​ຂ່າວໂຄງ​ການ ECL - Trade for Development - T4D https://www.t4dlaos.org T4D Laos Fri, 13 Oct 2023 07:09:32 +0000 lo hourly 1 https://wordpress.org/?v=6.9.4 https://www.t4dlaos.org/wp-content/uploads/2019/04/favicon.ico ​ຂ່າວໂຄງ​ການ ECL - Trade for Development - T4D https://www.t4dlaos.org 32 32 ຄະນະກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງ ເຂົ້າສາກົນດ້ານການຄ້າ (EIF) ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ຕິດ​ຕາມ​ໂຄງ​ການ EIF ໃນ ສ​ປ​ປ ລາວ https://www.t4dlaos.org/lo/2023/10/13/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%81%e0%ba%ad%e0%ba%87%e0%bb%80%e0%ba%a5%e0%ba%82%e0%ba%b2-%e0%ba%81%e0%ba%ad%e0%ba%9a%e0%bb%80%e0%ba%84%e0%ba%b7%e0%ba%ad%e0%ba%82%e0%bb%88%e0%ba%b2%e0%ba%8d/ Fri, 13 Oct 2023 07:09:30 +0000 https://www.t4dlaos.org/?p=5204 ຄະນະກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕວັນທີ 7 ເຖິງ 12 ຕຸລາ 2023. ຈຸດປະສົງຂອງການມາຢ້ຽມຢາມ ແມ່ນເພື່ອປຶກສາຫາລື ກັບພາກລັດຖະບານ ສປປ ລາວ ກ່ຽວກັບພາບລວມຂອງໂຄງການ EIF ໃນ ສປປ ລາວ, ບົດຮຽນທີ່ຖອດຖອນໄດ້ ແລະ ບັນດາບູລິມະສິດ ທີ່ຕິດພັນກັບການຊ່ວຍເຫຼືອວິຊາການ ທາງດ້ານການຄ້າ. ການມາຢ້ຽມຢາມຄັ້ງນີ້ ນຳໂດຍທ່ານ ດຣ. Ratnakar Adhikari ຜູ້ອຳນວຍການໃຫຍ່ ກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ, ທ່ານ ນາງ Hang Tran ຜູ້ປະສານງານອະວຸໂສ ກອງເລຂາ EIF. ໃນຄະນະທີ່ເດີນທາງມາຢ້ຽມຢາມ ສປປ ລາວ, ຄະນະ ໄດ້ຈັດກອງປະຊຸມກັບຫຼາຍພາກສ່ວນ ເປັນຕົ້ນບັນດາຄູ່ຮ່ວມຈັດຕັ້ງປະຕິບັດ Read more…

The post ຄະນະກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງ ເຂົ້າສາກົນດ້ານການຄ້າ (EIF) ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ຕິດ​ຕາມ​ໂຄງ​ການ EIF ໃນ ສ​ປ​ປ ລາວ first appeared on Trade for Development - T4D.

]]>
ຄະນະກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕວັນທີ 7 ເຖິງ 12 ຕຸລາ 2023. ຈຸດປະສົງຂອງການມາຢ້ຽມຢາມ ແມ່ນເພື່ອປຶກສາຫາລື ກັບພາກລັດຖະບານ ສປປ ລາວ ກ່ຽວກັບພາບລວມຂອງໂຄງການ EIF ໃນ ສປປ ລາວ, ບົດຮຽນທີ່ຖອດຖອນໄດ້ ແລະ ບັນດາບູລິມະສິດ ທີ່ຕິດພັນກັບການຊ່ວຍເຫຼືອວິຊາການ ທາງດ້ານການຄ້າ. ການມາຢ້ຽມຢາມຄັ້ງນີ້ ນຳໂດຍທ່ານ ດຣ. Ratnakar Adhikari ຜູ້ອຳນວຍການໃຫຍ່ ກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ, ທ່ານ ນາງ Hang Tran ຜູ້ປະສານງານອະວຸໂສ ກອງເລຂາ EIF. ໃນຄະນະທີ່ເດີນທາງມາຢ້ຽມຢາມ ສປປ ລາວ, ຄະນະ ໄດ້ຈັດກອງປະຊຸມກັບຫຼາຍພາກສ່ວນ ເປັນຕົ້ນບັນດາຄູ່ຮ່ວມຈັດຕັ້ງປະຕິບັດ ໂຄງການພາຍໃນປະເທດ ລວມມີ ການພົບປະ ແລະ ຢ້ຽມຢາມ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາງ Ina MARCIULIONYTE ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈໍາ ສປປ ລາວ ທັງເປັນ ຜູ້ອຳນວຍຄວາມສະດວກລະຫວ່າງຜູ້ໃຫ້ທຶນ ພາຍໃຕ້ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ, ປະຊຸມກັບຄະນະກອງເລຂາ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສູນຫັດຖະກຳ ອອກພົບຕົກ ທີ່ແຂວງຫຼວງພະບາງ, ພະແນກ NIU, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄູ່ຮ່ວມງານອື່ນໆ

The post ຄະນະກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງ ເຂົ້າສາກົນດ້ານການຄ້າ (EIF) ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ຕິດ​ຕາມ​ໂຄງ​ການ EIF ໃນ ສ​ປ​ປ ລາວ first appeared on Trade for Development - T4D.

]]>
ກອງປະຊຸມສະຫຼຸບຜົນໄດ້ຮັບ ແລະ ປິດໂຄງການ ECL https://www.t4dlaos.org/lo/2023/08/21/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%aa%e0%ba%b0%e0%ba%ab%e0%ba%bc%e0%ba%b8%e0%ba%9a%e0%ba%9c%e0%ba%bb%e0%ba%99%e0%bb%84%e0%ba%94%e0%bb%89%e0%ba%ae%e0%ba%b1/ Mon, 21 Aug 2023 03:34:08 +0000 https://www.t4dlaos.org/?p=4991 ທີ່ແຂວງຫຼວງພະບາງ, ວັນທີ 16 ສິງຫາ 2023, ກົມແຜນການ ແລະ ການຮ່ວມມື (ຜຮ) , ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ 3 ແຂວງພາກເໜືອ ໄດ້ຈັດກອງປະຊຸມ ສະຫຼຸບຜົນໄດ້ຮັບ ແລະ ປິດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພືຶ່ອສົ່ງອອກຢູ່ 3 ແຂວງພາກເໜືອ ຫຼື ເອີ້ນຫຍໍ້ວ່າ ECL. ກອງປະຊຸມ ໄດ້ຮັບກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມທັງໝົດຫຼາຍກ່ວາ 70 ກ່ວາທ່ານ ຕາງໜ້າຈາກ ບັນດາກົມພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ Read more…

The post ກອງປະຊຸມສະຫຼຸບຜົນໄດ້ຮັບ ແລະ ປິດໂຄງການ ECL first appeared on Trade for Development - T4D.

]]>
ທີ່ແຂວງຫຼວງພະບາງ, ວັນທີ 16 ສິງຫາ 2023, ກົມແຜນການ ແລະ ການຮ່ວມມື (ຜຮ) , ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ 3 ແຂວງພາກເໜືອ ໄດ້ຈັດກອງປະຊຸມ ສະຫຼຸບຜົນໄດ້ຮັບ ແລະ ປິດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພືຶ່ອສົ່ງອອກຢູ່ 3 ແຂວງພາກເໜືອ ຫຼື ເອີ້ນຫຍໍ້ວ່າ ECL.

ກອງປະຊຸມ ໄດ້ຮັບກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມທັງໝົດຫຼາຍກ່ວາ 70 ກ່ວາທ່ານ ຕາງໜ້າຈາກ ບັນດາກົມພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ທັງ 3 ແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ, ແລະ ສູນຫັດຖະກຳອອກ ພົບ ຕົກ.

ໃນບົດກ່າວເປີດ ທ່ານ ປະທານກອງປະຊຸມ ໄດ້ກ່າວເຖິງພາບລວມ ແລະ ຈຸດປະສົງຂອງໂຄງການ ECL, ຊຶ່ງແນໃສ່ສົ່ງເສີມຄວາມສາມາດ ໃນການສົ່ງອອກຂອງ 3 ແຂວງພາກເໜືອ, ໂດຍການສົ່ງເສີມການຜະລິດສິນຄ້າກະສິກຳທີ່ມີທ່າແຮງຂອງແຕ່ລະແຂວງ ໄດ້ແກ່ ການປູກເຂົ້າຢູ່ແຂວງຫຼວງນ້ຳທາ, ສາລີຢູ່ແຂວງອຸດົມໄຊ ແລະ ຊາຢູ່ແຂວງຜົ້ງສາລີ ແລະ ຍັງສົ່ງເສີມຂະແໜງຫັດຖະກຳ ໃນເຂດຕົວເມືອງທີ່ຫ່າງໄກສອກຫຼີກອີກດ້ວຍ.

ທ່ານປະທານກອງປະຊຸມ ກໍໄດ້ກ່າວເພີ່ມຕື່ມວ່າ ນັບແຕ່ໂຄງການຖືກລິເລີ່ມຈັດຕັ້ງປະຕິບັດ ໃນເດືອນກຸມພາ ປີ 2019, ກໍໄດ້ພົບພໍ້ກັບສິ່ງທ້າທາຍຫຼາຍຢ່າງໂດຍສະເພາະ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19, ຊຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ໂຄງການມີຄວາມຊັກຊ້າ ແລະ ຈຳເປັນຕ້ອງໄດ້ຕໍ່ອາຍຸໂຄງການທັງໝົດ 2 ຄັ້ງ, ຄັ້ງທີ 1 ແມ່ນໃນປີ 2021 ແບບບໍ່ມີທຶນເພີ່ມ ແລະ ຄັ້ງທີ 2 ແມ່ນໃນປີ 2022 ເພື່ອຂະຫຍາຍອາຍຸສິ້ນສຸດໂຄງການຮອດເດືອນກັນຍາ ປີ 2023 ໂດຍມີທຶນເພີ່ມເຕີມຈຳນວນໜຶ່ງໂດຍ ແນໃສ່ການສ້າງຜົນໄດ້ຮັບໃຫ້ໄດ້ໃນວົງກ້ວາງ ຈາກກິດຈະກຳໂຄງການທີ່ມີທ່າແຮງ. ເນື່ອງຈາກວ່າໂຄງການຖືກດຳເນີນມາເຖິງການສິ້ນສຸດ, ໃນວ່າງໝໍ່ໆ ມານີ້ ກໍມີການຈັດກອງປະຊຸມຜ່ານບົດລາຍງານຜົນໄດ້ຮັບການການປະເມີນຜົນໄລຍະທ້າຍໂຄງການ.

ໂດຍການຮັບຟັງຜົນການປະເມີນຜົນດັ່ງກ່າວ, ກົມ ຜຮ ຈຶ່ງໄດ້ຈັດກອງປະຊຸມສະຫຼຸບຜົນ ແລະ ປິດໂຄງການໃນຄັ້ງນີ້່ ເພື່ອສັງລວມຄືນບັນດາໝາກຜົນໄດ້ຮັບ, ບົດຮຽນທີ່ສາມາດຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ ແລະ ທັງປຶກສາຫາລືກ່ຽວກັບແນວທາງ ເພື່ອຮັກສາໝາກຜົນຂອງໂຄງການໃຫ້ມີຄວາມຍືນຍົງໃນອະນາຄົດ. ໃນກອງປະຊຸມຄັ້ງນີ້ ປະກອບມີຜູ້ບັນຍາຍຈາກ 4 ພາກສ່ວນໄດ້ແກ່ ຜູ້ຕາງໜ້າຈາກພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ຫຼື NIU ພາຍໃຕ້ກົມຜຮ, ກະຊວງອຄ ຊຶ່ງໄດ້ລາຍງານໝາກຜົນໄດ້ຮັບໂດຍລວມ ໃນນາມເປັນຜູ້ຄຸ້ມຄອງ ແລະ ປະສານງານໂຄງການ, ນອກນັ້ນ ກໍມີຜູ້ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ ຂອງ ສາມແຂວງທີ່ໄດ້ຮັບໂຄງການ ລາຍງານຜົນໄດ້ຮັບຈາກການຜະລິດ ແລະ ສົ່ງອອກຜະລິດຕະພັນຂອງແຂວງຕົນໃຫ້ທີ່ປະຊຸມຮັບຊາບ.

ກອງປະຊຸມໄດ້ມີການປຶກສາຫາລືກ່ຽວກັບກົນໄກການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ໂດຍການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງຄວາມສາມາດຂອງການຜະລິດ, ຜະລິດຕະພາບ ແລະ ທັງປັບປຸງນະໂຍບາຍ ແລະ ລະບຽບການຂອງພາກລັດ ເພື່ອເອື້ອອຳນວຍຄວາມສະດວກໃຫ້ພາກທຸລະກິດອີກດ້ວຍ.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ແຂວງ ກໍໄດ້ເນັ້ນໜັກກ່ຽວກັບ ກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ທຸລະກິດທີ່ທາງໂຄງການ ໄດ້ໃຫ້ການສະໜັບສະໜູນ ແລະ ໄດ້ຊ່ວຍແກ້ໄຂຫຼາຍບັນຫາທີ່ພາກທຸລະກິດຍົກຂື້ນພາຍໃນຂັ້ນແຂວງ ຊຶ່ງເປັນຜົນດີຕໍ່ ການດຳເນີນທຸລະກິດຢູ່ທ້ອງຖິ່ນ. ຢ່າງໃດກໍຕາມ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຍັງບໍ່ທັນມີງົບປະມານພຽງພໍ ໃນການຈັດຕັ້ງປະຕິບັດກົນໄກດັ່ງກ່າວໃຫ້ໄດ້ເຕັມເມັດເຕັມໜ່ວຍ ລວມໄປເຖິງຄວາມສາມາດຂອງບຸກຄະລາກອນພາຍໃນອົງກອນຍັງຈຳກັດ ຈຳເປັນຕ້ອງໄດ້ຮັບການຝຶກອົບຮົມຕື່ມ ຊຶ່ງສະພາການຄ້າ ແລະ ອຸດສາຫະກຳແຂວງ ເຊື່ອວ່າ ຖ້າຫາກພາກທຸລະກິດເຫັນໝາກຜົນ ແລະຄວາມສຳຄັນ ຂອງກົນໄກດັ່ງກ່າວນີ້ ກໍຈະສາມາດເປັນກຳລັງແຮງ ໃນການດຳເນີນການປຶກສາຫາລືຕໍ່ໄປອິີກໄດ້.

ກ່ອນປິດກອງປະຊຸມ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈເຖິງຜູ້ໃຫ້ທຶນ ໂດຍແມ່ນກອບເຄືອຄ່າຍ ການເຊື່ອມໂຍງເຂົ້າສາກົນດ້ານການຄ້າ, ບັນດາຜູ້ເຂົ້າຮ່ວມ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ພາກລັດ ແລະ ເອກະຊົນຂັ້ນທ້ອງຖິ່ນສືບຕໍການສະໜັບສະໜູນ ແລະ ຜັນຂະຫຍາຍໃຫ້ເກີດປະໂຫຍດວົງກ້ວາງ. ປະທານກອງປະຊຸມ ຍັງໄດ້ເນັ້້ນຜົນສຳເລັດຫຼາຍໆດ້ານ ຂອງໂຄງການທີ່ມີຕໍ່ພາກລັດ ແລະ ຊ່ວຍຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນຢູ່ເຂດຫ່າງໄກຊອກຫຼີກ. ຄວາມພະຍາຍາມ ແລະ ຄວາມເປັນເຈົ້າການຂອງໜ່ວຍງານຈັດຕັ້ງປະຕິບັດໂຄງການຂັ້ນທ້ອງຖິ່ນ ແລະ ພະແນກຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ໄດ້ຊ່ວຍໃຫ້ໂຄງການເປັນຂີດໝາຍອັນສຳຄັນ ສຳລັບການຊ່ວຍເຫຼືອເພື່ອຫຼຸດຜ່ອນ ຄວາມທຸກຍາກທີ່ຈັດຕັ້ງປະຕິບັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການ ທີ່ໄດ້ຮັບການສະໜັບສະໜູນໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວ ແມ່ນແນໃສ່ເພື່ອຊ່ວຍສົ່ງເສີມ ການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກ ໃນການພັດທະນາ ບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດ ຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ. ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

The post ກອງປະຊຸມສະຫຼຸບຜົນໄດ້ຮັບ ແລະ ປິດໂຄງການ ECL first appeared on Trade for Development - T4D.

]]>
ກອງປະຊຸມປະເມີນໂຄງການທ້າຍສະໄໝ ຂອງໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນເພືຶ່ອສົ່ງອອກຢູ່ 3 ແຂວງພາກເໜືອ https://www.t4dlaos.org/lo/2023/07/07/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%9b%e0%ba%b0%e0%bb%80%e0%ba%a1%e0%ba%b5%e0%ba%99%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%97%e0%bb%89/ Fri, 07 Jul 2023 07:43:34 +0000 https://www.t4dlaos.org/?p=4706 ວັງວຽງ, ວັນທີ 5 ກໍລະກົດ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ, ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ 3 ແຂວງພາກເໜືອ ໄດ້ຈັດກອງປະຊຸມປະເມີນໂຄງການທ້າຍສະໄໝ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ. ກອງປະຊຸມ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ສະພາການຄ້າ Read more…

The post ກອງປະຊຸມປະເມີນໂຄງການທ້າຍສະໄໝ ຂອງໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນເພືຶ່ອສົ່ງອອກຢູ່ 3 ແຂວງພາກເໜືອ first appeared on Trade for Development - T4D.

]]>
ວັງວຽງ, ວັນທີ 5 ກໍລະກົດ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ, ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ 3 ແຂວງພາກເໜືອ ໄດ້ຈັດກອງປະຊຸມປະເມີນໂຄງການທ້າຍສະໄໝ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ.

ກອງປະຊຸມ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ແລະ ສູນຫັດຖະກຳອອກ ພົບ ຕົກ.

ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ຍໍ້າວ່າ ໂຄງການຂອງພວກເຮົາໄດ້ຕໍ່ອາຍຸໂຄງການທັງໝົດ 2 ຄັ້ງ, ຄັ້ງທີ 1 ແມ່ນໃນປີ 2021 ໂດຍຕໍ່ແບບບໍ່ມີທຶນເພີ່ມ, ການຕໍ່ໂຄງການໃນຄັ້ງນີ້ແມ່ນເພື່ອປັບປຸງ ແຜນວຽກທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງ ໂຄວິດ-19 ໃນຳລຍະປີ 2020-2021, ແລະການຕໍ່ໂຄງການຄັ້ງທີ 2 ແມ່ນໃນປີ 2022 ໂດຍມີທຶນເພີ່ມຈຳນວນໜຶ່ງ, ຄັ້ງນີ້ແມ່ນແນໃສ່ສ້າງຜົນໄດ້ຮັບໃຫ້ໄດ້ໃນວົງກ້ວາງຈາກກິດຈະກຳໂຄງການທີ່ມີທ່າແຮງ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ປະກອບຄຳເຫັນຕໍ່ກັບຜົນໄດ້ຮັບຂອງການປະເມີນໂຄງການທ້າຍສະໄໝ.

ປະທານກອງປະຊຸມຍັງໄດ້ລະດົມໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາຜົນໄດ້ຮັບຕາມແຕ່ລະມາດຕະຖານການປະເມີນ ແລະ ປະກອບຄຳຄິດເຫັນຢ່າງຕັ້ງໜ້າ ເພື່ອໃຫ້ໄດ້ບົດປະເມີນໂຄງການທ້າຍສະໄໝທີ່ສົມບູນແບບກ່ອນນຳສະເໜີຕໍ່ຜູ້ໃຫ້ທຶນ ເພື່ອພິຈາລະນາ.

ກອງປະຊຸມໄດ້ມີການນຳສະເໜີຜົນຂອງການປະເມີນແຕ່ລະຈຸດທີ່ສຳຄັນຕາມແຕ່ລະມາດຕະຖານທີ່ກຳນົດໂດຍຜູ້ໃຫ້ທຶນ ລວມທັງບົດຮຽນທີ່ທອດຖອນໄດ້ ແລະ ຄຳສະເໜີແນະຂອງຜູ້ປະເມີນໂຄງການ. ບັນດາຄຳເຫັນຂອງພາກສ່ວນທີ່ກ່ຽວຂ້ອງ ໃນກອງປະຊຸມຈະຖືກປະກອບເຂົ້າໃນບົດລາຍງານປະເມີນໂຄງການ ກ່ອນຈະສົ່ງໃຫ້ກັບຜູ້ໃຫ້ທຶນ.
ພະແນກອຸດສາຫະກຳ ແລະ ການຄ້າແຂວງ ກໍ່ໄດ້ໃຫ້ຄຳໝັ້ນເບື້ອງຕົ້ນວ່າຈະສືບຕໍ່ສົ່ງເສີມພາກເອກະຊົນ ໂດຍການຮ່ວມມືກັບພາກລັດທີ່ກ່ຽວຂ້ອງເປັນຕົ້ນແມ່ນ ພະແນກກະສິກຳ ແລະ ປ່າໄມ້, ແລະ ສະພາອຸດສາຫະກຳ ແລະ ການຄ້າແຂວງ ເພື່ອສ້າງຄວາມອາສາມາດໃນການຜະລິດເຂົ້າໃຫ້ເປັນສິນຄ້າທ່າແຮງ ແລະ ປັບປຸງບັນດານິຕິກຳໃຫ້ເອື້ອຍອຳນວຍຕໍ່ການຂະແໜງການນີ້.

ສະພາອຸດສາຫະກຳ ແລະ ການຄ້າ ກໍໄດ້ເນັ້ນໜັກກ່ຽວກັບ ກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ທຸລະກິດທີ່ທາງໂຄງການ ໄດ້ໃຫ້ການສະໜັບສະໜູນ ແລະ ໄດ້ຊ່ວຍແກ້ໄຂຫຼາຍບັນຫາທີ່ພາກທຸລະກິດຍົກຂື້ນພາຍໃນຂັ້ນແຂວງ ເຊິ່ງມີຜົນກີຕໍ່ ການດຳເນີນທຸລະກິດຢູ່ທ້ອງຖິ່ນ. ຢ່າງໃດກໍຕາມ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຍັງບໍ່ທັນມີງົບປະມານພຽງພໍ ໃນການຈັດຕັ້ງປະຕິບັດກົນໄກດັ່ງກ່າວໃຫ້ໄດ້ເຕັມເມັດເຕັມໜ່ວຍ ລວມໄປເຖິງຄວາມສາມາດຂອງບຸກຄະລາກອນພາຍໃນອົງກອນຍັງຈຳກັດ ຈຳເປັນຕ້ອງໄດ້ຮັບການຝຶກອົບຮົມຕື່ມ ຊຶ່ງສະພາການຄ້າ ແລະ ອຸດສາຫະກຳແຂວງ ເຊື່ອວ່າ ຖ້າຫາກພາກທຸລະກິດເຫັນໝາກຜົນ ແລະຄວາມສຳຄັນ ຂອງກົນໄກດັ່ງກ່າວນີ້ ກໍຈະສາມາດເປັນກຳລັງແຮງໃນການດຳເນີນການປຶກສາຫາລືຕໍ່ໄປອິີກໄດ້.

ກ່ອນປິດກອງປະຊຸມ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ພາກລັດ ແລະ ເອກະຊົນຂັ້ນທ້ອງຖິ່ນສືບຕໍການສະໜັບສະໜູນ ແລະ ຜັນຂະຫຍາຍໃຫ້ເກີດປະໂຫຍດວົງກ້ວາງ. ປະທານກອງປະຊຸມຍັງໄດ້ເນັ້້ນຜົນສຳເລັດຫຼາຍໆດ້ານຂອງໂຄງການທີ່ມີຕໍ່ພາກລັດ ແລະ ຊ່ວຍຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນຢູ່ເຂດຫ່າງໄກຊອກຫຼີກ. ຄວາມພະຍາຍາມ ແລະ ຄວາມເປັນເຈົ້າການຂອງໜ່ວຍງານຈັດຕັ້ງປະຕິບັດໂຄງການຂັ້ນທ້ອງຖິ່ນ ແລະ ພະແນກຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ໄດ້ຊ່ວຍໃຫ້ໂຄງການເປັນຂີດໝາຍອັນສຳຄັນ ສຳລັບການຊ່ວຍເຫຼືອເພື່ອຫຼຸດຜ່ອນຄວາມທຸກຍາກທີ່ຈັດຕັ້ງປະຕິບັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

The post ກອງປະຊຸມປະເມີນໂຄງການທ້າຍສະໄໝ ຂອງໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນເພືຶ່ອສົ່ງອອກຢູ່ 3 ແຂວງພາກເໜືອ first appeared on Trade for Development - T4D.

]]>
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ສຳເລັດການຊ່ວຍເຫຼືອ ພາຍໃຕ້ໂຄງການ ECL ຢູ່ແຂວງຫຼວງນ້ຳ​ທາ https://www.t4dlaos.org/lo/2023/06/27/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%9b%e0%ba%b0%e0%bb%80%e0%ba%a1%e0%ba%b5%e0%ba%99%e0%ba%9c%e0%ba%bb%e0%ba%99%e0%ba%81%e0%ba%b2%e0%ba%99%e0%ba%88%e0%ba%b1/ Tue, 27 Jun 2023 04:54:50 +0000 https://www.t4dlaos.org/?p=4422 ຫຼວງນຳ້ທາ ວັນທີ 26 ມິຖຸນາ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນຳ້ທາ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ສຳເລັດການຊ່ວຍເຫຼືອ ພາຍໃຕ້ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ. ກອງປະຊຸມ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປອ ຄຳແກ້ວ ຈັນທະວົງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນຳ້ທາ. ມີຜູ້ເຂົ້າຮ່ວມທັງໝົດ 80 ທ່ານ ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື, Read more…

The post ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ສຳເລັດການຊ່ວຍເຫຼືອ ພາຍໃຕ້ໂຄງການ ECL ຢູ່ແຂວງຫຼວງນ້ຳ​ທາ first appeared on Trade for Development - T4D.

]]>
ຫຼວງນຳ້ທາ ວັນທີ 26 ມິຖຸນາ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນຳ້ທາ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ສຳເລັດການຊ່ວຍເຫຼືອ ພາຍໃຕ້ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ.

ກອງປະຊຸມ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປອ ຄຳແກ້ວ ຈັນທະວົງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນຳ້ທາ. ມີຜູ້ເຂົ້າຮ່ວມທັງໝົດ 80 ທ່ານ ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກການທີ່ກ່ຽວຂ້ອງຂອງແຂວງ, ສະພາການຄ້າ ແລະ ອຸດສາຫະກຳ, ບັນດາໂຮງສີເຂົ້າ ແລະ ຊາວນາຈາກທັງ 2 ເມືອງເປົ້າໝາຍ (ເມືອງຫຼວງນຳ້ທາ ແລະ ເມືອງສິງ).

ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ເນັ້ນໜັກເຖິງການປະກອບສ່ວນ ເຂົ້າໃນການອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ ແລະ ຄວາມເອົາໃຈໃສ່ຂອງບັນດາໂຮງສີເຂົ້າ ແລະ ຊາວນາ ເຊິ່ງໄດ້ຮັບໝາກຜົນທີ່ເປັນພໍໃຈທັງ 5 ລະດູການທີ່ໄດ້ຈັດຕັ້ງຜ່ານມາ. ພ້ອມດຽວກັນນັ້ນ, ຍັງຮຽກຮ້ອງໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ອຳນວຍຄວາມສະດວກໃຫ້ກັບ ໂຮງສີເຂົ້າ ແລະ ຊາວນາ ເພື່ອໃຫ້ສືບຕໍ່ນຳໃຊ້ບົດຮຽນທີ່ທອດຖອນໄດ້ ເຂົ້າໃນການສ້າງຜະລິດຕະພັນເຂົ້າໃຫ້ເປັນສິນຄ້າ ແລະ ແຜ່ຂະຫຍາຍໄປເຂດອື່ນໆ ເຊິ່ງເຊື່ອວ່າຈະສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງແຂວງໄດ້.

ການປຶກສາຫາລືແມ່ນເປັນໄປຢ່າງກົງໄປກົງມາ ໂດຍໄດ້ແລກປ່ຽນກ່ຽວກັບຜົນໄດ້ຮັບ ແລະ ບັນດາສິ່ງທ້າທາຍທີ່ຈະຕ້ອງໄດ້ຮັບການຮ່ວມມືຈາກທາງພາກລັດ ແລະ ເອກະຊົນ ໂດຍສະເພາະແມ່ນການຫັນໄປປູກພືດປະເພດອື່ນ ຫຼືຫັນເອົາດິນນາໄປເຮັດທຸລະກິດອື່ນ ທີ່ສົ່ງຜົນໃຫ້ພື້ນທີ່ການເຮັດນາຫຼຸດລົງ.

ພະແນກອຸດສາຫະກຳ ແລະ ການຄ້າແຂວງ ກໍ່ໄດ້ໃຫ້ຄຳໝັ້ນວ່າຈະສືບຕໍ່ສົ່ງເສີມພາກເອກະຊົນ ໂດຍການຮ່ວມມືກັບພາກລັດທີ່ກ່ຽວຂ້ອງເປັນຕົ້ນແມ່ນ ພະແນກກະສິກຳ ແລະ ປ່າໄມ້, ແລະ ສະພາອຸດສາຫະກຳ ແລະ ການຄ້າແຂວງ ເພື່ອສ້າງຄວາມອາສາມາດໃນການຜະລິດເຂົ້າໃຫ້ເປັນສິນຄ້າທ່າແຮງ ແລະ ປັບປຸງບັນດານິຕິກຳໃຫ້ເອື້ອຍອຳນວຍຕໍ່ການຂະແໜງການນີ້.

ສະພາອຸດສາຫະກຳ ແລະ ການຄ້າ ກໍໄດ້ເນັ້ນໜັກກ່ຽວກັບ ກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ທຸລະກິດທີ່ທາງໂຄງການໄດ້ໃຫ້ການສະໜັບສະໜູນ ແລະ ໄດ້ຊ່ວຍແກ້ໄຂຫຼາຍບັນຫາທີ່ພາກທຸລະກິດ ຍົກຂື້ນພາຍໃນຂັ້ນແຂວງ ເຊິ່ງມີຜົນກີຕໍ່ ການດຳເນີນທຸລະກິດຢູ່ທ້ອງຖິ່ນ. ຢ່າງໃດກໍຕາມ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຍັງບໍ່ທັນມີງົບປະມານພຽງພໍ ໃນການຈັດຕັ້ງປະຕິບັດກົນໄກດັ່ງກ່າວໃຫ້ໄດ້ເຕັມເມັດເຕັມໜ່ວຍ ລວມໄປເຖິງຄວາມສາມາດ ຂອງບຸກຄະລາກອນພາຍໃນອົງກອນຍັງຈຳກັດ ຈຳເປັນຕ້ອງໄດ້ຮັບການຝຶກອົບຮົມຕື່ມ ຊຶ່ງປະທານສະພາການຄ້າ ແລະ ອຸດສາຫະກຳ ເຊື່ອວ່າ ຖ້າຫາກພາກທຸລະກິດເຫັນໝາກຜົນ ແລະຄວາມສຳຄັນ ຂອງກົນໄກດັ່ງກ່າວນີ້ ກໍຈະສາມາດເປັນກຳລັງແຮງໃນການດຳເນີນການປຶກສາຫາລືຕໍ່ໄປອິີກໄດ້.

ກ່ອນປິດກອງປະຊຸມ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ພາກລັດ ແລະ ເອກະຊົນຂັ້ນທ້ອງຖິ່ນສືບຕໍການສະໜັບສະໜູນ ແລະ ຜັນຂະຫຍາຍໃຫ້ເກີດປະໂຫຍດວົງກ້ວາງ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມ ການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງ ພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

The post ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ສຳເລັດການຊ່ວຍເຫຼືອ ພາຍໃຕ້ໂຄງການ ECL ຢູ່ແຂວງຫຼວງນ້ຳ​ທາ first appeared on Trade for Development - T4D.

]]>
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດໂຄງການ ຂະແໜງຫັດຖະກຳຢູ່ 3 ແຂວງພາກເໜືອ https://www.t4dlaos.org/lo/2023/01/19/%e0%ba%9e%e0%ba%b4%e0%ba%97%e0%ba%b5%e0%bb%80%e0%ba%8a%e0%ba%b1%e0%ba%99%e0%ba%9a%e0%ba%bb%e0%ba%94%e0%ba%9a%e0%ba%b1%e0%ba%99%e0%ba%97%e0%ba%b6%e0%ba%81%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%bb%80/ Thu, 19 Jan 2023 06:55:14 +0000 https://www.t4dlaos.org/?p=3986 ນະຄອນຫຼວງພະບາງ ວັນທີ 18 ມັກອນ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບສູນຫັດຖະກຳ ອອກ ພົບ ຕົກ ເພື່ອຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມຂະແໜງຫັດຖະກຳຢູ່ 3 ແຂວງພາກເໜືອ (ຫຼວງນ້ຳທາ, ອຸດົມໄຊ ແລະ ຜົ້ງສາລີ) ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ. ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໃນນາມຊີ້ນຳພະແນກຄຸ້ມຄອງຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອຂອງຕ່າງປະເທດ ໂດຍໄດ້ຮັບການແຕ່ງຕັ້ງຈາກທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ຜູ້ປະສານງານໂຄງການປະຈຳ ສປປ ລາວ, ເຊັນບົດບັນທືກຄວາມເຂົ້າໃຈຮ່ວມກັບທ່ານນາງ ແວວມະນີ ດວງດາລາ ປະທານສູນຫັດຖະກຳ ອອກ Read more…

The post ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດໂຄງການ ຂະແໜງຫັດຖະກຳຢູ່ 3 ແຂວງພາກເໜືອ first appeared on Trade for Development - T4D.

]]>
ນະຄອນຫຼວງພະບາງ ວັນທີ 18 ມັກອນ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບສູນຫັດຖະກຳ ອອກ ພົບ ຕົກ ເພື່ອຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມຂະແໜງຫັດຖະກຳຢູ່ 3 ແຂວງພາກເໜືອ (ຫຼວງນ້ຳທາ, ອຸດົມໄຊ ແລະ ຜົ້ງສາລີ) ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ.

ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໃນນາມຊີ້ນຳພະແນກຄຸ້ມຄອງຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອຂອງຕ່າງປະເທດ ໂດຍໄດ້ຮັບການແຕ່ງຕັ້ງຈາກທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ຜູ້ປະສານງານໂຄງການປະຈຳ ສປປ ລາວ, ເຊັນບົດບັນທືກຄວາມເຂົ້າໃຈຮ່ວມກັບທ່ານນາງ ແວວມະນີ ດວງດາລາ ປະທານສູນຫັດຖະກຳ ອອກ ພົບ ຕົກ ໂດຍມີຕາງໜ້າຈາກພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ທັງ 3 ແຂວງ ເຂົ້າຮ່ວມເປັນສັກຂີພະຍານ ໃນການສະໜັບສະໜູນ 6 ບ້ານຫັດຖະກຳເປົ້າໝາຍ.

ຕະຫຼອດໄລຍະ 32 ເດືອນຜ່ານມາ ທັງສອງຝ່າຍໄດ້ຮ່ວມມືກັນ ສົ່ງເສີມຜູ້ຜະລິດສິນຄ້າຫັດຖະກຳຫຼາຍກ່ວາ 120 ຄົວເຮືອນ ເຊິ່ງໃນນັ້ນປະກອບດ້ວຍແມ່ຍິງ 80%. ຜູ້ເຂົ້າຮ່ວມໄດ້ຫ້າວຫັນເຂົ້າຮ່ວມກິດຈະກຳໂຄງການຢ່າງຕັ້ງໜ້າ ໂດຍສະເພາະແມ່ນການຝຶກອົບຮົມ ວິຊາການ ແລະ ການອອກຕະຫຼາດນັດ ເຊິ່ງສະມາດສ້າງລາຍຮັບເພີ່ມໃຫ້ກັບຄົວເຮືອນປະມານ 19% ຂອງລາຍຮັບປະຈຳປີ.

ອີງໃສ່ຜົນຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ທ່າແຮງບົ່ມຊ້ອນຂອງທັງ 3 ແຂວງ, ໂຄງການໄດ້ພິຈາລະນາ ສືບຕໍ່ສົ່ງເສີມຂະແໜງຫັດຖະກຳແຜ່ນແພ ອີກຕື່ມ 9 ເດືອນ ແຕ່ເດືອນມັງກອນ ຮອດເດືອນ ກັນຍາ 2023 ໂດຍແນໃສ່ເພີ່ມຈຳນວນຜູ້ເຂົ້າຮ່ວມໂຄງການໃຫ້ໄດ້ອີກ 20% ແລະ ນຳພາຜູ້ຜະລິດສິນຄ້າຢ່າງໜ້ອຍ 15 ຜະລິດຕະພັນເຂົ້າຮ່ວມງານຕະຫຼາດນັດ ຫຼື ກິດຈະກຳຊອກຫາຕະຫຼາດອື່ນໆ. ບັນດາເປົ້າໝາຍເຫຼົ່ານີ້ ຈະສຳເລັດຜົນໄດ້ກໍ່ຍ້ອນໄດ້ຮັບຄວາມເອົາໃຈໃສ່ສະໜັບສະໜູນ ແລະ ປະສານງານຈາກໜ່ວຍງານປະສານງານໂຄງການປະຈຳແຂວງ ກໍຄື ພະແນກອຸດສາຫະກຳ ແລະ ການຄ້າແຂວງ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ( Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາ ບັນດາແຂວງພາກເໜືອ ດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

The post ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດໂຄງການ ຂະແໜງຫັດຖະກຳຢູ່ 3 ແຂວງພາກເໜືອ first appeared on Trade for Development - T4D.

]]>
ກອງປະຊຸມວິຊາການເພື່ອຕິດຕາມຄວາມຄືບໜ້າການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຍົກຂຶ້ນຜ່ານກອງປະຊຸມທຸລະກິດລາວ(Lao Business Forum) ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ https://www.t4dlaos.org/lo/2022/12/29/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%a7%e0%ba%b4%e0%ba%8a%e0%ba%b2%e0%ba%81%e0%ba%b2%e0%ba%99%e0%bb%80%e0%ba%9e%e0%ba%b7%e0%bb%88%e0%ba%ad%e0%ba%95%e0%ba%b4/ Thu, 29 Dec 2022 04:26:49 +0000 https://www.t4dlaos.org/?p=3975 ໃນຕອນເຊົ້າ ຂອງວັນທີ 26 ທັນວາ 2022, ເວລາ 09:00 ຫາ 12:00 ໂມງ, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນນາມຈຸດປະສານງານ ພາກລັດ ໄດ້ຈັດກອງປະຊຸມວິິຊາການຂື້ນຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ໃນນາມກອງເລຂາກອງປະຊຸມທຸລະກິດລາວ, ເພື່ອຕິດຕາມຄວາມຄືບໜ້າຂອງການແກ້ໄຂ ບັນດາຂໍ້ສະເໜີໃນການແກ້ໄຂບັນຫາ ຂອງພາກທຸລະກິດທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຕາງໜ້າຈາກກົມກອງກ່ຽວຂ້ອງພາຍໃນກະຊວງ ອຄ ເຂົ້າຮ່ວມ ເຊັ່ນ: ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມນຳເຂົ້າ ແລະ ສົ່ງອອກ, Read more…

The post ກອງປະຊຸມວິຊາການເພື່ອຕິດຕາມຄວາມຄືບໜ້າການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຍົກຂຶ້ນຜ່ານກອງປະຊຸມທຸລະກິດລາວ(Lao Business Forum) ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ first appeared on Trade for Development - T4D.

]]>
ໃນຕອນເຊົ້າ ຂອງວັນທີ 26 ທັນວາ 2022, ເວລາ 09:00 ຫາ 12:00 ໂມງ, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນນາມຈຸດປະສານງານ ພາກລັດ ໄດ້ຈັດກອງປະຊຸມວິິຊາການຂື້ນຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ໃນນາມກອງເລຂາກອງປະຊຸມທຸລະກິດລາວ, ເພື່ອຕິດຕາມຄວາມຄືບໜ້າຂອງການແກ້ໄຂ ບັນດາຂໍ້ສະເໜີໃນການແກ້ໄຂບັນຫາ ຂອງພາກທຸລະກິດທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມດັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຕາງໜ້າຈາກກົມກອງກ່ຽວຂ້ອງພາຍໃນກະຊວງ ອຄ ເຂົ້າຮ່ວມ ເຊັ່ນ: ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມນຳເຂົ້າ ແລະ ສົ່ງອອກ, ກົມການຄ້າພາຍໃນ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ແລະ ກອງເລຂາກອງປະຊຸມທຸລະກີດລາວ. ກອງປະຊຸມໄດ້ຮັບຟັງການລາຍງານໂດຍ ສຄອຊ

ກ່ຽວກັບບັນຫາທີ່ພາກທຸລະກິດຍົກຂຶ້ນຜ່ານກອງປະຊຸມທຸລະກິດລາວ ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ ເຊິ່ງລວມມີທັງໝົດ 04 ບັນຫາ ຄື: 1) ສະເໜີໃຫ້ລັດຖະບານຮັບຮອງເອົາ 6 ຂະແໜງການບຸລິມະສິດ ຄື: ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ, ທ່ອງທຽວ ແລະ ຮ້ານອາຫານ, ກໍ່ສ້າງ ແລະ ສຶກສາ ເພື່ອປັບປູງຂັ້ນຕອນການອອກອະນຸຍາດດຳເນີນທຸລະກິດ; 2) ປັບປູງຂັ້ນຕອນການອອກອານຸຍາດດຳເນີນທຸລະກິດ ໃນ 6 ບູລິມະສິດ ດັ່ງກ່າວນັ້ນ ໂດຍການພິຈາລະນາອອກອະນຸຍາດດຳເນີນທຸລະກິດ ທີ່ອີງໃສ່ການປະເມີນຄວາມສ່ຽງຂອງກິດຈະການ; 3) ພິິຈາລະນາຄືຶນກ່ຽວກັບດຳລັດ 238/ລບ ວ່າດ້ວຍສະມາຄົມ ແລະ ຂໍ້ຕົກລົງ 1006/ອຄ.ຄພນ ວ່າດ້ວຍການສ້າງຕັ້ງສະພາການຄ້າຕ່າງປະເທດ ປະຈຳ ສປປ ລາວ ແລະ 4) ພິຈາລະນາ ຄົ້ນຄວ້າຫາທາງອອກ ໂດຍການປະເມີນຄືນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຕໍ່ເເຈ້ງການ 04718/ຍທຂ.ຫກ ທີ່ຕິດພັນກັບການຂົນສົ່ງ ແລະ ຄ່ຽນຖ່າຍສິນຄ້າໃນເຂດທ່າບົກ.

ພ້ອມດຽວກັນ, ຕາງໜ້າຈາກກົມກ່ຽວຂ້ອງພາຍໃນກະຊວງ ອຄ ໄດ້ລາຍງານຄວາມຄືບໜ້າຂອງການແກ້ໄຂບັນຫາຄົງຄ້າງ ດັ່ງກ່າວ ແລະ ເປີດເວທີປຶກສາຫາລືເພື່ອຊອກຫາທາງອອກໃນການເລັ່ງແກ້ໄຂບັນຫາຂອງພາກທຸລະກິດ ແນໃສ່ອຳນວຍຄວາມສະດວກດ້ານການຄ້າ, ສ້າງສະພາບແວດລ້ອມໃຫ້ແກ່ການດຳເນີນທຸລະກິດ ໃນ ສປປ ລາວ ແລະ ດຶງດູດການລົງທຶນ ໂດຍສະເພາະຜູ້ລົງທຶນທີ່ມີຄຸນນະະພາບ.

ຜ່ານການຮັບຟັງການລາຍງານຈາກພາກສ່ວນກ່ຽວຂ້ອງ ເຫັນວ່າຫລາຍບັນຫາແມ່ນໄດ້ມີຄວາມຄືບໜ້າພໍສົມຄວນ ແລະ ບາງບັນຫາຍັງຕ້ອງສືບຕໍ່ຕິດຕາມຊຸກຍູ້ເພື່ອແກ້ໄຂ ເຊິ່ງແມ່ນບັນຫາທີ່ຕິດພັນກັບຂະແໜງການກ່ຽວຂ້ອງນອກກະຊວງ ອຄ.

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຊີ້ນຳໃຫ້ຕາງໜ້າກົມກ່ຽວຂ້ອງທີ່ເຂົ້າຮ່ວມ ສືບຕໍ່ເອົາໃຈໃສ່ ຕິດຕາມຊຸກຍູ້ການແກ້ໄຂບັນຫາ ຂອງພາກທຸລະກິດ ທີ່ຍັງຄົງຄ້າງ ໂດຍສະເພາະໃຫ້ເລັ່ງຈັດກອງປະຊຸມວິຊາການກັບຂະແໜງການກ່ຽວຂ້ອງ ເພື່ອຮ່ວມກັນຊອກຫາທາງອອກ ໃນການແກ້ໄຂບັນຫາ ແລະ ສັງລວມລາຍງານຄືນ ໃຫ້ການນຳກະຊວງຮັບຊາບຄວາມຄືບໜ້າຂອງການແກ້ໄຂບັນຫາ ແລະ ຂໍ້ສະເໜີໃນການແກ້ໄຂບັນຫາໃນຕໍ່ໜ້າ ໂດຍສະເພາະສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ. ກອງປະຊຸມຄັ້ງນີ້ ຍັງເປັນການກະກຽມ ໃຫ້ແກ່ກອງປະຊຸມທຸລະກິດ ຄັ້ງທີ 14 ທີ່ມີແຜນຈະຈັດຂື້ນໃນ ໄຕມາດທີ 01 ຂອງປີ 2023.

The post ກອງປະຊຸມວິຊາການເພື່ອຕິດຕາມຄວາມຄືບໜ້າການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຍົກຂຶ້ນຜ່ານກອງປະຊຸມທຸລະກິດລາວ(Lao Business Forum) ທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ first appeared on Trade for Development - T4D.

]]>
ກອງປະຊຸມປຶກສາຫາລືພາກທຸລະກິດ ແຂວງຫຼວງນຳ້ທາ ພາຍໃຕ້ໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL) https://www.t4dlaos.org/lo/2022/12/15/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%9b%e0%ba%b6%e0%ba%81%e0%ba%aa%e0%ba%b2%e0%ba%ab%e0%ba%b2%e0%ba%a5%e0%ba%b7%e0%ba%9e%e0%ba%b2%e0%ba%81%e0%ba%97%e0%ba%b8/ Thu, 15 Dec 2022 08:01:30 +0000 http://www.t4dlaos.org/?p=3961 ໃນວັນທີ 15 ທັນວາ 2022, ສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງນໍາ້ທາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຮ່ວມກັບໂຄງການ ECL ໄດ້ຈັດກອງປະຊຸມປຶກສາຫາລະພາກທຸລະກິດພາຍໃນແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສົງ ແກ້ວມະນີວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍມີຜູ້ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 15 ທ່ານ ຈາກທັງໝົດ 5 ເມືອງ ໂດຍມາຈາກຂະແໜງການທຸລະກິດທີ່ສຳຄັນຂອງແຂວງຄື: ຫັດຖະກຳ, ກະສິກຳ, ການຄ້າ, ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳ, ຂົນສົ່ງ, ກໍ່ສ້າງ, ຂຸດຄົ້ນ, ທ່ອງທ່ຽວ, ແລະ ຂະແໜງຂາຍຍົກຂາຍຍ່ອຍ ແລະ ການບໍລິການ. Read more…

The post ກອງປະຊຸມປຶກສາຫາລືພາກທຸລະກິດ ແຂວງຫຼວງນຳ້ທາ ພາຍໃຕ້ໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL) first appeared on Trade for Development - T4D.

]]>
ໃນວັນທີ 15 ທັນວາ 2022, ສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງນໍາ້ທາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຮ່ວມກັບໂຄງການ ECL ໄດ້ຈັດກອງປະຊຸມປຶກສາຫາລະພາກທຸລະກິດພາຍໃນແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສົງ ແກ້ວມະນີວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍມີຜູ້ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 15 ທ່ານ ຈາກທັງໝົດ 5 ເມືອງ ໂດຍມາຈາກຂະແໜງການທຸລະກິດທີ່ສຳຄັນຂອງແຂວງຄື: ຫັດຖະກຳ, ກະສິກຳ, ການຄ້າ, ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳ, ຂົນສົ່ງ, ກໍ່ສ້າງ, ຂຸດຄົ້ນ, ທ່ອງທ່ຽວ, ແລະ ຂະແໜງຂາຍຍົກຂາຍຍ່ອຍ ແລະ ການບໍລິການ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອຮັບຟັງການສະເໜີບັນຫາຈາກບັນດາຜູ້ປະກອບການ ຕໍ່ກັບການດຳເນີນທຸລະກິດພາຍ ໃນແຂວງຫຼວງນ້ຳທາ ແລະ ເກັບກຳບັນຫາທີ່ພາກທຸລະກິດພົບພໍ່້ ເພື່ອສະເໜີໃຫ້ກັບພາກລັດທີ່ກ່ຽວຂ້ອງຄົ້ນຄ້ວາ ແລະ ຊ່ວຍແກ້ໄຂບັນຫາ.

ປະທານກອງປະຊຸມໄດ້ກ່າວເຖິງຄວາມສຳຄັນ ຂອງກອງປະຊຸມໃນມື້ນີ້ ຈະເປັນໜຶ່ງໃນວິທີທາງສຳຄັນ ທີ່ຈະສາມາດຊ່ວຍພາກທຸລະກິດ ໂດຍສະເພາະແມ່ນການສ້າງສະພາບແວດລ້ອມ ໃຫ້ສາມາດອຳນວຍຄວາມສະດວກແກ່ການດຳເນີນທຸລະກິດຂອງແຂວງຫຼວງນ້ຳທາ. ພ້ອມທັງ ເປັນການລາຍງານສະພາບການດຳເນີນທຸລະກິດ ຂອງແຂວງຫຼວງນ້ຳ ໃຫ້ພາກສ່ວນກ່ຽວຂ້ອງ ໃນການປັບປຸງແກ້ໄຂ.

ຈາກກອງປະຊຸມເຫັນວ່າພາກທຸລະກິດໃຫ້ ໄດ້ປະກອບຄຳເຫັນຢ່າງຫ້າວຫັນ ເຊິ່ງສາມາດເກັບກຳບັນຫາໄດ້ຫຼາຍພໍສົມຄວນ ໂດຍສະເພາະແມ່ນບັນຫາທີ່ຕິດພັນກັບການຂົນສົ່ງ, ຂັ້ນຕອນການຂໍອະນຸຍາດການລົງທຶນໃນໂຄງການຕ່າງໆ, ການເກັບຄ່າທຳນຽມ ແລະ ອາກອນ, ແລະ ການເຂົ້າຫາແຫຼ່ງທຶນ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

The post ກອງປະຊຸມປຶກສາຫາລືພາກທຸລະກິດ ແຂວງຫຼວງນຳ້ທາ ພາຍໃຕ້ໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL) first appeared on Trade for Development - T4D.

]]>