ເສດຖະກິດລາວໄດ້ເພີ່ມທະວີ ການເຊື່ອມໂຍງເຂົ້າກັບຕ່ອງໂສ້ ການສະໜອງສາກົນ

Published by NIU on

(ນະຄອນປາກເຊ/ນະຄອນເຈນີວາ) – ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ປະຈຳ ສປປ ລາວ, ສູນການຄ້າສາກົນ (ITC) ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຕົ້າໂຮມກັນທີ່ນະຄອນປາກເຊ ເພື່ອທົບທວນຄວາມຄືບໜ້າ, ສິ່ງທ້າທາຍ ແລະ ກຳນົດແຜນໃນຕໍ່ໜ້າ ເພື່ອສະໜັບສະໜູນ ການເຊື່ອມໂຍງເສດຖະກິດລາວ ເຂົ້າໃນຕ່ອງໂສ້ການຜະລິດຂອງໂລກ ທີ່ກອງປະຊຸມທົບທວນ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອວຽກງານດ້ານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ (ARISE Plus Lao PDR) ຄັ້ງທີ 7.

ໂຄງການ Arise Plus ປະຈຳ ສປປ ລາວ ໄດ້ລິເລີ່ມໃນປີ 2019 ເພື່ອໃຫ້ການສະໜັບສະໜູນການເຊື່ອມໂຍງເສດຖະກິດ ເຂົ້າກັບຕະຫຼາດພາກພື້ນ ແລະ ຕ່ອງໂສ້ການຜະລິດສາກົນ, ຜ່ານການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ພາກລັດທີ່ກ່ຽວຂ້ອງ. ໃນກອງປະຊຸມຄັ້ງທີ່ຜ່ານມາໃນ ເດືອນກໍລະກົດ ປີ 2022, ສະຫະພາບເອີຣົບ ແລະ ພາກສ່ວນກ່ຽວຂ້ອງໄດ້ຮັບຮອງ ເອົາປະສິດທິຜົນຂອງໂຄງການ ແລະ ອະນຸມັດໃຫ້ໂຄງການຂະຫຍາຍເວລາອອກໄປ ຈົນຮອດເດືອນທັນວາ 2023.

ໃນປີ 2022, ໂຄງການດັ່ງກ່າວໄດ້ສະໜັບສະໜູນສ້າງຄວາມອາດສາມາດໃຫ້ແກ່ພະນັກງານຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ 1,125 ຄົນ (ຍິງ 365 ຄົນ). ພະນັກງານຈາກພາກສ່ວນລັດຖະບານ ຫຼາຍກວ່າ 50 ຄົນໄດ້ຮັບການຝຶກອົບຮົມໃນຫົວຂໍ້ກ່ຽວກັບການຄ້າ, ລວມທັງທ່າອ່ຽງຂອງສັນຍາການຄ້າເສລີ ແລະ ການຄ້າກ່ຽວກັບການບໍລິການ. ນອກຈາກນີ້, ມີ 12 ວິສາຫະກິດຂະໜາດນ້ອຍເຂົ້າຮ່ວມກິດຈະກຳປະມູນກາເຟ, ມີ 8 ບໍລິສັດໄດ້ຮັບການຝຶກອົບຮົບດ້ານການຄຸ້ມຄອງດ້ານຄຸນນະພາບບໍ່ເສຍຄ່າ, ແລະ 5 ບໍລິສັດປຸງແຕ່ງໄມ້ໄດ້ຮັບການຝຶກອົບຮົມກ່ຽວກັບການເຂົ້າເຖິງຕະຫຼາດ, ການຜະລິດ ແລະ ການເຂົ້າເຖິງໄມ້ທີ່ຖືກຕາມກົດໝາຍ.

ແຜນປະຕິບັດງານໃນປີ 2023 ຈະສຸມໃສ່ການສຳເລັດບັນດາກິດຈະກຳທີ່ພວມດຳເນີນຢູ່ ເປັນຕົ້ນແມ່ນໃຫ້ ສຳເລັດຊຸດເຄື່ອງມືໃນການເຈລະຈາດ້ານການຄ້າ ແລະ ແປປື້ມຄູ່ມືນະໂຍບາຍເຈລະຈາການຄ້າເປັນພາສາລາວ. ສືບຕໍ່ຍົກສູງຄວາມຮັບຮູ້ ແລະ ສ້າງຄວາມສາມາດໃນວຽກງານທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ສິດທິພິເສດທາງດ້ານການຄ້າຂອງ ສະຫະພາບເອີຣົບ ໃຫ້ແກ່ ສປປ ລາວ, ຜູ້ເປັນແບບຢ່າງດ້ານຄຸນນະພາບ, ສະຫນັບສະຫນູນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການ ກາເຟ ແລະ ປຸງແຕ່ງໄມ້.

ບົດກ່າວເປີດ

“ໃນໄລຍະເວລາທີ່ຍັງເຫຼືອຂອງໂຄງການນີ້ ເປັນເວລາທີ່ສຳຄັນເພື່ອຈັດຕັ້ງປະຕິບັດບັນດາແຜນງານພັດທະນາວຽກງານຕ່າງໆທີ່ໂຄງການໄດ້ເຮັດການຄົ້ນຄວ້າ, ວິໄຈ ນັບຕັ້ງແຕ່ໂຄງການລິເລີ່ມ ເພື່ອຮັບປະກັນໃຫ້ໄດ້ຮັບໝາກຜົນທີ່ເຫັນໄດ້ຊັດເຈນ ແລະ ເປັນຮູບປະທຳ ທາງດ້ານການເຂົ້າເຖິງຕະຫຼາດ, ການນຳໃຊ້ສິດທິພິເສດທາງການຄ້າ ແລະ ສ້າງຄວາມອາດສາມາດການສົ່ງອອກສິນຄ້າ ເປົ້າໝາຍດັ່ງກ່າວ.”

ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ສປປ ລາວ.

“ໃນຂະນະທີ່ພວກເຮົາກ້າວເຂົ້າໄປສູ່ປີສຸດທ້າຍຂອງໂຄງການ, ພວກເຮົາສຸມໃສ່ຜົນໄດ້ຮັບຫຼາຍກວ່າທີ່ຜ່ານມາ. ໃນກອງປະຊຸມຄັ້ງຜ່ານມາຂອງພວກເຮົາ, ທີມງານໂຄງການແມ່ນໄດ້ເຮັດວຽກກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ, ເຮັດໃຫ້ຫຼາຍພາກສ່ວນກ່ຽວຂ້ອງມີສ່ວນຮ່ວມຫຼາຍຂຶ້ນ, ແລະ ຈັດຕັ້ງປະຕິບັດຫຼາຍກວ່າ 30 ກິດຈະກໍາລະຫວ່າງເດືອນກໍລະກົດຫາເດືອນທັນວາ. ພວກເຮົາໄດ້ເອົາໃຈໃສ່ໃນການສ້າງໂອກາດການຮ່ວມກັບໂຄງການຊ່ວຍເຫຼືອທີ່ກ່ຽວຂ້ອງກັບການຄ້າອື່ນໆ ກໍຄື ບັນດາໂຄງການຕ່າງໆ ທີ່ຈັດກອງປະຊຸມ ທີ່ແຂວງ ຈໍາປາສັກ ໃນຄັ້ງນີ້”

ທ່ານ Xuejun Jiang, ຫົວຫນ້າຫ້ອງການພາກພື້ນ ປະຈຳອາຊີ ແລະ ປາຊິຟິກ, ສູນການຄ້າສາກົນ.

ຂໍ້ມູນກ່ຽວກັບກອງປະຊຸມ:

ກອງປະຊຸມໄດ້ເຊື້ອເຊີນພາກສ່ວນກ່ຽວຂ້ອງ ຈາກພາກລັດ ແລະ ພາກເອກະຊົນ ແລະ ຜູ້ໃຫ້ທຶນ ເຂົ້າຮ່ວມກວ່າ 50 ທ່ານ. ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ລັດຖະບານ ສປປ ລາວ ເຫັນໄດ້ວ່າໂຄງການ ARISE Plus ປະຈຳ ສປປ ລາວ ເປັນໂຄງການທີ່ສຳຄັນເພື່ອແກ້ໄຂສິ່ງທ້າທາຍດ້ານເສດຖະກິດມະຫາພາກ. ບັນດາຄູ່ຮ່ວມພັດທະນາ ໄດ້ເອົາໃຈໃສ່ປະສານສົມທົບຮ່ວມກັນ ໂດຍຜ່ານການປະຊຸມປຶກສາຫາລືຮ່ວມກັນຫຼາຍຂຶ້ນ.

ຂໍ້ມູນກ່ຽວກັບ ITC: ສູນການຄ້າສາກົນ (ຫຼື ITC) ແມ່ນອົງການຮ່ວມມືລະຫວ່າງ ອົງການການຄ້າໂລກ ແລະ ອົງການສະຫະປະຊາຊາດ (ສປຊ). ITC ໃຫ້ການຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນການພັດທະນາ ແລະ ຫັນປ່ຽນເສດຖະກິດເຂົ້າໃນການແຂ່ງຂັນໃນຕະຫຼາດໂລກ, ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ພາຍໃນຂອບຂອງວາລະການຊ່ວຍເຫຼືອເພື່ອການຄ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ.

ເຂົ້າຊົມເວັບໄຊ ຂອງພວກເຮົາທີ່ www.intracen.org.
ຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:
ທ່ານ ນາງ ໄກອຳພອນ ສິງຫາລາດ
ສູນການຄ້າສາກົນ
ທີ່ປຶກສາດ້ານວຽກງານສື່ສານ
E: Ksinghalath@intracen.org

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games