ຄະນະກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງ ເຂົ້າສາກົນດ້ານການຄ້າ (EIF) ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ຕິດ​ຕາມ​ໂຄງ​ການ EIF ໃນ ສ​ປ​ປ ລາວ

Published by NIU on

ຄະນະກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕວັນທີ 7 ເຖິງ 12 ຕຸລາ 2023. ຈຸດປະສົງຂອງການມາຢ້ຽມຢາມ ແມ່ນເພື່ອປຶກສາຫາລື ກັບພາກລັດຖະບານ ສປປ ລາວ ກ່ຽວກັບພາບລວມຂອງໂຄງການ EIF ໃນ ສປປ ລາວ, ບົດຮຽນທີ່ຖອດຖອນໄດ້ ແລະ ບັນດາບູລິມະສິດ ທີ່ຕິດພັນກັບການຊ່ວຍເຫຼືອວິຊາການ ທາງດ້ານການຄ້າ. ການມາຢ້ຽມຢາມຄັ້ງນີ້ ນຳໂດຍທ່ານ ດຣ. Ratnakar Adhikari ຜູ້ອຳນວຍການໃຫຍ່ ກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ, ທ່ານ ນາງ Hang Tran ຜູ້ປະສານງານອະວຸໂສ ກອງເລຂາ EIF. ໃນຄະນະທີ່ເດີນທາງມາຢ້ຽມຢາມ ສປປ ລາວ, ຄະນະ ໄດ້ຈັດກອງປະຊຸມກັບຫຼາຍພາກສ່ວນ ເປັນຕົ້ນບັນດາຄູ່ຮ່ວມຈັດຕັ້ງປະຕິບັດ ໂຄງການພາຍໃນປະເທດ ລວມມີ ການພົບປະ ແລະ ຢ້ຽມຢາມ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານນາງ Ina MARCIULIONYTE ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈໍາ ສປປ ລາວ ທັງເປັນ ຜູ້ອຳນວຍຄວາມສະດວກລະຫວ່າງຜູ້ໃຫ້ທຶນ ພາຍໃຕ້ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ, ປະຊຸມກັບຄະນະກອງເລຂາ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສູນຫັດຖະກຳ ອອກພົບຕົກ ທີ່ແຂວງຫຼວງພະບາງ, ພະແນກ NIU, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄູ່ຮ່ວມງານອື່ນໆ

Follow by Email
Share