ຄະນະປະສານງານພາກລັດ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມທຸລະກິດລາວທົບທວນຄວາມຄຶບໜ້າຂອງ ການແກ້ໄຂບັນຫາຂອງພາກທຸລະກິດ

Published by NIU on

ນະຄອນຫຼວງວຽງຈັນ, ວັນທີ 16 ກຸມພາ 2024, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານພາກລັດ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມທຸລະກິດລາວ (Lao Business Forum – LBF).

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານ ໂດຍ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮອງຫົວໜ້າຄະນະປະສານງານພາກລັດຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ທັງເປັນຜູ້ປະຈຳການຂອງຄະນະດັ່ງກ່າວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີຄະນະຈຸດປະສານງານຂອງລັດຖະບານ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ຈາກກະຊວງຂະແໜງການຕ່າງໆ ລວມທັງ ຕາງໜ້າກົມວິຊາການທີ່ກ່ຽວຂ້ອງໃນການແກ້ໄຂບັນຫາຂອງພາກທຸລະກິດ ຫຼາຍກວ່າ 40 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອໃຫ້ຄະນະປະສານງານພາກລັດຂອງກົນໄກການປຶກສາຫາລືພາຍໃຕ້ ກອງປະຊຸມ LBF ຈາກບັນດາກະຊວງຂະແໜງການ ລາຍງານຄວາມຄືບໜ້າຂອງການແກ້ໄຂຂໍ້ສະເໜີຂອງພາກທຸລະກິດ ທັງນີ້ເພື່ອເປັນການກະກຽມໃຫ້ແກ່ການຈັດກອງປະຊຸມຂອງຄະນະຊີ້ນຳຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ກອງປະຊຸມ LBF ຄັ້ງທີ 15 ທີ່ຈະມາເຖິງນີ້.

ໃນບົດກ່າວເປີດ, ທ່ານ ປອ. ບົວວັນ ວິລະວົງ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງສະພາບແວດລ້ອມການດຳເນີນທຸລະກິດ ຕໍ່ການຊຸກຍູ້ການລົງທຶນໃໝ່ ແລະ ການຂະຫຍາຍກິດຈະກຳຂອງທຸລະກິດທີ່ມີຢູ່ ໃນ ສປປ ລາວ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍກົນໄກປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວລະຫວ່າງພາກລັດ ແລະ ທຸລະກິດ ຮ່ວມກັນ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການແກ້ໄຂບັນຫາທີ່ພາກທຸລະກິດພົບພໍ້ ແລະ ປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນປະເທດເຮົາໃຫ້ດີຂຶ້ນເທື່ອລະກ້າວ.

ນອກນັ້ນ, ໃນລະຫວ່າງກອງປະຊຸມ, ບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ລາຍງານຄວາມຄືບໜ້າໃນການແກ້ໄຂບັນຫາຂອງພາກສ່ວນຂອງຕົນ ທີ່ພາກທຸລະກິດໄດ້ຍົກຂຶ້ນ. ກອງປະຊຸມຍັງໄດ້ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດ ເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ ຂໍ້ສະເໜີບູລິມະສິດທີ່ຍັງຄົງຄ້າງເພື່ອລາຍງານໃຫ້ກອງປະຊຸມຄະນະຊີ້ນຳຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ກອງປະຊຸມ LBF ຄັ້ງທີ 15.

ທ່ານ ປອ. ບົວວັນ ວິລະວົງ ໄດ້ໃຫ້ກຽດກ່າວປິດກອງປະຊຸມໂດຍການສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ແລະ ໄດ້ຊຸກຍູ້ໃຫ້ບັນດາກະຊວງຂະແໜງການສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ມີປະສິດທິຜົນ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

Follow by Email
Share