ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

Published by NIU on

ນະ​ຄອນ​ຫຼວງວຽງ​ຈັນ, 14 ທັນ​ວາ 2023 – ເພື່ອ​ເປັນ​ການ​ລ້ຳ​ລຶກ​ເຖິງວັນ​ສາ​ກົນ​ໃນ​ການ​ຕ້ານການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່​ຍິງ ແລະ ເດັກນ້ອຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຮ່ວມ​ກັບ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ ໄດ້​ຈັດ​ງານສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງດ້ານເສດຖະກິດ ພາຍໃຕ້ຫົວຂໍ້ “ບົດບາດຂອງຜູ້ຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິຄວາມຮູນແຮງຕໍ່ແມ່ຍິງ” ຂື້ນ. ເຊິງ​ງານ​ໃນ​ຄັ້ງ​ນີ້ ເປັນ​ຄັ້ງ​ທີ່​ສອງ​ທີ່​ມີ​ການ​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລື​ຈາກນັກບັນ​ຍາຍ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ນັກ​ທຸ​ລະ​ກິດ​ຍິງ ໂດຍ​ເນັ້ນ​ໃຫ້​ເຫັນ​ຄວາມ​ສ​ຳ​ຄັນ​ຂອງບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ.

ງານ​ດັ່ງ​ກ່າວ​ຈັດ​ຂື້ນ​ເປັນ​ເວ​ລາ​ເຄິ່ງມື້ ເຊິ່ງ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ ໃນ​ການ​ດຶງ​ເອົາ​ເພດ​ຊາຍ​ເຂົ້າ​ມາ​ມາ​ມີ​ສ່ວນ​​ຮ່ວມໃນ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ  ແລະ ເນັ້​ນ​ໃຫ້​ເຫັນ​ບົດ​ບາດ​ຄວາມ​ສຳ​ຄັນ​ຂອງ​ເຂົາ​ເຈົ້າ​ໃນ​ການ​ສົ່ງ​ເສີມ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ທຸ​ລະ​ກິດ​ຍິງ. ໂດຍຜ່ານ​ການ​ນຳ​ສະ​ເໜີບັນ​ດາ​ໂຕ​ເລກ​ຂອງ​ເພດ​ຊາຍໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​, ການກິ​ລາ, ການ​ສຶກ​ສາ, ການ​ບັນ​ເທີງ ຫຼື ເຂົ້າ​ຮ່ວມ​ໃນ​ກົງ​ຈັກ​ລັດ​ຖະ​ບານ ທີ່​ເປັນຕົວ​ຢ່າງ​ທາງ​ດ້ານ​ຍິງ-​ຊາຍ​ທີ່​ດີ. ງານ​ຄັ້ງ​ນີ້ ຍັງ​ແນ​ໃສ່​ໃນ​ການ​ສ້າງ​ແຮງ​ບັນ​ດານ​ໃຈ ແລະ ສ້າ​ງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຜູ້​ຊາຍ​ຄົນ​ອື່ນ ລວມ​ທັງ​ສັງ​ຄົມ​ໃນ​ວົງ​ກ້​ວາງ, ສະໜັບສະໜູນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍໃນທຸກສັງຄົມ.

Follow by Email
Share