ກອງປະຊຸມສະຫຼຸບຜົນໄດ້ຮັບ ແລະ ປິດໂຄງການ ECL

Published by NIU on

ທີ່ແຂວງຫຼວງພະບາງ, ວັນທີ 16 ສິງຫາ 2023, ກົມແຜນການ ແລະ ການຮ່ວມມື (ຜຮ) , ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ 3 ແຂວງພາກເໜືອ ໄດ້ຈັດກອງປະຊຸມ ສະຫຼຸບຜົນໄດ້ຮັບ ແລະ ປິດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພືຶ່ອສົ່ງອອກຢູ່ 3 ແຂວງພາກເໜືອ ຫຼື ເອີ້ນຫຍໍ້ວ່າ ECL.

ກອງປະຊຸມ ໄດ້ຮັບກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມທັງໝົດຫຼາຍກ່ວາ 70 ກ່ວາທ່ານ ຕາງໜ້າຈາກ ບັນດາກົມພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ທັງ 3 ແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ, ແລະ ສູນຫັດຖະກຳອອກ ພົບ ຕົກ.

ໃນບົດກ່າວເປີດ ທ່ານ ປະທານກອງປະຊຸມ ໄດ້ກ່າວເຖິງພາບລວມ ແລະ ຈຸດປະສົງຂອງໂຄງການ ECL, ຊຶ່ງແນໃສ່ສົ່ງເສີມຄວາມສາມາດ ໃນການສົ່ງອອກຂອງ 3 ແຂວງພາກເໜືອ, ໂດຍການສົ່ງເສີມການຜະລິດສິນຄ້າກະສິກຳທີ່ມີທ່າແຮງຂອງແຕ່ລະແຂວງ ໄດ້ແກ່ ການປູກເຂົ້າຢູ່ແຂວງຫຼວງນ້ຳທາ, ສາລີຢູ່ແຂວງອຸດົມໄຊ ແລະ ຊາຢູ່ແຂວງຜົ້ງສາລີ ແລະ ຍັງສົ່ງເສີມຂະແໜງຫັດຖະກຳ ໃນເຂດຕົວເມືອງທີ່ຫ່າງໄກສອກຫຼີກອີກດ້ວຍ.

ທ່ານປະທານກອງປະຊຸມ ກໍໄດ້ກ່າວເພີ່ມຕື່ມວ່າ ນັບແຕ່ໂຄງການຖືກລິເລີ່ມຈັດຕັ້ງປະຕິບັດ ໃນເດືອນກຸມພາ ປີ 2019, ກໍໄດ້ພົບພໍ້ກັບສິ່ງທ້າທາຍຫຼາຍຢ່າງໂດຍສະເພາະ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19, ຊຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ໂຄງການມີຄວາມຊັກຊ້າ ແລະ ຈຳເປັນຕ້ອງໄດ້ຕໍ່ອາຍຸໂຄງການທັງໝົດ 2 ຄັ້ງ, ຄັ້ງທີ 1 ແມ່ນໃນປີ 2021 ແບບບໍ່ມີທຶນເພີ່ມ ແລະ ຄັ້ງທີ 2 ແມ່ນໃນປີ 2022 ເພື່ອຂະຫຍາຍອາຍຸສິ້ນສຸດໂຄງການຮອດເດືອນກັນຍາ ປີ 2023 ໂດຍມີທຶນເພີ່ມເຕີມຈຳນວນໜຶ່ງໂດຍ ແນໃສ່ການສ້າງຜົນໄດ້ຮັບໃຫ້ໄດ້ໃນວົງກ້ວາງ ຈາກກິດຈະກຳໂຄງການທີ່ມີທ່າແຮງ. ເນື່ອງຈາກວ່າໂຄງການຖືກດຳເນີນມາເຖິງການສິ້ນສຸດ, ໃນວ່າງໝໍ່ໆ ມານີ້ ກໍມີການຈັດກອງປະຊຸມຜ່ານບົດລາຍງານຜົນໄດ້ຮັບການການປະເມີນຜົນໄລຍະທ້າຍໂຄງການ.

ໂດຍການຮັບຟັງຜົນການປະເມີນຜົນດັ່ງກ່າວ, ກົມ ຜຮ ຈຶ່ງໄດ້ຈັດກອງປະຊຸມສະຫຼຸບຜົນ ແລະ ປິດໂຄງການໃນຄັ້ງນີ້່ ເພື່ອສັງລວມຄືນບັນດາໝາກຜົນໄດ້ຮັບ, ບົດຮຽນທີ່ສາມາດຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ ແລະ ທັງປຶກສາຫາລືກ່ຽວກັບແນວທາງ ເພື່ອຮັກສາໝາກຜົນຂອງໂຄງການໃຫ້ມີຄວາມຍືນຍົງໃນອະນາຄົດ. ໃນກອງປະຊຸມຄັ້ງນີ້ ປະກອບມີຜູ້ບັນຍາຍຈາກ 4 ພາກສ່ວນໄດ້ແກ່ ຜູ້ຕາງໜ້າຈາກພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ຫຼື NIU ພາຍໃຕ້ກົມຜຮ, ກະຊວງອຄ ຊຶ່ງໄດ້ລາຍງານໝາກຜົນໄດ້ຮັບໂດຍລວມ ໃນນາມເປັນຜູ້ຄຸ້ມຄອງ ແລະ ປະສານງານໂຄງການ, ນອກນັ້ນ ກໍມີຜູ້ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ ຂອງ ສາມແຂວງທີ່ໄດ້ຮັບໂຄງການ ລາຍງານຜົນໄດ້ຮັບຈາກການຜະລິດ ແລະ ສົ່ງອອກຜະລິດຕະພັນຂອງແຂວງຕົນໃຫ້ທີ່ປະຊຸມຮັບຊາບ.

ກອງປະຊຸມໄດ້ມີການປຶກສາຫາລືກ່ຽວກັບກົນໄກການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ໂດຍການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງຄວາມສາມາດຂອງການຜະລິດ, ຜະລິດຕະພາບ ແລະ ທັງປັບປຸງນະໂຍບາຍ ແລະ ລະບຽບການຂອງພາກລັດ ເພື່ອເອື້ອອຳນວຍຄວາມສະດວກໃຫ້ພາກທຸລະກິດອີກດ້ວຍ.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ແຂວງ ກໍໄດ້ເນັ້ນໜັກກ່ຽວກັບ ກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ທຸລະກິດທີ່ທາງໂຄງການ ໄດ້ໃຫ້ການສະໜັບສະໜູນ ແລະ ໄດ້ຊ່ວຍແກ້ໄຂຫຼາຍບັນຫາທີ່ພາກທຸລະກິດຍົກຂື້ນພາຍໃນຂັ້ນແຂວງ ຊຶ່ງເປັນຜົນດີຕໍ່ ການດຳເນີນທຸລະກິດຢູ່ທ້ອງຖິ່ນ. ຢ່າງໃດກໍຕາມ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຍັງບໍ່ທັນມີງົບປະມານພຽງພໍ ໃນການຈັດຕັ້ງປະຕິບັດກົນໄກດັ່ງກ່າວໃຫ້ໄດ້ເຕັມເມັດເຕັມໜ່ວຍ ລວມໄປເຖິງຄວາມສາມາດຂອງບຸກຄະລາກອນພາຍໃນອົງກອນຍັງຈຳກັດ ຈຳເປັນຕ້ອງໄດ້ຮັບການຝຶກອົບຮົມຕື່ມ ຊຶ່ງສະພາການຄ້າ ແລະ ອຸດສາຫະກຳແຂວງ ເຊື່ອວ່າ ຖ້າຫາກພາກທຸລະກິດເຫັນໝາກຜົນ ແລະຄວາມສຳຄັນ ຂອງກົນໄກດັ່ງກ່າວນີ້ ກໍຈະສາມາດເປັນກຳລັງແຮງ ໃນການດຳເນີນການປຶກສາຫາລືຕໍ່ໄປອິີກໄດ້.

ກ່ອນປິດກອງປະຊຸມ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈເຖິງຜູ້ໃຫ້ທຶນ ໂດຍແມ່ນກອບເຄືອຄ່າຍ ການເຊື່ອມໂຍງເຂົ້າສາກົນດ້ານການຄ້າ, ບັນດາຜູ້ເຂົ້າຮ່ວມ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ພາກລັດ ແລະ ເອກະຊົນຂັ້ນທ້ອງຖິ່ນສືບຕໍການສະໜັບສະໜູນ ແລະ ຜັນຂະຫຍາຍໃຫ້ເກີດປະໂຫຍດວົງກ້ວາງ. ປະທານກອງປະຊຸມ ຍັງໄດ້ເນັ້້ນຜົນສຳເລັດຫຼາຍໆດ້ານ ຂອງໂຄງການທີ່ມີຕໍ່ພາກລັດ ແລະ ຊ່ວຍຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນຢູ່ເຂດຫ່າງໄກຊອກຫຼີກ. ຄວາມພະຍາຍາມ ແລະ ຄວາມເປັນເຈົ້າການຂອງໜ່ວຍງານຈັດຕັ້ງປະຕິບັດໂຄງການຂັ້ນທ້ອງຖິ່ນ ແລະ ພະແນກຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ໄດ້ຊ່ວຍໃຫ້ໂຄງການເປັນຂີດໝາຍອັນສຳຄັນ ສຳລັບການຊ່ວຍເຫຼືອເພື່ອຫຼຸດຜ່ອນ ຄວາມທຸກຍາກທີ່ຈັດຕັ້ງປະຕິບັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການ ທີ່ໄດ້ຮັບການສະໜັບສະໜູນໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວ ແມ່ນແນໃສ່ເພື່ອຊ່ວຍສົ່ງເສີມ ການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກ ໃນການພັດທະນາ ບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດ ຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ. ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມ ທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

Follow by Email
Share