ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ສຳເລັດການຊ່ວຍເຫຼືອ ພາຍໃຕ້ໂຄງການ ECL ຢູ່ແຂວງຫຼວງນ້ຳ​ທາ

Published by NIU on

ຫຼວງນຳ້ທາ ວັນທີ 26 ມິຖຸນາ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນຳ້ທາ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ສຳເລັດການຊ່ວຍເຫຼືອ ພາຍໃຕ້ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ.

ກອງປະຊຸມ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປອ ຄຳແກ້ວ ຈັນທະວົງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນຳ້ທາ. ມີຜູ້ເຂົ້າຮ່ວມທັງໝົດ 80 ທ່ານ ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກການທີ່ກ່ຽວຂ້ອງຂອງແຂວງ, ສະພາການຄ້າ ແລະ ອຸດສາຫະກຳ, ບັນດາໂຮງສີເຂົ້າ ແລະ ຊາວນາຈາກທັງ 2 ເມືອງເປົ້າໝາຍ (ເມືອງຫຼວງນຳ້ທາ ແລະ ເມືອງສິງ).

ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ເນັ້ນໜັກເຖິງການປະກອບສ່ວນ ເຂົ້າໃນການອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ ແລະ ຄວາມເອົາໃຈໃສ່ຂອງບັນດາໂຮງສີເຂົ້າ ແລະ ຊາວນາ ເຊິ່ງໄດ້ຮັບໝາກຜົນທີ່ເປັນພໍໃຈທັງ 5 ລະດູການທີ່ໄດ້ຈັດຕັ້ງຜ່ານມາ. ພ້ອມດຽວກັນນັ້ນ, ຍັງຮຽກຮ້ອງໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ອຳນວຍຄວາມສະດວກໃຫ້ກັບ ໂຮງສີເຂົ້າ ແລະ ຊາວນາ ເພື່ອໃຫ້ສືບຕໍ່ນຳໃຊ້ບົດຮຽນທີ່ທອດຖອນໄດ້ ເຂົ້າໃນການສ້າງຜະລິດຕະພັນເຂົ້າໃຫ້ເປັນສິນຄ້າ ແລະ ແຜ່ຂະຫຍາຍໄປເຂດອື່ນໆ ເຊິ່ງເຊື່ອວ່າຈະສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງແຂວງໄດ້.

ການປຶກສາຫາລືແມ່ນເປັນໄປຢ່າງກົງໄປກົງມາ ໂດຍໄດ້ແລກປ່ຽນກ່ຽວກັບຜົນໄດ້ຮັບ ແລະ ບັນດາສິ່ງທ້າທາຍທີ່ຈະຕ້ອງໄດ້ຮັບການຮ່ວມມືຈາກທາງພາກລັດ ແລະ ເອກະຊົນ ໂດຍສະເພາະແມ່ນການຫັນໄປປູກພືດປະເພດອື່ນ ຫຼືຫັນເອົາດິນນາໄປເຮັດທຸລະກິດອື່ນ ທີ່ສົ່ງຜົນໃຫ້ພື້ນທີ່ການເຮັດນາຫຼຸດລົງ.

ພະແນກອຸດສາຫະກຳ ແລະ ການຄ້າແຂວງ ກໍ່ໄດ້ໃຫ້ຄຳໝັ້ນວ່າຈະສືບຕໍ່ສົ່ງເສີມພາກເອກະຊົນ ໂດຍການຮ່ວມມືກັບພາກລັດທີ່ກ່ຽວຂ້ອງເປັນຕົ້ນແມ່ນ ພະແນກກະສິກຳ ແລະ ປ່າໄມ້, ແລະ ສະພາອຸດສາຫະກຳ ແລະ ການຄ້າແຂວງ ເພື່ອສ້າງຄວາມອາສາມາດໃນການຜະລິດເຂົ້າໃຫ້ເປັນສິນຄ້າທ່າແຮງ ແລະ ປັບປຸງບັນດານິຕິກຳໃຫ້ເອື້ອຍອຳນວຍຕໍ່ການຂະແໜງການນີ້.

ສະພາອຸດສາຫະກຳ ແລະ ການຄ້າ ກໍໄດ້ເນັ້ນໜັກກ່ຽວກັບ ກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ທຸລະກິດທີ່ທາງໂຄງການໄດ້ໃຫ້ການສະໜັບສະໜູນ ແລະ ໄດ້ຊ່ວຍແກ້ໄຂຫຼາຍບັນຫາທີ່ພາກທຸລະກິດ ຍົກຂື້ນພາຍໃນຂັ້ນແຂວງ ເຊິ່ງມີຜົນກີຕໍ່ ການດຳເນີນທຸລະກິດຢູ່ທ້ອງຖິ່ນ. ຢ່າງໃດກໍຕາມ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຍັງບໍ່ທັນມີງົບປະມານພຽງພໍ ໃນການຈັດຕັ້ງປະຕິບັດກົນໄກດັ່ງກ່າວໃຫ້ໄດ້ເຕັມເມັດເຕັມໜ່ວຍ ລວມໄປເຖິງຄວາມສາມາດ ຂອງບຸກຄະລາກອນພາຍໃນອົງກອນຍັງຈຳກັດ ຈຳເປັນຕ້ອງໄດ້ຮັບການຝຶກອົບຮົມຕື່ມ ຊຶ່ງປະທານສະພາການຄ້າ ແລະ ອຸດສາຫະກຳ ເຊື່ອວ່າ ຖ້າຫາກພາກທຸລະກິດເຫັນໝາກຜົນ ແລະຄວາມສຳຄັນ ຂອງກົນໄກດັ່ງກ່າວນີ້ ກໍຈະສາມາດເປັນກຳລັງແຮງໃນການດຳເນີນການປຶກສາຫາລືຕໍ່ໄປອິີກໄດ້.

ກ່ອນປິດກອງປະຊຸມ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ພາກລັດ ແລະ ເອກະຊົນຂັ້ນທ້ອງຖິ່ນສືບຕໍການສະໜັບສະໜູນ ແລະ ຜັນຂະຫຍາຍໃຫ້ເກີດປະໂຫຍດວົງກ້ວາງ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມ ການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງ ພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

Follow by Email
Share