ກອງປະຊຸມປະເມີນໂຄງການທ້າຍສະໄໝ ຂອງໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນເພືຶ່ອສົ່ງອອກຢູ່ 3 ແຂວງພາກເໜືອ

Published by NIU on

ວັງວຽງ, ວັນທີ 5 ກໍລະກົດ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ, ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ 3 ແຂວງພາກເໜືອ ໄດ້ຈັດກອງປະຊຸມປະເມີນໂຄງການທ້າຍສະໄໝ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ.

ກອງປະຊຸມ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ແລະ ສູນຫັດຖະກຳອອກ ພົບ ຕົກ.

ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ຍໍ້າວ່າ ໂຄງການຂອງພວກເຮົາໄດ້ຕໍ່ອາຍຸໂຄງການທັງໝົດ 2 ຄັ້ງ, ຄັ້ງທີ 1 ແມ່ນໃນປີ 2021 ໂດຍຕໍ່ແບບບໍ່ມີທຶນເພີ່ມ, ການຕໍ່ໂຄງການໃນຄັ້ງນີ້ແມ່ນເພື່ອປັບປຸງ ແຜນວຽກທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດຂອງ ໂຄວິດ-19 ໃນຳລຍະປີ 2020-2021, ແລະການຕໍ່ໂຄງການຄັ້ງທີ 2 ແມ່ນໃນປີ 2022 ໂດຍມີທຶນເພີ່ມຈຳນວນໜຶ່ງ, ຄັ້ງນີ້ແມ່ນແນໃສ່ສ້າງຜົນໄດ້ຮັບໃຫ້ໄດ້ໃນວົງກ້ວາງຈາກກິດຈະກຳໂຄງການທີ່ມີທ່າແຮງ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ປະກອບຄຳເຫັນຕໍ່ກັບຜົນໄດ້ຮັບຂອງການປະເມີນໂຄງການທ້າຍສະໄໝ.

ປະທານກອງປະຊຸມຍັງໄດ້ລະດົມໃຫ້ພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາຜົນໄດ້ຮັບຕາມແຕ່ລະມາດຕະຖານການປະເມີນ ແລະ ປະກອບຄຳຄິດເຫັນຢ່າງຕັ້ງໜ້າ ເພື່ອໃຫ້ໄດ້ບົດປະເມີນໂຄງການທ້າຍສະໄໝທີ່ສົມບູນແບບກ່ອນນຳສະເໜີຕໍ່ຜູ້ໃຫ້ທຶນ ເພື່ອພິຈາລະນາ.

ກອງປະຊຸມໄດ້ມີການນຳສະເໜີຜົນຂອງການປະເມີນແຕ່ລະຈຸດທີ່ສຳຄັນຕາມແຕ່ລະມາດຕະຖານທີ່ກຳນົດໂດຍຜູ້ໃຫ້ທຶນ ລວມທັງບົດຮຽນທີ່ທອດຖອນໄດ້ ແລະ ຄຳສະເໜີແນະຂອງຜູ້ປະເມີນໂຄງການ. ບັນດາຄຳເຫັນຂອງພາກສ່ວນທີ່ກ່ຽວຂ້ອງ ໃນກອງປະຊຸມຈະຖືກປະກອບເຂົ້າໃນບົດລາຍງານປະເມີນໂຄງການ ກ່ອນຈະສົ່ງໃຫ້ກັບຜູ້ໃຫ້ທຶນ.
ພະແນກອຸດສາຫະກຳ ແລະ ການຄ້າແຂວງ ກໍ່ໄດ້ໃຫ້ຄຳໝັ້ນເບື້ອງຕົ້ນວ່າຈະສືບຕໍ່ສົ່ງເສີມພາກເອກະຊົນ ໂດຍການຮ່ວມມືກັບພາກລັດທີ່ກ່ຽວຂ້ອງເປັນຕົ້ນແມ່ນ ພະແນກກະສິກຳ ແລະ ປ່າໄມ້, ແລະ ສະພາອຸດສາຫະກຳ ແລະ ການຄ້າແຂວງ ເພື່ອສ້າງຄວາມອາສາມາດໃນການຜະລິດເຂົ້າໃຫ້ເປັນສິນຄ້າທ່າແຮງ ແລະ ປັບປຸງບັນດານິຕິກຳໃຫ້ເອື້ອຍອຳນວຍຕໍ່ການຂະແໜງການນີ້.

ສະພາອຸດສາຫະກຳ ແລະ ການຄ້າ ກໍໄດ້ເນັ້ນໜັກກ່ຽວກັບ ກົນໄກປຶກສາຫາລືລະຫວ່າງພາກລັດ ແລະ ທຸລະກິດທີ່ທາງໂຄງການ ໄດ້ໃຫ້ການສະໜັບສະໜູນ ແລະ ໄດ້ຊ່ວຍແກ້ໄຂຫຼາຍບັນຫາທີ່ພາກທຸລະກິດຍົກຂື້ນພາຍໃນຂັ້ນແຂວງ ເຊິ່ງມີຜົນກີຕໍ່ ການດຳເນີນທຸລະກິດຢູ່ທ້ອງຖິ່ນ. ຢ່າງໃດກໍຕາມ ສະພາການຄ້າ ແລະ ອຸດສາຫະກຳແຂວງ ຍັງບໍ່ທັນມີງົບປະມານພຽງພໍ ໃນການຈັດຕັ້ງປະຕິບັດກົນໄກດັ່ງກ່າວໃຫ້ໄດ້ເຕັມເມັດເຕັມໜ່ວຍ ລວມໄປເຖິງຄວາມສາມາດຂອງບຸກຄະລາກອນພາຍໃນອົງກອນຍັງຈຳກັດ ຈຳເປັນຕ້ອງໄດ້ຮັບການຝຶກອົບຮົມຕື່ມ ຊຶ່ງສະພາການຄ້າ ແລະ ອຸດສາຫະກຳແຂວງ ເຊື່ອວ່າ ຖ້າຫາກພາກທຸລະກິດເຫັນໝາກຜົນ ແລະຄວາມສຳຄັນ ຂອງກົນໄກດັ່ງກ່າວນີ້ ກໍຈະສາມາດເປັນກຳລັງແຮງໃນການດຳເນີນການປຶກສາຫາລືຕໍ່ໄປອິີກໄດ້.

ກ່ອນປິດກອງປະຊຸມ ປະທານກອງປະຊຸມໄດ້ສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ພາກລັດ ແລະ ເອກະຊົນຂັ້ນທ້ອງຖິ່ນສືບຕໍການສະໜັບສະໜູນ ແລະ ຜັນຂະຫຍາຍໃຫ້ເກີດປະໂຫຍດວົງກ້ວາງ. ປະທານກອງປະຊຸມຍັງໄດ້ເນັ້້ນຜົນສຳເລັດຫຼາຍໆດ້ານຂອງໂຄງການທີ່ມີຕໍ່ພາກລັດ ແລະ ຊ່ວຍຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນຢູ່ເຂດຫ່າງໄກຊອກຫຼີກ. ຄວາມພະຍາຍາມ ແລະ ຄວາມເປັນເຈົ້າການຂອງໜ່ວຍງານຈັດຕັ້ງປະຕິບັດໂຄງການຂັ້ນທ້ອງຖິ່ນ ແລະ ພະແນກຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ໄດ້ຊ່ວຍໃຫ້ໂຄງການເປັນຂີດໝາຍອັນສຳຄັນ ສຳລັບການຊ່ວຍເຫຼືອເພື່ອຫຼຸດຜ່ອນຄວາມທຸກຍາກທີ່ຈັດຕັ້ງປະຕິບັດໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF). ໂຄງການດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍສົ່ງເສີມການເຕີບໂຕຂອງເສດຖະກິດ ໂດຍຖືເອົາວຽກງານການຄ້າ, ທຸລະກິດ ແລະ ພາກເອກະຊົນເປັນຫຼັກໃນການພັດທະນາບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດ, ເຊິ່ງປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ.ໂຄງການນີ້ປະກອບມີທັງໝົດ 3 ອົງປະກອບຄື: ການເສີມສ້າງສະພາບແວດລ້ອມທີ່ເອື້ອອໍານວຍສໍາລັບການດໍາເນີນທຸລະກິດ, ປັບປຸງປະສິດທິພາບໃນການຜະລິດ ແລະ ການສົ່ງອອກຂອງຂະແໜງການເປົ້າໝາຍ ແລະ ການຄຸ້ມຄອງບໍລິຫານໂຄງການ.

Follow by Email
Share