ງານສະຫຼຸບໂຄງການ ARISE Plus ດ້ວຍຜົນສຳເລັດອັນໂດດເດັ່ນ, ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດໃນ ສປປ ລາວ

ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ສະຫະພາບເອີີຣົບ ປະຈຳ ສປປ ລາວ ແລະ ສູນການຄ້າສາກົນ (ITC) ໄດ້ສຳເລັດການສະຫລຸບຜົນການຈັດຕັ້ງປະຕິບັດຂອງໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE) Plus ທີ່ນະຄອນຫຼວງວຽງຈັນ. ແນໃສ່ສົ່ງເສີມການຂະຫຍາຍຕົວ ທາງດ້ານເສດຖະກິດທີ່ສົມດຸນ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສ້າງວຽກເຮັດງານທຳ. ໂຄງການດັ່ງກ່າວແມ່ນພາຍໃຕ້ ການສະໜັບສະໜູນດ້ານການເງິນຈາກສະຫະພາບເອີຣົບ. ໂຄງການ ARISE Plus ປະຈຳ ສປປ ລາວ ມີ 3 ຈຸດປະສົງຕົ້ນຕໍ ລວມມີ (1) ເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນ, (2) ເພີ່ມທະວີຄວາມຮັບຮູ້ກ່ຽວກັບສິດທິພິເສດທາງດ້ານການຄ້າສໍາລັບການສົ່ງອອກ, ແລະ (3) ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການ ສະຫນັບສະຫນູນສຳລັບຜູ້ປະກອບການ ແລະ ທຸລະກິດຂະໜາດນ້ອຍ. Read more…

ເສດຖະກິດລາວໄດ້ເພີ່ມທະວີ ການເຊື່ອມໂຍງເຂົ້າກັບຕ່ອງໂສ້ ການສະໜອງສາກົນ

(ນະຄອນປາກເຊ/ນະຄອນເຈນີວາ) – ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ປະຈຳ ສປປ ລາວ, ສູນການຄ້າສາກົນ (ITC) ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຕົ້າໂຮມກັນທີ່ນະຄອນປາກເຊ ເພື່ອທົບທວນຄວາມຄືບໜ້າ, ສິ່ງທ້າທາຍ ແລະ ກຳນົດແຜນໃນຕໍ່ໜ້າ ເພື່ອສະໜັບສະໜູນ ການເຊື່ອມໂຍງເສດຖະກິດລາວ ເຂົ້າໃນຕ່ອງໂສ້ການຜະລິດຂອງໂລກ ທີ່ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານດ້ານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ (ARISE Plus Lao PDR) ຄັ້ງທີ 7. ໂຄງການ Arise Plus ປະຈຳ ສປປ ລາວ ໄດ້ລິເລີ່ມໃນປີ 2019 ເພື່ອໃຫ້ການສະໜັບສະໜູນການເຊື່ອມໂຍງເສດຖະກິດ ເຂົ້າກັບຕະຫຼາດພາກພື້ນ ແລະ ຕ່ອງໂສ້ການຜະລິດສາກົນ, ຜ່ານການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ພາກລັດທີ່ກ່ຽວຂ້ອງ. ໃນກອງປະຊຸມຄັ້ງທີ່ຜ່ານມາໃນ Read more…

ກອງປະຊຸມ PRC ຄັ້ງທີ 5 ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ເປີດໂອກາດໃຫ້ຄູ່ຮ່ວມງານແລະ ທີມງານໂຄງການກໍານົດ ທິດທາງຂ້າງໜ້າສໍາລັບໂຄງການ ARISE Plus ໃນປີ 2022

ວັນທີ 30 ພະຈິກ 2021, ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຮ່ວມມກັບ ສູນການຄ້າສາກົນ (ITC), ໄດ້ຈັດກອງປະຊຸມຄະນະຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ARISE Plus ຄັ້ງທີ 5 ຂຶ້ນ ເພື່ອທົບທວນການຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລືກ່ຽວກັບແຜນບູລິມະສິດໃນການຈັດຕັ້ງປະຕິບັດໂຄງການໃນປີ 2022. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ເວັງຊັອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ສໍານັກງານ ຜູ້ຕາງໜ້າສະຫະພາບ ເອີຣົບ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ອົງການຈັດຕັ້ງສາກົນ, ສະຖາບັນ, ພາກເອກະຊົນ, ສູນການຄ້າສາກົນ ແລະ ຄູ່ຮ່ວມພັດທະນາ, ເຊິ່ງໄດ້ເຂົ້າຮ່ວມທີ່ໂຮງແຮມ ຄຣາວ Read more…

ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13

ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ 2021. ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ຄັ້ງທີ 13 ຂຶ້ນທີ່ໂຮງແຮມ ຄຣາວ ພຣາຊາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານໂດຍທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍບັນດາທ່ານຕາງໜ້າຈາກຄູ່ຮ່ວມພັດທະນາ, ຄະນະຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 100 ທ່ານ. ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບການຄ້າທັງໝົດພາຍໃນປີ 2020 ແລະ ປຶກສາຫາລືກັບບັນດາຜູ້ເຂົ້າຮ່ວມ ກອງປະຊຸມກ່ຽວກັບຂົງເຂດບູລິມະສິດກ່ຽວກັບແຜນການພັດທະນາດ້ານການຄ້າ ແລະ ພາກເອກະຊົນສໍາລັບປີ 2021. ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມວ່າ: “ກອງປະຊຸມໃນມື້ນີ້ເປັນການນໍາສະເໜີທີ່ສໍາຄັນກ່ຽວກັບຄວາມຕັ້ງໃຈໃນການຮ່ວມມືຂອງພວກເຮົາຕໍ່ກັບການພັດທະນາດ້ານການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ. ດັ່ງທີ່ທ່ານຮູ້ວ່າບົດບາດຫຼັກຂອງພາກເອກະຊົນ ໃນການພັດທະນາເສດຖະກິດ, ການສ້າງວຽກເຮັດງານທໍາ Read more…

ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸບທົບທວນ ການຈັດຕັ້ງປະຕິບັດໂຄງການ ARISE Plus Laos

ນະຄອນຫຼວງວຽງຈັນ, ໃນຕອນບ່າຍ ວັນທີ 10 ທັນວາ 2020. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ໂຄງການສະໜັບສະໜູນ ສປປ ລາວ ໃນການເຊື່ອມໂຍງພາກພື້ນອາຊຽນ (ARISE Plus) ທີ່ໂຮງແຮມ ແລນມາກ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ແລະ ທ່ານ ແວັງຊອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ຫ້ອງການສະຫະພາບເອີຣົບປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ຈາກກະຊວງຂະແໜງກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ສະມາຄົມທຸລະກິດ ແລະ ຕາງໜ້າຈາກປະເທດຄູ່ຮ່ວມພັດທະນາ ລວມທັງໝົດ ມີ 32 ທ່ານ. Read more…

Follow by Email
Share