ຄະນະກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງ ເຂົ້າສາກົນດ້ານການຄ້າ (EIF) ເດີນ​ທາງ​ມາ​ຢ້ຽມ​ຢາມ ແລະ ຕິດ​ຕາມ​ໂຄງ​ການ EIF ໃນ ສ​ປ​ປ ລາວ

ຄະນະກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕວັນທີ 7 ເຖິງ 12 ຕຸລາ 2023. ຈຸດປະສົງຂອງການມາຢ້ຽມຢາມ ແມ່ນເພື່ອປຶກສາຫາລື ກັບພາກລັດຖະບານ ສປປ ລາວ ກ່ຽວກັບພາບລວມຂອງໂຄງການ EIF ໃນ ສປປ ລາວ, ບົດຮຽນທີ່ຖອດຖອນໄດ້ ແລະ ບັນດາບູລິມະສິດ ທີ່ຕິດພັນກັບການຊ່ວຍເຫຼືອວິຊາການ ທາງດ້ານການຄ້າ. ການມາຢ້ຽມຢາມຄັ້ງນີ້ ນຳໂດຍທ່ານ ດຣ. Ratnakar Adhikari ຜູ້ອຳນວຍການໃຫຍ່ ກອງເລຂາ ກອບເຄືອຂ່າຍການເຊື່ອມໂຍງເຂົ້າສາກົນດ້ານການຄ້າ, ທ່ານ ນາງ Hang Tran ຜູ້ປະສານງານອະວຸໂສ ກອງເລຂາ EIF. ໃນຄະນະທີ່ເດີນທາງມາຢ້ຽມຢາມ ສປປ ລາວ, ຄະນະ ໄດ້ຈັດກອງປະຊຸມກັບຫຼາຍພາກສ່ວນ ເປັນຕົ້ນບັນດາຄູ່ຮ່ວມຈັດຕັ້ງປະຕິບັດ Read more…

ກອງປະຊຸມສະຫຼຸບຜົນໄດ້ຮັບ ແລະ ປິດໂຄງການ ECL

ທີ່ແຂວງຫຼວງພະບາງ, ວັນທີ 16 ສິງຫາ 2023, ກົມແຜນການ ແລະ ການຮ່ວມມື (ຜຮ) , ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ 3 ແຂວງພາກເໜືອ ໄດ້ຈັດກອງປະຊຸມ ສະຫຼຸບຜົນໄດ້ຮັບ ແລະ ປິດໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພືຶ່ອສົ່ງອອກຢູ່ 3 ແຂວງພາກເໜືອ ຫຼື ເອີ້ນຫຍໍ້ວ່າ ECL. ກອງປະຊຸມ ໄດ້ຮັບກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມທັງໝົດຫຼາຍກ່ວາ 70 ກ່ວາທ່ານ ຕາງໜ້າຈາກ ບັນດາກົມພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ Read more…

ກອງປະຊຸມປະເມີນໂຄງການທ້າຍສະໄໝ ຂອງໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນເພືຶ່ອສົ່ງອອກຢູ່ 3 ແຂວງພາກເໜືອ

ວັງວຽງ, ວັນທີ 5 ກໍລະກົດ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ, ແລະ ສະພາການຄ້າ ແລະ ອຸດສາຫະກຳທັງ 3 ແຂວງພາກເໜືອ ໄດ້ຈັດກອງປະຊຸມປະເມີນໂຄງການທ້າຍສະໄໝ ຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ. ກອງປະຊຸມ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ສະພາການຄ້າ Read more…

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ສຳເລັດການຊ່ວຍເຫຼືອ ພາຍໃຕ້ໂຄງການ ECL ຢູ່ແຂວງຫຼວງນ້ຳ​ທາ

ຫຼວງນຳ້ທາ ວັນທີ 26 ມິຖຸນາ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນຳ້ທາ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ແລະ ສຳເລັດການຊ່ວຍເຫຼືອ ພາຍໃຕ້ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ. ກອງປະຊຸມ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປອ ຄຳແກ້ວ ຈັນທະວົງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນຳ້ທາ. ມີຜູ້ເຂົ້າຮ່ວມທັງໝົດ 80 ທ່ານ ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື, Read more…

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດໂຄງການ ຂະແໜງຫັດຖະກຳຢູ່ 3 ແຂວງພາກເໜືອ

ນະຄອນຫຼວງພະບາງ ວັນທີ 18 ມັກອນ 2023, ກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມມືກັບສູນຫັດຖະກຳ ອອກ ພົບ ຕົກ ເພື່ອຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຈັດຕັ້ງປະຕິບັດໂຄງການ ສົ່ງເສີມຂະແໜງຫັດຖະກຳຢູ່ 3 ແຂວງພາກເໜືອ (ຫຼວງນ້ຳທາ, ອຸດົມໄຊ ແລະ ຜົ້ງສາລີ) ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອ. ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໃນນາມຊີ້ນຳພະແນກຄຸ້ມຄອງຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອຂອງຕ່າງປະເທດ ໂດຍໄດ້ຮັບການແຕ່ງຕັ້ງຈາກທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ຜູ້ປະສານງານໂຄງການປະຈຳ ສປປ ລາວ, ເຊັນບົດບັນທືກຄວາມເຂົ້າໃຈຮ່ວມກັບທ່ານນາງ ແວວມະນີ ດວງດາລາ ປະທານສູນຫັດຖະກຳ ອອກ Read more…

Follow by Email
Share