ການເຂົ້າຮ່ວມລາຍງານຂອງພາກທຸລະກິດ ຕໍ່ກອງປະຊຸມລັດຖະບານ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 20 ມັງກອນ, 2022, ໃນວັນທີ 20 ມັງກອນ, 2022, ຕາງໜ້າໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ລາຍງານກ່ຽວກັບຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຢູ່ ສປປ ລາວ ຕໍ່ ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນ ມັງກອນ 2022, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ການລາຍງານຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຕໍ່ກອງປະຊຸມສະໄໝສາມັນຂອງລັດຖະບານໃນຄັ້ງນີ້ ເປັນບາດກ້າວອັນສໍາຄັນຢ່າງຍິ່ງຂອງການຮ່ວມມືກັນລະຫວ່າງພາກລັດ ແລະ ພາກທຸລະກິດ ແລະ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໃນ ສປປ ລາວ ໃຫ້ດີຂຶ້ນ, ເນື່ອງຈາກເປັນຄັ້ງທໍາອິດທີ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ເປີດໂອກາດໃຫ້ພາກທຸລະກິດ ລາຍງານກ່ຽວກັບອຸປະສັກໃນການດໍາເນີນທຸລະກິດໃນ ສປປ ລາວ ໂດຍກົງ ຕໍ່ກອງປະຊຸມລັດຖະບານ, ເຊິ່ງແມ່ນການປະຕິບັດຂໍ້ສະເໜີໃນການປັບ ປຸງກົນໄກຂອງກອງປະຊຸມທຸລະກິດລາວ ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະເໜີ ຫາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນທ້າຍປີ 2021, ແລະ ຜົນກອງປະຊຸມ ຄະນະລັດຖະບານ ພົບປະພາກທຸລະກິດ ຄັ້ງວັນທີ 16-17 ທັນວາ ປີ 2021. ຈຸດປະສົງການສະເໜີຂໍເຂົ້າຮ່ວມລາຍງານໃນກອງປະຊຸມລັດຖະບານ ແມ່ນເພື່ອເຮັດໃຫ້ບັນຫາບູລິມະສິດທີ່ບັນດາຜູ້ປະກອບການສະເໜີຜ່ານກອງປະຊຸມທຸລະກິດລາວ ແລະ ຂໍ້ສະເໜີເໜີຕ່າງຂອງພາກທຸລະກິດ ໄດ້ຮັບການປຶກສາຫາລື ແລະ ພິຈາລະນາແກ້ໄຂ ໃຫ້ຫຼາຍຂຶ້ນ. ພາຍຫຼັງທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຮັບການສະເໜີ ດັ່ງກ່າວ ກໍ່ໄດ້ອອກແຈ້ງການ ສະບັບ ເລກທີ 24/ຫສນຍ ລົງວັນທີ 07 ມັງກອນ 2022 ເຊິ່ງໄດ້ລະບຸ “ເຫັນດີໃຫ້ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ມີສ່ວນຮ່ວມໃນການປັບປຸງສະພາບແວດລ້ອມການລົງທຶນໃນຮູບການຕ່າງໆ ເພາະເປັນພາກສ່ວນຈັດຕັ້ງປະຕິບັດຕົວຈິງ, ແລະ ເຫັນດີໃຫ້ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ລາຍງານສະພາບການປະຕິບັດໜ້າທີ່ຂອງຕົນຕໍ່ກອງປະຊຸມລັດຖະບານສະໄໝສາມັນໃນແຕ່ລະເດືອນ”

Follow by Email
Share