ສປປ ລາວ ປັບປຸງການຂໍອະນຸຍາດດຳເນີນທຸລະກິດດ້ານຂະແໜງການທ່ອງທ່ຽວໃຫ້ມີຄວາມງ່າຍດາຍຂຶ້ນ

ສປປ ລາວ ເປັນປະເທດທີ່ໄດ້ຮັບຄວາມນິຍົມສຳລັບນັກທ່ອງທ່ຽວ ຍ້ອນມີປະຫວັດສາດທີ່ຍາວນານ, ຮີດຄອງປະເພນີ ທີ່ເປັນເອກະລັກ ແລະ ທິວທັດທຳມະຊາດທີ່ສວຍງາມ. ທຸລະກິດການທ່ອງທ່ຽວເຊັ່ນ ໂຮງແຮມ, ບໍລິສັດທ່ອງທ່ຽວ ແລະ ຮ້ານອາຫານ ໄດ້ພິສູດໃຫ້ເຫັນແລ້ວວ່າ ສາມາດສ້າງລາຍຮັບໃຫ້ແກ່ປະເທດໃນໄລຍະຫຼາຍປີຜ່ານມາ. ຂະແໜງການທ່ອງທ່ຽວ ແມ່ນ ໜຶ່ງໃນສາມຂະແໜງການທີ່ສາມາດສ້າງລາຍໄດ້ສູງສຸດໃນປະເທດ ຮອງຈາກຂະແໜງບໍ່ແຮ່ ແລະ ພະລັງງານໄຟຟ້າ. ໃນປີ 2018 ສປປ ລາວ ສາມາດດຶງດູດນັກທ່ອງທ່ຽວໄດ້ເຖິງ 4.8 ລ້ານຄົນ ແລະ ສ້າງລາຍ ຮັບໄດ້ເຖິງ 935 ລ້ານໂດລາສະຫະລັດ. ມີການຄາດວ່າ ພາຍໃນປີ 2025 ຈະມີນັກທ່ອງທ່ຽວເດີນທາງເຂົ້າມາເຖິງ 5.8 ລ້ານຄົນ ເຊິ່ງສາມາດສ້າງລາຍຮັບໄດ້ເຖິງ 1.21 ຕື້ ໂດລາສະຫະລັດ. ອຸດສາຫະກຳການທ່ອງທ່ຽວຂອງລາວແມ່ນມີບົດບາດສຳຄັນຫຼາຍໃນການຂັບເຄື່ອນເສດຖະກິດໃຫ້ມີການ ເຕີບໂຕ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ຄົນ ທ້ອງຖິ່ນ. ດັ່ງນັ້ນ, Read more…

ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ນະ​ຄອນ​ຫຼວງວຽງ​ຈັນ, 14 ທັນ​ວາ 2023 – ເພື່ອ​ເປັນ​ການ​ລ້ຳ​ລຶກ​ເຖິງວັນ​ສາ​ກົນ​ໃນ​ການ​ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກນ້ອຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮ່ວມ​ກັບ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ ໄດ້​ຈັດ​ງານສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງດ້ານເສດຖະກິດ ພາຍໃຕ້ຫົວຂໍ້ “ບົດບາດຂອງຜູ້ຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິຄວາມຮູນແຮງຕໍ່ແມ່ຍິງ” ຂື້ນ. ເຊິງ​ງານ​ໃນ​ຄັ້ງ​ນີ້ ເປັນ​ຄັ້ງ​ທີ່​ສອງ​ທີ່​ມີ​ການ​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລື​ຈາກນັກບັນ​ຍາຍ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ນັກ​ທຸ​ລະ​ກິດ​ຍິງ ໂດຍ​ເນັ້ນ​ໃຫ້​ເຫັນ​ຄວາມ​ສ​ຳ​ຄັນ​ຂອງບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ. ງານ​ດັ່ງ​ກ່າວ​ຈັດ​ຂື້ນ​ເປັນ​ເວ​ລາ​ເຄິ່ງມື້ ເຊິ່ງ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ ໃນ​ການ​ດຶງ​ເອົາ​ເພດ​ຊາຍ​ເຂົ້າ​ມາ​ມາ​ມີ​ສ່ວນ​​ຮ່ວມໃນ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ  ແລະ ເນັ້​ນ​ໃຫ້​ເຫັນ​ບົດ​ບາດ​ຄວາມ​ສຳ​ຄັນ​ຂອງ​ເຂົາ​ເຈົ້າ​ໃນ​ການ​ສົ່ງ​ເສີມ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ທຸ​ລະ​ກິດ​ຍິງ. ໂດຍຜ່ານ​ການ​ນຳ​ສະ​ເໜີບັນ​ດາ​ໂຕ​ເລກ​ຂອງ​ເພດ​ຊາຍໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​, ການກິ​ລາ, ການ​ສຶກ​ສາ, ການ​ບັນ​ເທີງ ຫຼື ເຂົ້າ​ຮ່ວມ​ໃນ​ກົງ​ຈັກ​ລັດ​ຖະ​ບານ ທີ່​ເປັນຕົວ​ຢ່າງ​ທາງ​ດ້ານ​ຍິງ-​ຊາຍ​ທີ່​ດີ. ງານ​ຄັ້ງ​ນີ້ ຍັງ​ແນ​ໃສ່​ໃນ​ການ​ສ້າງ​ແຮງ​ບັນ​ດານ​ໃຈ ແລະ ສ້າ​ງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຜູ້​ຊາຍ​ຄົນ​ອື່ນ ລວມ​ທັງ​ສັງ​ຄົມ​ໃນ​ວົງ​ກ້​ວາງ, ສະໜັບສະໜູນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍໃນທຸກສັງຄົມ.

ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ສ້າງຄວາມປ່ຽນແປງໂດຍຜ່ານກົນໄກຮັບ ແລະ ແກ້ໄຂຄຳຮ້ອງຮຽນ

ໃນວັນທີ 3 ຕຸລາ 2023 ຢູ່ນະຄອນຫຼວງວຽງຈັນ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (LCT) ພາຍໃຕ້ການຄູ້ມຄອງຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລິເລີ່ມນຳສະເໜີກ່ຽວກັບ ກົນໄກຮັບ ແລະ ແກ້ໄຂຄຳຮ້ອງຮຽນຂອງໂຄງການ ໃຫ້ແກ່ ບັນດາກະຊວງທີ່ກ່ຽວຂ້ອງ, ພາກທຸລະກິດ ແລະ ມວນຊົນທົ່ວໄປ ໂດຍຜ່ານກິດຈະກຳຝຶກອົບຮົມ, ກອງປະຊຸມ ແລະ ຊ່ອງທາງສື່ຕ່າງໆ. ກົນໄກຮັບ ແລະ ແກ້ໄຂຄຳຮ້ອງຮຽນ ຫຼື ທີ່ມີພາສາອັງກິດເອີ້ນວ່າ Grievance Redress Mechanism (GRM)ຂອງໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ເປັນກົນໄກ ທີ່ສາມາດ ຊ່ວຍໃຫ້ຊຸມຊົມ ແລະ ຜູ້ທີ່ໄດ້ຮັບຜົນກະທົບ ສາມາດລາຍງານຄໍາຮ້ອງຮຽນ ແລະ ຊອກຫາວິທີແກ້ໄຂ ເມື່ອພວກເຂົາໄດ້ຮັບຜົນກະທົບ Read more…

ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຄົມເສດຖະກິດ ພາຍໃຕ້ກົນໄກ ກອງປະຊຸມທຸລະກິດລາວ

ໃນຕອນເຊົ້າຂອງວັນທີ 22 ກັນຍາ 2023, ທີ່ຫ້ອງປະຊຸມໂຮງແຮມຄຣາວພລາຊາ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃນນາມກອງເລຂາກອງປະຊຸມທຸລະກິດລາວ ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບການສ້າງຄວາມເຂັ້ມແຂງ ທາງດ້ານສະມາຄົມເສດຖະກິດ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ, ແລະ ທ່ານ ປະລິນຍາເອກ ນາງ ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ). ກອງປະຊຸມຄັ້ງນີ້ ໄດ້ມີຜູ້ຕາງໜ້າຈາກໜ່ວຍງານປຶກສາຫາລື ພາກທຸລະກິດພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ, ບັນດາຜູ້ຕາງໜ້າຈາກສະມາຄົມເສດຖະກິດ ຂະແໜງຕ່າງໆ ແລະ ສະພາການຄ້າຕ່າງປະເທດ ປະຈໍາ ສປປ ລາວ ເຂົ້າຮ່ວມ Read more…

ສົ່ງເສີ່ມວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂອງກອງເລຂາ ແລະ ໜ່ວຍງານ ຂັ້ນແຂວງ ທົ່ວປະເທດ

ໃນລະຫວ່າງວັນທີ 19 – 20 ກັນຍາ 2023, ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໃນນາມເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດ “ກອງປະຊຸມຝຶກອົບຮົມ ກ່ຽວກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ແກ່ກອງເລຂາ ແລະ ໜ່ວຍງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ (ອນຄ.ສ) ທົ່ວປະເທດ ຄັ້ງທີ 1” ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າ Read more…

Follow by Email
Share