາວ ແລະ ເຜີຍແຜ່ວຽກງານມາດຕະຖານເຮືອນພັກແຮມ ແລະ ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ ໃຫ້ແກ່ພາກສ່ວນກ່ຽວຂ້ອງຂັ້ນທ້ອງຖິ່ນ. ໃນກອງປະຊຸມໄດ້ເນັ້ນໜັກຊຸກຍູ້ການປັບປຸງນະໂຍບາຍເພື່ອສະໜັບສະໜູນການພັດທະນາການທ່ອງທ່ຽວແບບອະນຸລັກ, ພ້ອມທັງຮຽນຮູ້ເຖິງບັນຫາ ແລະ ສິ່ງທ້າທາຍທີ່ພາກທຸລະກິດກໍາລັງພົບພໍ້ໃນການສົ່ງເສີມຜະລິດຕະພັນທ້ອງຖິ່ນແບບອະນຸລັກ ແລະ ກິດຈະກຳຕ່າງໆໃນການພັດທະນາເສດຖະກິດໃຫ້ເຂົ້າກັບລະບົບເສດຖະກິດປົກກະຕິແບບໃໝ່ ທີ່ເປັນຜົນມາຈາກການແຜ່ລະບາດຂອງ COVID-19. ກອງປະຊຸມຍັງໄດ້ຍົກໃຫ້ເຫັນບັນຫາຕົ້ນຕໍທີ່ພາກທຸລະກິດທ່ອງທ່ຽວພາຍໃນທ້ອງຖິ່ນທີ່ພົບພໍ້ເພື່ອປະຕິບັດຕາມມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ແລະ ມາດຕະຖານເຮືອນພັກແຮມ, ພ້ອມທັງມາດຕະການແກ້ໄຂ. ຜົນຮັບຂອງກອງປະຊຸມໃນຄັ້ງນີ້ຈະຖືກນຳໃຊ້ໃນການກຳນົດມາດຕະການທີ່ຊ່ວຍໃຫ້ບັນດາທຸລະກິດໃນຂະແໜງການທ່ອງທ່ຽວໃຫ້ສາມາດເຊື່ອມຕໍ່ກັບການທ່ອງທ່ຽວໃນລະດັບພາກພື້ນ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນໃຫ້ກັບຫົວໜ່ວຍທຸລະກິດດັ່ງກ່າວ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ Read more…

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໃຫ້ການສະໜັບສະໜຸນການຈັດກອງປະຊຸມ ຝຶກອົບຮົມຂັ້ນພື້ນຖານກ່ຽວກັບ ຊັບສິນທາງປັນຍາ ສຳລັບພາກລັດ ແລະ ທຸລະກິດ ໃນຂະແໜງການຫັດຖະກຳ.

ນະຄອນຫຼວງວຽງຈັນ, ວັນທີ 19 ເມສາ 2022. ກົມຊັບສິນທາງປັນຍາ ແລະ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ໂດຍໄດ້ຮັບການສະໜັບສະໜູນ ຈາກໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ, ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ຈັດກອງປະຊຸມຝຶກອົບຮົມຂັ້ນພື້ນຖານກ່ຽວກັບ ຊັບສິນທາງປັນຍາ ສຳລັບພາກລັດ ແລະ ທຸລະກິດ ໃນຂະແໜງການຫັດຖະກຳ. ການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ ເນັ້ນໜັກໃຫ້ຂໍ້ມູນແກ່ບັນດາທຸລະກິດຂະໜາດນ້ອຍ ແລະ ກາງໄດ້ມີຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບປະເພດຕ່າງໆ ຂອງສິດທິຊັບສິນທາງປັນຍາ ແລະ ການພິຈາລະນານໍາໃຊ້ຊັບສິນທາງປັນຍາເຂົ້າໃນຍຸດທະຍາດການດຳເນີນທຸລະກິດຂອງຕົນ.ການຈັດກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ໄມເຄີ້ນ ລອນນິ່ງ, ຜູ້ຕາງໜ້າອົງການ USAID ປະຈໍາ ສປປ Read more…

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໃຫ້ການສະໜັບສະໜູນ ການຈັດກອງປະຊຸມ ແລກປ່ຽນສົນທະນາດ້ານນະໂຍບາຍ, ສິ່ງທ້າທາຍ ແລະ ກາລະໂອກາດໃນການພັດທະນາ ເສດຖະກິດຂັ້ນແຂວງ ຜ່ານເສັ້ນທາງລົດໄຟ ລາວ-ຈີນ.

ນະຄອນຫຼວງວຽງຈັນ, ວັນທີ 05 ເມສາ 2022. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID) ຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ, ໄດ້ຈັດກອງປະຊຸມແລກປ່ຽນສົນທະນາດ້ານນະໂຍບາຍຄັ້ງທຳອິດຂຶ້ນໃນສົກປີ 2022. ຫົວຂໍ້ຂອງການສົນທະນາໃນມື້ນີ້ແມ່ນແນໃສ່ສິ່ງທ້າທາຍ ແລະ ກາລະໂອກາດທີ່ຕິດພັນກັບ ເສັ້ນທາງລົດໄຟລາວ-ຈິນ, ເຊິ່ງເປັນຫົວຂໍ້ທີ່ສືບຕໍ່ຈາກກອງປະຊຸມສົນທະນາບັນຫານະໂຍບາຍຂອງປີທີ່ຜ່ານມາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ນາງ ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ຄູເລິນ ຮິວຊ໌, ຮອງຜູ້ຕາງໜ້າອົງການພັດທະນາສາກົນຂອງສະຫະລັດອາເມລິກາປະຈຳລາວ, ເຊິ່ງມີຜູ້ເຂົ້າຮ່ວມໃນທີ່ປະຊຸມຜ່ານລະບົບກອງປະຊຸມທາງໄກຫຼາຍກວ່າ 60 ທ່ານ ຈາກບັນດາພາກລັດ ແລະ ພາກເອກະຊົນຂອງແຂວງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງ ກະສິກຳ ແລະ ປ່າໄມ້, ພາກທຸລະກິດພ້ອມດ້ວຍສະຖາບັນການສຶກສາ. Read more…

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ສະໜັບໜູນການຈັດກອງປະຊຸມທຸລະກິດ ແຂວງຈຳປາສັກ ປະຈຳປີຄັ້ງທໍາອິດ

ວັນທີ 15 ມີນາ 2022, ນະຄອນປາກເຊ ແຂວງຈໍາປາສັກ. ສະພາການຄ້າ ແລະ ອຸດສາຫະກຳແຂວງຈຳປາສັກ (ສຄອ ຈສ) ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ (ຄອ) ແຂວງຈໍາປາສັກ ແລະ ຄະນະກໍາມະການອໍານວຍຄວາມສະດວກດ້ານການຄ້າແຂວງ ໄດ້ຈັດກອງປະຊຸມທຸລະກິດແຂວງຈຳປາສັກ ປະຈຳປີຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສົມບູນ ເຮືອງວົງສາ, ຮອງເຈົ້າແຂວງ ແຂວງຈຳປາສັກ, ເຊິ່ງກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍອົງການພັດທະນາສາກົນຂອງສະຫະລັດອາເມລິກາ ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID-LBE). ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເປັນເວທີໃຫ້ພາກລັດ ແລະ ພາກເອກະຊົນໄດ້ປຶກສາຫາລືກັນກ່ຽວກັບຄວາມຄືບໜ້າ ແລະ ສິ່ງທ້າທາຍໃນວຽກງານການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ບັນດາທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ຂອງແຂວງຈຳປາສັກ. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ ເຊິ່ງເປັນຜູ້ຕາງໜ້າຈາກພະແນກຕ່າງໆຂອງແຂວງຈຳປາສັກ, ບັນດາສະພາການຄ້າ ແລະ ອຸດສາຫະກຳຈາກ 4 ແຂວງພາກໃຕ້, ບັນດາຫົວໜ່ວຍທຸລະກິດ, Read more…

Follow by Email
Share