ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ 2 ມື້​ວ່າ​ດ້ວຍການ​ເຊື່ອມ​ສານ​ ຄວາມ​ສະ­ເໝີ­ພາບຍິງ​-​ຊາຍ ເຂົ້າ​ໃນ​ວຽກ​ງານ​ແມ່­ຍິງ​ກັບ​ທຸ­ລະ​ກິດ ຈັດ​ໂດຍ ກົມ​ແຜນ­ການ ແລະ ການ​ຮ່ວມ​ມື, ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ

ວັນ​ທີ 10-11 ພະ­ຈິກ 2022 ທີ່​ໂຮງ­ແຮມ ລາວ​ພ​ລາ­ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ, ກົມ​ແຜນ­ການ ແລະ ການ​ຮ່ວມ​ມື, ກະຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ, ໄດ້​ຈັດ​ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ 2 ມື້ ວ່າ​ດ້ວຍ​ການ​ເຊື່ອມ​ສານ​ຄວາມ​ສະ­ເໝີ­ພາບຍິງ​-​ຊາຍ ເຂົ້າ​ໃນ​ວຽກ​ງານ​ແມ່­ຍິງ​ກັບ​ທຸ­ລະ​ກິດ ກອງ​ປະ­ຊຸມແມ່ນ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ໂດຍ​ ໂຄງ­ການເສີມ​ສ້າງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ຂອງ ສປປ ລາວ (LCT) ທີ່​ໃຫ້​ທຶນ​ໂດຍ​ທະ­ນາ­ຄານ​ໂລກ, ລັດ­ຖະ­ບານ ອົດ​ສະ​ຕາ​ລີ, ລັດ­ຖະ­ບານ ໄອ​ແລນ, ແລະ ລັດ­ຖະ­ບານ ອາ​ເມ​ຣິ​ກາ. ກອງ​ປະ­ຊຸມ​ຝຶກ​ອົບ­ຮົມ​ດັ່ງ­ກ່າວ​ໃຫ້​ກຽດ​ເປັນ​ປະ­ທານ​ຮ່ວມ​ໂດຍ​ທ່ານ ແສງ​ພະ­ນົມ​ຈອນ ອິນ​ທະ​ສານ, ຮອງ​ຫົວ­ໜ້າ​ກົມ​ແຜນ­ການ ແລະ ການ​ຮ່ວມ​ມື ແລະ ທ່ານ​ນາງ ສົມ​ໝາຍ ພົມ​ມຸ­ນິ​ວົງ, ຮອງ​ຫົວ­ໜ້າ​ກົມ​ຈັດ​ຕັ້ງ ແລະ ພະ­ນັກ­ງານ, ກະ­ຊວງ​ອຸດ​ສະ​ຫະ​ກໍາ ແລະ ການ​ຄ້າ Read more…

ຮັບຮອງແຜນດຳເນີນງານ ວຽກງານອຳນວຍຄວາມສະດວກ ທາງດ້ານການຄ້າ ຂອງ ສປປ ລາວ ປີ 2017-2022

ໃນວັນທີ 09 ພະຈິກ 2022 ທີ່ ໂຮງແຮມລາວເທວ, ນະຄອນຫຼວງວຽງຈັນ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດ ກອງປະຊຸມ ຮັບຮອງຜົນການປະເມີນການຈັດຕັ້ງປະຕິບັດແຜນດຳເນີນງານ ວຽກອຳນວຍຄວາມສະດວກ ທາງດ້ານການຄ້າ ປີ 2017-2022 ແລະ ປຶກສາຫາລືແນວຄວາມຄິດໃນການສ້າງແຜນຍຸດທະສາດອັນໃໝ່ປີ 2023-2027. ໃຫ້ກຽດເປັນປະທານໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ, ກະຊວງ ອຄ ພ້ອມດ້ວຍແຂກທີ່ຮັບເຊີນຈາກຂະແໜງການກ່ຽວຂ້ອງ ຈໍານວນທັງໝົດ 35 ທ່ານ. ທ່ານ ມົວວິໄຊ ປາລີ ໄດ້ກ່າວໃນທີ່ປະຊຸມວ່າ ນັບແຕ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນຈັດຕັ້ງປະຕິບັດສັນຍາ ວ່າດ້ວຍ ການອໍານວຍຄວາມສະດວກ ທາງດ້ານການຄ້າ Read more…

ກອງປະຊຸມຕິດຕາມຄວາມຄືບໜ້າໂຄງການ ພາຍໃຕ້ EIF ຂອງຜູ້ໃຫ້ທຶນ, ທີ່ແຂວງອຸດົມໄຊ

ແຂວງອຸດົມໄຊ, ວັນທີ 6 ຕຸລາ 2022, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ທັງ 3 ແຂວງພາກເໜືອ ຄື: ຫຼວງນຳ້ທາ, ອຸດົມໄຊ ແລະ ຜົ້ງສາລີ ໄດ້ຕ້ອນຮັບການລົງພື້້ນທີ່ຕິດຕາມຄວາມຄືບໜ້າ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ ທີ່ ແຂວງອຸດົມໄຊ. ກອງປະຊຸມປຶກສາຫາລືລະຫວ່າງຜູ້ໃຫ້ທຶນ, ຄູ່ຮ່ວມພັດທະນາ ແລະ ຜູ້ຈັດຕັ້ງປະຕິບັດໂຄງການ ໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານນາງ ແອນເນັດ ຊິມມູເວມບາ, ຮອງອຳນວຍການຂອງ EIF. ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ Read more…

ການຝຶກອົບຮົມ ການແກ້ໄຂຄະດີ ການຟື້້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ໃຫ້ແກ່ຜູ້ພິພາກສາ

ໃນວັນທີ 26-28 ກັນຍາ 2022, ທີ່ໂຮງແຮມ ເມືອງແທັງ, ນະຄອນຫຼວງວຽງຈັນ ຄະນະສານການຄ້າ ຂອງສານປະຊາຊົນສູງສຸດ, ພາຍໃຕ້ການສະໜັບສະໜູນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ໄດ້ຈັດຝຶກອົບຮົມກ່ຽວກັບການແກ້ໄຂຄະດີ ການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ເພື່ອຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ໂດຍການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ. ການຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 41 ທ່ານ, ໃນນັ້ນປະກອບມີຜູ້ພິພາກສາ ຈາກສານປະຊາຊົນສູງສຸດ, ຄະນະສານການຂອງສານປະຊາຊົນພາກກກາງ ແລະຄະນະສານການຄ້າຂອງສານປະຊາຊົນນະຄອນຫຼວງວຽຈັນ ແລະ ແຂກຮັບເຊີນ ຈາກກົມສົ່ງເສີມການລົງທຶນ ກະຊວງແຜນການ, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມກົດໝາຍ ກະຊວງຍຸຕິທໍາ ແລະ ຜູ້ຄວບຄຸມຊັບສິນຈໍານວນໜຶ່ງ ທີ່ມາຈາກສາຂາອາຊີບນັກບໍລິຫານທຸລະກິດ, ນັກບັນຊີ Read more…

ກອງທຸລະກິດແຂວງຫຼວງນ້ຳທາ

ແຂວງຫຼວງນ້ຳທາ, ວັນທີ 13 ກັນຍາ 2022, ພະແນກອຸດສາຫະກໍາ ແລະ ການຄ້າ ໂດຍການສົມທົບກັບສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມທຸລະກິດແຂວງຫຼວງນ້ຳທາ ຢູ່ທີ່ ຫ້ອງປະຊຸມສະໂມສອນ ແຂວງ, ພາຍໃຕ້ການສະໜັບສະໜູນ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL). ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສັງຄົມ ຈັນສຸກ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ກອງປະຊຸມ ໄດ້ຮັບກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກພາກລັດທີ່ກ່ຽວຂອງ ແລະ ພາກທຸລະກິດເຂົ້າຮ່ວມຫຼາຍກວ່າ 50 ທ່ານ.ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ຂະບວນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມທັງຂໍທິດຊີ້ນຳການແກ້ໄຂບັນດາບັນຫາບູລິມິສິດຂອງແຂວງຫຼວງນ້ຳທາ ຕໍ່ Read more…

Follow by Email
Share