ສປປ ລາວ ປັບປຸງການຂໍອະນຸຍາດດຳເນີນທຸລະກິດດ້ານຂະແໜງການທ່ອງທ່ຽວໃຫ້ມີຄວາມງ່າຍດາຍຂຶ້ນ

Published by NIU on

ສປປ ລາວ ເປັນປະເທດທີ່ໄດ້ຮັບຄວາມນິຍົມສຳລັບນັກທ່ອງທ່ຽວ ຍ້ອນມີປະຫວັດສາດທີ່ຍາວນານ, ຮີດຄອງປະເພນີ ທີ່ເປັນເອກະລັກ ແລະ ທິວທັດທຳມະຊາດທີ່ສວຍງາມ. ທຸລະກິດການທ່ອງທ່ຽວເຊັ່ນ ໂຮງແຮມ, ບໍລິສັດທ່ອງທ່ຽວ ແລະ ຮ້ານອາຫານ ໄດ້ພິສູດໃຫ້ເຫັນແລ້ວວ່າ ສາມາດສ້າງລາຍຮັບໃຫ້ແກ່ປະເທດໃນໄລຍະຫຼາຍປີຜ່ານມາ. ຂະແໜງການທ່ອງທ່ຽວ ແມ່ນ ໜຶ່ງໃນສາມຂະແໜງການທີ່ສາມາດສ້າງລາຍໄດ້ສູງສຸດໃນປະເທດ ຮອງຈາກຂະແໜງບໍ່ແຮ່ ແລະ ພະລັງງານໄຟຟ້າ. ໃນປີ 2018 ສປປ ລາວ ສາມາດດຶງດູດນັກທ່ອງທ່ຽວໄດ້ເຖິງ 4.8 ລ້ານຄົນ ແລະ ສ້າງລາຍ ຮັບໄດ້ເຖິງ 935 ລ້ານໂດລາສະຫະລັດ. ມີການຄາດວ່າ ພາຍໃນປີ 2025 ຈະມີນັກທ່ອງທ່ຽວເດີນທາງເຂົ້າມາເຖິງ 5.8 ລ້ານຄົນ ເຊິ່ງສາມາດສ້າງລາຍຮັບໄດ້ເຖິງ 1.21 ຕື້ ໂດລາສະຫະລັດ. ອຸດສາຫະກຳການທ່ອງທ່ຽວຂອງລາວແມ່ນມີບົດບາດສຳຄັນຫຼາຍໃນການຂັບເຄື່ອນເສດຖະກິດໃຫ້ມີການ ເຕີບໂຕ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ຄົນ ທ້ອງຖິ່ນ. ດັ່ງນັ້ນ, ລະບຽບກົດໝາຍ ແລະ ຂໍ້ກຳນົດຕ່າງໆ ຈຶ່ງຕ້ອງໄດ້ຮັບການ ປັບປຸງເພື່ອເຮັດໃຫ້ ການດຳເນີນທຸລະ ກິດດ້ານຂະແໜງການທ່ອງທ່ຽວໃນປະເທດໄດ້ຮັບການອຳນວຍຄວາມສະດວກ ແລະ ປະສົບຜົນສຳເລັດໃນທີ່ສຸດ.

ໃນໄລຍະຜ່ານມາ, ການຂໍໃບອະນຸຍາດດຳເນີນທຸລະກິດໃນຂະແໜງການນີ້ ແມ່ນມີຄວາມທ້າທາຍພໍສົມຄວນ. ຜູ້ປະກອບການ ໄດ້ປະເຊີນກັບສະພາບແວດລ້ອມດ້ານລະບຽບການຂອງການດຳເນີນທຸລະກິດ ທີ່ສະລັບຊັບຊ້ອນ. ຫຼາຍອົງ ກອນຂອງລັດ ແລະ ຫຼາຍກະຊວງ ທີ່ມີສ່ວນຮ່ວມໃນຂະບວນອອກໃບອະນຸຍາດການດຳເນີນທຸລະກິດ ໂດຍແຕ່ລະ ພາກສ່ວນຂອງລັດ ມີຂໍ້ກຳນົດ ແລະ ຂັ້ນຕອນຂອງຕົນເອງ. ຜູ້ປະກອບການຕ້ອງປະຕິບັດຕາມລະບຽບການ ທີ່ຕິດພັນ ກັບການຂໍອະນຸຍາດດຳເນີນທຸລະກິດ, ການຊຳລະອາກອນ, ການນຳໃຊ້ທີ່ດິນ, ຜົນກະທົບດ້ານສິ່ງແວດລ້ອມ ແລະ ອື່ນໆ. ການປະຕິບັດຕາມລະບຽບການເຫຼົ່ານີ້ ອາດເປັນເລື່ອງຍາກ ໂດຍສະເພາະນັກລົງທຶນຕ່າງປະເທດ ທີ່ບໍ່ຄຸ້ນເຄີຍກັບ ຂະບວນການດ້ານລະບຽບການ ໃນປະເທດລາວ.​ ຜູ້ລົງທຶນຍັງຈົ່ມວ່າຕໍ່ກ່ຽວກັບຄວາມຫຼ້າຊ້າ ແລະ ຄວາມສະລັບຊັບຊ້ອນຂອງການຂໍອະນຸຍາດດຳເນີນທຸລະກິດ ແລະ ລະບຽບການຕ່າງໆທີ່ຕິດພັນກັບດໍາເນີນທຸລະກິດໃນ ສປປ ລາວ.

ເພື່ອແກ້ໄຂຄວາມທ້າທາຍເຫຼົ່ານີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ດຳເນີນການຢ່າງຈິງຈັງ ເພື່ອ ປັບປຸງຂັ້ນຕອນການອອກໃບອະນຸຍາດດຳເນີນທຸລະກິດ ດ້ານສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດນຳທ່ຽວ ແລະ ບັດພະນັກງານນໍາທ່ຽວ ໃນປີ 2021 ໂດຍເປັນສ່ວນໜຶ່ງຂອງຄວາມພະຍາຍາມ ເພື່ອຈັດຕັ້ງ ປະຕິບັດຄຳ ສັ່ງນາຍົກສະບັບເລກທີ 03/ນຍ ລົງວັນທີ 21 ເດືອນມັງກອນ ປີ 2020 ວ່າດ້ວຍການປັບປຸງ ວຽກງານການບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ. ຂັ້ນຕອນໃໝ່ນີ້ສາມາດສົ່ງເສີມວິທີການຂໍອະນຸຍາດ ໃນຂະແໜງທ່ອງທ່ຽວ ໃຫ້ມີຄວາມສະດວກ, ງ່າຍດາຍ, ຫຼຸດຂັ້ນຕອນ ແລະ ຂັ້ນຂອດທີ່ບໍ່ຈຳເປັນ.

ການປັງປຸງທີ່ສຳຄັນນີ້ ແມ່ນໄດ້ຖືກນຳໃຊ້ໃນຂະແໜງການທ່ອງທ່ຽວ ເພື່ອຫຼຸດຄວາມຕ້ອງການຂອງບັນດາເອກະສານ ໃນຂະບວນການລິເລີ່ມທຸລະກິດ. ດ້ວຍເຫດນີ້, ນັກລົງທຶນຜູ້ທີ່ຕ້ອງການຂໍໃບອະນຸຍາດດຳເນີນທຸລະກິດ ໃນຂະແໜງການ ທ່ອງທ່ຽວ ໃນປະຈຸບັນ ຕ້ອງສົ່ງເອກະສານພຽງ 03 ເຖິງ 05​ ຢ່າງ ເຊິ່ງຫຼຸດລົງຫຼາຍເມື່ອທຽບໃສ່ ລະບຽບການ ໃນເມື່ອກ່ອນ ທີ່ຕ້ອງການເອກະສານຈຳນວນ 26, 19, 11 ແລະ 7 ຢ່າງ ຕາມລຳດັບ. ນອກຈາກນີ້ ເວລາທີ່ໃຊ້ ໃນການຂໍອະນຸຍາດດຳເນີນ ທຸລະກິດໃນຂະແໜງການທ່ອງທ່ຽວ ເຊິ່ງເມື່ອກ່ອນໃຊ້ເວລາປະມານ ສອງ ຫາ ສາມອາທິດ ຫຼື 21 ວັນ ໄດ້ປັບປຸງໃຫ້ເຫຼືອພຽງ 9 ວັນ ສຳລັບອອກໃບອະນຸຍາດດຳເນີນທຸລະກິດສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດນຳທ່ຽວ ແລະ 5 ວັນ ສຳລັບອອກບັດພະນັກງານນຳທ່ຽວ. ການປັບປຸງເຫຼົ່ານີ້ ມີເປົ້າໝາຍ ເພື່ອຫຼຸດຜ່ອນຄວາມຊັບຊ້ອນ ແລະ ໄລຍະເວລາຂອງຂັ້ນຕອນການລິເລີ່ມ ແລະ ດຳເນີນທຸລະກິດໃນຂະແໜງການ ທ່ອງທ່ຽວ ໃຫ້ມີປະສິດທິພາບ ແລະ ດຶງດູດນັກລົງທຶນໃຫ້ໄດ້ຫຼາຍຂຶ້ນ.

ການປັບປຸງດັ່ງກ່າວໄດ້ຕັດເອກະສານຈຳນວນໜຶ່ງອອກ ເຊັ່ນ: ໃບຍັ້ງຢືນສຸຂະພາບ, ຊີວະປະຫວັດຫຍໍ້ຂອງພະນັກງານ, ບົດວິພາກເສດຖະກິດ, ບົດປະເມີນສິ່ງແວດລ້ອມ ແລະ ອື່ນໆ ເຮັດໃຫ້ຂະບວນການ ອອກໃບອະນຸຍາດ ມີປະສິດທິພາບຫຼາຍຂຶ້ນ. ສໍາລັບຂັ້ນຕອນ ການຂໍສືບຕໍ່ດໍາເນີນທຸລະກິດ ຕ້ອງການພຽງເອກະສານສາມສະບັບ ເຊິ່ງລວມມີ ຄໍາຮ້ອງຂໍສືບຕໍ່ດໍາເນີນທຸລະກິດ, ສໍາເນົາໃບອະນຸຍາດດຳເນີນທຸລະກິດ, ແລະ ໃບສຳລະອາກອນປະຈໍາປີລ້າສຸດ .

ດັ່ງນັ້ນຂະບວນການອອກໃບອະນຸຍາດ ທີ່ສະດວກ ແລະ ງ່າຍດາຍ ຈະຊ່ວຍຫຼຸດເວລາ ແລະ ຄວາມຫຍຸ້ງຍາກ ຂອງຂັ້ນຕອນ ການຂໍອະນຸຍາດ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ການປ່ຽນແປງໃນຂະບວນການອອກໃບອະນຸຍາດ ຖືເປັນບາດກ້າວສຳຄັນ ສຳລັບຄວາມພະຍາຍາມຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການສົ່ງເສີມ ສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນປະເທດ ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ໃຫ້ມີຄວາມເປັນມິດ ແລະ ມີປະສິດທິພາບ ຫຼາຍຂຶ້ນ. ການປັບປຸງໃນຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນ ເຖິງຄວາມມຸ້ງໝັ້ນຂອງກະຊວງດັ່ງກ່າວ ໃນການປັບປຸງ ຄຸນນະພາບຂອງຂະແໜງທ່ອງທ່ຽວ ແຕ່ການສ້າງສະພາບແວດລ້ອມທີ່ເອື້ອ ອຳນວຍ ຕໍ່ການດຳເນີນທຸລະກິດ ຍັງເຮັດໃຫ້ ຜູ້ຄົນສາມາດລົງທຶນ, ລິເລີ່ມ ແລະ ດຳເນີນທຸລະກິດ ໄດ້ງ່າຍດາຍ ແລະ ເພີ່ມຄວາມ ສາມາດໃນການການແຂ່ງຂັນຂອງທູລະກິດລາວໃນຕະຫຼາດໂລກ. ການປັບປຸງຂອງຂະແໜງການທ່ອງທ່ຽວນີ້ ຍັງຈະຊ່ວຍປະ ເທດສ້າງລາຍຮັບໄດ້ເພີ່ມຂຶ້ນຢ່າງ ແນ່ນອນ. ນອກຈາກນີ້ ຍັງເປັນປະໂຫຍດຕໍ່ປະຊາຊົນລາວ ແລະ ໃນທີ່ສຸດ ກໍ່ຊ່ວຍຊຸກຍູ້ການ ເຕີບໂຕທາງດ້ານເສດ ຖະກິດ.

ການຂໍອະນຸຍາດດຳເນີນທຸລະກິດໃນຂະແໜງການທ່ອງທ່ຽວ

ຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດໃນຂະແໜງການທ່ອງທ່ຽວ ອາດໃຊ້ເວລາທັງໝົດປະມານ ສອງອາທິດ ໂດຍມີ ສອງຂັ້ນຕອນຫຼັກ ຄື: ການຂໍຂື້ນທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດດ້ານການທ່ອງທ່ຽວ.

ການຂຶ້ນທະບຽນວິສາຫະກິດ

ຂັ້ນຕອນທຳອິດສຳລັບຫົວໜ່ວຍທຸລະກິດ ພາຍໃນ ແລະ ຕ່າງປະເທດ ທີ່ຢາກດຳເນີນທຸລະກິດ ໃນ ສປປ ລາວ ແມ່ນຕ້ອງຂຶ້ນທະບຽນວິສາຫະກິດ ເສຍກ່ອນ ເຊິ່ງໃຊ້ເວລາພຽງ ສາມວັນ ຫຼັງຈາກຍື່ນເອກະສານ ສະໝັກ ຢູ່ ກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງ ຫລືແຂວງ ແລະ ແລະ ເມືອງ.

ໃບອະນຸຍາດດຳເນີນທຸລະກິດ

ພາຍຫຼັງທີ່ໄດ້ຮັບການຂຶ້ນທະບຽນວິສາຫະກິດແລ້ວ, ຜູ້ປະກອບການດ້ານການທ່ອງທ່ຽວຕ້ອງຂໍໃບອະນຸຍາດດຳ ເນີນທຸລະກິດ ເພີ່ມເຕີມຈຳນວນໜຶ່ງ. ເພື່ອດຳເນີນການບໍລິການຕ່າງໆ ໃຫ້ແກ່ນັກທ່ອງທ່ຽວ. ໃນກໍລະນີ ທີ່ຜູ້ລົງທຶນ ຕ້ອງ ການລວມເອົາການບໍລິການອື່ນໆເຂົ້າກັນ ເຊັ່ນ ລວມເອົາ ໂຮງແຮມ ແລະ ບໍລິສັດທ່ອງທ່ຽວ, ຜູ້ລົງທຶນຍັງຕ້ອງ ໄດ້ຂໍໃບອະນຸຍາດດຳເນີນທຸລະກິດສະເພາະແຕ່ລະຂົງເຂດການໃຫ້ບໍລິການ. ໃບອະນຸຍາດເຫຼົ່ານີ້ ສາມາດເປັນ ຫຼັກຖານທີ່ສະແດງໃຫ້ເຫັນວ່າ ທຸລະກິດຂອງທ່ານ ມີຄຸນນະສົມບັດພ້ອມ ແລະ ຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ.

ການປະກອບເອກະສານ ຂໍອະນຸຍາດດໍາເນີນທຸລະກິດ ດ້ານສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດນຳທ່ຽວ

ບຸກຄົນ ຫຼຶ ນິຕິບຸກຄົນ ຕ້ອງປະກອບ ດັ່ງລຸ່ມນີ້:

  • ໃບຄໍາຮ້ອງຂໍອະນຸຍາດດຳເນີນທຸລະກິດຕາມແບບພິມ ຂອງກົມຄຸ້ມຄອງທຸລະກິດການທ່ອງທ່ຽວ 01 ໃບ;
  • ສຳເນົາເອກະສານຕ່າງໆ ທີ່ຢືນຂໍໃບທະບຽນວິສາຫະກິດ 01 ຊຸດ;
  • ຮູບຖ່າຍພື້ນສີຂາວ ຂະໜາດ 3×4 cm 02 ໃບ;

ການປະກອບເອກະສານ ຂໍອະນຸຍາດອອກບັດພະນັກງານນຳທ່ຽວ

ບຸກຄົນ ຫຼຶ ນິຕິບຸກຄົນ ຕ້ອງປະກອບ ດັ່ງລຸ່ມນີ້:

  • ໃບຍັ້ງຢືນການຝຶກອົບຮົມຕາມຫຼັກສູດ 55 ວັນຂອງຂັ້ນສູນກາງ
  • ໃບຍັ້ງຢືນຈາກບໍລິສັດທ່ອງທ່ຽວທີ່ສັງກັດ ຫຼື ໃບຍັ້ງຢືນຈາກສະມາຄົມພະນັກງານນຳທ່ຽວລາວບ່ອນທີ່ຕົນສັງກັດຢຸ່ (ກໍລະນີ ສັງກັດຢູ
  • ບໍລິສັດ ໃຫ້ມີໃບສັນຍາແຮງງານ ຫຼື ໃບຍັ້ງຢືນການຮັບເງິນເດືອນຈາກບໍລິີສັດທ່ອງທ່ຽວ)
  • ຮູບຖ່າຍຂະໜາດ 2.5 cm 02 ໃບ
  • ສຳເນົາບັດປະຈຳໂຕ ຫຼື ໃບຍັ້ງຢືນທີ່ຢູ່
  • ໃບແຈ້ງໂທດ (ອອກໃຫ້ບໍ່ເກີນສາມເດືອນ)

ທ່ານສາມາດດາວໂຫຼດແບບຟອມສຳລັບແຕ່ລະ ກິດຈະການ ໄດ້ທີ່ https://e-tmd.com/index.php/legal-standard/download/. ນັກລົງທຶນສາມາດຍື່ນເອກະສານຕ່າງໆ ໄດ້ທີ່ ຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອຂໍໃບທະບຽນວິສາຫະກິດ.

ການລົງທຶນໃນຂະແໜງການທ່ອງທ່ຽວ ໃນ ສປປ ລາວ ສາມາດສ້າງກຳໄລໄດ້ຢ່າງຫຼວງຫຼາຍ ເນື່ອງຈາກ ຄວາມຕ້ອງການ ຂອງການທ່ອງທ່ຽວ ແລະ ນັກທ່ອງທ່ຽວ ທີ່ເພີ່ມສູງຂຶ້ນ. ຖ້າມີການປັງປຸງສະພາບແວດລ້ອມ ໃນການດຳເນິນທຸລະກິດ, ສປປ ລາວ ສາມາດເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໜ້າດຶງດູດໃຫ້ລົງທຶນໃນຂະແໜງການທ່ອງທ່ຽວ, ເຊິ່ງຈະສາມາດນຳເງິນທຶນ ເຂົ້າສູ່ປະເທດ, ສ້າງວຽກເຮັດງານທຳຫຼາຍຂຶ້ນ ແລະ ດີຂຶ້ນ ແລະ ຊ່ວຍເສດຖະກິດ ໃຫ້ເຕີບໂຕໄວ ສົ່ງຜົນໃຫ້ປະຊາຊົນລາວ ມີລາຍໄດ້ເພີ່ມຂຶ້ນ ແລະ ປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ.

Follow by Email
Share