ຂ່າວ​ໂຄງ​ການ LCT - Trade for Development - T4D https://www.t4dlaos.org T4D Laos Fri, 13 Dec 2024 12:35:31 +0000 lo hourly 1 https://wordpress.org/?v=6.9.4 https://www.t4dlaos.org/wp-content/uploads/2019/04/favicon.ico ຂ່າວ​ໂຄງ​ການ LCT - Trade for Development - T4D https://www.t4dlaos.org 32 32 ໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ຈົບລົງ ດ້ວຍຜົນສຳເລັດ ທີ່ໜ້າປະທັບໃຈ, ຊ່ວຍສົ່ງເສີມການເຕີບໂຕທາງທຸລະກິດທີ່ຍືນຍົງ ແລະ ທົ່ວເຖິງ ໃນ ສປປ ລາວ https://www.t4dlaos.org/lo/2024/12/13/%e0%bb%82%e0%ba%84%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%bb%e0%bb%88%e0%ba%87%e0%bb%80%e0%ba%aa%e0%ba%b5%e0%ba%a1%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%ba%ad%e0%ba%b2%e0%ba%94%e0%ba%aa/ Fri, 13 Dec 2024 12:35:29 +0000 https://www.t4dlaos.org/?p=5769 ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ປະສົບຄວາມສຳເລັດໃນການສະຫຼຸບໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ທີ່ ນະຄອນຫຼວງ ວຽງຈັນ. ໂຄງການ LCT ໄດ້ຊ່ວຍຫຼຸດຜ່ອນບັນດາອຸປະສັກຕໍ່ພາກທຸລະກິດຢ່າງຊັດເຈນ ໂດຍຜ່ານການປັບປຸງສະພາບແວດລ້ອມທາງດ້ານລະບຽບການ ໂດຍສະເພາະແມ່ນບັນດານະໂຍບາຍທີ່ດີຂື້ນ ແລະ ມີສ່ວນຮ່ວມຫຼາຍຂື້ນ, ຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ ແລະ ເພີ່ມຄວາມສາມາດແຂ່ງຂັນໃຫ້ກັບບັນດາຫົວໜ່ວຍທຸລະກິດ. ໂຄງການ ໄດ້ຮັບທຶນສະໜັບສະໜູນເງິນກູ້ຈາກທະນາຄານໂລກ-ອົງການພັດທະນາສາກົນ IDA ຈຳນວນ 10 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າຫຼາຍຝ່າຍ ຈຳນວນ 9.5 ລ້ານໂດລາສະຫະລັດ ໂດຍການປະກອບສ່ວນຈາກລັດຖະບານປະເທດ ອົດສະຕຣາລີ, ໄອແລນ, ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID). ໂຄງການ LCT ໄດ້ຮັບການຈັດຕັ້ງປະຕິບັດ ໂດຍພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ຫ້ອງການ, ກະຊວງອຸດສາຫະກຳ Read more…

The post ໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ຈົບລົງ ດ້ວຍຜົນສຳເລັດ ທີ່ໜ້າປະທັບໃຈ, ຊ່ວຍສົ່ງເສີມການເຕີບໂຕທາງທຸລະກິດທີ່ຍືນຍົງ ແລະ ທົ່ວເຖິງ ໃນ ສປປ ລາວ first appeared on Trade for Development - T4D.

]]>
ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ປະສົບຄວາມສຳເລັດໃນການສະຫຼຸບໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ທີ່ ນະຄອນຫຼວງ ວຽງຈັນ. ໂຄງການ LCT ໄດ້ຊ່ວຍຫຼຸດຜ່ອນບັນດາອຸປະສັກຕໍ່ພາກທຸລະກິດຢ່າງຊັດເຈນ ໂດຍຜ່ານການປັບປຸງສະພາບແວດລ້ອມທາງດ້ານລະບຽບການ ໂດຍສະເພາະແມ່ນບັນດານະໂຍບາຍທີ່ດີຂື້ນ ແລະ ມີສ່ວນຮ່ວມຫຼາຍຂື້ນ, ຫຼຸດຜ່ອນຕົ້ນທຶນທາງດ້ານການຄ້າ ແລະ ເພີ່ມຄວາມສາມາດແຂ່ງຂັນໃຫ້ກັບບັນດາຫົວໜ່ວຍທຸລະກິດ. ໂຄງການ ໄດ້ຮັບທຶນສະໜັບສະໜູນເງິນກູ້ຈາກທະນາຄານໂລກ-ອົງການພັດທະນາສາກົນ IDA ຈຳນວນ 10 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າຫຼາຍຝ່າຍ ຈຳນວນ 9.5 ລ້ານໂດລາສະຫະລັດ ໂດຍການປະກອບສ່ວນຈາກລັດຖະບານປະເທດ ອົດສະຕຣາລີ, ໄອແລນ, ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID).

ໂຄງການ LCT ໄດ້ຮັບການຈັດຕັ້ງປະຕິບັດ ໂດຍພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ຫ້ອງການ, ກະຊວງອຸດສາຫະກຳ ແລະ ການ.
ໂຄງການ ປະກອບດ້ວຍ 4 ເສົາຄໍ້າຫຼັກ ລວມມີ: ເສົາຄໍ້າ A: ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ. ເສົາຄໍ້າ B: ອຳນວຍຄວາມສະດວກດ້ານການຄ້າ ແລະ ສົ່ງເສີມການເຂົ້າສູ່ຕະຫຼາດ. ເສົາຄໍ້າ C: ປັບປຸງຄວາມສາມາດໃນການແຂ່ງຂັນໃຫ້ພາກທຸລະກິດ. ເສົາຄໍ້າ D: ສະໜັບສະໜູນເພື່ອປັບປຸງການສ້າງນະໂຍບາຍທີ່ເໝາະສົມ ແລະ ມີສ່ວນຮ່ວມ.

ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ແລະ ຄວາມບໍ່ໝັ້ນຄົງຂອງເສດຖະກິດຈຸນລະພາກ, ໂຄງການຍັງສາມາດປະສົບຜົນສຳເລັດທີ່ໜ້າເພິງພໍໃຈ ລວມມີ: 1). ການຍົກເລີກບັນດາສິ່ງທີ່ກີດຂວາງ ຕໍ່ກັບການສ້າງຕັ້ງວິສາຫະກິດ ໂດຍຜ່ານການຫຼຸດຜ່ອນຄວາມຫຍຸ້ງຍາກຂອງຂັ້ນຕອນການຈົດທະບຽນວິສາຫະກິດ, ການສ້າງເວັບໄຊຖານຂໍ້ມູນທະບຽນວິສາຫາກິດ, ແລະ ສ້າງຂະບວນການແບບນຳໃຊ້ລະບົບອອນລາຍ ເພື່ອນໍາໄປສູ່ການຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການເລີ່ມຕົ້ນທຸລະກິດພາຍໃນປະເທດ; 2) ການຈັດຕັ້ງປະຕິບັດຂັ້ນຕອນການຄຸ້ມຄອງການຄ້າຊາຍແດນ, ລວມທັງການນໍາສະເໜີກອບການຄຸ້ມຄອງຄວາມສ່ຽງຮ່ວມກັນ, ການປັບປຸງມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ, ການຈັດຕັ້ງພັນທະພາຍໃຕ້ຂໍ້ຕົກລົງວ່າດ້ວຍການອໍານວຍຄວາມສະດວກດ້ານທາງດ້ານການຄ້າຂອງ ອົງການການຄ້າໂລກ ຫຼື WTO, ແລະ ການສ້າງຄວາມເຂັ້ມແຂງໃຫ່ແກ່ການປະສານງານ ລະຫວ່າງອົງການພາຍໃຕ້ຄະນະກໍາມະການ ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງແຫ່ງຊາດ; 3) ໂດຍຜ່ານທຶນສົມທົບເພື່ອສົ່ງເສີມພາກທຸລະກິດໄລຍະທີ II (BAF II), BAF II ໄດ້ໃຫ້ທຶນສົມທົບ 557 ທຶນ ແກ່ 363 ບໍລິສັດໃນທົ່ວປະເທດ; 4) ໂຄງການ LCT ຍັງໄດ້ປັບປຸງປະສິດທິພາບຂອງໂຄງຮ່າງການຄຸ້ມຄອງການຊ່ວຍເຫຼືອດ້ານການຄ້າໂດຍຜ່ານ ການສ້າງຄວາມເຂັ້ມແຂງໃຫ້ແກ່ການດໍາເນີນງານຂອງຄະນະກໍາມະການບໍລິຫານງານໂຄງການ ແລະ ຄະນະກໍາມະການທົບທວນຄືນໂຄງການ ແລະ ການສົນທະນາລະຫວ່າງພາກລັດ ແລະ ພາກເອກະຊົນພາຍໃຕ້ກອງປະຊຸມທຸກິດລາວທີ່ໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວ ເຊິ່ງໄດ້ປະກອບສ່ວນສໍາຄັນໃນການແກ້ໄຂບັນຫາທີ່ເປັນອຸປະສັກຕໍ່ການລົງທຶນຂອງພາກເອກະຊົນພາຍໃນປະເທດ.

ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ “ການເປັນຄູ່ຮ່ວມມື-ພັດທະນາລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານໂລກ, ລັດຖະບານອົດສຕຣາລີ, ລັດຖະບານສະຫະລັດອາເມລິກາ ແລະ ລັດຖະບານໄອແລນ ໃນໄລຍະ 15 ປີຜ່ານມາ, ຊຶ່ງເປັນການການຮ່ວມມືແມ່ນໄດ້ສຸມໃສ່ການເຊື່ອມໂຍງເສດະຖະກິດສູ່ສາກົນ ແລະ ພາກພື້ນ, ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ທຸລະກິດ, ອຳນວຍຄວາມສະດວກດ້ານດານຄ້າ ແລະ ສ້າງຄວາມສາມາດໃນການແຂ່ງຂັນໃຫ້ຂະແໜງການທີ່ບໍ່ນຳໃຊ້ຊັບພະຍາກອນທຳມະຊາດ ໃນການເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນ. ຄວາມພະຍາຍາມດັ່ງກ່າວ ລ້ວນແລ້ວແຕ່ສອດຄ່ອງກັບຍຸດທະສາດແຫ່ງຊາດ ໃນການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ, ການຟື້ນຟູເສດຖະກິດຈາກຜົນກະທົບຂອງ COVID-19 ແລະ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026.”

ທ່ານ ເມແກນ ໂຈນສ໌, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ຍັງໄດ້ກ່າວວ່າ: “ໃນໄລຍະ 6 ປີທີ່ຜ່ານມາ, ພວກເຮົາໄດ້ເຮັດວຽກຮ່ວມກັນຜ່ານໂຄງການນີ້ ໃນການແກ້ໄຂບັນຫາທີ່ຫຍຸ້ງຍາກບາງຢ່າງ ແລະ ໄດ້ເຫັນຜົນໄດ້ຮັບທີ່ດີ ແລະ ອົດສະຕຣາລີກໍາລັງພິຈາລະນາຢ່າງຕັ້ງໜ້າໃນການສະໜັບສະໜູນໄລຍະທີສອງຂອງໂຄງການ LCT. ພວກເຮົາຫວັງວ່າຈະໄດ້ຮ່ວມມືຢ່າງໃກ້ຊິດໃນຂະບວນການອອກແບບເພື່ອຮັບປະກັນວ່າໄລຍະຕໍ່ໄປຈະແກ້ໄຂບັນດາບູລິມະສິດທີ່ເກີດຂຶ້ນໃໝ່.”

“ໂຄງການນີ້ສະທ້ອນໃຫ້ເຫັນເຖິງຄວາມເຊື່ອຂອງພວກເຮົາໃນທ່າແຮງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານພາກເອກະຊົນ ໃຫ້ກາຍເປັນຜູ້ຂັບເຄື່ອນທີ່ສຳຄັນຂອງການພັດທະນາເສດຖະກິດແບບຍືນຍົງ. ໂຄງການນີ້ໄດ້ໃຫ້ຄວາມສຳຄັນແກ່ພາກທຸລະກິດ ໃນການຈັດຕັ້ງປະຕິບັດໂຄງການ, ໂດຍຮັບຮູ້ເຖິງບົດບາດສຳຄັນຂອງພາກທຸລະກິດໃນການຂັບເຄື່ອນການເຕີບໂຕທາງເສດຖະກິດ ແລະ ການສ້າງໂອກາດໃນການພັດທະນາແບບຍືນຍົງ.” ກ່າວໂດຍ ທ່ານນາງ ເຮເຕີ ວາຣີວາ, ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ.

“ທະນາຄານໂລກ ແລະ ບັນດາຄູ່ຮ່ວມພັດທະນາ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບກະຊວງອຸດສາຫະກຳ ແລະ ການຄ້າໃນໄລຍະຕໍ່ໄປຂອງໂຄງການ ເພື່ອປັບປຸງການອຳນວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ການຄ້າ ແລະ ບູລິມະສິດອື່ນໆ ຂອງປະເທດ ໃນການສົ່ງເສີມການເຕີບໂຕ ຂອງພາກເອກະຊົນ ເພື່ອສ້າງໂອກາດໃນການຈ້າງງານໃຫ້ຫຼາຍຂຶ້ນໃນ ສປປ ລາວ” ທ່ານ ອາເລັກຊານເດີ ເຄຣເມີ, ຜູ້ຈັດການປະເທດຂອງທະນາຄານໂລກ ກ່າວ.

ໂຄງການ LCTP ໄດ້ເປັນເຄື່ອງມືໃນການສົ່ງເສີມການເຕີບໂຕທາງເສດຖະກິດແບບຍືນຍົງ ແລະ ມີສ່ວນຮ່ວມ ໂດຍຜ່ານການປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ, ການຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການຄ້າ, ແລະ ການປັບປຸງການແຂ່ງຂັນໃຫ້ແກ່ພາກທຸລະກິດ, ແລະ ການສົ່ງເສີມນະໂຍບາຍທີ່ດີຂຶ້ນ ແລະ ການສົນທະນາລະຫວ່າງພາກລັດ ແລະ ເອກະຊົນໃນ ສປປ ລາວ.

The post ໂຄງການສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ຈົບລົງ ດ້ວຍຜົນສຳເລັດ ທີ່ໜ້າປະທັບໃຈ, ຊ່ວຍສົ່ງເສີມການເຕີບໂຕທາງທຸລະກິດທີ່ຍືນຍົງ ແລະ ທົ່ວເຖິງ ໃນ ສປປ ລາວ first appeared on Trade for Development - T4D.

]]>
ງານນຳ​ສະ​ເໜີ​ຜົນ​ສຳ​ເລັດ 5ປີ ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II (ທສທ II) ພາຍ​ໃຕ້​ຫົວ​ຂໍ້ “ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ” https://www.t4dlaos.org/lo/2024/09/16/%e0%ba%87%e0%ba%b2%e0%ba%99%e0%ba%99%e0%ba%b3%e0%ba%aa%e0%ba%b0%e0%bb%80%e0%bb%9c%e0%ba%b5%e0%ba%9c%e0%ba%bb%e0%ba%99%e0%ba%aa%e0%ba%b3%e0%bb%80%e0%ba%a5/ Mon, 16 Sep 2024 04:18:56 +0000 https://www.t4dlaos.org/?p=5616 ນະຄອນຫຼວງວຽງຈັນ, ສປປ ລາວ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານ ນຳສະເໜີຜົນສຳເລັດຂອງ ທສທ II ພາຍໃຕ້ຫົວຂໍ້ ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ ຫລື ເອີ້ນວ່າ BAF II Showcase ຈັດຂື້ນຢູ່ທີ່ ສູນການຄ້າວຽງຈັນເຊັນເຕີ ໃນວັນທີ 13 ກັນຍາ 2023.ງານດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງ ຜົນສຳເລັດຕະຫຼອດໄລຍະເວລາ 5 ປີ ຂອງການຈັດຕັ້ງປະຕິບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະສອງ ຫຼື ທສທ II ເພື່ອແນໃສ່ການຊ່ວຍເຫຼືອ ແລະ ປັບປຸງຂີດຄວາມສາມາດຂອງພາກທຸລະກິດຂອງລາວ. ງານນຳສະເໜີຜົນສຳເລັດຂອງ ທສທ II ໃນຄັ້ງນີ້ ໃຫ້ກຽດກ່າວເປີດໂດຍ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງ ອຸດສາຫະກໍາ ແລະ Read more…

The post ງານນຳ​ສະ​ເໜີ​ຜົນ​ສຳ​ເລັດ 5ປີ ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II (ທສທ II) ພາຍ​ໃຕ້​ຫົວ​ຂໍ້ “ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ” first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ສປປ ລາວ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານ ນຳສະເໜີຜົນສຳເລັດຂອງ ທສທ II ພາຍໃຕ້ຫົວຂໍ້ ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ ຫລື ເອີ້ນວ່າ BAF II Showcase ຈັດຂື້ນຢູ່ທີ່ ສູນການຄ້າວຽງຈັນເຊັນເຕີ ໃນວັນທີ 13 ກັນຍາ 2023.
ງານດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງ ຜົນສຳເລັດຕະຫຼອດໄລຍະເວລາ 5 ປີ ຂອງການຈັດຕັ້ງປະຕິບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດ ໄລຍະສອງ ຫຼື ທສທ II ເພື່ອແນໃສ່ການຊ່ວຍເຫຼືອ ແລະ ປັບປຸງຂີດຄວາມສາມາດຂອງພາກທຸລະກິດຂອງລາວ.

ງານນຳສະເໜີຜົນສຳເລັດຂອງ ທສທ II ໃນຄັ້ງນີ້ ໃຫ້ກຽດກ່າວເປີດໂດຍ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ແຂກສຳຄັນທີ່ຖືກເຊີນເຂົ້າຮ່ວມອີກຫຼາຍທ່ານ ເຊັ່ນ: ທ່ານ. ແອນແດຼ ຄອບໂປລ່າ, ຫົວໜ້ານັກເສດຖະສາດ ແລະ ຄຸ້ມຄອງໂຄງການທະນາຄານໂລກ ປະຈໍາ ສປປ ລາວ, ຫວຽດນາມ ແລະ ກຳປູເຈຍ; ທ່ານ ນາງ ແຮັດເຕີ້ ວາເຣຍອາວາ, ເອກອັກຄະລັດຖະທູດສະຫະລັດອະເມລິກາ ປະຈໍາ ສປປ ລາວ; ທ່ານ ນາງ ເບນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ, ຕົວແທນຈາກພາກລັດ, ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາອື່ນໆ.

ທສທ II ແມ່ນໜຶ່ງໃນ 4 ເສົາຄ້ຳພາຍໃຕ້ໂຄງການສົ່ງເສີມຄວາມອາດສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ແລະ ໄດ້ຮັບຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາໂດຍ ພະແນກຄຸ້ມຄອງການຊ່ວຍເຫຼືອຂອງຕ່າງປະເທດ (NIU), ຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ. ໂຄງການ LCT ໄດ້ຮັບການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຊ່ວຍເຫຼຶອຈາກ ທະນາຄານໂລກ ລວມທັງທຶນຊ່ວຍເຫຼືອລ້າຫຼາຍຝ່າຍຈາກ ກະຊວງການຕ່າງປະເທດ ແລະ ການຄ້າຂອງປະເທດ ອົດສະຕາລີ (DFAT), ອົງການ Irish Aid ແລະ USAID.

ທສທ II ໄດ້ເລີ່ມເປີດໃຫ້ບໍລິການມາແຕ່ເດືອນ ກໍລະກົດ ປີ 2019 ໂດຍໃຫ້ການສະໜັບສະໜູນ ການໃຫ້ຄຳປຶກສາ ດ້ານທຸລະກິດແບບບໍ່ເສຍຄ່າ ໃຫ້ກັບພາກທຸລະກິດລາວ ທີ່ມີຄວາມຕ້ອງກາານການຊ່ວຍເຫຼືອ ລວມທັງການໃຫ້ການສະໜັບສະໜູນທຶນສົມທົບ 50% ໃຫ້ກັບບັນດາຫົວໜ່ວຍທຸລະກິດ ທີ່ຕ້ອງການເຂົ້າເຖິງການບໍລິການຂອງຜູ້ສະ ໜອງບໍລິການດ້ານການພັດທະນາທຸລະກິດ ຫຼື BDS ໃນການແກ້ໄຂຂໍ້ຈຳກັດທາງດ້ານເຕັກນິກເພື່ອການຂະຫຍາຍໂຕຂອງບໍລິສັດເຂົາເຈົ້າ.

ໄດ້ມີ 600 ກ່ວາບໍລິສັດ ທີ່ໄດ້ຮັບການບໍລິການ ໃຫ້ຄຳປຶກສາ ແລະ ຫຼາຍກ່ວາ 550 ທຶນສົມທົບທີ່ໄດ້ຮັບການອະນຸມັດ ເຊິ່ງໃນນັ້ນລວມມີຫຼາຍກ່າວ 360 ບໍລິສັດ ໃນຂອບເຂດທົ່ວປະເທດ.

ໃນບົດກ່າວເປີດຂອງ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານໄດ້ກ່າວວ່າ “ພວກເຮົາຫວັງວ່າງານນຳສະເໜີ ຜົນສຳເລັດໃນມື້ນີ້ ຈະບໍ່ພຽງແຕ່ເປັນການສະໜອງຂໍ້ມູນທີ່ເປັນປະໂຫຍດ ຈາກການໃຫ້ບໍລິການຈາກຜູ້ສະໜອງບໍລິການດ້ານການພັດທະນາທຸລະກິດ BDS ໃນການຂະຫຍາຍໂຕຂອງທຸລະກິດເຂົາເຈົ້າແນວໃດເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມໃຫ້ບັນດາບໍລິສັດ ລວມທັງບໍລິສັດທີ່ກໍ່ຕັ້ງໃໝ່ ແລະ ຜູ້ປະກອບການລຸ້ນໃໝ່ ໃນການພ້ອມຮັບມືກັບຄວາມສ່ຽງຕ່າງໆ ເພື່ອສ້າງທຸລະກິດຂອງຕົນ ໃຫ້ກາຍເປັນບໍລິສັດທີ່ມີຄວາມເຂັ້ມແຂງ ແລະ ຍືນຍົງ ມີຄວາມອາດສາມາດໃນການແຂ່ງຂັນກັບຕ່າງປະເທດໄດ້”

ງານນຳສະເໜີຜົນສຳເລັດຂອງ ທສທ II ຍັງໄດ້ມີການນຳສະເໜີ ຖານຂໍ້ມູນຜູ້ສະໜອງບໍລິການດ້ານການພັດທະນາທຸລະກິດ ທີ່ດໍາເນີນໃນລາວ BDS ແບບອອນລາຍ, ລວມທັງນຳສະເໜີ 10 ກໍລະນີສຶກສາ ທີ່ສະແດງໃຫ້ເຫັນຜົນປະໂຫຍດ ຈາກການໃຊ້ການບໍລິການຂອງຜູ້ສະໜອງບໍລິການ ດ້ານການພັດທະນາທຸລະກິດ BDS ເພື່ອປັບປຸງການດຳເນີນງານຂອງບໍລິສັດ. ນອກຈາກນີ້ ຍັງມີ 10 ບົດນຳສະເໜີ ຈາກຜູ້ຊ່ຽວຊານ ທີ່ມາຈາກຜູ້ສະໜອງບໍລິການດ້ານການພັດທະນາທຸລະກິດ BDS ໃນຂະແໜງການຕ່າງໆ ທີ່ແຕກຕ່າງກັນ, ລວມມີ: ການສ້າງ ແບຣນ ແລະ ການຕະຫຼາດ, ການນຳໃຊ້ນະວັດຕະກຳ, ປັນຍາປະດິດ (Artificial Intelligence-AI), ມາດຕະຖານ ແລະ ການຮັບຮອງ ຂະແໜງການອື່ນໆ.

ນອກຈາກນັ້ນ, ຍັງມີການວາງສະແດງຂອງ 30 ບໍລິສັດ ໄດ້ຮັບ ທຶນສົມທົບທສທ II ເພື່ອພັດທະນາທຸລະກິດຂອງເຂົາເຈົ້າ.
ທ່ານ ນາງ ວຽງສະຫວັດ ວິໄລທອງ ເຈົ້າຂອງບໍລິສັດ The Hands ໄດ້ຕາງໜ້າໃຫ້ບັນດາບໍລິສັດ ຜູ້ໄດ້ຮັບທຶນສົມທົບ ທສທ II ກ່າວວ່າ: “ຂ້າພະເຈົ້າຄິດວ່າ ກົນໄກການເຂົ້າເຖິງຂອງໂຄງການ ທສທ II ແມ່ນງ່າຍດາຍ ແລະ ເຂົ້າໃຈງ່າຍສຳລັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ຄືກັບຂ້າພະເຈົ້າ. ໃນຖານະທີ່ເປັນບໍລິສັດທີ່ກໍ່ຕັ້ງໃໝ່, ການສ້າງຜະລິດຕະພັນຂອງຂ້າພະເຈົ້າ ຂ້າພະເຈົ້າເຫັນວ່າ ການຊ່ວຍເຫຼືອຈາກຫຼາຍໆໂຄງການ ຍັງບໍ່ທັນເຂົ້າໃຈ ຫຼື ຍອມຮັບການຮ້ອງຂໍຈາກບໍລິສັດທີ່ກໍ່ຕັ້ງໃໝ່ຄືຂ້າພະເຈົ້າ. ແຕ່ວ່າ ທສທ II ມີໃຫ້. ຂໍຂອບໃຈກັບກະຊວງອຸດສາຫະກຳ ແລະ ການຄ້າ ທີ່ມີການສະໜອງ ທສທ II.”

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ທສທ II: www.baflaos.com
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ LCT: https://www.t4dlaos.org/lct-project
ຫຼື ສາມາດຕິດຕໍ່ຜ່ານອີເມລ: info@baflaos.com

The post ງານນຳ​ສະ​ເໜີ​ຜົນ​ສຳ​ເລັດ 5ປີ ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ທຶນສົມທົບເພື່ອສົ່ງເສີມທຸລະກິດໄລຍະ II (ທສທ II) ພາຍ​ໃຕ້​ຫົວ​ຂໍ້ “ການຍົກລະດັບສັກກະຍະພາບ ແລະ ຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດລາວ” first appeared on Trade for Development - T4D.

]]>
ສປປ ລາວ ປັບປຸງການຄ້າ ຈາກການສຶກສາເກັບກຳຂໍ້ມູນການກວດປ່ອຍສິນຄ້າ https://www.t4dlaos.org/lo/2024/07/01/%e0%ba%aa%e0%ba%9b%e0%ba%9b-%e0%ba%a5%e0%ba%b2%e0%ba%a7-%e0%ba%9b%e0%ba%b1%e0%ba%9a%e0%ba%9b%e0%ba%b8%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%84%e0%bb%89%e0%ba%b2-%e0%ba%88%e0%ba%b2%e0%ba%81/ Mon, 01 Jul 2024 02:02:04 +0000 https://www.t4dlaos.org/?p=5510 ສປປ ລາວ ຕັ້ງຢູ່ໃນ ອາຊີຕາເວັນອອກສ່ຽງໃຕ້ ສາມາດກາຍເປັນສູນການຄ້າທີ່ສຳຄັນໃນພາກພື້ນໄດ້ ໂດຍສະເພາະ ທາງລົດໄຟລາວ-ຈີນ ຊ່ວຍສົ່ງເສີມການເຊື່່ອມໂຍງໃນລະດັບພາກພຶ້ນ. ຂະບວນການແຈ້ງພາສີທີ່ມີປະສິດຕິພາບແມ່ນສຳຄັນຫຼາຍ ແລະ ສປປ ລາວ ກຳລັງໃຫ້ຄວາມສຳຄັນຢ່າງຈິງຈັງຕໍ່ວຽກງານນີ້. ນັບຕັ້ງແຕ່ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ ຂອງອົງການການຄ້າໂລກ (WTO) ໃນປີ 2013, ກົມການນຳເຂົ້າ-ສົ່ງອອກ (ຊື່ເດີມ ປະຈຸບັນແມ່ນປ່ຽນຊື່ເປັນ ກົມການຄ້າຕ່າງປະເທດ), ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກົມພາສີ, ກະຊວງການເງິນ ໄດ້ຮ່ວມກັນດຳເນີນການສຳຫຼວດກ່ຽວກັບ ເວລາໃນການກວດປ່ອຍສິນຄ້າຢູ່ດ່ານຊາຍແດນ ທີ່ສາມາດຊ່ວຍລະບຸ ແລະ ແກ້ໄຂ ຂໍ້ຫຍຸ້ງຍາກຕ່າງໆ. ບົດລາຍງານຂອງການສຶກສາດັ່ງກ່າວ ໄດ້ວັດແທກເວລາທີ່ໃຊ້ໃນການແຈ້ງພາສີ ແລະ ການອອກອະນຸຍາດ ຈາກຂະແໜງການຕ່າງໆ ຂອງພາກລັດ. ບົດລາຍງານການສຶກສາເວລາກວດປ່ອຍສິນຄ້າ ສະບັບຫຼ້າສຸດ ໃນປີ 2022 ນີ້ ໄດ້ເກັບກຳຂໍ້ມູນຢູ່ 14 Read more…

The post ສປປ ລາວ ປັບປຸງການຄ້າ ຈາກການສຶກສາເກັບກຳຂໍ້ມູນການກວດປ່ອຍສິນຄ້າ first appeared on Trade for Development - T4D.

]]>

ສປປ ລາວ ຕັ້ງຢູ່ໃນ ອາຊີຕາເວັນອອກສ່ຽງໃຕ້ ສາມາດກາຍເປັນສູນການຄ້າທີ່ສຳຄັນໃນພາກພື້ນໄດ້ ໂດຍສະເພາະ ທາງລົດໄຟລາວ-ຈີນ ຊ່ວຍສົ່ງເສີມການເຊື່່ອມໂຍງໃນລະດັບພາກພຶ້ນ. ຂະບວນການແຈ້ງພາສີທີ່ມີປະສິດຕິພາບແມ່ນສຳຄັນຫຼາຍ ແລະ ສປປ ລາວ ກຳລັງໃຫ້ຄວາມສຳຄັນຢ່າງຈິງຈັງຕໍ່ວຽກງານນີ້.

ນັບຕັ້ງແຕ່ ສປປ ລາວ ເຂົ້າຮ່ວມເປັນສະມາຊິກ ຂອງອົງການການຄ້າໂລກ (WTO) ໃນປີ 2013, ກົມການນຳເຂົ້າ-ສົ່ງອອກ (ຊື່ເດີມ ປະຈຸບັນແມ່ນປ່ຽນຊື່ເປັນ ກົມການຄ້າຕ່າງປະເທດ), ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກົມພາສີ, ກະຊວງການເງິນ ໄດ້ຮ່ວມກັນດຳເນີນການສຳຫຼວດກ່ຽວກັບ ເວລາໃນການກວດປ່ອຍສິນຄ້າຢູ່ດ່ານຊາຍແດນ ທີ່ສາມາດຊ່ວຍລະບຸ ແລະ ແກ້ໄຂ ຂໍ້ຫຍຸ້ງຍາກຕ່າງໆ. ບົດລາຍງານຂອງການສຶກສາດັ່ງກ່າວ ໄດ້ວັດແທກເວລາທີ່ໃຊ້ໃນການແຈ້ງພາສີ ແລະ ການອອກອະນຸຍາດ ຈາກຂະແໜງການຕ່າງໆ ຂອງພາກລັດ.

ບົດລາຍງານການສຶກສາເວລາກວດປ່ອຍສິນຄ້າ ສະບັບຫຼ້າສຸດ ໃນປີ 2022 ນີ້ ໄດ້ເກັບກຳຂໍ້ມູນຢູ່ 14 ດ່ານ ແລະ 7 ຂະແໜງການຂອງພາກລັດທີ່ອອກລະບຽບການ ແລະ ໄດ້ດຳເນີນການສໍາຫຼວດ ຫຼັງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ເຊິ່ງໄດ້ເນັ້ນໜັກໃສ່:

  • ເວລາຂອງການກວດປ່ອຍສິນຄ້າ
  • ເວລາການອອກອະນຸຍາດ ແລະ ໃບອະນຸຍາດນຳເຂົ້າ-ສົ່ງອອກສິນຄ້າ
    ຈຸດປະສົງແມ່ນເພື່ອ ປັບປຸງຂະບວນການດ້ານການຄ້າໃຫ້ມີຄວາມງ່າຍດາຍຂຶ້ນ ແລະ ເຮັດໃຫ້ ສປປ ລາວ ກາຍເປັນຈຸດໝາຍປາຍທາງຂອງການດຳເນີນທຸລະກິດທີ່ໜ້າດຶງດູດຂຶ້ນ ເຊິ່ງກໍສອດຄ່ອງກັບເປົ້າໝາຍ ການອຳນວຍຄວາມສະດວກດ້ານການຄ້າລະດັບປະເທດ ແລະ ພັນທະຕໍ່ສາກົນ.

ຂໍ້ມູນທີ່ໄດ້ຮັບ ແລະ ຄຳແນະນຳ ຈາກບົດລາຍງານ ໄດ້ສະໜອງຂໍ້ມູນທີ່ເປັນປະໂຫຍດໃນການປັບປຸງສະພາບແວດລ້ອມດ້ານການຄ້າ ແລະ ທ້າຍສຸດກໍ່ຈະເຮັດໃຫ້ ພາກທຸລະກິດໄດ້ຮັບຜົນປະໂຫຍດ ໂດຍສະເພາະແມ່ນ:

  • ການຫຼຸດເວລາໃນການແຈ້ງພາສີ ແລະ ກວດປ່ອຍສິນຄ້າ
  • ການປັບປຸງຂະບວນການອອກອະນຸຍາດໃຫ້ງ່າຍດາຍຂຶ້ນ
  • ປະຢັດເວລາ ແລະ ຄ່າໃຊ້ຈ່າຍ
    ທ່ານສາມາດອ່ານ ຂໍ້ມູນຜົນຂອງການສຶກສາ ແລະ ຄຳແນະນຳຂອງບົດລາຍງານການສຶກສາເວລາກວດປ່ອຍສິນຄ້າ ສະບັບເຕັມໄດ້ທີ່: https://www.laotradeportal.gov.la/upload/files/pub_lo_la_20240116040225.pdf

ບົດລາຍງານການສຶກສາເວລາກວດປ່ອຍສິນຄ້າ ໄດ້ຮັບການສະໜັບສະໜູນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ທີ່ຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂດຍກະຊວງ ອຸດສາຫະກໍາ ແລະ ການຄ້າ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ. ໂຄງການດັ່ງກ່າວ ມີຈຸດປະສົງເພື່ອຫຼຸດຜ່ອນອຸປະສັກ ທີ່ກີດຂວາງການຂະຫຍາຍຕົວຂອງພາກເອກະຊົນ ໂດຍຜ່ານການປັບປຸງສະພາບແວດລ້ອມດ້ານການດໍາເນີນທຸລະກິດ ແລະ ດ້ານລະບຽບການຕ່າງໆ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ເພີ່ມທະວີຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດ.

The post ສປປ ລາວ ປັບປຸງການຄ້າ ຈາກການສຶກສາເກັບກຳຂໍ້ມູນການກວດປ່ອຍສິນຄ້າ first appeared on Trade for Development - T4D.

]]>
ພາກລັດ ແລະ ພາກທຸລະກິດ ປຶກສາຫາລື ການປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ແລະ ກໍານົດຍຸດທະສາດ ສຳລັບປີ 2024-2025 https://www.t4dlaos.org/lo/2024/04/02/%e0%ba%9e%e0%ba%b2%e0%ba%81%e0%ba%a5%e0%ba%b1%e0%ba%94-%e0%bb%81%e0%ba%a5%e0%ba%b0-%e0%ba%9e%e0%ba%b2%e0%ba%81%e0%ba%97%e0%ba%b8%e0%ba%a5%e0%ba%b0%e0%ba%81%e0%ba%b4%e0%ba%94-%e0%ba%9b%e0%ba%b6/ Tue, 02 Apr 2024 08:42:21 +0000 https://www.t4dlaos.org/?p=5389 ນະຄອນຫຼວງວຽງຈັນ ,ວັນທີ 2 ເມສາ, 2024 – ກອງປະຊຸມທຸລະກິດລາວຄັ້ງທີ 15 ຈັດຂຶ້ນຢູ່ທີ່ນະຄອນ ຫຼວງວຽງຈັນ ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ມີເປົ້າໝາຍ ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ. ກອງປະຊຸມນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ. ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຍົກໃຫ້ເຫັນສິ່ງທ້າທາຍທີ່ເກີດມາຈາກເຖິງສະພາບແວດລ້ອມ ຄວາມບໍ່ແນ່ນອນຈາກໄພເງິນເຟີ້ທີ່ສູງ, ຄວາມກະແຈກກະຈາຍທາງດ້ານການຄ້າ ແລະ ການລົງທຶນ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ. ພ້ອມກັນນີ້ ໃນຂະນະທີ່ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງທຸກພາກສ່ວນໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໂດຍຜ່ານການກໍານົດ ມາດຕະການ Read more…

The post ພາກລັດ ແລະ ພາກທຸລະກິດ ປຶກສາຫາລື ການປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ແລະ ກໍານົດຍຸດທະສາດ ສຳລັບປີ 2024-2025 first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ ,ວັນທີ 2 ເມສາ, 2024 – ກອງປະຊຸມທຸລະກິດລາວຄັ້ງທີ 15 ຈັດຂຶ້ນຢູ່ທີ່ນະຄອນ ຫຼວງວຽງຈັນ ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ມີເປົ້າໝາຍ ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ. ກອງປະຊຸມນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ.

ໃນບົດກ່າວເປີດກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຍົກໃຫ້ເຫັນສິ່ງທ້າທາຍທີ່ເກີດມາຈາກເຖິງສະພາບແວດລ້ອມ ຄວາມບໍ່ແນ່ນອນຈາກໄພເງິນເຟີ້ທີ່ສູງ, ຄວາມກະແຈກກະຈາຍທາງດ້ານການຄ້າ ແລະ ການລົງທຶນ ແລະ ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ. ພ້ອມກັນນີ້ ໃນຂະນະທີ່ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງທຸກພາກສ່ວນໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໂດຍຜ່ານການກໍານົດ ມາດຕະການ ແລະ ການຈັດຕັ້ງປະຕິບັດຢ່າງມາດຕະການຢ່າງເປັນຮູບປະທໍາ ໃນການປັບປຸງດ້ານຄວາມໂປ່ງໃສ, ຄວາມແນ່ນອນຂອງສະພາບແວດລ້ອມດ້ານກົດໝາຍ ແລະ ລະບຽບການ ສໍາລັບພາກທຸລະກິດ, ທ່ານ ນາຍົກລັດຖະມົນຕີ ຍັງຊຸກຍູ້ໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງຈາກ ຂັ້ນສູນກາງ ຫາ ທ້ອງຖິ່ນ ໃຫ້ຮ່ວມມືນຳພາກທຸລະກິດ ທັງຈາກພາຍໃນ ແລະ ຕ່າງປະເທດ ໃນການລະບຸ ແລະ ກຳຈັດ ອຸປະສັກຕ່າງໆທີ່ຕິດພັນກັບການເລີມຕົ້ນທຸລະກິດ ແລະ ທ່ານຍັງໄດ້ກ່າວວ່າ “ ໃນຂະນະທີ່ ພາກທຸລະກິດ ຖືກກໍ່ຕັ້ງຂຶ້ນ ໂດຍບັນດາ ຜູ້ປະກອບການ, ລັດຖະບານກໍມີບົດບາດສຳຄັນ ໃນການສະໜັບສະໜູນການພັດທະນາຂອງຜູ້ປະກອບການ ໂດຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ ລວມທັງສະໜອງ ການເຂົ້າເຖິງຊັບ ພະຍາກອນຕ່າງໆ, ແຫຼ່ງທຶນ ແລະ ຕະຫຼາດ ພ້ອມກັບສະໜອງການຊ່ວຍເຫຼືອ ແລະ ປົກປ້ອງດ້ານລະບຽບການ”

ກອງປະຊຸມເຄິ່ງມື້ດັ່ງກ່າວນີ້ ມີເປົ້າໝາຍຫຼັກເພື່ອທົບທວນໝາກຜົນ ແລະ ຄວາມຄືບໜ້າ ຈາກກອງປະຊຸມທຸລະກິດລາວຄັ້ງທີ 14 ແລະ ໃຫ້ການສະໜັບສະໜູນໂດຍລວມຕໍ່ກັບການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອລະບຸ ແລະ ແກ້ໄຂບັນຫາສຳຄັນທີ່ມີຜົນກະທົບຕໍ່ພາກທຸລະກິດ ໃນປະເທດ. ບັນດາຜູ້ຕາງໜ້າຈາກພາກທຸລະກິດ ກໍໄດ້ຊົມເຊີຍລັດຖະບານ ຕໍ່ຄວາມເອົາໃຈໃສ່ໃນການ ປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດ. ອີງຕາມການລາຍງານໃນກອງປະຊຸມ, ເຫັນວ່າ ຈາກ 20 ຂໍ້ສະເໜີ ທີ່ໄດ້ຍົກຂຶ້ນ ຢູ່ກອງປະຊຸມທຸລະກິດ ຄັ້ງທີ 14 ໃນປີ 2023 ນັ້ນ, ມີ 6 ຂໍ້ສະເໜີ ແມ່ນໄດ້ຮັບການແກ້ໄຂ, ມີ 11 ຂໍ້ສະເໜີ ທີ່ມີຄວາມຄືບໜ້າໃນການແກ້ໄຂ ໃນຂອບເວລາຄັກແນ່ ໃນຂະນະທີ່ ຍັງມີ 3 ຂໍ້ສະເໜີ ທີ່ບໍ່ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກມີຂໍ້ຈຳກັດທີ່ສົມເຫດສົມຜົນ ເຊິ່ງຈະໄດ້ມີການປຶກສາຫາລືເພີ່ມເຕີມ.

ບັນດາຂໍ້ສະເໜີທີ່ໄດ້ຮັບການແກ້ໄຂ ລວມມີ ການປັບປຸງຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດ ໃນ 6 ຂະແໜງການຫຼັກ, ການເສີມຂະຫຍາຍການເຂົ້າເຖິງຂອງລະບົບຂໍ້ມູນຂ່າວສານສິນເຊື່ອ ແລະ ການປັບປຸງ ຂັ້ນຕອນການແຈ້ງພາສີທີ່ໃຫ້ສະດວກຍິ່ງຂຶ້ນໂດຍຜ່ານລະບົບທັນສະໄໝ. ຜົນສຳເລັດທີ່ພົ້ນເດັ່ນອີກອັນໜຶ່ງແມ່ນການຮັບຮອງ ໂຄງສ້າງ ແລະ ຂະບວນການປຶກສາຫາລືພາຍໄຕ້ກົນໄກກອງປະຊຸມທຸລະກິດລາວຢ່າງເປັນທາງການ. ໃນນີ້ ທ່ານ ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 04 ລົງວັນທີ 8 ເດືອນມັງກອນ 2024 ເພື່ອກໍານົດຈຸດປະສົງຂອງກອງປະຊຸມທຸລະກິດລາວ ຢ່າງເປັນທາງການ ໂດຍຂໍ້ຕົກລົງໄດ້ລະບຸແຕ່ງຕັ້ງ ຄະນະຊີ້ນໍາກອງປະຊຸມທຸລະກິດລາວ, ຄະນະປະສານງານພາກລັດ, ກອງເລຂາ, ໜ່ວຍງານປຶກສາຫາລືພາກທຸລະກິດ, ລວມໄປເຖິງການກຳນົດຂັ້ນຕອນຂອງການປຶກສາຫາລືລະຫວ່າງ ພາກລັດ ແລະ ທຸລະກິດ ລະດັບສູງ ແລະ ລະດັບວິຊາການ ຢ່າງຊັດເຈນ. ສິ່ງເຫຼົ່ານີ້ ຍິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການປັບປຸງ ປະສິດທິພາບ ຂອງການປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ ໃນ ສປປ ລາວ.

ໃນປີ 2024, ພາກທຸລະກິດ ແລະ ໜ່ວຍງານທີ່ກ່ຽວຂອ້ງຂອງພາກລັດ ໄດ້ຍົກ 12 ຂໍ້ສະເໜີບູລິມະສິດ ທີ່ມີເປົ້າໝາຍເພື່ອປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການ, ການສົ່ງເສີມສະຖຽນລະພາບຂອງ ຂະແໜງການທະນາຄານ ແລະ ການເງິນ, ປັບປຸງຄຸນນະພາບຂອງການສະໜອງ ແລະ ສົ່ງເສີມການພັດທະນາແບບຍືນຢົງຂອງຂະແໜງພະລັງງານໄຟຟ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມ ຂະແໜງທ່ອງທ່ຽວ, ແລະ ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ. ກອງປະຊຸມ ຍັງໄດ້ສະຫຼຸບ ການຕົກລົງ ເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດໃນຕໍ່ໜ້າເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ ຂໍ້ສະເໜີບູລິມະ ສິດໃໝ່ ພາຍໃນ 12 ເດືອນຕໍ່ໜ້າ.

ກອງປະຊຸມທຸລະກິດລາວ ຄັ້ງທີ 15 ນີ້ ຖືເປັນບາດກ້າວສຳຄັນ ໃນຄວາມພະຍາຍາມຮ່ວມກັນຂອງພາກລັດ ແລະ ພາກທຸລະກິດ ໃນການສົ່ງເສີມສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຕີບໂຕຂອງພາກທຸລະກິດ ແລະ ເສດຖະກິດ ໃນ ສປປ ລາວ. ຄວາມມຸ້ງໝັ້ນນີ້ ສະແດງໃຫ້ເຫັນວິໄສທັດ ຂອງພາກລັດ ແລະ ພາກທຸລະກິດ ທີ່ມີຮ່ວມກັນໃນການສ້າງເສດຖະກິດທີ່ທຸກຄົນມີສ່ວນຮ່ວມ.

The post ພາກລັດ ແລະ ພາກທຸລະກິດ ປຶກສາຫາລື ການປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ແລະ ກໍານົດຍຸດທະສາດ ສຳລັບປີ 2024-2025 first appeared on Trade for Development - T4D.

]]>
ສປປ ລາວ ສ້າງຄວາມເຂັ້ມແຂງດ້ານເສດຖະກິດແບບກວມລວມໃຫ້ແກ່ແມ່ຍິງ, ຊາວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ https://www.t4dlaos.org/lo/2024/04/01/%e0%ba%aa%e0%ba%9b%e0%ba%9b-%e0%ba%a5%e0%ba%b2%e0%ba%a7-%e0%ba%aa%e0%bb%89%e0%ba%b2%e0%ba%87%e0%ba%84%e0%ba%a7%e0%ba%b2%e0%ba%a1%e0%bb%80%e0%ba%82%e0%ba%b1%e0%bb%89%e0%ba%a1%e0%bb%81%e0%ba%82%e0%ba%87/ Mon, 01 Apr 2024 01:07:56 +0000 https://www.t4dlaos.org/?p=5365 ນະຄອນຫຼວງວຽງຈັນ, 29 ມີນາ 2024 – ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ,ໂຄງການສົ່ງເສີມຄວາມສາມາດ ແລະ ການຄ້າ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານສົນທະນາການສ້າງຄວາມເຂັ້ມແຂງ ດ້ານເສດຖະກິດໃຫ້ແກ່ແມ່ຍິງ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງດ້ານເສດຖະກິດແບບກວມລວມ ໃຫ້ແກ່ແມ່ຍິງ, ຊາວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ ໃນຂະແໜງການຄ້າ ແລະ ທຸລະກິດ” ງານດັ່ງກ່າວໄດ້ຈັດຂຶ້ນເປັນເວລາເຄິ່ງມື້ ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈກ່ຽວກັບຄວາມຈຳເປັນ ສຳລັບການລົງທຶນແບບຍືນຍົງຕໍ່ການສ້າງເສດຖະກິດ ແລະ ສັງຄົມແບບທົ່ວເຖິງ ແລະ ເທົ່າທຽມໃຫ້ແກ່ ກຸ່ມຄົນທີ່ທຸກຍາກ ໂດຍສະເພາະແມ່ນ ແມ່ຍິງ, ໄວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ. ງານດັ່ງກ່າວຍັງຄຳ ນຶງເຖິງບົດບາດທີ່ສຳຄັນ ຂອງການລົງທຶນໂດຍກົງຈາກຕ່າງປະເທດ ແລະ ການຮ່ວມມືຂອງພາກລັດ ແລະ ເອກະຊົນ ເພື່ອອຳນວຍຄວາມສະດວກໃນການປະກອບສ່ວນດ້ານເສດຖະກິດ ໃຫ້ກວ້າງຂວາງຂຶ້ນ. ງານສົນທະນາໃນຄັ້ງນີ້ ມີເປົ້າໝາຍເພື່ອລະດົມການສົ່ງເສີມ ສ້າງຍຸດທະສາດທີ່ມີຜົນຕໍ່ການລົງທຶນ ເພື່ອແນໃສ່ປະຊາຊົນທີ່ທຸກຍາກ ຫຼື ຜູ້ທີ່ອາດຖືກລືມປະໄວ້ຂ້າງຫຼັງ.ການສົນທະນາ Read more…

The post ສປປ ລາວ ສ້າງຄວາມເຂັ້ມແຂງດ້ານເສດຖະກິດແບບກວມລວມໃຫ້ແກ່ແມ່ຍິງ, ຊາວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, 29 ມີນາ 2024 – ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ,ໂຄງການສົ່ງເສີມຄວາມສາມາດ ແລະ ການຄ້າ ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານສົນທະນາການສ້າງຄວາມເຂັ້ມແຂງ ດ້ານເສດຖະກິດໃຫ້ແກ່ແມ່ຍິງ ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງດ້ານເສດຖະກິດແບບກວມລວມ ໃຫ້ແກ່ແມ່ຍິງ, ຊາວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ ໃນຂະແໜງການຄ້າ ແລະ ທຸລະກິດ”

ງານດັ່ງກ່າວໄດ້ຈັດຂຶ້ນເປັນເວລາເຄິ່ງມື້ ໂດຍມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈກ່ຽວກັບຄວາມຈຳເປັນ ສຳລັບການລົງທຶນແບບຍືນຍົງຕໍ່ການສ້າງເສດຖະກິດ ແລະ ສັງຄົມແບບທົ່ວເຖິງ ແລະ ເທົ່າທຽມໃຫ້ແກ່ ກຸ່ມຄົນທີ່ທຸກຍາກ ໂດຍສະເພາະແມ່ນ ແມ່ຍິງ, ໄວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ. ງານດັ່ງກ່າວຍັງຄຳ ນຶງເຖິງບົດບາດທີ່ສຳຄັນ ຂອງການລົງທຶນໂດຍກົງຈາກຕ່າງປະເທດ ແລະ ການຮ່ວມມືຂອງພາກລັດ ແລະ ເອກະຊົນ ເພື່ອອຳນວຍຄວາມສະດວກໃນການປະກອບສ່ວນດ້ານເສດຖະກິດ ໃຫ້ກວ້າງຂວາງຂຶ້ນ. ງານສົນທະນາໃນຄັ້ງນີ້ ມີເປົ້າໝາຍເພື່ອລະດົມການສົ່ງເສີມ ສ້າງຍຸດທະສາດທີ່ມີຜົນຕໍ່ການລົງທຶນ ເພື່ອແນໃສ່ປະຊາຊົນທີ່ທຸກຍາກ ຫຼື ຜູ້ທີ່ອາດຖືກລືມປະໄວ້ຂ້າງຫຼັງ.
ການສົນທະນາ ຍັງແລກປ່ຽນກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ ສາມາດສົ່ງເສີມຄວາມສະເໝີ ພາບຍິງ-ຊາຍ ແລະ ສ້າງຄວາມເທົ່າທຽມໃຫ້ທຸກກຸ່ມຄົນ ໄດ້ແນວໃດ, ບົດບາດຂອງວິຫາຫະກິດ ເພື່ອສັງຄົມ ໃນການສະໜອງສ້າງວຽກເຮັດງານທຳ ໃໝ່ໆ ໃຫ້ແກ່ໄວໜຸ່ມ ມີຄືແນວໃດ ແລະ ເຮັດແນວໃດຈະສາມາດ ນຳເອົາການຄ້າເຂົ້າສູ່ຊຸມຊົນຢູ່ຊົນນະບົດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ.

ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ “ການສ້າງພື້ນຖານ ໂຄງລ່າງ ທີ່ເຂັ້ມແຂງຂຶ້ນນັ້ນ ສາມາດ ສ້າງຄົນລາວໃຫ້ມີຈິດໃຈຢາກເປັນຜູ້ປະກອບການ ໂດຍສະເພາະແມ່ຍິງ ແລະ ຄົນທີ່ອາໃສຢູ່ຊຸມຊົນຊົນນະບົດ. ສິ່ງນີ້ບໍ່ໄດ້ກ່ຽວກັບຈຳນວນໂຮງງານມີຫຼາຍປານໃດ ແຕ່ພວກເຮົາເນັ້ນໃສ່ ຄອບຄົວ ແລະ ຊຸມຊົນ. ການລົງທຶນໂດຍກົງຈາກຕ່າງປະເທດ ໃນອົດສາຫະກຳແບບຍືນຍົງ ເຊັ່ນ: ກະສິກຳ, ການຜະລິດ ແລະ ການທ່ອງທ່ຽວ ສາມາດ ຈຸດປະກາຍການເຕີບໂຕທາງເສດຖະກິດ ແລະ ຍັງຮວມເຖິງສ້າງຄວາມກ້າວໜ້າໃຫ້ແກ່ສັງຄົມ ແລະ ອະນາຄົດທີ່ດີຂຶ້ນກວ່າເກົ່າສຳລັບໝົດທຸກຄົນ.”

ທ່ານ ນາງ ລາວັນ ສຸດທິສານ, ຮອງປະທານຄະນະບໍລິຫານງານສູນກາງແມ່ຍິງລາວຍັງກ່າວວ່າ: ” ແມ່ຍິງລາວເຮົາ ໃນເຂດຊົນນະບົດ ໄດ້ເປັນເຈົ້າຂອງທັກສະງານຝີມືທີ່ເປັນເອກະລັກ ແລະ ພວກເຂົາມີຄວາມມຸ້ງໝັ້ນໃນການສ້າງສັນ ງານຝີມືມາຫຼາຍຮຸ່ນຄົນແລ້ວ. ການລົງທຶນໃສ່ພື້ນຖານໂຄງລ່າງດ້ານການຄ້າ ແລະ ການສ້າງຄວາມສາມາດ ໃຫ້ແກ່ ພວກເຂົາເຈົ້າຈະສາມາດນຳຜະລິດຕະພັນຂອງພວກເຂົາເຈົ້າ ອອກສູ່ຕະຫຼາດສາກົນໄດ້. ເຮົາບໍ່ໄດ້ເນັ້ນ
ໃສ່ສະເພາະດ້ານເສດຖະກິດເທົ່ານັ້ນ ແຕ່ເຮົາກຳລັງໃຫ້ພື້ນທີ່ແກ່ແມ່ຍິງຈາກຊຸມຊົນແບ່ງປັນຄວາມຮູ້ທີ່ເປັນປະເພນີ ດັ່ງເດີມ ໃຫ້ແກ່ສາກົນ ແລະ ສ້າງອະນາຄົດທີ່ດີຂຶ້ນແກ່ຕົນເອງ ແລະ ຄອບຄົວຂອງພວກເຂົາ. “

ທ່ານ ອາເລັກ ເຄຼມເມິ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວວ່າ: “ເຖິງແມ່ນວ່າການ ປະກອບການທາງສັງຄົມອາດຍັງໃໝ່ ສຳລັບ ສປປ ລາວ ແຕ່ຄວາມສົນໃຈຕໍ່ປະເດັນນີ້ແມ່ນເພີ່ມຫຼາຍຂຶ້ນ ຈຶ່ງເຮັດໃຫ້ພວກເຮົາ, ທະນາຄານໂລກ ໃຫ້ການສະໜັບສະໜູນໃນວຽກງານນີ້. ໃນເດືອນ ກຸມພາ ປີ 2024 ທຶນສົມທົບເພື່ອສົ່ງເສີມທຸລະກິດ ຫຼື BAF ທີ່ສະໜັບສະໜູນໂດຍໂຄງການສົ່ງເສີມຄວາມສາມາດ ໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ໄດ້ໃຫ້ທຶນຊ່ວຍເຫຼືອຈຳນວນ 459 ທຶນ ເຊິ່ງໃນນີ້ ເກືອບ 2 ສ່ວນ 3 ແມ່ນໄດ້ສ້າງ ຜົນປະໂຫຍດໃຫ້ແກ່ແມ່ຍິງ ເຊິ່ງຮວມທັງແມ່ຍິງທີ່ຢູ່ເຂດຊົນນະບົດອີກນຳ.” ທ່ານຍັງກ່າວ ຕື່ມອີກວ່າ “ການມີສ່ວນ ຮ່ວມຂອງຜູ້ທີ່ໄດ້ຮັບທຶນ ຄືສອງທ່ານ ທີ່ມາເປັນຜູ້ບັນຍາຍໃນມື້ນີ້ ເປັນການເນັ້ນໜັກໃຫ້ເຫັນເຖິງຄວາມມຸ້ງໝັ້ນ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານໂລກ ຕໍ່ປະເດັນນີ້ ແລະ ຈະເປັນແຫຼ່ງ ຄວາມຄິດເຫັນທີ່ສຳຄັນ.”

ການສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນໃນຄັ້ງນີ້ ມີແຂກຮັບເຊີນທີ່ໜ້າສົນໃຈເຂົ້າຮ່ວມຫຼາຍທ່ານເຊັ່ນ: ທ່ານ ນາງ ສົມຈິດ ພັນຄຳ, ຜູ້ກໍ່ຕັ້ງ ແລະ ບໍລິຫານ ບໍລິສັດປັນຍານິເວດ ຈຳກັດຜູ້ດຽວນ, ທ່ານນາງ ດວງມະນີ ເຮືອງຄຳແສນ, ຜູ້ກໍ່ຕັ້ງ ແລະ ບໍລິຫານ ເຮີເວີກ ແລະ ທ່ານ ນາງ ເຮດເທີ ເທເລີ ສຕຣອດສ, ຜູ້ຊ່ວຍແຜນງານສ້າງຄວາມເຂັ້ມແຂງ ດ້ານການ ລົງທຶນໂດຍກົງຈາກຕ່າງປະເທດຂອງອົງກອນ UN ESCAP.

ງານສົນທະນາການສ້າງຄວາມເຂັ້ມແຂງດ້ານເສດຖະກິດ ດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການ ຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມ ດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

The post ສປປ ລາວ ສ້າງຄວາມເຂັ້ມແຂງດ້ານເສດຖະກິດແບບກວມລວມໃຫ້ແກ່ແມ່ຍິງ, ຊາວໜຸ່ມ ແລະ ຊຸມຊົນຢູ່ຊົນນະບົດ first appeared on Trade for Development - T4D.

]]>
ຄະນະປະສານງານພາກລັດ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມທຸລະກິດລາວທົບທວນຄວາມຄຶບໜ້າຂອງ ການແກ້ໄຂບັນຫາຂອງພາກທຸລະກິດ https://www.t4dlaos.org/lo/2024/02/21/%e0%ba%84%e0%ba%b0%e0%ba%99%e0%ba%b0%e0%ba%9b%e0%ba%b0%e0%ba%aa%e0%ba%b2%e0%ba%99%e0%ba%87%e0%ba%b2%e0%ba%99%e0%ba%9e%e0%ba%b2%e0%ba%81%e0%ba%a5%e0%ba%b1%e0%ba%94-%e0%ba%82%e0%ba%ad%e0%ba%87%e0%ba%81/ Wed, 21 Feb 2024 02:07:35 +0000 https://www.t4dlaos.org/?p=5308 ນະຄອນຫຼວງວຽງຈັນ, ວັນທີ 16 ກຸມພາ 2024, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານພາກລັດ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມທຸລະກິດລາວ (Lao Business Forum – LBF). ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານ ໂດຍ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮອງຫົວໜ້າຄະນະປະສານງານພາກລັດຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ທັງເປັນຜູ້ປະຈຳການຂອງຄະນະດັ່ງກ່າວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີຄະນະຈຸດປະສານງານຂອງລັດຖະບານ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ຈາກກະຊວງຂະແໜງການຕ່າງໆ ລວມທັງ ຕາງໜ້າກົມວິຊາການທີ່ກ່ຽວຂ້ອງໃນການແກ້ໄຂບັນຫາຂອງພາກທຸລະກິດ ຫຼາຍກວ່າ 40 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອໃຫ້ຄະນະປະສານງານພາກລັດຂອງກົນໄກການປຶກສາຫາລືພາຍໃຕ້ ກອງປະຊຸມ LBF ຈາກບັນດາກະຊວງຂະແໜງການ ລາຍງານຄວາມຄືບໜ້າຂອງການແກ້ໄຂຂໍ້ສະເໜີຂອງພາກທຸລະກິດ ທັງນີ້ເພື່ອເປັນການກະກຽມໃຫ້ແກ່ການຈັດກອງປະຊຸມຂອງຄະນະຊີ້ນຳຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ກອງປະຊຸມ Read more…

The post ຄະນະປະສານງານພາກລັດ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມທຸລະກິດລາວທົບທວນຄວາມຄຶບໜ້າຂອງ ການແກ້ໄຂບັນຫາຂອງພາກທຸລະກິດ first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 16 ກຸມພາ 2024, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານພາກລັດ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມທຸລະກິດລາວ (Lao Business Forum – LBF).

ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານ ໂດຍ ທ່ານ ປອ. ບົວວັນ ວິລະວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮອງຫົວໜ້າຄະນະປະສານງານພາກລັດຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ທັງເປັນຜູ້ປະຈຳການຂອງຄະນະດັ່ງກ່າວ. ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີຄະນະຈຸດປະສານງານຂອງລັດຖະບານ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ຈາກກະຊວງຂະແໜງການຕ່າງໆ ລວມທັງ ຕາງໜ້າກົມວິຊາການທີ່ກ່ຽວຂ້ອງໃນການແກ້ໄຂບັນຫາຂອງພາກທຸລະກິດ ຫຼາຍກວ່າ 40 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອໃຫ້ຄະນະປະສານງານພາກລັດຂອງກົນໄກການປຶກສາຫາລືພາຍໃຕ້ ກອງປະຊຸມ LBF ຈາກບັນດາກະຊວງຂະແໜງການ ລາຍງານຄວາມຄືບໜ້າຂອງການແກ້ໄຂຂໍ້ສະເໜີຂອງພາກທຸລະກິດ ທັງນີ້ເພື່ອເປັນການກະກຽມໃຫ້ແກ່ການຈັດກອງປະຊຸມຂອງຄະນະຊີ້ນຳຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ກອງປະຊຸມ LBF ຄັ້ງທີ 15 ທີ່ຈະມາເຖິງນີ້.

ໃນບົດກ່າວເປີດ, ທ່ານ ປອ. ບົວວັນ ວິລະວົງ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງສະພາບແວດລ້ອມການດຳເນີນທຸລະກິດ ຕໍ່ການຊຸກຍູ້ການລົງທຶນໃໝ່ ແລະ ການຂະຫຍາຍກິດຈະກຳຂອງທຸລະກິດທີ່ມີຢູ່ ໃນ ສປປ ລາວ. ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍກົນໄກປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວລະຫວ່າງພາກລັດ ແລະ ທຸລະກິດ ຮ່ວມກັນ ເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການແກ້ໄຂບັນຫາທີ່ພາກທຸລະກິດພົບພໍ້ ແລະ ປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນປະເທດເຮົາໃຫ້ດີຂຶ້ນເທື່ອລະກ້າວ.

ນອກນັ້ນ, ໃນລະຫວ່າງກອງປະຊຸມ, ບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ລາຍງານຄວາມຄືບໜ້າໃນການແກ້ໄຂບັນຫາຂອງພາກສ່ວນຂອງຕົນ ທີ່ພາກທຸລະກິດໄດ້ຍົກຂຶ້ນ. ກອງປະຊຸມຍັງໄດ້ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດ ເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂສໍາລັບ ຂໍ້ສະເໜີບູລິມະສິດທີ່ຍັງຄົງຄ້າງເພື່ອລາຍງານໃຫ້ກອງປະຊຸມຄະນະຊີ້ນຳຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມ LBF ແລະ ກອງປະຊຸມ LBF ຄັ້ງທີ 15.

ທ່ານ ປອ. ບົວວັນ ວິລະວົງ ໄດ້ໃຫ້ກຽດກ່າວປິດກອງປະຊຸມໂດຍການສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ແລະ ໄດ້ຊຸກຍູ້ໃຫ້ບັນດາກະຊວງຂະແໜງການສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ມີປະສິດທິຜົນ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

The post ຄະນະປະສານງານພາກລັດ ຂອງກົນໄກການປຶກສາຫາລືພາຍໃຕ້ກອງປະຊຸມທຸລະກິດລາວທົບທວນຄວາມຄຶບໜ້າຂອງ ການແກ້ໄຂບັນຫາຂອງພາກທຸລະກິດ first appeared on Trade for Development - T4D.

]]>
ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການ ແລະ ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດ ທຶນສົມທົບ BAF II https://www.t4dlaos.org/lo/2024/02/15/%e0%ba%81%e0%ba%b0%e0%ba%8a%e0%ba%a7%e0%ba%87%e0%ba%ad%e0%ba%b8%e0%ba%94%e0%ba%aa%e0%ba%b2%e0%ba%ab%e0%ba%b0%e0%ba%81%e0%bb%8d%e0%ba%b2-%e0%bb%81%e0%ba%a5%e0%ba%b0-%e0%ba%81%e0%ba%b2%e0%ba%99-17/ Thu, 15 Feb 2024 06:59:00 +0000 https://www.t4dlaos.org/?p=5296 ນະຄອນຫຼວງວຽງຈັນ, ວັນທີ 15 ກຸມພາ 2024, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ຄັ້ງທີ 13 ຂຶ້ນ. ໃນກອງປະຊຸມວາລະທີ 1 ໄດ້ທົບທວນການຈັດຕັ້ງປະຕິບັດທຶນສົມທົບ BAF II ທີ່ຜ່ານມາ ແລະ ຕິດຕາມຄວາມຄຶບໜ້າການແກ້ໄຂບັນຫາທີ່ຖືກຍົກຂື້ນຈາກພາກທຸລະກິດໃນກອງປະຊຸມຄັ້ງກ່ອນ ທີ່ໄດ້ຈັດຂື້ນໃນເດືອນ ສິງຫາ 2023 ພ້ອມນີ້ຍັງໄດ້ປຶກສາຫາລື ເພື່ອວາງແຜນບູລິມະສິດໃນອະນາຄົດ. ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ປອ ບົວວັນ ວິລາວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມຈໍານວນ 20 ກ່ວາທ່ານ ໂດຍລວມມີຄະນະຊີ້ນໍາຂັ້ນວິຊາການ BAF II Taskforce ພາຍໃຕ້ກະຊວງອຸດສາຫະກໍາ ແລະ ການຄ້າ, Read more…

The post ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການ ແລະ ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດ ທຶນສົມທົບ BAF II first appeared on Trade for Development - T4D.

]]>
ນະຄອນຫຼວງວຽງຈັນ, ວັນທີ 15 ກຸມພາ 2024, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການທຶນສົມທົບ ເພື່ອສົ່ງເສີມທຸລະກິດ ໄລຍະ 2 (BAF II) ຄັ້ງທີ 13 ຂຶ້ນ. ໃນກອງປະຊຸມວາລະທີ 1 ໄດ້ທົບທວນການຈັດຕັ້ງປະຕິບັດທຶນສົມທົບ BAF II ທີ່ຜ່ານມາ ແລະ ຕິດຕາມຄວາມຄຶບໜ້າການແກ້ໄຂບັນຫາທີ່ຖືກຍົກຂື້ນຈາກພາກທຸລະກິດໃນກອງປະຊຸມຄັ້ງກ່ອນ ທີ່ໄດ້ຈັດຂື້ນໃນເດືອນ ສິງຫາ 2023 ພ້ອມນີ້ຍັງໄດ້ປຶກສາຫາລື ເພື່ອວາງແຜນບູລິມະສິດໃນອະນາຄົດ.

ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ປອ ບົວວັນ ວິລາວົງ, ຫົວໜ້າຫ້ອງການ, ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມຈໍານວນ 20 ກ່ວາທ່ານ ໂດຍລວມມີຄະນະຊີ້ນໍາຂັ້ນວິຊາການ BAF II Taskforce ພາຍໃຕ້ກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກ NIU, ທີມງານ ທຶນສົມທົບ BAF II.

ໃນລະຫວ່າງກອງປະຊຸມ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການນໍາສະເໜີ ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບຜົນສໍາເລັດ ຕັ້ງແຕ່ເລີ່ມຕົ້ນໂຄງການ ຈົນຮອດ ເດືອນ ທັນວາ 2023 ເຊິ່ງລັດຖະບານໄດ້ສໍາເລັດອະນຸມັດທຶນສົມທົບ ຈໍານວນ 526 ທືນ ແລະ ເບີກຈ່າຍໃຫ້ແກ່ທຸລະກິດແລ້ວ ຈໍານວນ 429 ທຶນ, ສິ່ງທ້າທາຍ ແລະ ແຜນບູລິມະສິດໃນການຈັດຕັ້ງປະຕິບັດທຶນສົມທົບ BAF II. ໃນວາລະທີ 2 ຄະນະປະຊຸມໄດ້ເດີນທາງລົງຢ້ຽມຢາມ ບໍລິສັດ Mahasena Enterprise Company Limited ຫຼື ໂຮງງານຜະລິດ ນໍ້າໝາກນອດ ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ເຊິ່ງບໍລິສັດດັ່ງກ່າວ ແມ່ນໜຶ່ງໃນບໍລິສັດທີ່ໄດ້ຮັບທຶນສົມທົບເພື່ອສົ່ງເສີມທຸລະກິດຈາກໂຄງການ BAF II.

ໃນຕອນທ້າຍ, ທ່ານ ປອ ບົວວັນ ວິລາວົງ, ຫົວໜ້າຫ້ອງການ, ໄດ້ໃຫ້ກຽດສະແດງຄວາມຂອບໃຈມາຍັງບັນດາຜູ້ເຂົ້າຮ່ວມ ແລະ ບໍລິສັດທີ່ຕ້ອນຮັບໃນການຢ້ຽມຢາມຄັ້ງນີ້ ພ້ອມດຽວກັນນີ້ກໍເຫັນດີເປັນເອກະພາບຕໍ່ກັບຄວາມຄຶບໜ້າການຈັດຕັ້ງປະຕິບັດທຶນສົມທົບເພື່ອສົ່ງເສີມທຸລະກິດ BAF II ທີ່ໄດ້ໄດ້ລາຍງານຕໍ່ທີ່ປະຊຸມ.

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

The post ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມຄະນະຊີ້ນໍາຂັ້ນວິຊາການ ແລະ ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດ ທຶນສົມທົບ BAF II first appeared on Trade for Development - T4D.

]]>
ກອງປະຊຸມປຶກສາຫາລື ລະຫວ່າງຂະແໜງການກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຕໍ່ກັບບັນຫາ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການຜະລິດພາຍໃນ ພາຍໃຕ້ກົນໄກ ກອງປະຊຸມ ທຸລະກິດລາວ (Lao Business Forum) https://www.t4dlaos.org/lo/2024/02/14/%e0%ba%81%e0%ba%ad%e0%ba%87%e0%ba%9b%e0%ba%b0%e0%ba%8a%e0%ba%b8%e0%ba%a1%e0%ba%9b%e0%ba%b6%e0%ba%81%e0%ba%aa%e0%ba%b2%e0%ba%ab%e0%ba%b2%e0%ba%a5%e0%ba%b7-%e0%ba%a5%e0%ba%b0%e0%ba%ab%e0%ba%a7-3/ Wed, 14 Feb 2024 09:01:46 +0000 https://www.t4dlaos.org/?p=5290 ໃນຕອນເຊົ້າຂອງວັນທີ 14 ກູມພາ 2024, ທີ່ຫ້ອງປະຊຸມໂຮງແຮມລາວພລາຊາ, ກອງເລຂາ ກອງປະຊຸມທຸລະກິດລາວ (Lao Business Forum – LBF) ຮ່ວມກັນກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ-ທຸລະກິດ ຕໍ່ກັບບັນຫາ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການຜະລິດພາຍໃນ ພາຍໃຕ້ກົນໄກ LBF. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI). ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 73 ທ່ານ ລວມທັງຈາກພາກທຸລະກິດ ແລະ ພາກລັດ. ຜູ້ຕາງໜ້າຈາກຫຼາຍສະມາຄົມໃນ ສປປ Read more…

The post ກອງປະຊຸມປຶກສາຫາລື ລະຫວ່າງຂະແໜງການກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຕໍ່ກັບບັນຫາ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການຜະລິດພາຍໃນ ພາຍໃຕ້ກົນໄກ ກອງປະຊຸມ ທຸລະກິດລາວ (Lao Business Forum) first appeared on Trade for Development - T4D.

]]>
ໃນຕອນເຊົ້າຂອງວັນທີ 14 ກູມພາ 2024, ທີ່ຫ້ອງປະຊຸມໂຮງແຮມລາວພລາຊາ, ກອງເລຂາ ກອງປະຊຸມທຸລະກິດລາວ (Lao Business Forum – LBF) ຮ່ວມກັນກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ-ທຸລະກິດ ຕໍ່ກັບບັນຫາ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການຜະລິດພາຍໃນ ພາຍໃຕ້ກົນໄກ LBF. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI). ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 73 ທ່ານ ລວມທັງຈາກພາກທຸລະກິດ ແລະ ພາກລັດ. ຜູ້ຕາງໜ້າຈາກຫຼາຍສະມາຄົມໃນ ສປປ ລາວ ໄດ້ເຂົ້າຮ່ວມລວມມີ: ສະມາຊິກຈາກ ສະພາການຄ້າອົດສະຕຣາລີ ແຫ່ງ ສປປ ລາວ (AustCham Lao), ສະພາການຄ້າ ແລະ ອຸດສາຫະກຳ ເອີຣົບ ປະຈຳລາວ (ECCIL), ກຸ່ມນັກທຸລະກິດອັງກິດ ແຫ່ງ ສປປ ລາວ (BBGL), ສະມາຄົມຫັດຖະກຳລາວ, ສະມາຄົມ ອຸດສາຫະກຳຕັດຫຍິບລາວ, ສະມາຄົມ ຂົນສົ່ງລາວ LITFA, ສະມາຄົມ ຜະລິດ ແລະ ປູງແຕ່ງກະສິກໍາລາວ, ແລະ ສະມາຄົມ ຢາງພາລາ ລາວ. ໃນສ່ວນຂອງທາງພາກລັດແມ່ນໄດ້ມີ 4 ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມມີ: ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງ ການເງິນ, ແລະ ຕາງໜ້າຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.

ຈຸດປະສົງຂອງກອງປະຊຸມໃນມື້ນີ້ແມ່ນເພື່ອ ປຶກສາຫາລື ຂໍ້ສະເໜີການແກ້ໄຂບັນຫາ ທີ່ຕິດພັນກັບວຽກງານການອຳນວຍຄວາມສະດວກດ້ານການຄ້າ, ການສົ່ງເສີມການຜະລິດສິນຄ້າ, ແລະ ວຽກງານອື່ນໆ ທີ່ນອນຢູ່ໃນຄວາມຮັບຜິດຊອບ ຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອສຶບຕໍ່ປຶກສາຫາລືຫາຊ່ອງທາງການແກ້ໄຂ 03 ຂໍ້ສະເໜີເກົ່າ ທີ່ໄດ້ປຶກສາຫາລືມາແລ້ວ ແລະ 06 ຂໍ້ສະເໜີໃໝ່ທີ່ພາກທຸລະກິດຍົກຂື້ນ ຜ່ານກົນໄກກອງປະຊຸມທຸລະກິດລາວ ຫລຶ LBF.
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

The post ກອງປະຊຸມປຶກສາຫາລື ລະຫວ່າງຂະແໜງການກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຕໍ່ກັບບັນຫາ ທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການສົ່ງເສີມການຜະລິດພາຍໃນ ພາຍໃຕ້ກົນໄກ ກອງປະຊຸມ ທຸລະກິດລາວ (Lao Business Forum) first appeared on Trade for Development - T4D.

]]>
ສປປ ລາວ ປັບປຸງການຂໍອະນຸຍາດດຳເນີນທຸລະກິດດ້ານຂະແໜງການທ່ອງທ່ຽວໃຫ້ມີຄວາມງ່າຍດາຍຂຶ້ນ https://www.t4dlaos.org/lo/2024/02/13/%e0%ba%aa%e0%ba%9b%e0%ba%9b-%e0%ba%a5%e0%ba%b2%e0%ba%a7-%e0%ba%9b%e0%ba%b1%e0%ba%9a%e0%ba%9b%e0%ba%b8%e0%ba%87%e0%ba%81%e0%ba%b2%e0%ba%99%e0%ba%82%e0%bb%8d%e0%ba%ad%e0%ba%b0%e0%ba%99%e0%ba%b8%e0%ba%8d/ Tue, 13 Feb 2024 04:49:40 +0000 https://www.t4dlaos.org/?p=5284 ສປປ ລາວ ເປັນປະເທດທີ່ໄດ້ຮັບຄວາມນິຍົມສຳລັບນັກທ່ອງທ່ຽວ ຍ້ອນມີປະຫວັດສາດທີ່ຍາວນານ, ຮີດຄອງປະເພນີ ທີ່ເປັນເອກະລັກ ແລະ ທິວທັດທຳມະຊາດທີ່ສວຍງາມ. ທຸລະກິດການທ່ອງທ່ຽວເຊັ່ນ ໂຮງແຮມ, ບໍລິສັດທ່ອງທ່ຽວ ແລະ ຮ້ານອາຫານ ໄດ້ພິສູດໃຫ້ເຫັນແລ້ວວ່າ ສາມາດສ້າງລາຍຮັບໃຫ້ແກ່ປະເທດໃນໄລຍະຫຼາຍປີຜ່ານມາ. ຂະແໜງການທ່ອງທ່ຽວ ແມ່ນ ໜຶ່ງໃນສາມຂະແໜງການທີ່ສາມາດສ້າງລາຍໄດ້ສູງສຸດໃນປະເທດ ຮອງຈາກຂະແໜງບໍ່ແຮ່ ແລະ ພະລັງງານໄຟຟ້າ. ໃນປີ 2018 ສປປ ລາວ ສາມາດດຶງດູດນັກທ່ອງທ່ຽວໄດ້ເຖິງ 4.8 ລ້ານຄົນ ແລະ ສ້າງລາຍ ຮັບໄດ້ເຖິງ 935 ລ້ານໂດລາສະຫະລັດ. ມີການຄາດວ່າ ພາຍໃນປີ 2025 ຈະມີນັກທ່ອງທ່ຽວເດີນທາງເຂົ້າມາເຖິງ 5.8 ລ້ານຄົນ ເຊິ່ງສາມາດສ້າງລາຍຮັບໄດ້ເຖິງ 1.21 ຕື້ ໂດລາສະຫະລັດ. ອຸດສາຫະກຳການທ່ອງທ່ຽວຂອງລາວແມ່ນມີບົດບາດສຳຄັນຫຼາຍໃນການຂັບເຄື່ອນເສດຖະກິດໃຫ້ມີການ ເຕີບໂຕ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ຄົນ ທ້ອງຖິ່ນ. ດັ່ງນັ້ນ, Read more…

The post ສປປ ລາວ ປັບປຸງການຂໍອະນຸຍາດດຳເນີນທຸລະກິດດ້ານຂະແໜງການທ່ອງທ່ຽວໃຫ້ມີຄວາມງ່າຍດາຍຂຶ້ນ first appeared on Trade for Development - T4D.

]]>

ສປປ ລາວ ເປັນປະເທດທີ່ໄດ້ຮັບຄວາມນິຍົມສຳລັບນັກທ່ອງທ່ຽວ ຍ້ອນມີປະຫວັດສາດທີ່ຍາວນານ, ຮີດຄອງປະເພນີ ທີ່ເປັນເອກະລັກ ແລະ ທິວທັດທຳມະຊາດທີ່ສວຍງາມ. ທຸລະກິດການທ່ອງທ່ຽວເຊັ່ນ ໂຮງແຮມ, ບໍລິສັດທ່ອງທ່ຽວ ແລະ ຮ້ານອາຫານ ໄດ້ພິສູດໃຫ້ເຫັນແລ້ວວ່າ ສາມາດສ້າງລາຍຮັບໃຫ້ແກ່ປະເທດໃນໄລຍະຫຼາຍປີຜ່ານມາ. ຂະແໜງການທ່ອງທ່ຽວ ແມ່ນ ໜຶ່ງໃນສາມຂະແໜງການທີ່ສາມາດສ້າງລາຍໄດ້ສູງສຸດໃນປະເທດ ຮອງຈາກຂະແໜງບໍ່ແຮ່ ແລະ ພະລັງງານໄຟຟ້າ. ໃນປີ 2018 ສປປ ລາວ ສາມາດດຶງດູດນັກທ່ອງທ່ຽວໄດ້ເຖິງ 4.8 ລ້ານຄົນ ແລະ ສ້າງລາຍ ຮັບໄດ້ເຖິງ 935 ລ້ານໂດລາສະຫະລັດ. ມີການຄາດວ່າ ພາຍໃນປີ 2025 ຈະມີນັກທ່ອງທ່ຽວເດີນທາງເຂົ້າມາເຖິງ 5.8 ລ້ານຄົນ ເຊິ່ງສາມາດສ້າງລາຍຮັບໄດ້ເຖິງ 1.21 ຕື້ ໂດລາສະຫະລັດ. ອຸດສາຫະກຳການທ່ອງທ່ຽວຂອງລາວແມ່ນມີບົດບາດສຳຄັນຫຼາຍໃນການຂັບເຄື່ອນເສດຖະກິດໃຫ້ມີການ ເຕີບໂຕ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ຄົນ ທ້ອງຖິ່ນ. ດັ່ງນັ້ນ, ລະບຽບກົດໝາຍ ແລະ ຂໍ້ກຳນົດຕ່າງໆ ຈຶ່ງຕ້ອງໄດ້ຮັບການ ປັບປຸງເພື່ອເຮັດໃຫ້ ການດຳເນີນທຸລະ ກິດດ້ານຂະແໜງການທ່ອງທ່ຽວໃນປະເທດໄດ້ຮັບການອຳນວຍຄວາມສະດວກ ແລະ ປະສົບຜົນສຳເລັດໃນທີ່ສຸດ.

ໃນໄລຍະຜ່ານມາ, ການຂໍໃບອະນຸຍາດດຳເນີນທຸລະກິດໃນຂະແໜງການນີ້ ແມ່ນມີຄວາມທ້າທາຍພໍສົມຄວນ. ຜູ້ປະກອບການ ໄດ້ປະເຊີນກັບສະພາບແວດລ້ອມດ້ານລະບຽບການຂອງການດຳເນີນທຸລະກິດ ທີ່ສະລັບຊັບຊ້ອນ. ຫຼາຍອົງ ກອນຂອງລັດ ແລະ ຫຼາຍກະຊວງ ທີ່ມີສ່ວນຮ່ວມໃນຂະບວນອອກໃບອະນຸຍາດການດຳເນີນທຸລະກິດ ໂດຍແຕ່ລະ ພາກສ່ວນຂອງລັດ ມີຂໍ້ກຳນົດ ແລະ ຂັ້ນຕອນຂອງຕົນເອງ. ຜູ້ປະກອບການຕ້ອງປະຕິບັດຕາມລະບຽບການ ທີ່ຕິດພັນ ກັບການຂໍອະນຸຍາດດຳເນີນທຸລະກິດ, ການຊຳລະອາກອນ, ການນຳໃຊ້ທີ່ດິນ, ຜົນກະທົບດ້ານສິ່ງແວດລ້ອມ ແລະ ອື່ນໆ. ການປະຕິບັດຕາມລະບຽບການເຫຼົ່ານີ້ ອາດເປັນເລື່ອງຍາກ ໂດຍສະເພາະນັກລົງທຶນຕ່າງປະເທດ ທີ່ບໍ່ຄຸ້ນເຄີຍກັບ ຂະບວນການດ້ານລະບຽບການ ໃນປະເທດລາວ.​ ຜູ້ລົງທຶນຍັງຈົ່ມວ່າຕໍ່ກ່ຽວກັບຄວາມຫຼ້າຊ້າ ແລະ ຄວາມສະລັບຊັບຊ້ອນຂອງການຂໍອະນຸຍາດດຳເນີນທຸລະກິດ ແລະ ລະບຽບການຕ່າງໆທີ່ຕິດພັນກັບດໍາເນີນທຸລະກິດໃນ ສປປ ລາວ.

ເພື່ອແກ້ໄຂຄວາມທ້າທາຍເຫຼົ່ານີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ດຳເນີນການຢ່າງຈິງຈັງ ເພື່ອ ປັບປຸງຂັ້ນຕອນການອອກໃບອະນຸຍາດດຳເນີນທຸລະກິດ ດ້ານສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດນຳທ່ຽວ ແລະ ບັດພະນັກງານນໍາທ່ຽວ ໃນປີ 2021 ໂດຍເປັນສ່ວນໜຶ່ງຂອງຄວາມພະຍາຍາມ ເພື່ອຈັດຕັ້ງ ປະຕິບັດຄຳ ສັ່ງນາຍົກສະບັບເລກທີ 03/ນຍ ລົງວັນທີ 21 ເດືອນມັງກອນ ປີ 2020 ວ່າດ້ວຍການປັບປຸງ ວຽກງານການບໍລິການ ການອອກໃບອະນຸຍາດການລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ. ຂັ້ນຕອນໃໝ່ນີ້ສາມາດສົ່ງເສີມວິທີການຂໍອະນຸຍາດ ໃນຂະແໜງທ່ອງທ່ຽວ ໃຫ້ມີຄວາມສະດວກ, ງ່າຍດາຍ, ຫຼຸດຂັ້ນຕອນ ແລະ ຂັ້ນຂອດທີ່ບໍ່ຈຳເປັນ.

ການປັງປຸງທີ່ສຳຄັນນີ້ ແມ່ນໄດ້ຖືກນຳໃຊ້ໃນຂະແໜງການທ່ອງທ່ຽວ ເພື່ອຫຼຸດຄວາມຕ້ອງການຂອງບັນດາເອກະສານ ໃນຂະບວນການລິເລີ່ມທຸລະກິດ. ດ້ວຍເຫດນີ້, ນັກລົງທຶນຜູ້ທີ່ຕ້ອງການຂໍໃບອະນຸຍາດດຳເນີນທຸລະກິດ ໃນຂະແໜງການ ທ່ອງທ່ຽວ ໃນປະຈຸບັນ ຕ້ອງສົ່ງເອກະສານພຽງ 03 ເຖິງ 05​ ຢ່າງ ເຊິ່ງຫຼຸດລົງຫຼາຍເມື່ອທຽບໃສ່ ລະບຽບການ ໃນເມື່ອກ່ອນ ທີ່ຕ້ອງການເອກະສານຈຳນວນ 26, 19, 11 ແລະ 7 ຢ່າງ ຕາມລຳດັບ. ນອກຈາກນີ້ ເວລາທີ່ໃຊ້ ໃນການຂໍອະນຸຍາດດຳເນີນ ທຸລະກິດໃນຂະແໜງການທ່ອງທ່ຽວ ເຊິ່ງເມື່ອກ່ອນໃຊ້ເວລາປະມານ ສອງ ຫາ ສາມອາທິດ ຫຼື 21 ວັນ ໄດ້ປັບປຸງໃຫ້ເຫຼືອພຽງ 9 ວັນ ສຳລັບອອກໃບອະນຸຍາດດຳເນີນທຸລະກິດສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດນຳທ່ຽວ ແລະ 5 ວັນ ສຳລັບອອກບັດພະນັກງານນຳທ່ຽວ. ການປັບປຸງເຫຼົ່ານີ້ ມີເປົ້າໝາຍ ເພື່ອຫຼຸດຜ່ອນຄວາມຊັບຊ້ອນ ແລະ ໄລຍະເວລາຂອງຂັ້ນຕອນການລິເລີ່ມ ແລະ ດຳເນີນທຸລະກິດໃນຂະແໜງການ ທ່ອງທ່ຽວ ໃຫ້ມີປະສິດທິພາບ ແລະ ດຶງດູດນັກລົງທຶນໃຫ້ໄດ້ຫຼາຍຂຶ້ນ.

ການປັບປຸງດັ່ງກ່າວໄດ້ຕັດເອກະສານຈຳນວນໜຶ່ງອອກ ເຊັ່ນ: ໃບຍັ້ງຢືນສຸຂະພາບ, ຊີວະປະຫວັດຫຍໍ້ຂອງພະນັກງານ, ບົດວິພາກເສດຖະກິດ, ບົດປະເມີນສິ່ງແວດລ້ອມ ແລະ ອື່ນໆ ເຮັດໃຫ້ຂະບວນການ ອອກໃບອະນຸຍາດ ມີປະສິດທິພາບຫຼາຍຂຶ້ນ. ສໍາລັບຂັ້ນຕອນ ການຂໍສືບຕໍ່ດໍາເນີນທຸລະກິດ ຕ້ອງການພຽງເອກະສານສາມສະບັບ ເຊິ່ງລວມມີ ຄໍາຮ້ອງຂໍສືບຕໍ່ດໍາເນີນທຸລະກິດ, ສໍາເນົາໃບອະນຸຍາດດຳເນີນທຸລະກິດ, ແລະ ໃບສຳລະອາກອນປະຈໍາປີລ້າສຸດ .

ດັ່ງນັ້ນຂະບວນການອອກໃບອະນຸຍາດ ທີ່ສະດວກ ແລະ ງ່າຍດາຍ ຈະຊ່ວຍຫຼຸດເວລາ ແລະ ຄວາມຫຍຸ້ງຍາກ ຂອງຂັ້ນຕອນ ການຂໍອະນຸຍາດ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ການປ່ຽນແປງໃນຂະບວນການອອກໃບອະນຸຍາດ ຖືເປັນບາດກ້າວສຳຄັນ ສຳລັບຄວາມພະຍາຍາມຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການສົ່ງເສີມ ສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນປະເທດ ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ໃຫ້ມີຄວາມເປັນມິດ ແລະ ມີປະສິດທິພາບ ຫຼາຍຂຶ້ນ. ການປັບປຸງໃນຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນ ເຖິງຄວາມມຸ້ງໝັ້ນຂອງກະຊວງດັ່ງກ່າວ ໃນການປັບປຸງ ຄຸນນະພາບຂອງຂະແໜງທ່ອງທ່ຽວ ແຕ່ການສ້າງສະພາບແວດລ້ອມທີ່ເອື້ອ ອຳນວຍ ຕໍ່ການດຳເນີນທຸລະກິດ ຍັງເຮັດໃຫ້ ຜູ້ຄົນສາມາດລົງທຶນ, ລິເລີ່ມ ແລະ ດຳເນີນທຸລະກິດ ໄດ້ງ່າຍດາຍ ແລະ ເພີ່ມຄວາມ ສາມາດໃນການການແຂ່ງຂັນຂອງທູລະກິດລາວໃນຕະຫຼາດໂລກ. ການປັບປຸງຂອງຂະແໜງການທ່ອງທ່ຽວນີ້ ຍັງຈະຊ່ວຍປະ ເທດສ້າງລາຍຮັບໄດ້ເພີ່ມຂຶ້ນຢ່າງ ແນ່ນອນ. ນອກຈາກນີ້ ຍັງເປັນປະໂຫຍດຕໍ່ປະຊາຊົນລາວ ແລະ ໃນທີ່ສຸດ ກໍ່ຊ່ວຍຊຸກຍູ້ການ ເຕີບໂຕທາງດ້ານເສດ ຖະກິດ.

ການຂໍອະນຸຍາດດຳເນີນທຸລະກິດໃນຂະແໜງການທ່ອງທ່ຽວ

ຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດໃນຂະແໜງການທ່ອງທ່ຽວ ອາດໃຊ້ເວລາທັງໝົດປະມານ ສອງອາທິດ ໂດຍມີ ສອງຂັ້ນຕອນຫຼັກ ຄື: ການຂໍຂື້ນທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດດ້ານການທ່ອງທ່ຽວ.

ການຂຶ້ນທະບຽນວິສາຫະກິດ

ຂັ້ນຕອນທຳອິດສຳລັບຫົວໜ່ວຍທຸລະກິດ ພາຍໃນ ແລະ ຕ່າງປະເທດ ທີ່ຢາກດຳເນີນທຸລະກິດ ໃນ ສປປ ລາວ ແມ່ນຕ້ອງຂຶ້ນທະບຽນວິສາຫະກິດ ເສຍກ່ອນ ເຊິ່ງໃຊ້ເວລາພຽງ ສາມວັນ ຫຼັງຈາກຍື່ນເອກະສານ ສະໝັກ ຢູ່ ກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງ ຫລືແຂວງ ແລະ ແລະ ເມືອງ.

ໃບອະນຸຍາດດຳເນີນທຸລະກິດ

ພາຍຫຼັງທີ່ໄດ້ຮັບການຂຶ້ນທະບຽນວິສາຫະກິດແລ້ວ, ຜູ້ປະກອບການດ້ານການທ່ອງທ່ຽວຕ້ອງຂໍໃບອະນຸຍາດດຳ ເນີນທຸລະກິດ ເພີ່ມເຕີມຈຳນວນໜຶ່ງ. ເພື່ອດຳເນີນການບໍລິການຕ່າງໆ ໃຫ້ແກ່ນັກທ່ອງທ່ຽວ. ໃນກໍລະນີ ທີ່ຜູ້ລົງທຶນ ຕ້ອງ ການລວມເອົາການບໍລິການອື່ນໆເຂົ້າກັນ ເຊັ່ນ ລວມເອົາ ໂຮງແຮມ ແລະ ບໍລິສັດທ່ອງທ່ຽວ, ຜູ້ລົງທຶນຍັງຕ້ອງ ໄດ້ຂໍໃບອະນຸຍາດດຳເນີນທຸລະກິດສະເພາະແຕ່ລະຂົງເຂດການໃຫ້ບໍລິການ. ໃບອະນຸຍາດເຫຼົ່ານີ້ ສາມາດເປັນ ຫຼັກຖານທີ່ສະແດງໃຫ້ເຫັນວ່າ ທຸລະກິດຂອງທ່ານ ມີຄຸນນະສົມບັດພ້ອມ ແລະ ຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ.

ການປະກອບເອກະສານ ຂໍອະນຸຍາດດໍາເນີນທຸລະກິດ ດ້ານສະຖານທີ່ພັກແຮມ, ຮ້ານອາຫານ, ບໍລິສັດນຳທ່ຽວ

ບຸກຄົນ ຫຼຶ ນິຕິບຸກຄົນ ຕ້ອງປະກອບ ດັ່ງລຸ່ມນີ້:

  • ໃບຄໍາຮ້ອງຂໍອະນຸຍາດດຳເນີນທຸລະກິດຕາມແບບພິມ ຂອງກົມຄຸ້ມຄອງທຸລະກິດການທ່ອງທ່ຽວ 01 ໃບ;
  • ສຳເນົາເອກະສານຕ່າງໆ ທີ່ຢືນຂໍໃບທະບຽນວິສາຫະກິດ 01 ຊຸດ;
  • ຮູບຖ່າຍພື້ນສີຂາວ ຂະໜາດ 3×4 cm 02 ໃບ;

ການປະກອບເອກະສານ ຂໍອະນຸຍາດອອກບັດພະນັກງານນຳທ່ຽວ

ບຸກຄົນ ຫຼຶ ນິຕິບຸກຄົນ ຕ້ອງປະກອບ ດັ່ງລຸ່ມນີ້:

  • ໃບຍັ້ງຢືນການຝຶກອົບຮົມຕາມຫຼັກສູດ 55 ວັນຂອງຂັ້ນສູນກາງ
  • ໃບຍັ້ງຢືນຈາກບໍລິສັດທ່ອງທ່ຽວທີ່ສັງກັດ ຫຼື ໃບຍັ້ງຢືນຈາກສະມາຄົມພະນັກງານນຳທ່ຽວລາວບ່ອນທີ່ຕົນສັງກັດຢຸ່ (ກໍລະນີ ສັງກັດຢູ
  • ບໍລິສັດ ໃຫ້ມີໃບສັນຍາແຮງງານ ຫຼື ໃບຍັ້ງຢືນການຮັບເງິນເດືອນຈາກບໍລິີສັດທ່ອງທ່ຽວ)
  • ຮູບຖ່າຍຂະໜາດ 2.5 cm 02 ໃບ
  • ສຳເນົາບັດປະຈຳໂຕ ຫຼື ໃບຍັ້ງຢືນທີ່ຢູ່
  • ໃບແຈ້ງໂທດ (ອອກໃຫ້ບໍ່ເກີນສາມເດືອນ)

ທ່ານສາມາດດາວໂຫຼດແບບຟອມສຳລັບແຕ່ລະ ກິດຈະການ ໄດ້ທີ່ https://e-tmd.com/index.php/legal-standard/download/. ນັກລົງທຶນສາມາດຍື່ນເອກະສານຕ່າງໆ ໄດ້ທີ່ ຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອຂໍໃບທະບຽນວິສາຫະກິດ.

ການລົງທຶນໃນຂະແໜງການທ່ອງທ່ຽວ ໃນ ສປປ ລາວ ສາມາດສ້າງກຳໄລໄດ້ຢ່າງຫຼວງຫຼາຍ ເນື່ອງຈາກ ຄວາມຕ້ອງການ ຂອງການທ່ອງທ່ຽວ ແລະ ນັກທ່ອງທ່ຽວ ທີ່ເພີ່ມສູງຂຶ້ນ. ຖ້າມີການປັງປຸງສະພາບແວດລ້ອມ ໃນການດຳເນິນທຸລະກິດ, ສປປ ລາວ ສາມາດເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໜ້າດຶງດູດໃຫ້ລົງທຶນໃນຂະແໜງການທ່ອງທ່ຽວ, ເຊິ່ງຈະສາມາດນຳເງິນທຶນ ເຂົ້າສູ່ປະເທດ, ສ້າງວຽກເຮັດງານທຳຫຼາຍຂຶ້ນ ແລະ ດີຂຶ້ນ ແລະ ຊ່ວຍເສດຖະກິດ ໃຫ້ເຕີບໂຕໄວ ສົ່ງຜົນໃຫ້ປະຊາຊົນລາວ ມີລາຍໄດ້ເພີ່ມຂຶ້ນ ແລະ ປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ.

The post ສປປ ລາວ ປັບປຸງການຂໍອະນຸຍາດດຳເນີນທຸລະກິດດ້ານຂະແໜງການທ່ອງທ່ຽວໃຫ້ມີຄວາມງ່າຍດາຍຂຶ້ນ first appeared on Trade for Development - T4D.

]]>
ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ https://www.t4dlaos.org/lo/2023/12/15/%e0%ba%9a%e0%ba%bb%e0%ba%94%e0%ba%9a%e0%ba%b2%e0%ba%94%e0%ba%82%e0%ba%ad%e0%ba%87%e0%bb%80%e0%ba%9e%e0%ba%94%e0%ba%8a%e0%ba%b2%e0%ba%8d%e0%bb%83%e0%ba%99%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%bb/ Fri, 15 Dec 2023 01:26:17 +0000 https://www.t4dlaos.org/?p=5255 ນະ​ຄອນ​ຫຼວງວຽງ​ຈັນ, 14 ທັນ​ວາ 2023 – ເພື່ອ​ເປັນ​ການ​ລ້ຳ​ລຶກ​ເຖິງວັນ​ສາ​ກົນ​ໃນ​ການ​ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກນ້ອຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮ່ວມ​ກັບ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ ໄດ້​ຈັດ​ງານສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງດ້ານເສດຖະກິດ ພາຍໃຕ້ຫົວຂໍ້ “ບົດບາດຂອງຜູ້ຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິຄວາມຮູນແຮງຕໍ່ແມ່ຍິງ” ຂື້ນ. ເຊິງ​ງານ​ໃນ​ຄັ້ງ​ນີ້ ເປັນ​ຄັ້ງ​ທີ່​ສອງ​ທີ່​ມີ​ການ​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລື​ຈາກນັກບັນ​ຍາຍ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ນັກ​ທຸ​ລະ​ກິດ​ຍິງ ໂດຍ​ເນັ້ນ​ໃຫ້​ເຫັນ​ຄວາມ​ສ​ຳ​ຄັນ​ຂອງບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ. ງານ​ດັ່ງ​ກ່າວ​ຈັດ​ຂື້ນ​ເປັນ​ເວ​ລາ​ເຄິ່ງມື້ ເຊິ່ງ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ ໃນ​ການ​ດຶງ​ເອົາ​ເພດ​ຊາຍ​ເຂົ້າ​ມາ​ມາ​ມີ​ສ່ວນ​​ຮ່ວມໃນ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ  ແລະ ເນັ້​ນ​ໃຫ້​ເຫັນ​ບົດ​ບາດ​ຄວາມ​ສຳ​ຄັນ​ຂອງ​ເຂົາ​ເຈົ້າ​ໃນ​ການ​ສົ່ງ​ເສີມ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ທຸ​ລະ​ກິດ​ຍິງ. ໂດຍຜ່ານ​ການ​ນຳ​ສະ​ເໜີບັນ​ດາ​ໂຕ​ເລກ​ຂອງ​ເພດ​ຊາຍໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​, ການກິ​ລາ, ການ​ສຶກ​ສາ, ການ​ບັນ​ເທີງ ຫຼື ເຂົ້າ​ຮ່ວມ​ໃນ​ກົງ​ຈັກ​ລັດ​ຖະ​ບານ ທີ່​ເປັນຕົວ​ຢ່າງ​ທາງ​ດ້ານ​ຍິງ-​ຊາຍ​ທີ່​ດີ. ງານ​ຄັ້ງ​ນີ້ ຍັງ​ແນ​ໃສ່​ໃນ​ການ​ສ້າງ​ແຮງ​ບັນ​ດານ​ໃຈ ແລະ ສ້າ​ງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຜູ້​ຊາຍ​ຄົນ​ອື່ນ ລວມ​ທັງ​ສັງ​ຄົມ​ໃນ​ວົງ​ກ້​ວາງ, ສະໜັບສະໜູນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍໃນທຸກສັງຄົມ.

The post ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ first appeared on Trade for Development - T4D.

]]>
ນະ​ຄອນ​ຫຼວງວຽງ​ຈັນ, 14 ທັນ​ວາ 2023 – ເພື່ອ​ເປັນ​ການ​ລ້ຳ​ລຶກ​ເຖິງວັນ​ສາ​ກົນ​ໃນ​ການ​ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກນ້ອຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮ່ວມ​ກັບ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ ໄດ້​ຈັດ​ງານສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງດ້ານເສດຖະກິດ ພາຍໃຕ້ຫົວຂໍ້ “ບົດບາດຂອງຜູ້ຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິຄວາມຮູນແຮງຕໍ່ແມ່ຍິງ” ຂື້ນ. ເຊິງ​ງານ​ໃນ​ຄັ້ງ​ນີ້ ເປັນ​ຄັ້ງ​ທີ່​ສອງ​ທີ່​ມີ​ການ​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລື​ຈາກນັກບັນ​ຍາຍ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ນັກ​ທຸ​ລະ​ກິດ​ຍິງ ໂດຍ​ເນັ້ນ​ໃຫ້​ເຫັນ​ຄວາມ​ສ​ຳ​ຄັນ​ຂອງບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ.

ງານ​ດັ່ງ​ກ່າວ​ຈັດ​ຂື້ນ​ເປັນ​ເວ​ລາ​ເຄິ່ງມື້ ເຊິ່ງ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ ໃນ​ການ​ດຶງ​ເອົາ​ເພດ​ຊາຍ​ເຂົ້າ​ມາ​ມາ​ມີ​ສ່ວນ​​ຮ່ວມໃນ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ  ແລະ ເນັ້​ນ​ໃຫ້​ເຫັນ​ບົດ​ບາດ​ຄວາມ​ສຳ​ຄັນ​ຂອງ​ເຂົາ​ເຈົ້າ​ໃນ​ການ​ສົ່ງ​ເສີມ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ທຸ​ລະ​ກິດ​ຍິງ. ໂດຍຜ່ານ​ການ​ນຳ​ສະ​ເໜີບັນ​ດາ​ໂຕ​ເລກ​ຂອງ​ເພດ​ຊາຍໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​, ການກິ​ລາ, ການ​ສຶກ​ສາ, ການ​ບັນ​ເທີງ ຫຼື ເຂົ້າ​ຮ່ວມ​ໃນ​ກົງ​ຈັກ​ລັດ​ຖະ​ບານ ທີ່​ເປັນຕົວ​ຢ່າງ​ທາງ​ດ້ານ​ຍິງ-​ຊາຍ​ທີ່​ດີ. ງານ​ຄັ້ງ​ນີ້ ຍັງ​ແນ​ໃສ່​ໃນ​ການ​ສ້າງ​ແຮງ​ບັນ​ດານ​ໃຈ ແລະ ສ້າ​ງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຜູ້​ຊາຍ​ຄົນ​ອື່ນ ລວມ​ທັງ​ສັງ​ຄົມ​ໃນ​ວົງ​ກ້​ວາງ, ສະໜັບສະໜູນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍໃນທຸກສັງຄົມ.

The post ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ first appeared on Trade for Development - T4D.

]]>