ພິທີເປີດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ເພື່ອສົ່ງເສີມຜະລິດຕະພັນ ທີ່ເປັນເອກະລັກສະເພາະ ຈາກແຂວງ ຫຼວງນຳ້ທາ

ແຂວງຫຼວງນໍ້າທາ, ໃນລະຫວ່າງວັນທີ 15 – 16 ມີນາ 2022, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ໄດ້ຈັດພິທີເປີດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແຫ່ງຊາດ ຢູ່ເມືອງຫຼວງນໍ້າທາ ແລະ ເມືອງສິງ, ແຂວງຫຼວງນໍ້າທາ, ພາຍໃຕ້ການສະໜັບສະໜູນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (Enhanced Integrated Framework – EIF).ຈຸດປະສົງຂອງພິທີເປີດປ້າຍກາໝາຍ ODOP ໃນຄັ້ງນີ້ ແມ່ນເພື່ອຢັ້ງຢືນ ແລະ ສົ່ງເສີມຜະລິດຕະພັນທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ ໄດ້ແກ່ກຸ່ມຫັດຖະກຳຕ່ຳຫູກ ຢູ່ບ້ານສິນອຸດົມ, ເມືອງຫຼວງນໍ້າທາ; ກຸ່ມຫັດຖະກໍາຖັກແສ່ວເຄື່ອງຊົນເຜົາອາຄ່າ, ບ້ານ ຫຼັກຄໍາ ແລະ ກຸ່ມຜະລິດຖົ່ວເນົາ, ບ້ານນໍ້າແກ້ວຫຼວງ, ເມືອງສິງ. ພະແນກ ອຄ ແຂວງ ແນໃສ່ສົ່ງເສີມຜະລິດຕະພັນທ້ອງຖິ່ນຂອງຕົນໃຫ້ນຳໃຊ້ກາໝາຍ ODOP ເພື່ອຢັ້ງຢືນເຖິງຄຸນນະພາບ ແລະ ເອກະລັກສະເພາະຂອງຜະລິດຕະພັນ Read more…

ກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດຂັ້ນແຂວງ ລະດັບວິຊາການ ທີ່ແຂວງຫຼວງນໍ້າທາ

ແຂວງຫຼວງນໍ້າທາ, ວັນທີ 15 ມີນາ 2022, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ໂດຍການສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດຂັ້ນແຂວງລະດັບວິຊາການຂຶ້ນ ຢູ່ທີ່ ສະໂມສອນແຂວງຫຼວງນໍ້າທາ, ພາຍໃຕ້ການສະໜັບສະໜູນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL). ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານຮ່ວມໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ ຄຳແກ້ວ ຈັນທະວົງ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ແລະ ທ່ານ ບຸນສົງ ແກ້ວມະນີວົງ, ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນໍ້າທາ. ກອງປະຊຸມ ໄດ້ຮັບກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມຫຼາຍກວ່າ 50 Read more…

ພາກລັດ ແລະ ພາກທຸລະກິດຂອງ ສາມ ແຂວງພາກເໜືອ (ຫຼວງນ້ຳທາ, ອຸດົມໄຊ ແລະ ຜົ້ງສາລີ) ເຂົ້າຮ່ວມ ກອງປະຊຸມເຜີຍແຜ່ເງື່ອນໄຂ ແລະ ຂັ້ນຕອນຕ່າງໆ ທີ່ຕິດພັນກັບການສົ່ງອອກ ພືດກະສິກໍາ ແລະ ສັດ ໄປ ສປ ຈີນ

ແຂວງຫຼວງນໍ້າທາ, ວັນທີ 16 ມີນາ 2022, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມເຜີຍແຜ່ເງື່ອນໄຂ ແລະ ຂັ້ນຕອນຕ່າງໆທີ່ຕິດພັນກັບການສົ່ງອອກພືດກະສິກໍາ ແລະ ສັດ ໄປ ສປ ຈີນ, ພາຍໃຕ້ການສະໜັບສະໜູນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ສາມແຂວງພາກເໜືອ (ECL), ເຊິ່ງໄດ້ຮັບທຶນຈາກໂຄງການເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF). ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເຮັດໃຫ້ທຸກພາກສ່ວນເຂົ້າໃຈກ່ຽວກັບເງື່ອນໄຂ ແລະ ຂັ້ນຕອນຕ່າງໆທີ່ຕິດພັນກັບການສົ່ງອອກພືດກະສິກໍາ ແລະ ສັດ ໄປ ສປ ຈີນ ໃຫ້ຫຼາຍຂຶ້ນ, ເຊິ່ງບັນຫານີ້ໄດ້ສະເໜີໂດຍພາກທຸລະກິດຜ່ານກອງປະຊຸມປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ທີ່ເຫັນວ່າພາກທຸລະກິດຍັງມີຂໍ້ຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນ ແລະ ກົດລະບຽບຕ່າງໆທີ່ຕິດພັນກັບການສົ່ງອອກພືດກະສິກໍາ ແລະ ສັດ ໄປ ສປ ຈີນ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈາກ ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ ຫຼາຍກ່ວາ Read more…

ໄດ້ມີບາດກ້າວອັນສຳຄັນ ເພື່ອສ້າງຄວາມເຂັ້ມແຂງ ໃນການປະສານສົມທົບລະຫວ່າງ ສາມກອງເລຂາ ທີ່ສະໜັບສະໜູນວຽກງານປັບປຸງ ສະພາບແວດລ້ອມຂອງການດຳເນີນທຸລະກິດ ໂດຍລວມມີກອງເລຂາຈັດຕັ້ງປະຕິບັດ ວຽກງານຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ເລກ 02 ແລະ 03, ກອງເລຂາຄະນະກຳມະການ ອໍານວຍຄວາມສະດວກດ້ານການຄ້າ ແລະ ກອງເລຂາກອງປະຊຸມທຸລະກິດລາວ

ທີ່ແຂວງວຽງຈັນ, ວັນທີ 11 ມີນາ 2022, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍຜ່ານກົມແຜນການ ແລະ ການຮ່ວມມື ໄດ້ຈັດກອງປະຊຸມປຶກສາຫາລືື ດ້ານວິຊາການ ລະຫວ່າງ ສາມກອງເລຂາ ລວມມີ: ກອງເລຂາຄະນະປະສານ ງານ ແລະ ຕິດຕາມການຈັດຕັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ເລກທີ 02 ແລະ 03, ຊຶ່ງຕາງໜ້າໂດຍກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ; ກອງເລຂາຄະນະກຳມະ ການອໍານວຍຄວາມສະດວກດ້ານການ ຄ້າ, ຊຶ່ງຕາງໜ້າໂດຍກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ; ແລະ ກອງເລຂາກອງປະ ຊຸມທຸລະກິດລາວ, ຊຶ່ງຕາງໜ້າໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປັບປຸງກົນໄກການປະສານງານລະຫວ່າງສາມກອງເລຂາ ແລະ ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໂດຍການແລກປ່ຽນປະສົບການຮ່ວມກັນ Read more…

ການເຂົ້າຮ່ວມລາຍງານຂອງພາກທຸລະກິດ ຕໍ່ກອງປະຊຸມລັດຖະບານ

ນະຄອນຫຼວງວຽງຈັນ, ວັນທີ 20 ມັງກອນ, 2022, ໃນວັນທີ 20 ມັງກອນ, 2022, ຕາງໜ້າໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ລາຍງານກ່ຽວກັບຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຢູ່ ສປປ ລາວ ຕໍ່ ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນ ມັງກອນ 2022, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການລາຍງານຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຕໍ່ກອງປະຊຸມສະໄໝສາມັນຂອງລັດຖະບານໃນຄັ້ງນີ້ ເປັນບາດກ້າວອັນສໍາຄັນຢ່າງຍິ່ງຂອງການຮ່ວມມືກັນລະຫວ່າງພາກລັດ ແລະ ພາກທຸລະກິດ ແລະ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໃນ ສປປ ລາວ ໃຫ້ດີຂຶ້ນ, ເນື່ອງຈາກເປັນຄັ້ງທໍາອິດທີ່ Read more…

paripesa

gbets

super hot slot

strendus

cheep discord boost

pistolobet

strendus casino

hollywoodbets login

lottostar

Winwinbet apk

golden clover

doubleu casino

Вавада официальный сайт

sunbet

gugobet apk

playcity casino

playuzu casino

winexch

jugabet casino

sun of egypt 4

becric

pure casino

springbok casino

radiante casino apk

betty casino

momang casino

boocasino

johnny kash casino australia

winspirit

wolfwinner casino

ox fortune

level up casino login

casino limitless

yesplay login

winbay

lottostar

7777 md

betturkey güncel giriş

lottostar login

παιχνιδια δωρεαν

springbok casino login

betturkey

volcano slot

gbets login

https://pickering-casino.com

betsala

chicken road slot

aviamasters

https://rooli-au.com

netbet app

ganabet casino

mx bet

pink elephants

Вавада официальный сайт

spinrise login

playwise365

betturkey

croco casino

https://sun-of-egypt-1.com

juegalo

esball

playdoit

vikings go berzerk

winshark

https://king-billy-wincasino.com

mrpacho casino

wolinak casino

betmaster

betsson

lukki casino

https://beteum-bet.com

soft pocket games