ກອງປະຊຸມປຶກສາຫາລືດ້ານວິຊາການ ລະຫວ່າງ ພະແນກຄຸ້ມຄອງ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ (NIU) ແລະ ພາກສ່ວນຈັດຕັ້ງປະຕິບັດໂຄງການ (IAs)

ວັງ​ວຽງ ວັນທີ 25-26 ສິງຫາ 2022. ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ດ້ານວິຊາການ ລະຫວ່າງພະແນກພະແນກຄຸ້ມຄອງການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງຕ່າງປະເທດ ແລະ ພາກສ່ວນຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການເປັນປະທານຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ເຂົ້າຮ່ວມຈຳນວນ 60 ກ່ວາທ່ານ ເຊິ່ງເປັນຕົວແທນຈາກ ພະແນກ NIU ແລະ ບັນດາພາກສ່ວນຈັດຕັ້ງປະຕິບັດໂຄງການ ຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາສອງມື້ ໂດຍເນັ້ນໃສ່ການນຳສະເໜີ ກ່ຽວກັບຜົນໄດ້ຮັບຕົ້ນຕໍ ແລະ ສິ່ງທ້າທາຍທີ່ພົບພໍ້ໃນເວລາການຈັດຕັ້ງປະຕິບັດໂຄງການ LCT, ນຳສະເໜີກ່ຽວກັບ ຕົວຊີ້ວັດໝາກຜົນໄດ້ຮັບຂອງໂຄງການ LCT, ແຜນຈັດຕັ້ງປະຕິບັດວຽກງານບົດບາດຍິງ-ຊາຍ, ລະບຽບການສຳຄັນໃນການຄຸ້ມຄອງການເງິນ ສຳລັບໂຄງການທີ່ບໍລິຫານທຶນ ແລະ ລະບຽບການສຳຄັນໃນການຈັດຊື້-ຈັດຈ້າງ ສຳລັບໂຄງການທີ່ບໍລິຫານທຶນໂດຍທະນາ ຄານໂລກ. ທ່ານ Read more…

ກອງປະຊຸມພົບປະ ລະຫວ່າງ ນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນຫົວຂໍ້ “ກາລະໂອກາດທາງການຄ້າ ແລະ ການລົງທຶນ ໃນ ສປປ ລາວ”

ນະຄອນຫຼວງວຽງຈັນ, ວັນທີ 17 ສິງຫາ 2022, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ອົງການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID) ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນຫົວຂໍ້: “ກາລະໂອກາດທາງການຄ້າ ແລະ ການລົງທຶນ ໃນ ສປປ ລາວ” ໃນວັນທີ 17 ສິງຫາ ທີ່ ໂຮງແຮມ ຄຣາວພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຄຽງຄູ່ກັນກັບການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຄະນະຜູ້ແທນຈາກ ສະພາທຸລະກິດສະຫະລັດ ອາເມລິກາ-ອາຊຽນ (USABC) ຈາກນະຄອນຫຼວງວໍຊິງຕັນດີຊີ, ເພື່ອແນໃສ່ຊ່ວຍເຫຼືອຫົວໜ່ວຍທຸລະກິດລາວ ແລະ ສະຫະລັດອາເມລິກາ ໃນການຂະຫຍາຍການຄ້າ ແລະ ການລົງທຶນທີ່ມີຜົນປະໂຫຍດໃຫ້ແກ່ທັງສອງປະເທດ. ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານໂດຍ Read more…

ລິເລີ່ມດໍາເນີນການສຶກສາເວລາ ໃນການກວດປ່ອຍສິນຄ້າ (TRS) ປະຈຳປີ 2022 ຢູ່ ສປປ ລາວ

ໃນວັນທີ 10 ສິງຫາ 2022 ທີ່ ຫ້ອງປະຊຸມ ຊັ້ນ 03, ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ). ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ) ໃນນາມເປັນກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດ “ກອງປະຊຸມລິເລີ່ມການດຳເນີນ ການສຶກສາເວລາໃນການກວດປ່ອຍສິນຄ້າ (Time Release Study: TRS) ຂອງ ສປປ ລາວ ປະຈຳປີ 2022” ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກບັນດາຂະແໜງການທີ່ກ່ຽວຂ້ອງ ຈໍານວນ 77 ທ່ານ (ລວມທັງເຊິ່ງໜ້າ ແລະ ທາງໄກ). ກອງປະຊຸມໃນຄັ້ງນີ້ໄດ້ຮັບທຶນສະໜັບສະໜູນຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ Read more…

ກອງປະຊຸມກວດກາຄວາມສອດຄ່ອງ ທາງດ້ານກົດໝາຍ ຂອງຮ່າງກົດໝາຍ ວ່າດ້ວຍວິສາຫະກິດ ສະບັບປັບປຸງ ປີ 2013.

ນະຄອນຫຼວງວຽງຈັນ, ວັນທີ 4 ສິງຫາ 2022, ກະຊວງຍຸຕິທໍາ ໄດ້ເປັນເຈົ້າການຈັດກອງປະຊຸມ ຮ່ວມກັບ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ຈຸດປະສົງຂອງກອງປະຊຸມ ເພື່ອຄົ້ນຄວ້າ, ປືກສາຫາລື ແລະ ປະກອບຄໍາຄິດ, ຄໍາເຫັນໃສ່ ຮ່າງກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ ປີ 2013 ເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງກົດໝາຍສະບັບດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ກົງຈີ ຢາງຈື່, ຮອງລັດຖະມົນຕີ ກະຊວງຍຸຕິທໍາ. ກອງປະຊຸມດັ່ງກ່າວ ມີຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມຫລາຍກວ່າ 30 ທ່ານ ໂດຍມີ ຫົວໜ້າກົມ ກົດໝາຍ, ຮອງຫົວໜ້າກົມກົດໝາຍ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງ ຈາກ ກົມກົດໝາຍ ກະຊວງຍຸຕິທໍາ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ Read more…

ກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິບັດແຜນດຳເນີນງານ ຫົກເດືອນຕົ້ນປີ 2022 ແລະ ແຜນວຽກບູລິມະສິດ ຫົກເດືອນທ້າຍປີ 2022 ທີ່ຕິດພັນກັບຂະແໜງການ ຕາມຄໍາສັ່ງເລກທີ 02/ນຍ, 03/ນຍ

ວັນທີ 28 ກໍລະກົດ 2022, ກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດ ກອງປະຊຸມປຶກສາຫາລື ການຈັດຕັ້ງປະຕິບັດແຜນດຳເນີນງານປີ 2022 ຫົກເດືອນຕົ້ນປີ ແລະ ແຜນວຽກບູລິມະສິດ ຫົກເດືອນທ້າຍປີ 2022 ທີ່ຕິດພັນກັບຂະແໜງການ ຕາມຄໍາສັ່ງເລກທີ 02/ນຍ, 03/ນຍ, ວຽກງານບໍລິການການລົງທຶນປະຕູດຽວ ແລະ ບັນຊີກິດຈະການຄວບຄຸມ ທີ່ຕິດພັນກັບຂະແໜງການ ຕາມຄໍາສັ່ງເລກທີ 02/ນຍ ແລະ 03/ນຍ. ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມ ຕ່າງໜ້າຈາກຄະນະຮັບຜິດຊອບປັບປຸງຕົວຊີ້ວັດການດຳເນີນທຸລະກິດໃນ ສປປ ລາວ ຈາກ 7 ກະຊວງ, ສານປະຊາຊົນສູງສຸດ, ລັດວິສາຫະກິດ ໄຟຟ້າ ລາວ, ບໍລິສັດ ຂໍ້ມູນຂ່າວສານ ສິນເຊື່ອ ແຫ່ງ ສປປ ລາວ ແລະ ສຳນັກງານ Read more…

Follow by Email
Share