ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ 2021. ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານໂດຍທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 100 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບການຄ້າທັງໝົດພາຍໃນປີ 2020 ແລະ ປຶກສາຫາລືກັບບັນດາຜູ້ເຂົ້າຮ່ວມ ກອງປະຊຸມກ່ຽວກັບຂົງເຂດບູລິມະສິດກ່ຽວກັບແຜນການພັດທະນາດ້ານການຄ້າ ແລະ ພາກເອກະຊົນສໍາລັບປີ 2021.

ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມວ່າ: “ກອງປະຊຸມໃນມື້ນີ້ເປັນການນໍາສະເໜີທີ່ສໍາຄັນກ່ຽວກັບຄວາມຕັ້ງໃຈໃນການຮ່ວມມືຂອງພວກເຮົາຕໍ່ກັບການພັດທະນາດ້ານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ. ດັ່ງທີ່ທ່ານຮູ້ວ່າບົດບາດຫຼັກຂອງພາກເອກະຊົນ ໃນການພັດທະນາເສດຖະກິດ, ການສ້າງວຽກເຮັດງານທໍາ ແລະ ການຮັກສາຄວາມໝັ້ນຄົງພາຍໃນສັງຄົມ ເປັນທີ່ຮັບຮູ້ ແລະ ຍອມຮັບໂດຍລັດຖະບານເຮົາ ແລະ ສັງຄົມໃນວົງກວ້າງ. ການພັດທະນາພາກ ເອກະຊົນໃນມື້ນີ້ໄດ້ກາຍເປັນພາກສ່ວນທີ່ສໍາຄັນໃນວາລະການພັດທະນາແຫ່ງຊາດ, ລວມທັງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ສໍາລັບປີ 2021-2025”.

ຫຼັງຈາກການກ່າວເປີດກອງປະຊຸມໂດຍທ່ານນາງ ເຂັມມະນີ ພົນເສນາ, ກອງປະຊຸມໄດ້ດໍາເນີນຕາມວາລະໂດຍ ໃຫ້ແຕ່ລະໂຄງການນໍາສະເໜີຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນປີຜ່ານມາ ແລະ ແຜນຈັດຕັ້ງປະຕິບັດໃນປີ 2021, ເຊິ່ງເລີ່ມຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດຢູ່ ສປປ ລາວ (LBE) ນໍາສະເໜີໂດຍຜູ້ຕາງໜ້າຈາກ IBI. ຫຼັງຈາກນັ້ນ, ຜູ້ຕາງໜ້າຈາກ CBI ນໍາສະເໜີກ່ຽວກັບໂຄງການ Home Textile Coaching. ຕໍ່ມາ, ຜູ້ຕາງໜ້າຈາກກົມສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະ ກາງ ນໍາສະເໜີກ່ຽວກັບໂຄງການ SME Access to finance.

ກອງປະຊຸມພາກບ່າຍແມ່ນເລີ່ມຈາກຜູ້ຕາງໜ້າຈາກ ITC ນໍາສະເໜີກ່ຽວກັບໂຄງການ ARISE Plus. ຫຼັງຈາກນັ້ນ, ຜູ້ຕາງໜ້າຈາກກົມແຜນການ ແລະ ການຮ່ວມມືນໍາສະເໜີກ່ຽວກັບໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ແລະ ໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອຂອງ ສປປ ລາວ (EIF-ECL).

ທ່ານນາງເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າໄດ້ກ່າວປິດກອງປະຊຸມ ໂດຍການເນັ້ນໜັກກ່ຽວກັບບັນຫາການຈັດຕັ້ງປະຕິບັດໂຄງການ, ເຊັ່ນ: ການຕັ້ງເປົ້າໝາຍໃນການຈັດຕັ້ງປະຕິບັດໂຄງການຕາມທິດສະດີ SMART, ຄວາມຮັບຮູ້ກ່ຽວກັບການປ່ຽນແປງໃນເຂດພື້ນທີ່ຕ່າງໆ ແລະ ການຊົມໃຊ້ວິທີການທີ່ສາມາດດັດປັບ ໄດ້ໃຫ້ມີປະສິດທິພາບຫຼາຍທີ່ສຸດເຂົ້າໃນການຄຸ້ມຄອງໂຄງການ, ສືບຕໍ່ການຮ່ວມມືນໍາພາກເອກະຊົນ, ແຍກພາລະບົດບາດລະຫວ່າງພາກລັດ ແລະ ພາກເອກະຊົນໃຫ້ຊັດເຈນ ແລະ ຫຼີກລ້ຽງການຈັດຕັ້ງປະຕິບັດກິດຈະກໍາບໍ່ໃຫ້ທັບຊ້ອນກັນ. ກ່ອນກອງປະຊຸມຈະປິດລົງ, ທ່ານປະທານຍັງໄດ້ສະແດງຄວາມຂອບໃຈມາຍັງຜູ້ເຂົ້າຮ່ວມທຸກທ່ານທີ່ປະກອບສ່ວນເຂົ້າໃນການປະຊຸມ ກໍຄື ການສະໜັບສະໜູນໂຄງການຕ່າງໆທີ່ໄດ້ປຶກສາຫາລືໃນກອງປະຊຸມໃນຄັ້ງນີ້.

ກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ (PEC) ເປັນກອງປະຊຸມທີ່ຈັດຕັ້ງປະຕິບັດ ພາຍໃຕ້ການຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລືດ້ານການຄ້າລະຫວ່າງພາກລັດ ແລະ ພາກເອກະຊົນ (TPSWG). ເພື່ອໃຫ້ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບການການແຈ້ງ ການລະຫວ່າງວຽງຈັນ-ປາລີດສ ວ່າດ້ວຍ ປະສິດທິພາບໃນການໃຫ້ການຊ່ວຍເຫຼືອ, ຈຸດປະສົງຂອງກອງປະຊຸມ PEC ແມ່ນເພື່ອໃຫ້ຄໍາແນະນໍາກ່ຽວ ກັບການຈັດຕັ້ງປະຕິບັດໂຄງການ, ການປະສານງານ, ຄູ່ມືການຈັດຕັ້ງປະຕິບັດ ໂດຍອີງໃສ່ໂຄງການທີ່ກ່ຽວຂ້ອງກັບການຄ້າ ແລະ ໂຄງການຕ່າງໆໃນ ສປປ ລາວ. ນອກຈາກນີ້, ກອງປະຊຸມ PEC ຍັງເປັນເວທີໃນການແລກປ່ຽນຂໍ້ມູນຂ່າວສານຕ່າງໆກ່ຽວກັບການພັດທະນາ ແລະ ການຈັດຕັ້ງປະຕິບັດການການຊ່ວຍເຫຼືອທີ່ຕິດພັນກັບການຄ້າ ແລະ ການພັດທະນາພາກເອກະຊົນ, ຕາມແນວຄວາມຄິດຂອງໂຄງການ ການຄ້າເພື່ອການພັດທະນາ (T4D).

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games