ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມ ຄະນະຊີ້ນໍາຂັ້ນວິຊາການ ແລະ ກອງປະຊຸມເຜີຍແຜ່ ການຈັດຕັ້ງປະຕິບັດ ທຶນສົມທົບ BAF II

ນະຄອນຫຼວງວຽງຈັນ, ວັນທີ 14 ສິງຫາ 2023, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການ ແລະ ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດ ທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ຂຶ້ນ. ກອງປະຊຸມໃນພາກທີໜຶ່ງແມ່ນເພື່ອທົບທວນ ການຈັດຕັ້ງປະຕິບັດທຶນສົມທົບ BAF II ທີ່ຜ່ານມາ ແລະ ແລກປ່ຽນບົດຮຽນ ເພື່ອວາງແຜນບູລິມະສິດໃນອະນາຄົດ. ສ່ວນກອງປະຊຸມໃນພາກທີສອງແມ່ນການລາຍງານຜົນປະເມິນໄລຍະກາງຂອງທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ໂດຍບໍລິສັດທີ່ປຶກສາ EMC ແລະ ໄດ້ມີການແລກປ່ຽນຄໍາຄິດເຫັນຂອງຜູ້ໄດ້ຮັບທຶນສົມທົບ BAF II ແລະ ຜູ້ສະໜອງການບໍລິການທາງດ້ານວິຊາການໃຫ້ແກ່ຜູ້ໄດ້ຮັບທຶນ BAF II ທີ່ມີຕໍ່ການຈັດຕັ້ງປະຕິບັດທຶນສົມທົບໂດຍລວມ. ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, Read more…

ວັນສ້າງຕັ້ງສະຫະພັນແມ່ຍິງລາວ: ສະເຫຼີມສະຫຼອງຜົນສຳເລັດ ແລະ ການປະກອບສ່ວນຂອງນັກທຸລະກິດຍິງລາວ

ນະຄອນຫຼວງວຽງຈັນ, ວັນທີ 17 ກໍລະກົດ 2023—ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ພາຍໃຕ້ຫົວຂໍ້ “ການສະເຫຼີມສະຫຼອງຜົນສຳເລັດ ແລະ ການປະກອບສ່ວນ ຂອງນັກທຸລະກິດຍິງລາວ ໃນຊ່ວງການລະບາດໂຄວິດ-19”. ນີ້ແມ່ນງານການສ້າງຄວາມເຂັ້ມແຂງ ດ້ານເສດຖະກິດ ໃຫ້ແກ່ແມ່ຍິງຄັ້ງທຳອິດ ເພື່ອເປັນເວທີປຶກສາຫາລື, ສ້າງແຮງບັນດານໃຈ, ແລະ ສ້າງເຄືອຂ່າຍ. ງານດັ່ງກ່າວໄດ້ຈັດຂື້ນເປັນເວລາເຄິ່ງມື້ ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ແມ່ຍິງ ໃນພາກທຸລະກິດ. ຜ່ານການສົນທະນາ ແລະ ການໂອ້ລົມ, ງານດັ່ງກ່າວ ແມ່ນມີຈຸດ ປະສົງສ້າງແຮງບັນດານໃຈໃຫ້ແກ່ ຜູ້ເຂົ້າຮ່ວມ ໄດ້ສົ່ງເສີມ ແລະ ສ້າງຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໃນຂະແໜງທຸລະກິດ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ເພື່ອໃຫ້ພວກເຂົາ ໄດ້ສະແດງສັກກະຍະພາບຢ່າງເຕັມທີ່ ໃນ ສປປ ລາວ. ສປປ Read more…

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະກໍາມະການ ອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງທົ່ວປະເທດ ຄັ້ງທີ I

ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ I ໃນຄັ້ງນີ້ແມ່ນ ເພື່ອສະຫຼຸບການຈັດຕັ້ງປະຕິບັດ ວຽກງານການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ການຂົນສົ່ງ ໃນໄລຍະຜ່ານມາ ແລະ ຕໍ່ໜ້າ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ທີ່ຕິດພັນກັບການແບ່ງຄວາມຮັບຜິດຊອບ, ກົນໄກປະສານງານ ແລະ ແບບແຜນວິທີເຮັດວຽກ ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອສາມາດແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງ ໃນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນອັນສູງສຸດ. ໃນວັນທີ 21 ມິຖຸນາ 2023 ທີ່ ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະກໍາມະການ ອໍານວຍຄວາມສະດວກທາງດ້ານການຄ້າ ແລະ Read more…

ການກ້າວເຂົ້າສູ່ຂະແໜງທຸລະກິດທີ່ມີຜູ້ຊາຍເຮັດເປັນຫຼັກຂອງຜູ້ນຳແມ່ຍິງ

ນະຄອນຫຼວງວຽງຈັນ, ວັນທີ 10 ມີນາ 2023 – ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະມາຄົມນັກທຸລະກິດຍິງ ໄດ້ຈັດງານສົນທະນາ ພາຍໃຕ້ຫົວ ຂໍ້ “ການກ້າວເຂົ້າສູ່ຂະແໜງທຸລະກິດ ທີ່ມີຜູ້ຊາຍເຮັດເປັນຫຼັກ”. ງານສົນທະນາດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບອຸປະສັກທີ່ພົ້ນເດັ່ນທີ່ຜູ້ປະກອບການຍິງຕ້ອງປະເຊີນ ແລະ ສ້າງຄວາມຮັບຮູ້ກ່ຽວກັບບົດບາດຂອງຜູ້ນຳທີ່ເປັນແມ່ຍິງໃນຂະແໜງ ທຸລະກິດທີ່ຜູ້ຊາຍເຮັດເປັນຫຼັກນັ້ນ ໄດ້ຊ່ວຍເສດຖະກິດ ໃຫ້​ມີ​ຄວາມ​ຍືນ​ຍົງແນວໃດ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ19. ໃນ ສປປ ລາວ, ຜູ້ປະກອບການຍິງ ມີທ່າອ່ຽງທີ່ຈະສຸມໃສ່ໃນວິສາຫະກິດຂະໜາດນ້ອຍກວ່າ, ສ່ວນຫຼາຍຈະສຸມຢູ່ໃນຂົງເຂດການບໍລິການ ກະຈາຍທົ່ວປະເທດລາວ ເຊີ່ງມີຈຳນວນໜ້ອຍທີ່ມີການປະກອບທຸລະກິດທາງດ້ານການຄ້າ ໃນຂະນະທີ່ຜູ້ຊາຍມີແນວໂນ້ມທີ່ຈະສຸມໃສ່ຂະແໜງການກໍ່ສ້າງ, ການຂົນສົ່ງ ແລະ ຄຸ້ມຄອງສາງ, ໄຟຟ້າ, ບໍ່ແຮ່ ແລະ ອື່ນໆ ເຊີ່ງແມ່ນວິສາຫະກິດຂະໜາດກາງ ແລະ ໃຫຍ່ ແລະ ມັກເປັນຂະແໜງການທຸລະກິດທີ່ມີລາຍໄດ້ສູງ. ໃນງານສົນທະນາ, ທ່ານນາງ ຈັນສຸກ ແສງພະຈັນ, Read more…

ພິທີເປີດເວັບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດຳເນີນທຸລະກິດໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 25 ມັງກອນ ປີ 2023 ທີ່ ໂຮງແຮມ ລາວ ພລາຊ່າ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເປີດເວັບໄຊຖານຂໍ້ມູນລະບຽບການຂໍອະນຸຍາດດໍາເນີນທຸລະກິດ (www.bned.moic.gov.la) ເພື່ອຊ່ວຍພາກລັດ ແລະ ເອກະຊົນຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນດ້ານລະບຽບການດຳເນີນທຸລະກິດ ໃນ ສປປ ລາວ ໄດ້ຢ່າງສະດວກ, ງ່າຍດາຍ, ປະຢັດເວລາ ແລະ ຫລຸດຄວາມຫຍຸ້ງຍາກທີ່ຕ້ອງເຂົ້າໄປຂໍຂໍ້ມູນດ້ວຍຕົນເອງນຳຂະແໜງການກ່ຽວຂ້ອງ. ພິທີດັ່ງກ່າວໄດ້ໃຫ້ກຽດເປັນປະທານ ແລະ ເປີດງານ ໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປະລິນຍາເອກ ໄຊບັນດິດ ລາດຊະພົນ, ຮອງປະທານສະພາການຄ້າ Read more…

Follow by Email
Share