ພາກລັດ ແລະ ພາກທຸລະກິດ ປຶກສາຫາລື ການປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ແລະ ກໍານົດຍຸດທະສາດ ສຳລັບປີ 2024-2025

Published by NIU on

ນະຄອນຫຼວງວຽງຈັນ ,ວັນທີ 2 ເມສາ, 2024 – ກອງປະຊຸມທຸລະກິດລາວຄັ້ງທີ 15 ຈັດຂຶ້ນຢູ່ທີ່ນະຄອນ ຫຼວງວຽງຈັນ ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ມີເປົ້າໝາຍ ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ. ກອງປະຊຸມນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຍົກໃຫ້ເຫັນສິ່ງທ້າທາຍທີ່ເກີດມາຈາກເຖິງສະພາບແວດລ້ອມ ຄວາມບໍ່ແນ່ນອນຈາກໄພເງິນເຟີ້ທີ່ສູງ, ຄວາມກະແຈກກະຈາຍທາງດ້ານການຄ້າ ແລະ ການລົງທຶນ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ. ພ້ອມກັນນີ້ ໃນຂະນະທີ່ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງທຸກພາກສ່ວນໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໂດຍຜ່ານການກໍານົດ ມາດຕະການ ແລະ ການຈັດຕັ້ງປະຕິບັດຢ່າງມາດຕະການຢ່າງເປັນຮູບປະທໍາ ໃນການປັບປຸງດ້ານຄວາມໂປ່ງໃສ, ຄວາມແນ່ນອນຂອງສະພາບແວດລ້ອມດ້ານກົດໝາຍ ແລະ ລະບຽບການ ສໍາລັບພາກທຸລະກິດ, ທ່ານ ນາຍົກລັດຖະມົນຕີ ຍັງຊຸກຍູ້ໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງຈາກ ຂັ້ນສູນກາງ ຫາ ທ້ອງຖິ່ນ ໃຫ້ຮ່ວມມືນຳພາກທຸລະກິດ ທັງຈາກພາຍໃນ ແລະ ຕ່າງປະເທດ ໃນການລະບຸ ແລະ ກຳຈັດ ອຸປະສັກຕ່າງໆທີ່ຕິດພັນກັບການເລີມຕົ້ນທຸລະກິດ ແລະ ທ່ານຍັງໄດ້ກ່າວວ່າ “ ໃນຂະນະທີ່ ພາກທຸລະກິດ ຖືກກໍ່ຕັ້ງຂຶ້ນ ໂດຍບັນດາ ຜູ້ປະກອບການ, ລັດຖະບານກໍມີບົດບາດສຳຄັນ ໃນການສະໜັບສະໜູນການພັດທະນາຂອງຜູ້ປະກອບການ ໂດຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ ລວມທັງສະໜອງ ການເຂົ້າເຖິງຊັບ ພະຍາກອນຕ່າງໆ, ແຫຼ່ງທຶນ ແລະ ຕະຫຼາດ ພ້ອມກັບສະໜອງການຊ່ວຍເຫຼືອ ແລະ ປົກປ້ອງດ້ານລະບຽບການ”

ກອງປະຊຸມເຄິ່ງມື້ດັ່ງກ່າວນີ້ ມີເປົ້າໝາຍຫຼັກເພື່ອທົບທວນໝາກຜົນ ແລະ ຄວາມຄືບໜ້າ ຈາກກອງປະຊຸມທຸລະກິດລາວຄັ້ງທີ 14 ແລະ ໃຫ້ການສະໜັບສະໜູນໂດຍລວມຕໍ່ກັບການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອລະບຸ ແລະ ແກ້ໄຂບັນຫາສຳຄັນທີ່ມີຜົນກະທົບຕໍ່ພາກທຸລະກິດ ໃນປະເທດ. ບັນດາຜູ້ຕາງໜ້າຈາກພາກທຸລະກິດ ກໍໄດ້ຊົມເຊີຍລັດຖະບານ ຕໍ່ຄວາມເອົາໃຈໃສ່ໃນການ ປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດ. ອີງຕາມການລາຍງານໃນກອງປະຊຸມ, ເຫັນວ່າ ຈາກ 20 ຂໍ້ສະເໜີ ທີ່ໄດ້ຍົກຂຶ້ນ ຢູ່ກອງປະຊຸມທຸລະກິດ ຄັ້ງທີ 14 ໃນປີ 2023 ນັ້ນ, ມີ 6 ຂໍ້ສະເໜີ ແມ່ນໄດ້ຮັບການແກ້ໄຂ, ມີ 11 ຂໍ້ສະເໜີ ທີ່ມີຄວາມຄືບໜ້າໃນການແກ້ໄຂ ໃນຂອບເວລາຄັກແນ່ ໃນຂະນະທີ່ ຍັງມີ 3 ຂໍ້ສະເໜີ ທີ່ບໍ່ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກມີຂໍ້ຈຳກັດທີ່ສົມເຫດສົມຜົນ ເຊິ່ງຈະໄດ້ມີການປຶກສາຫາລືເພີ່ມເຕີມ.

ບັນດາຂໍ້ສະເໜີທີ່ໄດ້ຮັບການແກ້ໄຂ ລວມມີ ການປັບປຸງຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດ ໃນ 6 ຂະແໜງການຫຼັກ, ການເສີມຂະຫຍາຍການເຂົ້າເຖິງຂອງລະບົບຂໍ້ມູນຂ່າວສານສິນເຊື່ອ ແລະ ການປັບປຸງ ຂັ້ນຕອນການແຈ້ງພາສີທີ່ໃຫ້ສະດວກຍິ່ງຂຶ້ນໂດຍຜ່ານລະບົບທັນສະໄໝ. ຜົນສຳເລັດທີ່ພົ້ນເດັ່ນອີກອັນໜຶ່ງແມ່ນການຮັບຮອງ ໂຄງສ້າງ ແລະ ຂະບວນການປຶກສາຫາລືພາຍໄຕ້ກົນໄກກອງປະຊຸມທຸລະກິດລາວຢ່າງເປັນທາງການ. ໃນນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 04 ລົງວັນທີ 8 ເດືອນມັງກອນ 2024 ເພື່ອກໍານົດຈຸດປະສົງຂອງກອງປະຊຸມທຸລະກິດລາວ ຢ່າງເປັນທາງການ ໂດຍຂໍ້ຕົກລົງໄດ້ລະບຸແຕ່ງຕັ້ງ ຄະນະຊີ້ນໍາກອງປະຊຸມທຸລະກິດລາວ, ຄະນະປະສານງານພາກລັດ, ກອງເລຂາ, ໜ່ວຍງານປຶກສາຫາລືພາກທຸລະກິດ, ລວມໄປເຖິງການກຳນົດຂັ້ນຕອນຂອງການປຶກສາຫາລືລະຫວ່າງ ພາກລັດ ແລະ ທຸລະກິດ ລະດັບສູງ ແລະ ລະດັບວິຊາການ ຢ່າງຊັດເຈນ. ສິ່ງເຫຼົ່ານີ້ ຍິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການປັບປຸງ ປະສິດທິພາບ ຂອງການປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ ໃນ ສປປ ລາວ.

ໃນປີ 2024, ພາກທຸລະກິດ ແລະ ໜ່ວຍງານທີ່ກ່ຽວຂອ້ງຂອງພາກລັດ ໄດ້ຍົກ 12 ຂໍ້ສະເໜີບູລິມະສິດ ທີ່ມີເປົ້າໝາຍເພື່ອປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການ, ການສົ່ງເສີມສະຖຽນລະພາບຂອງ ຂະແໜງການທະນາຄານ ແລະ ການເງິນ, ປັບປຸງຄຸນນະພາບຂອງການສະໜອງ ແລະ ສົ່ງເສີມການພັດທະນາແບບຍືນຢົງຂອງຂະແໜງພະລັງງານໄຟຟ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມ ຂະແໜງທ່ອງທ່ຽວ, ແລະ ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ. ກອງປະຊຸມ ຍັງໄດ້ສະຫຼຸບ ການຕົກລົງ ເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ ຂໍ້ສະເໜີບູລິມະ ສິດໃໝ່ ພາຍໃນ 12 ເດືອນຕໍ່ໜ້າ.

ກອງປະຊຸມທຸລະກິດລາວ ຄັ້ງທີ 15 ນີ້ ຖືເປັນບາດກ້າວສຳຄັນ ໃນຄວາມພະຍາຍາມຮ່ວມກັນຂອງພາກລັດ ແລະ ພາກທຸລະກິດ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງພາກທຸລະກິດ ແລະ ເສດຖະກິດ ໃນ ສປປ ລາວ. ຄວາມມຸ້ງໝັ້ນນີ້ ສະແດງໃຫ້ເຫັນວິໄສທັດ ຂອງພາກລັດ ແລະ ພາກທຸລະກິດ ທີ່ມີຮ່ວມກັນໃນການສ້າງເສດຖະກິດທີ່ທຸກຄົນມີສ່ວນຮ່ວມ.

Follow by Email
Share