ພາກລັດ ແລະ ພາກທຸລະກິດ ປຶກສາຫາລື ການປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ແລະ ກໍານົດຍຸດທະສາດ ສຳລັບປີ 2024-2025

ນະຄອນຫຼວງວຽງຈັນ ,ວັນທີ 2 ເມສາ, 2024 – ກອງປະຊຸມທຸລະກິດລາວຄັ້ງທີ 15 ຈັດຂຶ້ນຢູ່ທີ່ນະຄອນ ຫຼວງວຽງຈັນ ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ມີເປົ້າໝາຍ ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ. ກອງປະຊຸມນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ. ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຍົກໃຫ້ເຫັນສິ່ງທ້າທາຍທີ່ເກີດມາຈາກເຖິງສະພາບແວດລ້ອມ ຄວາມບໍ່ແນ່ນອນຈາກໄພເງິນເຟີ້ທີ່ສູງ, ຄວາມກະແຈກກະຈາຍທາງດ້ານການຄ້າ ແລະ ການລົງທຶນ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ. ພ້ອມກັນນີ້ ໃນຂະນະທີ່ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງທຸກພາກສ່ວນໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໂດຍຜ່ານການກໍານົດ ມາດຕະການ Read more…

ສປປ ລາວ ສ້າງຄວາມເຂັ້ມແຂງດ້ານເສດຖະກິດແບບກວມລວມໃຫ້ແກ່ແມ່ຍິງ, ຊາວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ

ນະຄອນຫຼວງວຽງຈັນ, 29 ມີນາ 2024 – ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ,ໂຄງການສົ່ງເສີມຄວາມສາມາດ ແລະ ການຄ້າ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານສົນທະນາການສ້າງຄວາມເຂັ້ມແຂງ ດ້ານເສດຖະກິດໃຫ້ແກ່ແມ່ຍິງ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງດ້ານເສດຖະກິດແບບກວມລວມ ໃຫ້ແກ່ແມ່ຍິງ, ຊາວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ ໃນຂະແໜງການຄ້າ ແລະ ທຸລະກິດ” ງານດັ່ງກ່າວໄດ້ຈັດຂຶ້ນເປັນເວລາເຄິ່ງມື້ ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈກ່ຽວກັບຄວາມຈຳເປັນ ສຳລັບການລົງທຶນແບບຍືນຍົງຕໍ່ການສ້າງເສດຖະກິດ ແລະ ສັງຄົມແບບທົ່ວເຖິງ ແລະ ເທົ່າທຽມໃຫ້ແກ່ ກຸ່ມຄົນທີ່ທຸກຍາກ ໂດຍສະເພາະແມ່ນ ແມ່ຍິງ, ໄວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ. ງານດັ່ງກ່າວຍັງຄຳ ນຶງເຖິງບົດບາດທີ່ສຳຄັນ ຂອງການລົງທຶນໂດຍກົງຈາກຕ່າງປະເທດ ແລະ ການຮ່ວມມືຂອງພາກລັດ ແລະ ເອກະຊົນ ເພື່ອອຳນວຍຄວາມສະດວກໃນການປະກອບສ່ວນດ້ານເສດຖະກິດ ໃຫ້ກວ້າງຂວາງຂຶ້ນ. ງານສົນທະນາໃນຄັ້ງນີ້ ມີເປົ້າໝາຍເພື່ອລະດົມການສົ່ງເສີມ ສ້າງຍຸດທະສາດທີ່ມີຜົນຕໍ່ການລົງທຶນ ເພື່ອແນໃສ່ປະຊາຊົນທີ່ທຸກຍາກ ຫຼື ຜູ້ທີ່ອາດຖືກລືມປະໄວ້ຂ້າງຫຼັງ.ການສົນທະນາ Read more…

ຄະນະປະສານງານພາກລັດ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມທຸລະກິດລາວທົບທວນຄວາມຄຶບໜ້າຂອງ ການແກ້ໄຂບັນຫາຂອງພາກທຸລະກິດ

ນະຄອນຫຼວງວຽງຈັນ, ວັນທີ 16 ກຸມພາ 2024, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານພາກລັດ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມທຸລະກິດລາວ (Lao Business Forum – LBF). ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານ ໂດຍ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮອງຫົວໜ້າຄະນະປະສານງານພາກລັດຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ທັງເປັນຜູ້ປະຈຳການຂອງຄະນະດັ່ງກ່າວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີຄະນະຈຸດປະສານງານຂອງລັດຖະບານ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ຈາກກະຊວງຂະແໜງການຕ່າງໆ ລວມທັງ ຕາງໜ້າກົມວິຊາການທີ່ກ່ຽວຂ້ອງໃນການແກ້ໄຂບັນຫາຂອງພາກທຸລະກິດ ຫຼາຍກວ່າ 40 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອໃຫ້ຄະນະປະສານງານພາກລັດຂອງກົນໄກການປຶກສາຫາລືພາຍໃຕ້ ກອງປະຊຸມ LBF ຈາກບັນດາກະຊວງຂະແໜງການ ລາຍງານຄວາມຄືບໜ້າຂອງການແກ້ໄຂຂໍ້ສະເໜີຂອງພາກທຸລະກິດ ທັງນີ້ເພື່ອເປັນການກະກຽມໃຫ້ແກ່ການຈັດກອງປະຊຸມຂອງຄະນະຊີ້ນຳຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ກອງປະຊຸມ Read more…

ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການ ແລະ ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດ ທຶນສົມທົບ BAF II

ນະຄອນຫຼວງວຽງຈັນ, ວັນທີ 15 ກຸມພາ 2024, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ຄັ້ງທີ 13 ຂຶ້ນ. ໃນກອງປະຊຸມວາລະທີ 1 ໄດ້ທົບທວນການຈັດຕັ້ງປະຕິບັດທຶນສົມທົບ BAF II ທີ່ຜ່ານມາ ແລະ ຕິດຕາມຄວາມຄຶບໜ້າການແກ້ໄຂບັນຫາທີ່ຖືກຍົກຂື້ນຈາກພາກທຸລະກິດໃນກອງປະຊຸມຄັ້ງກ່ອນ ທີ່ໄດ້ຈັດຂື້ນໃນເດືອນ ສິງຫາ 2023 ພ້ອມນີ້ຍັງໄດ້ປຶກສາຫາລື ເພື່ອວາງແຜນບູລິມະສິດໃນອະນາຄົດ. ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ປອ ບົວວັນ ວິລາວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມຈໍານວນ 20 ກ່ວາທ່ານ ໂດຍລວມມີຄະນະຊີ້ນໍາຂັ້ນວິຊາການ BAF II Taskforce ພາຍໃຕ້ກະຊວງອຸດສາຫະກໍາ ແລະ ການຄ້າ, Read more…

ກອງປະຊຸມປຶກສາຫາລື ລະຫວ່າງຂະແໜງການກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຕໍ່ກັບບັນຫາ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການຜະລິດພາຍໃນ ພາຍໃຕ້ກົນໄກ ກອງປະຊຸມ ທຸລະກິດລາວ (Lao Business Forum)

ໃນຕອນເຊົ້າຂອງວັນທີ 14 ກູມພາ 2024, ທີ່ຫ້ອງປະຊຸມໂຮງແຮມລາວພລາຊາ, ກອງເລຂາ ກອງປະຊຸມທຸລະກິດລາວ (Lao Business Forum – LBF) ຮ່ວມກັນກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ-ທຸລະກິດ ຕໍ່ກັບບັນຫາ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການຜະລິດພາຍໃນ ພາຍໃຕ້ກົນໄກ LBF. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI). ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 73 ທ່ານ ລວມທັງຈາກພາກທຸລະກິດ ແລະ ພາກລັດ. ຜູ້ຕາງໜ້າຈາກຫຼາຍສະມາຄົມໃນ ສປປ Read more…

Follow by Email
Share